ການປ່ຽນໃໝ່ຢູ່ນະຄອນໂຮ່ຈີມິນ ພາຍຫຼັງ 3 ປີແຫ່ງການກໍ່ສ້າງຊົນນະບົດໃໝ່

ການປ່ຽນໃໝ່ຢູ່ນະຄອນໂຮ່ຈີມິນ ພາຍຫຼັງ 3 ປີແຫ່ງການກໍ່ສ້າງຊົນນະບົດໃໝ່ - ảnh 1

ສຳນັກງານຄະນະກຳມະການປະຊາຊົນ ຊວນ​ເທີ໋ຍ​ເທື້ອງ

(ພາບ: http:tapchidoanhnghiep.unescovtt.com)

(vovworld) - ດ້ວຍ​ທິດ​ນຳ “ລະ​ດົມ​ກຳ​ລັງ​ພາຍ​ໃນ​ຢູ່​ກັບ​ທີ່, ​ລະ​ດົມກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ”, ພາຍຫຼັງ 3 ປີ ແຫ່ງ​ການ​ປະ​ຕິ​ບັດ​ທົດ​ລອງ​ຮູບ​ແບບ​ກໍ່​ສ້າງຊົນ​ນະ​ບົດ​ໃໝ່​ຢູ່ 6 ຕາ​ແສງ​ຄື: ເຕິນ​ເຍຶດ (ເມືອງ​ບິ່ງ​ແຈ໋ງ), ທ້າຍມີ້, ເຕິນ​ທົງ​ໂຫ້ຍ (ເມືອງ​ກູ​ຈີ), ເຍິນ​ດຶກ (ເມືອງ​ຍ່າ​ແບ່), ຫຼີ​ເຍິນ (ເມືອງ​ເກິ່ນ​ເຢີ່), ຊວນ​ເ​ທີ໋ຍ​ເທື້ອງ (ເມືອງ​ຮອກ​ມົນ) ນະ​ຄອນໂຮ່​ຈີ​ມິນ.  ບັນ​ດາ​ຄາດ​ໝາຍ​ກ່ຽວ​ກັບ​​ການ​ກໍ່​ສ້າງຊົນ​ນະ​ບົດ​ໃໝ່ຕາມ​ມາດ​ຖານ​ຂອງ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານ​ແລ້ວ. ປະ​ສິດ​ທິ​ຜົນ​ຕົວ​ຈິງ​ດັ່ງ​ກ່າວໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນ ແລະ ເຫັນ​ດີ​ເຫັນ​ພ້ອມ​ສູງ​ກັບ​ແຜນ​ນະ​ໂຍ​ບາຍ​ດັ່ງ​ກ່າວ.

        ທ່ານ​ຟ້າມ​ວັນ​ກ໋າວ, ອາ​ຍຸ 72 ປີ, ຢູ່​ບ້ານ 1, ຊວນ​ເທີ໋ຍ​ເທື້ອງ, ແມ່ນ​ຜູ້​ເຫັນ​ປະ​ຈັກ​ຕາ​ການ​ປ່ຽນ​ໃໝ່​ຢູ່​ເຂດນີ້​ຜ່ານ​ແຕ່​ລະ​ໄລ​ຍະ. ເມື່ອ​ຕາ​ແສງ​ປະ​ຕິ​ບັດ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ທ່ານ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ທຳ​ອິດ​ໄດ້​ສະ​ຫງວນ​ທີ່​ດິນ 200 ຕາ​ລາງ​ແມັດ ເພື່ອ​ປະ​ກອບ​ສ່ວນ​ເປີດ​ເສັ້ນ​ທາງ​ໃນ​ໝູ່​ບ້ານ, ຕາ​ແສງໃຫ້​ໃຫ​ຍ່​ໂຕ ແລະ ສວຍ​ງາມກວ່າ. ບໍ່​ພຽງ​ແຕ່​ຢູ​ຊວນ​ເທີ໋ຍ​ເທື້ອງ ເທົ່າ​ນັ້ນ, ຫາກ​ຢູ່ 6 ຕາ​ແສງທີ່​ປະ​ຕິ​ບັດ​ທົດ​ລອງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຂອງ​ນະ​ຄອນ ໄດ້​ມີກວ່າ 7000 ຄອບ​ຄົວ​ປກອບ​ທີ່​ດິນກວ່າ 725 ຕາ​ລ​າງ​ແມັດ, ດ້ວຍມູນ​ຄ່າກວ່າ 615 ຕຶ້​ດົ່ງ ເພື່ອ​ກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ - ສັງ​ຄົມ. ທ່ານ​ຟ້າມ​ວັນ​ກ໋າວ, ໃຫ້​ຮູ້​ວ່າ:

        “ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ນີ້​ ໂດຍລັດ ແລະ ປະ​ຊາ​ຊົນ​ພ້ອມ​ກັນ​ເຮັດ. ສຳ​ລັບ​ຄອບ​ຄົວ​ຂ້າ​ພະ​ເຈົ້າ, ທັງ​ສອງ​ເສັ້ນ​ທາງ​​ລ້ວນ​ແຕ່ໄປ​ຜ່ານ​ເນື້ອ​ທີ່​ດິນ​ຂອງ​ຄອບ​ຄົວ​, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ສະ​ຫງວນ​ທີ່​ດິນ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນກໍ່​ສ້າງ​​ເສັ້ນທາງໃຫ້​ໃຫ​ຍ່​ໂຕ ແລະ ສວຍ​ງາມກວ່າ. ປະ​ຈຸ​ບັນ ໂສມ​ໜ້າ​ຂອງ​ຕາ​ແສງ​ໄດ້​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ​ແລ້ວ, ມີ​ໄຟ​ຟ້າ, ມີ​ລະ​ບົບ​ຊົນ​ລະ​ປະ​ທານ, ​ມີ​ໂຮງ​ຮຽນ, ປະ​ຊາ​ຊົນ​ໃນ​ໝູ່​ບ້ານ​ມີ​ຄວາມ​ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິງ​ກັນ ແລະ​ກັນ”.

ການປ່ຽນໃໝ່ຢູ່ນະຄອນໂຮ່ຈີມິນ ພາຍຫຼັງ 3 ປີແຫ່ງການກໍ່ສ້າງຊົນນະບົດໃໝ່ - ảnh 2

       
     ພາຍຫຼັງ 3 ປີ ແຫ່ງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, 6 ຕາ​ແສງ​ຂອງ​ນະ​ຄອນ​ໂຮ່​ຈີ​ມິນ​ ສາ​ມາດ​ກໍ່​ສ້າງ​ໄດ້​ເກືອບ 1000 ກິດ​ຈະ​ກຳ, ໃນ​ນັ້ນ​ມີປະ​ມານ 240 ກິດ​ຈະ​ກຳ​ຄົມ​ມະ​ນາ​ຄົມ, 100 ກວ່າ​ກິດ​ຈະ​ກຳ​ຊົນ​ລະ​ປະ​ທານ, ລົບ​ລ້າງ​ເຮືອນ​​ປະ​ຖົມ​ປະ​ຖານ​ໄດ້ 430 ຫຼັງ ດ້ວຍຍອດ​ມູນ​ຄ່າ​ລົງ​ທຶນ​ເກືອບ 2000 ຕື້​ດົ່ງ, ໃນ​ນັ້ນ 34% ແມ່ນ​ທຶນ​ປະ​ກອບ​ຂອງ​ປະ​ຊາ​ຊົນ. ມາ​ຮອດ​ປະ​ຈຸ​ບັນ,  ຕາ​ແສງ ເຕິນ​ທົງ​ໂຫ້ຍ ແລະ ທ໋າຍມີ້ ບັນ​ລຸ​ໄດ້ 19/19 ມາດ​ຖານ​ແລ້ວ, ສ່ວນ 4 ຕາ​ແສງ​ຍັງ​ເຫຼືອ​ບັນ​ລຸ​ໄດ້ 17/19 ມາດ​ຖານ. ບັນ​ດາ​ມາດ​ຖານ​ສົ່ງ​ເສີມ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ກະ​ສີ​ກຳ ໄດ້​ປະ​ກອບ​ສ່ວນ​ເພີ່ມ​ມູນ​ຄ່າ​ການ​ຜະ​ລິດ​ໃນ​ເນື້ອ​ທີ່​ດຽວ​ກັນ​ຂຶ້ນ 172%/ປີ ເມື່ອ​ທຽບ​ໃສ່​ໄລ​ຍະ​ກ່ອນ​ປະ​ຕິ​ບັດ​ໂຄງ​ການ, ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີ​ກອນ​ຂຶ້ນ​ແຕ່ 4 – 5 ລ້ານ​ດົ່ງ/ເດືອນ.

        ດ້ວຍ​ມາດ​ຖານ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ບໍ່​ພຽງ​ແຕ່​ແມ່ນ​ກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ພື້ນ​ຖານ​ໂຄງ​ລ່າງ​ເທົ່າ​ນັ້ນ, ຫາກ​ສຳ​ຄັນ​ກວ່າ​ແມ່ນຕ້ອງ​ຍົກ​ສູງ​ຊີ​ວິ​ດທາງ​ດ້ານ​ວັດ​ທະ​ນະ​ທຳ​ໃຫ້ປະ​ຊາ​ຊົນ ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​ໃຫ້​ສະ​ອາດ​ສວຍ​ງາມກວ່າ. ຍ້ອນ​ເຫດ​ນັ້ນ, ​ຍາ​ມ​ໃດບັນ​ດາ​ຕາ​ແສງ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ຍູ້​ແຮງ​ການ​ຜະ​ລິດ, ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ອັນ​ລະ​ອຽດ. ທ່ານ​ນາງ ຫງວຽນ​ທິ​ຮ່​ວາງ​ແອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຕາ​ແສງ​ເຍິນ​ດຶກ, ເມືອງ​ຍ່າ​ແບ່, ຖື​ວ່າ:

        “ເພື່ອ​ປະ​ຕິ​ບັດ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແບບ​ຍືນ​ຍົງ, ຕາ​ແສງ​ເຍິນ​ດຶກ ຂົນ​ຂວາຍ​ປະ​ຊາ​ຊົນ​ຮຽນ​ຕົວ​ໜັງ​ສື, ຮຽນ​ວິ​ຊາ​ຊີບ ແລະ ແກ້​ໄຂວຽກ​ເຮັດ​ງານ​ທຳ. ຖ້າ​ຫາກ​ປະ​ຕິ​ບັດ​ການ​ຫັນ​ປ່ຽນ, ແຕ່​ຜູ້​ອອກ​ແຮງ​ງານ​ບໍ່​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ດ້ານ​ວິ​ຊາ​ຊີບ ແລະ ມີ​ວຽກ​ເຮັດ​ງານ​ທຳ, ເຂົາ​ເຈົ້າ​ພຽງ​ແຕ່​ເຮັດ​ວຽກ​ງານ​ທຳ​ມະ​ດາ​ໄດ້​ເທົ່າ​ນັ້ນ ແລະ ລາຍ​ຮັບ​ກໍ່​ຕ່ຳ, ຄື​ແນວ​ນັ້ນ​ແມ່ນ​ບໍ່​ທັນ​ບັນ​ລຸ​ໄດ້​ຈຸດ​ໝາຍ​ທີ່​ໄດ້​ວາງ​ອອກ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຂົນ​ຂວາຍ​ທຸກ​ແຫຼ່ງ​ກຳ​ລັງ​ໃນ​ສັງ​ຄົມ​ໜູນ​ຊ່ວຍ​​ສິນ​ເຊື່ອ​ໃຫ້​ນັກ​ຮຽນ​ທີ່​ທຸກ​ຍາກ ແລະ ປະ​ຊາ​ຊົນ ເພື່ອມີ​ທຶນ​ທຳ​ການ​ຜະ​ລິດ”.

ການປ່ຽນໃໝ່ຢູ່ນະຄອນໂຮ່ຈີມິນ ພາຍຫຼັງ 3 ປີແຫ່ງການກໍ່ສ້າງຊົນນະບົດໃໝ່ - ảnh 3

(ຕະຫຼາດຊວນ​ເທີ໋ຍ​ເທື້ອງ)

        ຜ່ານ 3 ປີ ແຫ່ງ​ການ​ປະ​ຕິ​ການ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ສາ​ມາດ​ເຫັນ​ໄດ້​ວ່າ, ແຜນ​ນະ​ໂຍ​ບາຍ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ໄດ້​ເປັນ​ການ​ປຸກ​ລຸກ ແລະ ເສີມຂະ​ຫ​ຍາຍ​ກຳ​ລັງ​ພາຍ​ໃນ​ຂອງ​ປະ​ຊາ​ຊົນ​ຢູ່​ຕາ​ແສງ​ຕ່າງໆ. ນີ້​ແມ່ນ​ພື້ນ​ຖານ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ສືບ​ຕໍ່​ປະ​ຕິ​ບັດ, ຂະ​ຫ​ຍາຍ​ຮູບ​ແບບ​ຊົນ​ນະ​ບົດ​ໃໝ່​ອອກ​ສູ່ 50 ຕາ​ແສງ​ທີ່​ຍັງ​ເຫຼືອ ເພື່ອ​ຮອດ​ປີ 2015, ທັງ 56/56 ຕາ​ແສງ​ຂອງ​ນະ​ຄອນ​ຈະ​ບັນ​ລຸ​ໄດ້ 19 ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ເພື່ອ​ບັນ​ລຸ​ໄດ້​ຈຸດ​ໝາຍ​ດັ່ງ​ກ່າວ, ທາງ​ນະ​ຄອນ​ສຸມ​ໃສ່​ພັດ​ທະ​ນາ​ຊົນ​ນະ​ບົດ​ຕົວ​ເມືອງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ໝັ້ນ​ຄົງ ໂດຍ​ຜ່ານ​ການ​ປະ​ຕິ​ບັດ​ສຳ​ເລັດ​ກົນ​ໄກ, ນະ​ໂຍ​ບາຍ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ຊົນ​ນະ​ບົດ, ໜູນ​ຊ່ວຍ​ຊາວ​ກະ​ສີ​ກອນ​ຮ່ວມ​ສຳ​ພັນ​ທຳ​ການ​ຜະ​ລິດ ແລະ ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ. ​ພາຍຫຼັງ 3 ປີ ແຫ່ງ​ການ​ປະ​ຕິ​ບັດ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ, ໂສມ​ໜ້າ​ຊົນ​ນະ​ບົດ​ນັບ​ມື້​ນັບ​ເຕີບ​ໂຕ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ແມ່ນ​ແຜນ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ, ນຳ​ມາ​ເຊິ່ງ​ຊີ​ວິດ​ທີ​ດີ​ງານກວ່າ​ໃຫ້​ແກ່​ຊາວ​ກະ​ສີ​ກອນ.

ຕອບກັບ

ຂ່າວ/ບົດ​ອື່ນ