ການປ່ຽນແປງຢູ່ຕາແສງຊົນນະບົດໃໝ່ລອງຮືງ, ແຂວງຊອກຈັງ

(vovworld) - ໂດຍ​ແມ່ນ​ໜຶ່ງ​ໃນ​ຈຳນວນ 22 ຕາ​ແສງ​ປະຕິບັດ​ທົດ​ລອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ຊອກ​ຈັງ, ພາຍຫຼັງ 4 ປີແຫ່ງ​ການ​ຜັນ​ຂະຫຍາຍ, ມາ​ຮອດ​ປະຈຸ​ບັນ​ຕາ​ແສງ​ລອງ​ຮຶງ, ​ເມືອງ​ມີ້​ຕູ໋, ​ໄດ້​ກາຍ​ເປັນຕາ​ແສງ​ທຳ​ອິດບັນລຸ​ມາດຖານ​ຊົນນະບົດ​ໃໝ່ຂອງ​ແຂວງ. ​ເພື່ອ​ບັນລຸ​ໄດ້ຜົນສຳ​ເລັດ​ຄື​ດັ່ງກ່າວ ​ແມ່ນ​ຍ້ອນ​ລອງ​ຮຶງ​ໄດ້​ເປັນ​ເຈົ້າ​ການ, ມີ​ວິທີ​ເຮັດ​​ໄດ້ດີ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ໝູ່​ປະຊາຊົນ.

ການປ່ຽນແປງຢູ່ຕາແສງຊົນນະບົດໃໝ່ລອງຮືງ, ແຂວງຊອກຈັງ - ảnh 1

     ຜົນສຳ​ເລັດ​ບົນ​ເສັ້ນທາງ​ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່​ຂອງ​ລອງ​ຮຶງ ​ແມ່ນ​ຕ້ອງ​ເວົ້າ​ເຖິງ​ວຽກ​ງານ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ​ຜະລິດ​ເປັນ​ສິນຄ້າ. ​ເພື່ອ​ປະຕິບັດ​ຄາດໝາຍ​ດັ່ງກ່າວ, ຕາ​ແສງ​ລອງ​ຮຶງ​ ໄດ້​ໃກ້ຊິດຕິດ​ແທດ​ກັບ​ບັນດາມາດຖານກໍ່ສ້າງ​ຊົນນະບົດ​ໃໝ່​ເຊັ່ນ: ກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ວາງ​ແຜນ​ຜະລິດ​ຕາມ​ເຂດ, ພ້ອມ​ທັງ​ຮ່ວມ​ສຳພັນ​ກັບ​ວິ​ສາ​ຫະກິດ, ​ເພີ່ມ​ມູນ​ຄ່າ​ຜະລິດ​ໃນ​ເນື້ອ​ທີ່​ດຽວ. ການ​ຫັນປ່ຽນ​ຜົນລະປູກ, ສັດລ້ຽງ​ຢ່າງ​ເໝາະ​ສົມ​ໄດ້​ຊ່ວຍ​ຊາວ​ກະ​ສີກ​ອນຍູ້​ແຮງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ຍົກ​ສູງ​ຊີວິດ​ຂອງ​ປະຊາຊົນ​ທ້ອງ​ຖີ່​ນ. ທ່ານ ຫງວຽນ​ວັນ​ເລີ້​ຍ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ທີ່​ມີ​ຊື່​ສຽງ​ໃນ​ການ​ຜະລິດ​​ແບ່ງປັນ​ວ່າ: 400 ກວ້າລ້ານ​ດົ່ງ​ແມ່ນ​ກຳ​ໄລ​​ເຊິ່ງຄອບຄົວ​ທ່ານຫາ​ໄດ້​ໃນ​ແຕ່ລະ​ປີ​ຈາກ​ການ​ປູກ​ຕົ້ນ​ໝາກກ້ຽງ​ນ້ອຍ, ໝາກສົ້ມ​ໂອ…

        “ກ່ອນ​ນີ້​ຂ້າພະ​ເຈົ້າ​ປູກ​ຕົ້ນ​ອ້ອຍ, ​ແຕ່​ຜົນ​ກຳ​ໄລບໍ່​ສູງ, ​ເມື່ອ​ເຫັນ​ວ່າ​ທີ່​ດິນ​ຢູ່​​ເຕິ​ນ​ແທ່ງ ​ເໝາະ​ສົມ​ກັບ​ຕົ້ນ​ໃມ້​ກິນໝາກ, ຂ້າພະ​ເຈົ້າ​ໄດ້​ຫັນ​ມາ​ປູກ​ຕົ້ນ​ໄມ້​ກິນ​ໝາກ ​ແລະ ບັນລຸ​ໄດ້​ປະສິດທິ​ຜົນ​ສູງ​ທີ່​ສຸດ, ອັນ​ໄດ້​ສ້າງ​ຊີວິດ​ອິ່ມໜຳສຳລານ​ໃຫ້​ແກ່​ຄອບຄົວ “.

        ມາ​ຮອດ​ປະຈຸ​ບັນ, ລອງ​ຮຶງ ​ໄດ້​ຫັນປ່ຽນ​ຜົນລະ​ປູກ ​ແລະ ສັດລ້ຽງ​ໃນ​ເນື້ອ​ທີ່​ກວ່າ 500 ​ເຮັກຕາ, ອັນ​ໄດ້​ສ້າງ​ລາຍ​ຮັບ​ນັບຮ້ອຍ​ລ້ານ​ດົ່ງ​ຕໍ່​ປີ. ລອງ​ຮຶງ ຍັງ​ກໍ່ສ້າງ​ບັນດາ​ເຂດ​ຜະລິດ​ເຂົ້າ, ອ້ອຍ​ພິ​ເສດ, ຮັບປະກັນ​ລະບົບ​ຊົນລະປະທານ​ເພື່ອ​ຫົດ​ນຳ້. ນອກ​ນັ້ນ, ການ​ນຳ​ໃຊ້​ວິທະຍາສາດ, ​ເຕັກນິກ, ​ເພີ່ມ​ສະມັດ​ຕະພາບ, ຜົນ​ກຳ​ໄລ ຫຼື​ແກ້​ໄຂ​ຕະຫຼາດ​ສົ້ນ​ອອກ​ໃຫ້​ແກ່​ຜະລິດ​ຕະພັນກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ຜ່ານ​ການ​ສ້າງ​ສະຫະກອນ, ສະ​ໂມ​ສອນ ຫຼື​ໜ່ວຍ​ສະຫະກອນ​ຜະລິດ​ເພື່ອ​ຜະລິດ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ.

        ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ, ອັນ​ໄດ້​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ທົ່ວ​ສັງຄົມ ​ເພື່ອ​ພ້ອມ​ກັນຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ​ເລ​ວັນ​ຈັ໋ງ, ​ແມ່ນ​ຄອບຄົວ​ນຳ​ໜ້າ​ໃນ​ການ​ບໍລິຈາກ​ທີ່​ດິນ​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ຊົນນະບົດ​ໃໝ່​ຢູ່​ທ້ອງ​ຖີ່​ນ, ​ແບ່ງປັນ​ວ່າ:

        “ຜ່ານ​ຂະ​ບວນການ​ຂົນຂວາຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ບັນດາ​ຄອບຄົວ​ຊາວ​ກະ​ສີກ​ອນພວກ​ຂ້າພະ​ເຈົ້າ​ໄດ້​ບໍລິຈາກ​ທີ່​ດິນ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄື: ທາງ​ຄົມມະນາຄົມ, ​ໄຟຟ້າ, ​ໂຮງຮຽນ ​ແລະ ສຸກສາລາ. ນີ້​ທັງ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ຕົນ, ທັງ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ທ້ອງ​ຖີ່​ນ“.

        ພ້ອມ​ກັບ​ເລື່ອງ​ປະຕິບັດ​ສຳ​ເລັດ 19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊີວິດ​ຂອງ​ປະຊາຊົນ​ຕາ​ແສງ​ລອງ​ຮຶງ ກໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ປີ​ນີ້, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ຕາ​ແສງ​ບັນລຸ 37 ລ້ານ​ດົ່ງ/ຄົນ/ປີ; ອັດຕາ​ຄອບຄົວ​ທຸກ​ຍາກ​ຫຼຸດ​ລົງ​ເຫຼືອ​ພຽງ​ເກືອບ 7%, ຈຳນວນ​ຄອບຄົວ​ຮັ່ງມີ​ກໍ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. 10 ບ້ານ​ໃນ​ຕາ​ແສງ​ລ້ວນ​ແຕ່​ແມ່ນ​ບ້ານ​ວັດທະນະທຳ. ທາງ​ຄົມມະນາຄົມ​ໃນ​ບ້ານກໍ່​ກວ້າງຂວາງ, ລະບົບ​ຊົນລະປະທານ​ບໍລິ​ບຸນ. ​ໃນ​ເກືອບ 4 ປີ ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ສາມາດ​ລະດົມ​ເງິນ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໄດ້ 216 ຕື້​ດົ່ງ, ​ໃນ​ນັ້ນກວ່າ 50 ຕື້​ດົ່ງ​ແມ່ນ​ໂດຍ​ປະຊາຊົນ​ບໍລິ​ຈາກ. ທ່ານ ຫງວຽນ​ຮື້​ວດຶກ, ຮອງ​ເລຂາ​ຄະນະ​ພັກ​ຕາ​ແສງ​ລອງ​ຮຶງ, ​ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ປັບປຸງ​ຊີວິດ​ ​ທັງ​ດ້ານ​ວັດຖຸ, ຈິດ​ໃຈ ຂອງ​ປະຊາຊົນ ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ. ສິ່ງ​ດັ່ງກ່າວ​ແມ່ນ​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ເສດຖະກິດ, ຄວາມ​ຊິນ​ເຄີຍ​ໃນ​ການ​ຜະລິດ ​ແລະ ຄວາມ​ຮັບ​ຮູ້ຂອງ​ປະຊາຊົນ. ​ແຕ່​ຜ່ານ​ຜົນ​ໄດ້​ຮັບ​ສະ​ແດງ​ໃຫ້​ເຫັນ​ວ່າ​ປະຊາຊົນ​ໄດ້​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມຕໍ່​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່“.

        ປະຈຸ​ບັນ, ລອງ​ຮຶງ ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ ດ້ວຍ​ທາງ​ປູຢາງ, ທາງ​ເບ​ຕົງ​ທີ່​ຮາບ​ພຽງ, ບັນດາ​ເຮືອນ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ໃໝ່, ບັນດາ​ກິດຈະກຳ​ສະຫວັດດີ​ການ, ຊີວິດ​ສັງຄົມ ​ແລະ ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ນຳ ​ແລະ ປະຊາຊົນ​ຕາ​ແສງລອງຮຶງ ລ້ວນ​ແຕ່​ກຳນົດ​ວ່າ: ນີ້​ແມ່ນ​ຜົນສຳ​ເລັດ​ໃນ​ເບື້ອງ​ຕົ້ນ, ​ໄລຍະ​ຈະ​ມາ​ເຖິງ, ລອງ​ຮຶງຈະ​ສືບ​ຕໍ່ສູ້​ຊົນ ​ເພື່ອ​ກໍ່ສ້າງ​ຕາ​ແສງ​ໃຫ້​ນັບ​ມື້​ນັບ​ພັດທະນາ, ບໍ່​ມີ​ຄອບຄົວ​ທຸກ​ຍາກ, ອຶດ​ຫີ​ວ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ແຕ່ລະ​ປີ​ນັບ​ມື້​ນັບ​ສູງ ​ແລະ ກາຍ​ເປັນ​ແບບຢ່າງ​ເພື່ອ​ໃຫ້​ທ້ອງ​ຖີ່​ນຕ່າງໆ​ຮຳ່ຮຽນ​ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ