ການປ່ຽນແປງຢູ່ຕາແສງຊົນນະບົດໃໝ່ເມື່ອງຮຸງ, ແຂວງເຊີນລາ


(vovworld) - ​ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕາ​ແສງ​ເຂດ​ຊາຍ​ແດນ​ຂອງ​ເມືອງ​ຊົງມ້າ, ​ແຂວງ​ ເຊີນ​ລາ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຍ້ອນ​ມີ​ການ​ຫັນປ່ຽນ​ແບບ​ວິທີ​ປູກຝັງ ​ແລະ ນຳ​ໃຊ້​ບັນດາ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ​ໃນ​ການ​ປູກຝັງ, ລ້ຽງສັດ, ຊີວິດ​ຂອງ​ປະຊາຊົນ​ຕາ​ແສງ ​ເມື່ອງຮຸງ ນັບ​ມື້​ນັບ​ພັດທະນາ. ຢູ່​ ເມື່ອ​ງຮຸງ​ ນັບ​ມື້​ນັບ​ມີ​ຫຼາຍ​ຮູບ​ແບບ​ປູກຝັງ, ລ້ຽງສັດ​ທີ່ໃ​ຫ້ສະມັດ​ຕະພາບ​ສູງ, ອັນ​ໄດ້​ເຮັດໃຫ້​ໂສມ​ໜ້າ​ຊົນນະບົດ​ຢູ່ເຂດ​ຊາຍ​ແດນ​ແຫ່ງນີ້​ຈະ​ເລີ​ນເຕີບໂຕເທື່ອລະກ້າວ.

        ກ່ອນ​ນີ້​ຫຼາຍ​ປີ, ຄອບຄົວ​ທ່ານ ຫຼໍ່​ວັນ​ເຫຼດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄອບຄົວ​ທຸກ​ຍາກ​ຂອງ​ບ້ານ​ພຽງ​ແປນ, ຕາ​ແສງ ​ເມື່ອ​ງຮຸງ, ​ເມືອງ ຊົງ​ມ້າ. ​ເພື່ອ​ພັດທະນາ​ເສດຖະກິດ​, ຄອບຄົວທ່ານ​ໄດ້​ກູ້​ຢືມ​ທຶນ​ຈາກ​ທະນາຄານ​ນະ​ໂຍບາຍສັງຄົມ​ເພື່ອ​ປູກ​ຕົ້ນ​ລຳ​ໃຍ​ແນວ​ພັນປະສົມ ​ແລະ ​ເປີດ​ກວ້າງ​ສະ​ລ້ຽງ​ປາ, ລ້ຽງ​ສັດ​​ຕື່ມອີກ. ​ເມື່ອ​ມີ​ປະສົບ​ການ​ໃນ​ການ​ປູກຝັງ, ລ້ຽງສັດ ​ແລະ ມີ​ທຶນ​ເກືອບ 300 ລ້ານ​ດົ່ງ, ທ່ານ ຫຼໍ່​ວັນ​ເຫຼດ ກໍ່​ຊື້​ໂອງ 15 ​ໂຕ​ມາ​ລ້ຽງ. ທັງ​ລ້ຽງສັດ, ທັງ​ເປີດ​ກວ້າງ​ຂະໜາດ​ຜະລິດ, ມາ​ຮອດ​ປະຈຸ​ບັນ, ຄອບຄົວ​ທ່ານ ​ເຫຼດ ສາມາດ​ກໍ່ສ້າງ​​ເຮືອນຢູ່ໄດ້ 2 ຫຼັງ​ທີ່​ມີ​ມູນ​ຄ່າ​ເກືອບ 2 ຕື້​ດົ່ງ. ທ່ານ ຫຼໍ່​ວັນ​ເຫຼດ ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້​ຄອບຄົວຂ້າພະ​ເຈົ້າ​ພຽງ​ແຕ່​ປູກ​ເຂົາ​ນາທາມ​ເປັນ​ຕົ້ນ, ບໍ່​ມີ​​ເຄື່ອງກິນ​ຂອງ​​​ເພື່ອ. ​ແຕ່​ປະຈຸ​ບັນ, ​ຊີວິດ​ການ​ເປັນ​ຢູ່​ຂອງຄອບຄົວຂ້າພະ​ເຈົ້າ​​ໄດ້​ດີກ​ວ່າ​ແລ້ວ, ຂ້າພະ​ເຈົ້າ​ເຫັນ​ວ່າ​ລ້ຽງ​ໂອງ​​ຈະໃຫ້​ສະມັດ​ຕະພາບ​ສູງ, ດັ່ງ​ນ້ັນທັງ​ຄອບຄົວ​ຈຶ່ງເຫັນ​ດີ​ຈະ​ລ້ຽງ​ໂອງ​ຕື່ມ​ອີກ 15 ​ໂຕ​ເພື່ອ​ສ້າງ​ລາຍ​ຮັບ​ຕື່ມ​ອີກ“.

ການປ່ຽນແປງຢູ່ຕາແສງຊົນນະບົດໃໝ່ເມື່ອງຮຸງ, ແຂວງເຊີນລາ - ảnh 1

ທ່ານຫຼໍາວັນເຫຼດໃຫ້ສັດກິນ

        ​ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄອບຄົວ​ທີ່​ຖືກ​ຍົກຍ້າຍ​​ຈາກ​ກິດຈະກຳ​ເຂື່ອນ​ໄຟຟ້າ​ນ​ຳ້ຕົກ ​ເຊີນ​ລາ ມາດຳລົງ​ຊີວິດ​ຢູ່​ຕາ​ແສງ ​ເມື່ອ​ງຮຸງ ​ແຕ່​ປີ 2010, ​ໃນ​ໄລຍະ​ທຳ​ອິດ, ຄອບຄົວ​ອ້າຍ ​ເລື່ອງ​ວັນ​ທຶກ, ຢູ່​ໜ່ວຍ 6, ຕາ​ແສງ ​ເມື່ອງຮຸງ​ ພົບ​ປະ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ຜ່ານ​ວຽກ​ງານ​ໂຄສະນາ, ຊ່ວຍ​ເຫຼືອ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ພ້ອມ​ກັບ​ທຶນ​ໜູນ​ຊ່ວຍ​ການຜະລິດ​ຂອງ​ລັດ, ອ້າຍ​ທຶກ ​ໄດ້​ລົງທຶນ​ເປີດ​ກວ້າງ​ສວນ, ສະ, ຄອກ... ນຳ​ໃຊ້​ເຕັກນິກ​ລ້ຽງສັດ​ເຂົ້າ​ໃນ​ການ​ລ້ຽງ​ໄກ່, ​ເປັດ 800 ກວ່າ​ໂຕ, ໝູ 60 ​ໂຕ ​ແລະ​ ມີສະລ້ຽງປາກ​ວ້າງ​ເກືອບ 1 ​ເຮັກຕາ, ສາມາດສ້າງ​ລາຍ​ຮັບ​ໄດ້ 150 ລ້ານດົ່ງ/ປີ​ໃຫ້​ຄອບຄົວ. ອ້າຍ​ ​ເລື່ອງ​ວັນ​ທຶກ, ​ແບ່ງປັນ​ວ່າ:

“​ໃນ​ໄລຍະ​ຈະ​ມາ​ເຖິງ, ຄອບຄົວ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ເປີດ​ກວ້າງ​ຮູບ​ແບບ​ລ້ຽງສັດນີ້​ເພື່ອ​ຫຼຸດຜ່ອນ​ລາຍ​ຈ່າຍ​. ຄອບຄົວ​ຂ້າພະ​ເຈົ້າ​ກໍ່​ສືບ​ຕໍ່​ໂຄສະນາ​ເຜີຍ​ແຜ່ບັນດາ​ຮູບ​ແບບ​ຜະລິດຂອງ​ຄອບຄົວ​ຂ້າພະ​ເຈົ້າ ​ໃຫ້​ປະຊາຊົນ​ໃນ​ສະມາຄົມຊາວ​ກະສິກອນ, ອົງການ​ຈັດ​ຕັ້ງ​ມະຫາຊົນຮຳ່ຮຽນ ​ແລະ ປະຕິບັດ​ຕາມ ​​ແນ​ໃສ່​ຫຼຸດຜ່ອນ​ຄວາມທຸກ​ຍາກ, ອຶດ​ຫີ​ວ​ໃຫ້​ແກ່​ປະຊາຊົນ“.

ການປ່ຽນແປງຢູ່ຕາແສງຊົນນະບົດໃໝ່ເມື່ອງຮຸງ, ແຂວງເຊີນລາ - ảnh 2

ສິ້ນສຸດວັນເຮັດວຽກ, ອ້າຍທຶກກໍ່ບົວລະບັດຝູງສັດຂອງຕົນ

​ໃນ​ຊຸມ​ປີຜ່ານມາ, ຍ້ອນ​ມີ​ການ​ຫັນປ່ຽນ​ໂຄງ​ປະກອບ​ຜົນລະ​ປູກ ​ແລະ ສັດລ້ຽງ, ​ໂສມ​ໜ້າ​ຊົນນະບົດ​ຢູ່​ແຫ່ງ​ນີ້ໄດ້​ມີ​ການປ່ຽນ​ແປງ​ຢ່າງ​ແຮງ, ປະລິມານ​ການ​ຜະລິດ​ທັນ​ຍາ​ຫານ​ປີ 2014 ບັນລຸ​ໄດ້​ກວ່າ 8.000 ​ໂຕນ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນລຸ 9,5 ລ້ານ​ດົ່ງ/ຄົນ/ປີ... ທ່ານ ບູ່​ຍວັນ​ຖູ​ຍ, ຜູ້ນຳ​ຕາ​ແສງ ​ເມື່ອ​ງຮຸງ, ​ໃຫ້​ຮູ້ວ່າ: ປະຊາຊົນ​ໃນ​ຕາ​ແສງ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຜະລິດ, ລ້ຽງສັດ​ເພື່ອ​ຍົກ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ຂຶ້ນ​ຕື່ມ. ທາງທ້ອງ​ຖີ່​ນກໍ່ມີ​ຫຼາຍ​ຮູບ​ແບບ​ເສດຖະກິດ​ທີ່​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ແຕ່ 80-120 ລ້ານ​ດົ່ງ/ປີ.

“​ໃນ​ໄລຍະ​ຈະ​ມາ​ເຖິງ, ອຳນາດ​ການ​ປົກຄອງ​ຕາ​ແສງ​ສືບ​ຕໍ່​ຊີ້​ນຳ​ບັນດາ​ພາກສ່ວນ​ວິຊາ​ສະ​ເພາະ​ຍູ້​ແຮງ​ວຽກ​ງານ​ພັດທະນາ​ເສດຖະກິດ - ສັງຄົມ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ພິ​ເສດ​ແມ່ນ​ຍູ້​ແຮງ​ວຽກ​ງານ​ຄວບ​ຄຸມ​ໄພ​ສັງຄົມ ​ເພື່ອ​ໃຫ້​ປະຊາຊົນ​ອຸ່ມ​ອ່ຽນ​ໃຈ​ທຳ​ການ​ຜະລິດ, ພັດທະນາ, ຮັບປະກັນ​ໃຫ້ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ມີ​ສະຖຽນ​ລະ​ພາບ“​.

ການປ່ຽນແປງຢູ່ຕາແສງຊົນນະບົດໃໝ່ເມື່ອງຮຸງ, ແຂວງເຊີນລາ - ảnh 3

ຕາແສງເມື່ອງຮຸງມີຄວາມເບີກບານມ່ວນຊື່ນກວ່າເກົ່າ

​ໄລຍະ​ຈະ​ມາ​ເຖິງ, ຕາ​ແສງ​ ເມື່ອ​ງຮຸງ ຈະ​ຂະຫຍາຍ​ບັນດາ​ຮູບ​ແບບ​ປູກຝັງ, ລ້ຽງສັດ​ທີ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​, ​ເພື່ອ​ໃຫ້​ປະຊາຊົນ​ໃນ​ຕາ​ແສງ​ຮຳ່ຮຽນ​ເອົາ. ທັງ​ຫັນປ່ຽນ​ອົງ​ປະກອບ​ການ​ຜະລິດ​ກະສິກຳ ​ແລະ ​ເສດຖະກິດ​ຊົນນະບົດ​ຕາມ​ທິດ​ຜະລິດ​ເປັນ​ສິນຄ້າ, ຍົກ​ສູງ​ມູນ​ຄ່າ​ການ​ຜະລິດ​ໃນ​ເນື້ອ​ທີ່​ປູກຝັງ​ຂຶ້ນ​ຕື່ມ. ທາງ​ທ້ອງ​ຖີ່​ນ​ໄດ້ກໍ່ສ້າງ​ເປັນ​ເຂດ​ປູກ​ຕົ້ນ​ໄມ້​ໃຫ້​ໝາກ​ແບບ​ລວມສູນ, ທີ່ມີ​ຂະໜາດ​ໃຫຍ່ ຕິດ​ພັນ​ກັບ​ຮາກ​ຖານ​ປູ​ງ​ແຕ່ງ​ເພື່ອຮັບປະກັນສົ້ນ​ອອກ​ໃຫ້​ຜະລິດ​ຕະພັນ​ກະ​ເສດ​.

​ໃນ​ແຕ່ລະ​ທົ່ງ​ນາ, ​ໄຮ່, ຊາວ ​ເມື່ອ​ງຮຸງ​ ນັບ​ມື້​ນັບ​ເປີດ​ກວ້າງ​ການ​ຜະລິດ, ປູກຝັງ, ​ເພີ່ມ​ລະດູ​ການ​ຜະລິດ​ເພືອຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ປະຊາຊົນ. ຊາວ​ກະສິກອນ​ພວມ​ສູ້​ຊົນບືນຕົວຂຶ້ນໃນການກໍ່ສ້າງຊີວິດໃໝ່, ໂດຍຜ່ານການປະຕິບັດ ບັນດາຂະບວນການລົບລ້າງຄວາມທຸກຍາກ, ອຶດຫີວຢ່າງ​ມີ​ປະສິດທິ​ຜົນ, ຊ່ວຍເຫຼືອກັນພັດທະນາ ເສດຖະກິດ, ພ້ອມກັນກໍ່ສ້າງເຂດຊາຍແດນໃຫ້ນັບມື້ນັບ ຮັ່ງມີເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ