ການ​ປ່ຽນ​ແປງ​ຢູ່​ໝູ່​ບ້ານ​ຊາວ​ຊົນ​ເຜົ່າ​ຈຳໃຫ່​ຍ​ກ່​ວາ​ໝູ່​ຢູ່ແຂວງ​ດົ່ງ​ນາຍ

(VOVWORLD) -  ຈາກເຂດເສດຖະກິດປະສົບກັບຄວາມຫຍຸ້ງຍາກ ດ້ວຍບັນດາຮີດຄອງປະເພນີທີ່ເປັນມູນເຊື້ອແຕ່ຍັງມີສ່ວນຫຼ້າຫຼັງນັ້ນ, ໝູ່ບ້ານຈຳ ຢູ່ຕາແສງຊວັນຮຶງ, ເມືອງຊວັນລົກ, ແຂວງດົ່ງນາຍ ພວມມີການປ່ຽນແປງໃນແຕ່ລະວັນ ຍ້ອນບັນດານະໂຍບາຍໜູນຊ່ວຍພິເສດຂອງລັດ.
ການ​ປ່ຽນ​ແປງ​ຢູ່​ໝູ່​ບ້ານ​ຊາວ​ຊົນ​ເຜົ່າ​ຈຳໃຫ່​ຍ​ກ່​ວາ​ໝູ່​ຢູ່ແຂວງ​ດົ່ງ​ນາຍ - ảnh 1

ຊາວເຜົ່າຈຳຢູ່ຕາແສງຊວັນຮຶງ

ເມືອງຊວັນລົກແຂວງດົ່ງນາຍ ເກັບກ່ຽວໝາກມັງກອນ

(ພາບ: ໜັງສືພິມດົ່ງນາຍ)

 ໝູ່ບ້ານຈຳ ຢູ່ບ້ານ 4, ຕາແສງຊວັນຮຶງ, ເມືອງຊວັນລົກ ມີປະຊາຊົນ 2200 ຄົນຊື່ງແມ່ນໝູ່ບ້ານທີ່ມີຊາວເຜົ່າຈຳຫຼາຍກ່ວາໝູ່ດ້ວຍອັດຕາສ່ວນກ່ວາ 90% ແມ່ນຊາວເຜົ່າຈຳຂອງແຂວງດົ່ງນາຍ ໄດ້ດຳລົງຊີວິດຢູ່ທີ່ນີ້. ໃນຊຸມປີກ່ອນ, ຊາວບ້ານຈຳໄດ້ດຳລົງຊີວິດພຽງແຕ່ມີການພົວພັນນຳກັນຢູ່ພາຍໃນບ້ານເທົ່ານັ້ນ. ຮີດຄອງປະເພນີທີ່ຫຼ້າຫຼັງນີ້ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຊາວເຜົ່າຈຳ ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ, ການທຳມາຫາກິນແມ່ນອີງໃສ່ການປູກເຂົ້ານາທາມໃນ 2 ລະດູເທົ່ານັ້ນ, ຊີວິດການເປັນຢູ່ຂອງເຂົາເຈົ້າຍິ່ງປະສົບກັບຄວາມຫຍຸ້ງຍາກຂຶ້ນຕື່ມ. ໃນຊຸມປີມໍ່ໆມານີ້, ໂດຍໄດ້ຮັບການໂຄສະນາ, ໜູນຊ່ວຍຢ່າງຕັ້ງໜ້າຈາກອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນຢູ່ທີ່ນີ້ ໄດ້ປ່ຽນແປງວິທີຄົ້ນຄິດ, ວິທີເຮັດ, ຍ້ອນເຫດນັ້ນ, ຊີວິດເສດຖະກິດໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ.

ຄອບຄົວທ່ານ Abtukholick ມີເນື້ອທີ່ດິນປູກເຂົ້າກ່ວາ 1 ແຮັກຕາແຕ່ຕະຫຼອດຫຼາຍປີ ຊີວິດການເປັນຢູ່ໃນຄອບຄົວຂອງທ່ານຍັງທຸກຍາກຢູ່ ຍ້ອນໄດ້ທຳການຜະລິດແບບຫຼ້າຫຼັງ. ກ່ອນນີ້ 4 ປີ, ໂດຍໄດ້ຮັບການປຸກລະດົມກຳລັງໃຈ, ໜູນຊ່ວຍຈາກອຳນາດການປົກຄອງທ້ອງຖິ່ນ, ທ່ານ Abtukholick ໄດ້ກູ້ຢືມເງິນຈຳນວນ 100 ລ້ານດົ່ງຈາກທະນາຄານກະສິກຳເມືອງເພື່ອລ້ຽງງົວ ແລະ ປູກໝາກມັງກອນໃຈແດງ ແລະ ແຕ່ລະປີຄອບຄົວທ່ານກໍ່ມີລາຍຮັບກ່ວາ 400 ລ້ານດົ່ງ. ຈາກຄອບຄົວທີ່ທຸກຍາກ, ປະຈຸບັນ, ຄອບຄົວທ່ານ Abtukholick ໄດ້ດີຂຶ້ນຫຼາຍແລ້ວ ແລະ ທ່ານໄດ້ກາຍເປັນຊາວກະສິກອນຜະລິດເກັ່ງໃນບໍລິເວນ. ທ່ານ Abtukholick ໃຫ້ຮູ້ວ່າ:

  ເມື່ອກອ່ນນີ້ ຂ້າພະເຈົ້າປູກໝາກມັງກອນພຽງແຕ່ 500 ຕົ້ນເທົ່ານັ້ນ, ຫຼັງຈາກນັ້ນກໍ່ຂະຫຍາຍຕື່ມອີກ, ປະຈຸບັນມີກ່ວາ 1000 ຕົ້ນແລ້ວ. ແຕ່ລະເດືອນກໍ່ໄດ້ສ້າງລາຍຮັບແຕ່ 50-60 ລ້ານດົ່ງ, ບາງເທື່ອກໍ່ໄດ້ 20-30 ລ້ານດົ່ງຕາມລາຄາໃນແຕ່ລະລະດູການ.

  ໂດຍໄດ້ປະຕິບັດແຜນນະໂຍບາຍກ່ຽວກັບວຽກງານທີ່ມີຕໍ່ຊາວເຜົ່າຈຳ ແລະ ຂະບວນການກໍ່ສ້າງຊົນນະບົດໃໝ່ນັ້ນ, ໃນໄລຍະຜ່ານມາ, ເມືອງຊວັນລົກ ໄດ້ມີຫຼາຍມາດຕະການຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຊາວເຜົ່າຈຳ. ບັນດາໂຄງການໜູນຊ່ວຍການລົບລ້າງຄວາມທຸກຍາກຂອງລັດ ໄດ້ຮັບການຜັນຂະຫຍາຍ, ອັນໄດ້ນຳມາເຊິ່ງໂສມໜ້າໃໝ່ຄື: ເຮືອນຢູ່, ເສັ້ນທາງຄົມມະນາຄົມຊົນນະບົດ, ລະບົບນ້ຳປະປາ…ໄດ້ຮັບການລົງທຶນ, ຍົກລະດັບ. ມາຮອດປະຈຸບັນ, ເສັ້ນທາງຄົມມະນາຄົມຊົນນະບົດ ໄດ້ກໍ່ສ້າງດ້ວຍເບຕົງ 100%, 100% ຄອບຄົວໄດ້ນຳໃຊ້ໄຟຟ້າ ແລະ ນ້ຳປະປາ … ນອກຈາກນັ້ນແລ້ວ, ຊາວບ້ານຈຳຍັງໄດ້ຮັບການໜູນຊ່ວຍອື່ນໆອີກຫຼາຍຢ່າງຄື: ຫນູນຊ່ວຍການສອນວິຊາຊີບ, ສະໜອງແນວພັນປູກ, ແນວພັນສັດລ້ຽງ, ຝຸ່ນເຄມີ, ຢາຂ້າສັດຕູພືດ…ດ້ວຍຈຳນວນເງິນທັງໝົດແມ່ນນັບສິບຕື້ດົ່ງ. ທ່ານ Abdohamit ຫົວໜ້າເຂດຊາວຄຼິດບ້ານຈຳ, ຕາແສງຊວັນຮຶງ, ເມືອງຊວັນລົກ ໃຫ້ຮູ້ວ່າ:

   ຍ້ອນພັກ, ລັດໄດ້ມີຄວາມເອົາໃຈໃສ່, ເສດຖະກິດຂອງປະຊາຊົນໃນໝູ່ບ້ານຈຳຈຶ່ງດີຂຶ້ນ, ມີໄຟຟ້າ, ນ້ຳປະປາໃຊ້, ມີໂຮງຮຽນ, ລູກຫຼານໄດ້ໄປຮ່ຳໄປຮຽນ. ອີກຢ່າງໜຶ່ງ, ຢູ່ນີ້ມີໂຮງຈັກໂຮງງານຫຼາຍແຫ່ງ ສະນັ້ນລູກຫຼານພວກຂ້າພະເຈົ້າກໍ່ມີວຽກເຮັດງານທຳເປັນປົກກະຕິ, ບັນດາຄອບຄົວມີການພັດທະນາ.

ຊີວິດການເປັນຢູ່ນັບມື້ນັບໄດ້ຮັບການພັດທະນາ, ສະນັ້ນ, ຊາວເຜົ່າຈ ຳຢູ່ຕາແສງຊວັນຮຶງ ກໍ່ຕັ້ງໜ້າຕອບສະໜອງບັນດາຂະບວນການໂດຍທ້ອງຖິ່ນປຸກລະດົມ, ພິເສດແມ່ນຂະບວນການກໍ່ສ້າງຊົນນະບົດໃໝ່. ຍ້ອນເສດຖະກິດມີການພັດທະນາ, ຊີວິດດ້ານວັດທະນະທຳຂອງປະຊາຊົນກໍ່ໄດ້ຮັບການຍົກສູງຂຶ້ນ. ກອງສິລະປະຂອງໝູ່ບ້ານຈຳ ໄດ້ຮັບການສ້າງຕັ້ງຄືນໃໝ່ ແລະ ມີການພັດທະນາດີກ່ວາ, ໄດ້ຮັບການເຊື້ອເຊີນໄປສະແດງຢູ່ເຫດການວັດທະນະທຳ-ສິລະປະພາຍໃນແຂວງເກືອບທັງໝົດ.

ເມື່ອມາຢ້ຽມຢາມໝູ່ບ້ານຈຳໃນທຸກວັນນີ້, ຜູ້ຄົນທັງຫຼາຍຈະເຫັນໄດ້ໂສມໜ້າໃໝ່ທີ່ໄດ້ປ່ຽນແປງໄປຕາມແຕ່ລະວັນ. ຜົນງານທີ່ມີບັນລຸໄດ້ຢູ່ທີ່ນີ້ ໄດ້ສະແດງໃຫ້ເຫັນຄວາມສາມັກຄີກັນ, ບືນຕົວຂຶ້ນຂອງປະຊາຊົນຢູ່ທີ່ນີ້, ດ້ວຍບັນດານະໂຍບາຍຂອງພັກ, ລັດ, ຊາວເຜົ່າຈຳ ໄດ້ຮ່ວມແຮງຮ່ວມໃຈກັນ ກໍ່ສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບສວຍງາມ ແລະ ໃຫ່ຍໂຕໂອໂຖງ.

 

 

 

 

 

 



ຕອບກັບ

ຂ່າວ/ບົດ​ອື່ນ