ການ​ປ່ຽນ​ແປງ​ຢູ່​ຕາ​ແສງ ຮ່າ​ເບົາ

(VOVWORLD) -ກ່ອນນີ້ 20 ປີ, ຕາແສງ ຮ່າເບົາ, ເມືອງກັກດວາ, ແຂວງຢາລາຍ ແມ່ນບ່ອນເຄື່ອນໄຫວສາສະໜາທີ່ສັບສົນ, ເກີດປະກົດການໂຄສະນາທາງສາສະໜາຢ່າງຜິດກົດໝາຍ, ຊີວິດຂອງ ປຊຊ ປະສົບກັບຄວາມຫຍຸ້ງຍາກ, ແຕ່ປະຈຸບັນ, ຢູ່ທີ່ນີ້ໄດ້ມີການປ່ຽນແປງຫຼາຍແລ້ວ. ຄວາມສະຫງົບປອດໄພ, ການເມືອງໄດ້ຮັບການຮັບປະກັນ, ການເຄື່ອນໄຫວເຫຼື້ອມໄສສາສະໜາໄດ້ມີແບບມີແຜນ, ຕາແສງ ຮ່າເບົາ ໄດ້ຮັບຮູ້ບັນລຸມາດຖານຊົນນະບົດໃໝ່.

ການ​ປ່ຽນ​ແປງ​ຢູ່​ຕາ​ແສງ ຮ່າ​ເບົາ - ảnh 1ການໂອ້ລົມສົນທະນາກ່ຽວກັບການພັດທະນາເສດຖະກິດຢູ່ ຕາແສງ ຮ່າເບົາ (ພາບ: ງອກແອັງ)

ໂດຍຕັ້ງຢູ່ທາງທິດເໜືອຂອງເມືອງ ດັກດວາ, ຕາແສງ ຮ່າເບົາ ມີທີ່ຕັ້ງຍຸດທະສາດຂອງແຂວງ ຢາລາຍ. ຕາແສງ ຮ່າເບົາ ມີ 8 ບ້ານ, ລວມມີ ບ້ານ 1 ຂອງຊາວ ກິງ ແລະ 7 ບ້ານຊາວຊົນເຜົ່າສ່ວນໜ້ອຍ, ປະຊາກອນທັງໝົດກ່ວາ 7800 ຄົນ, ໃນນັ້ນສ່ວນຫຼາຍແມ່ນຊາວເຜົ່າ Jrai, Bana.

ໃນຊຸມປີຕົ້ນ 2000, ຕາແສງ ຮ່າເບົາ ແມ່ນບໍລິເວນມີຄວາມໝັ້ນຄົງດ້ານການເມືອງທີ່ສັບສົນກ່ວາໝູ່ຢູ່ແຂວງ ຢາລາຍ, ຊື່ງຖືກຖືວ່າ ແມ່ນເຮືອນຮັງຂອງອົງການປະຕິການ Fulro ຢູ່ເຂດໄຕງວຽນ. ພວກ Fulro ໄດ້ຍຸແຍ່ແກ່ດຶງ ປຊຊ ໄປຕາມສາສະໜາໂປຼເຕສຕັງ ເດກາ ຊື່ງແມ່ນສາສະໜາທີ່ເຄື່ອນໄຫວຜິດກົດໝາຍ. ບັນດາຜູ້ນຳໜ້າ Fulro ຜູ້ທີ່ພັດຖິ່ນຢູ່ຕ່າງປະເທດ ໄດ້ປຸກປັ່ນ, ຍຸຍົງສົ່ງເສີມ ປຊຊ ບັນດາເຜົ່າສ່ວນໜ້ອຍ ຈັດການປະທ້ວງກໍ່ການຈະລາຈົນ. ຍ້ອນການເຂົ້າຮ່ວມຂອງທັງລະບົບການເມືອງ, ມາຮອດປະຈຸບັນ, ຄວາມເປັນລະບຽບຮຽບຮ້ອຍ, ສັງຄົມຢູ່ ຕາແສງ ຮ່າເບົາ ໄດ້ເປັນປົກກະຕິ, ອຳນາດການປົກຄອງທ້ອງຖິ່ນ ໄດ້ຕັ້ງໜ້າຊ່ວຍເຫຼືອບັນດາຜູ້ທີ່ເຄີຍເຮັດສິ່ງທີ່ຜິດພາດ ສ້າງຊີວິດໃໝ່. ທ່ານ ຫງວຽນຫີ້ວທໍ້ ເລຂາຄະນະພັກເມືອງ, ປະທານສະພາ ປຊຊ ເມືອງ ດັກດວາ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າກຳນົດວ່າ ຍ້ອນ ປຊຊ ບໍ່ມີຄວາມຮັບຮູ້ຢ່າງຄົບຖ້ວນ, ຖືກປຸກປັ່ນ, ຍຸແຍ່ແກ່ດຶງ ແລະ ຍ້ອນຊີວິດປະສົບກັບຄວາມຫຍຸ້ງຍາກ. ກ່ອນອື່ນໝົດຕ້ອງສ້າງຊີວິດຂອງ ປຊຊ ເປັນປົກກະຕິ, ມີວຽກເຮັດງານທຳ. ອີງຕາມເງື່ອນໄຂຂອງແຕ່ລະຄົນເພື່ອມີການໜູນຊ່ວຍ, ລະດົມກຳລັງໃຈທີ່ແຕກຕ່າງກັນ.

ວຽກງານສຶກສາອົບຮົມ, ຊວນເຊື່ອບັນດາເປົ້າໝາຍທີ່ເຄີຍໄປຕາມ Fulro ມີການຫັນປ່ຽນທີ່ຕັ້ງໜ້າ. ບຸກຄົນເຫຼົ່ານັ້ນທຸກຄົນ ລ້ວນແຕ່ໄດ້ປະຕິບັດບັນດານະໂຍບາຍ ແລະ ກົດໝາຍຂອງລັດເປັນຢ່າງດີ ແລະ ບໍ່ປະຕິບັດການຜິດພາດຄືນອີກ. ທ່ານ Bome, ຊາວຜົ່າ ບານາ, ຢູ່ບ້ານ ຣາຍ, ຕາແສງ ຮ່າເບົາ ຊື່ງແມ່ນໜຶ່ງໃນບັນດາບຸກຄົນທີ່ເປັນຫົວໜ້າ Fulro ໃນເມື່ອກ່ອນ ແບ່ງປັນວ່າ:

ຂ້າພະເຈົ້າຄິດກິນແໜງທີ່ສຸດ. ປະຈຸບັນ, ພວກຂ້າພະເຈົ້າກໍ່ມີຊີວິດການເປັນຢູ່ດີງາມກ່ວາເກົ່າທົບຫຼາຍເທົ່າ. ກ່ອນນີ້ເສັ້ນທາງໄປມາ, ໂຮງຮຽນກໍ່ບໍ່ມີ ແຕ່ປະຈຸບັນ ເສັ້ນທາງໄປມາ, ຂົວ, ສຸກສາລາໄດ້ກໍ່ສ້າງຢ່າງໂຫ່ຍໂຕ ແລະ ສວຍງາມ. ອຳນາດການປົກຄອງທ້ອງຖິ່ນໄດ້ສ້າງເງື່ອນໄຂສະຫວັດດີການຮັບປະກັນຊີວິດສັງຄົມໃຫ້ແກ່ ປຊຊ.

ໃນບໍລິເວນ ຕາແສງ ຮ່າເບົາ ມີ 4 ສາສະໜາຄື: ໂປຼແຕສຕັງ. ສາສະໜາຄຼິດ, ສະສາໜາພຸດ ແລະ ກາວດ່າຍ. ບັນດາຈຸດກຸ່ມສາສະໜາໄດ້ປະຕິບັດລັດຖະດຳລັດວ່າດ້ວຍການເຊື່ອຖື, ສາສະໜາ ແລະ ກົດໝາຍຂອງລັດເປັນຢ່າງດີ ແລະ ດຳເນີນຊີວິດສາສະໜາຕາມລາຍການທີ່ໄດ້ຈົດທະບຽນໃນປີ. ປຊຊ ບັນດາສາສະໜາມີສາມັກຄີກັນ, ຊ່ວຍເຫຼືອຊື່ງກັນ ແລະ ກັນ.

ໂດຍແມ່ນຕາແສງເຮັດກະສິກຳເປັນຕົ້ນຕໍ, ຕາແສງ ຮ່າເບົາ ມີເນື້ອທີ່ດິນ 4.752 ha, ໃນນັ້ນດິນຜະລິດກະສິກຳແມ່ນ 3.773 ha, ດິນປ່າແມ່ນ 130 ha, ຈຳນວນສັດລ້ຽງທັງໝົດແມ່ນ 14.420 ໂຕ. ທ່ານ Y Hiếu, ຮອງປະທານຄະນະກຳມະການ ປຊຊ ຕາແສງ ຮ່າເບົາ ໃຫ້ຮູ້ວ່າ:

ຕົ້ນການເຟ ແລະ ໝາກມ່ວງຫິມະພານ ແມ່ນທ່າແຮງດ້ານເສດຖະກິດຂອງຕາແສງ. ຊີວິດຂອງ ປຊຊ ນັບມື້ນັບໄດ້ຍົກສູງຂຶ້ນ, ພື້ນຖານໂຄງລ່າງໄດ້ຕອບສະໜອງການພັດທະນາຢູ່ທ້ອງຖິ່ນໂດຍພື້ນຖານແລ້ວ, ຄວາມໝັ້ນຄົງດ້ານການເມືອງເປັນປົກກະຕິ, ຮັບປະກັນສິດທິຂອງມະນຸດ, ແກ້ໄຂວຽກເຮັດງານທຳ, ສອນວິຊາຊີບ, ປິ່ນປົວພະຍາດໃຫ້ແກ່ ປຊຊ. ຕົ້ນປີ 2020, ທົ່ວຕາແສງມີ 40 ຄອບຄົວທຸຸກຍາກ, ກວມອັດຕາສ່ວນ 2%, ຮອດທ້າຍປີ 2020 ຍັງເຫຼືອແຕ່ 28 ຄອບຄົວ, ກວມເອົາ 1,5%.

ພາຍຫຼັງໄດ້ຮັບການຮັບຮູ້ບັນລຸມາດຖານຊົນນະບົດໃໝ່, ໂສມໜ້າຂອງຕາແສງ ຮ່າເບົາ ໄດ້ປ່ຽນແປງຢ່າງເຫັນໄດ້ຊັດ. ທາງຕາແສງໄດ້ພັດທະນາເສດຖະກິດຕາມໂຄງປະກອບກະສິກຳ-ການຄ້າບໍລິການ-ອຸດສາຫະກຳ ຫັດຖະກຳຂະໜາດນ້ອຍ. ໃນປີ 2020, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸປະມານ 41 ລ້ານດົ່ງ/ຄົນ ຊື່ງແມ່ນລະດັບສູງເມື່ອທຽບກັບບັນດາເຂດຊົນເຜົ່າສ່ວນໜ້ອຍຢູ່ເຂດ ໄຕງວຽນ. ທ່ານ Ksor Krung, ຊາວເຜົ່າ Jrai, ຕາແສງ ຮ່າເບົາ ໃຫ້ຮູ້ວ່າ:

ປີ 2001, ຂ້າພະເຈົ້າໄດ້ລົບໜີໄປກຳປູເຈຍ ຢ່າງຜິດກົດໝາຍ, ຖືກຄຸມຂັງເປັນເວລາ 9 ເດືອນ. ຂໍຂອບໃຈລັດທີ່ໄດ້ຊ່ວຍເຫຼືອຂ້າພະເຈົ້າ, ໃຫ້ກັບເມືອປະເທດຫາເງິນລ້ຽງຊີບ. ປະຈຸບັນກໍ່ຈະຢູ່ບ້ານທຳມາຫາກິນ, ບໍ່ໄປຕາມພວກຄົນຊົ່ວອີກ. ຢູ່ບ້ານເຮັດນາ, ປູກກາເຟ. ລາຍຮັບໃນປີ 1ຂອງຄອບຄົວຂ້າພະເຈົ້າກໍ່ໄດ້ແຕ່ 60-70 ລ້ານດົ່ງ.

ໃນຊຸມປີຜ່ານມາ, ຕາແສງ ຮ່າເບົາ ໄດ້ປະຕິບັດໜ້າທີ່ພັດທະນາເສດຖະກິດຢ່າງມີໄຊ, ຮັບປະກັນຊີວິດສັງຄົມ, ມີຄວາມກ້າວໜ້າກ່ຽວກັບການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຢ່າງບຸກທະລຸ. ຕາແສງ ຮ່າເບົາ ບັນລຸໄດ້ 19 ໃນຈຳນວນ 19 ຄາດໝາຍກໍ່ສ້າງຊົນນະບົດໃໝ່, ແມ່ນທ້ອງຖິ່ນດຽວຢູ່ເມືອງ ດັກດວາ ທີ່ບັນລຸມາດຖານຊົນນະບົດໃໝ່ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ