ການພັດທະນາກະສິກຳແບບສະຫຼາດຢູ່ຫວຽດນາມ

(vovworld) - ຫວຽດນາມ ​ມີ​ເງືອ່ນ​ໄຂ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ກະສິກຳ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຈຳນວນ​ວິ​ສາ​ຫະກິດ​ທີ່​ເຂົ້າ​ຮ່ວມ​ການ​ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ​ໃນ​ການ​ຜະລິດ​ກະສິກຳ​ພັດ​ບໍ່​ຫຼາຍ, ພິ​ເສດ​ແມ່ນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ (​ໄອ​ທີ) ​​ເຂົ້າ​ໃນ​ການ​ພັດທະນາ​ກະສິກຳ.

ການພັດທະນາກະສິກຳແບບສະຫຼາດຢູ່ຫວຽດນາມ - ảnh 1

 (ພາບປະກອບ)

​ໃນ​ເກືອ​ບ 2 ປີຜ່ານມາ, ກຸ່ມ​ບໍລິສັດ​ໂທລະ​ຄົມ​ກອງທັບ Viettel ​ໄດ້​ສະໜອງ​ມາດ​ຕະການ Agri.one ​ໃຫ້​ຊາວ​ກະສິກອນ, ພໍ່ຄ້າ​ຊາວ​ຂາຍ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ. ນີ້​ແມ່ນ​ລະບົບ​ຂໍ້​ມູນ​ຂ່າວ​ເອ​ເລກ​ໂຕ​ນິກ ​ເພື່ອ​ແນ​ໃສ່​ໃຫ້​ຄຳ​ປຶກສາ​ແກ່​ຊາວ​ກະສິກອນ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສັງ​ລວມ​ເຊັ່ນ: ການ​ກູ້​ຢືມ​ທຶນ, ການ​ເລືອກ​ເຟັ້ນ​ແນວ​ພັນ, ການ​ແນະນຳ​ດ້ານ​ເຕັກນິກ​ລ້ຽງ, ປູກ, ຂ່າວ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ, ບົດຮຽນ​ໃນ​ການ​ຄວບ​ຄູ​ມພະຍາດ​ໃຫ້​ສັດລ້ຽງ ​ແລະ ​ໄມ້​ປູກ… ປະຈຸ​ບັນ, ​ໄດ້​ມີ​ລູກ​ຄ້າ 1,2 ລ້ານ​ຄົນ​ນຳ​ໃຊ້ Agri.one, ​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນບັນດາ​ການ​ບໍລິການ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສຳລັບ​ຕົ້ນ​ເຂົ້າ, ກຸ້ງ, ປາ ​ແລະ ກາ​ເຟ. ທ່ານ​ບູ່​ຍກວາງ​ຮູ​ຍ, ຜູ້ອຳນວຍການ​ສູນ​ພັດທະນາ​ການ​ບໍລິການ​ໃໝ່, ພາກສ່ວນ​​ໄອ​ທີ ​ແລະ ​ໂທລະ​ຄົມ​ໃຫ້​ຮູ້​ວ່າ, ​ໃນ​ຕໍ່ໜ້າ​ Viettel ຈະ​ເປີດ​ກວ້າງ​ການ​ບໍລິການ​ນີ້​ອອກ​ສູ່ 5 ​ແຂວງ​ໃນ​ເຂດ ​ໄຕ​ງວຽນ, 6 ​ແຂວງ​ທິດຕາ​ເວັນ​ອອກ​ພາກ​ໃຕ້ ​ແລະ ​ໃນ​ອະນາຄົດ​ຈະ​ສະໜອງ​ການ​ບໍລິການ​ໃຫ້​ທົ່ວ​ປະ​ເທດ.

“ຖ້າ​ນຳ​ໃຊ້​​ໄອ​ທີ​ໃນ​ຂົງ​ເຂດ​ກະສິກຳ ຈະ​ຊ່ວຍ​ເພີ່ມຈີ​ດີ​ພີຫຼາຍ​ພໍ​ສົມຄວນ. ​ແຕ່ຊາວ​ກະ​ສິກ​ອນຢູ່​ເຂດ​ຊົນນະບົດ, ພິ​ເສດ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ພັດ​ບໍ່​ຮູ້ຈັກ​ເຖິງ​ໄອ​ທີ​ເທື່ອ. ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຄິດ​ວ່າ​ຄວນ​ນຳ​ເອົາ​ໄອ​ທີ​ເຖິງ​ຊາວ​ກະສິກອນ​ເພື່ອ​ໃຫ້​ເຂົາ​ເຈົ້າ​ທັງ​ພັດທະນາ​ເສດຖະກິດ, ສັງຄົມ, ທັງ​ຊ່ວຍ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ຊາວ​ກະສິກອນ“.

ຢູ່​ຫວຽດນາມ, ກຸ່ມ​ບໍລິສັດ​ນຳ້ນົມ TH ​ໄດ້​ລົງທຶນ​ປະ​ກອບ​ລະບົບ​ຄຸ້ມ​ຄອງ​ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ຂັ້ນ​ຕອນ​ການ​ຜະລິດ​ຄົບ​ວົງ​ຈອນ, ຈາກ​ການ​ປູກ​ຫຍ້າ, ປຸດ​ສ້າງ​ຄອກ, ຟາ​ມ, ຕະຫຼອດ​ຮອດ​ການ​ແຈກ​ຢາຍ​ຜະລິດ​ຕະພັນ​ເຖິງ​ຜູ້​ຊົມ​ໃຊ້. ດັ່ງ​ນັ້ນ​ລະບົບ​ຄອກ​ຟ້າ​ມ TH ​ຖືກ​ຈັດ​ເຂົ້າ​ຄອມ​ພິວ​ເຕີ​ 100%. ຝູງ​ງົວ​ໄດ້​ຮັບ​ການ​ເບິ່ງ​ແຍງ​ສຸຂະພາບ​ດ້ວຍ​ລະບົບຊີບ​ທັນ​ສະ​ໄໝ​ທີ່​ຕິດ​ຢູ່​ຕີນ…

ບໍລິສັດ​ຫຸ້ນ​ສ່ວນ​ໂທລະ​ຄົມ FPT ​ໄດ້​ຮ່ວມ​ມື​ກັບ​ກຸ່ມ​ບໍລິສັດ Fujitsu ຂອງ​ຍີ່ປຸ່ນ ​ເພື່ອ​ກໍ່ສ້າງ​ບັນດາ​ເຂດ​ກະສິກຳ​ທີ່​ເປັນ​ແບບຢ່າງ​ໃນ​ການ​ນຳ​ໃຊ້​ມາດ​ຕະການ​ຄຸ້ມ​ຄອງ​ກະສິກຳ Akisai ຢູ່ ຢາ​ເລິ​ມ - ຮ່າ​ໂນ້ຍ ​ແລະ ​ເຂດ​ອຸດສາຫະກຳ​ສູງ​ນະຄອນ ໂຮ່ຈິ​ມີນ ​ໃນ 2 ປີ 2015-2016. ຕາມ​ນັ້ນ​ແລ້ວ, ບັນດາ​ມາດ​ຕະການ ​ໄອ​ທີ ຈະ​ໄດ້​ຮັບ​ການ​ນຳ​ໃຊ້ ​ເພື່ອ​ແນ​ໃສ່​​ເຮັດ​ໃຫ້​ວິວັດ​ການ​ປູກຕົ້ນ​ໄມ້​ແຕ່ລະ​ແນວພັນ, ສະຖານ​ທີ່​ປູກຝັງ…​ດີ​ທີ່​ສຸດ, ຊ່ວຍ​ຮັກສາ​ສະມັດ​ຕະພາບ​ເປັນ​ປົກກະຕິ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ອີກ. ຊາວ​ກະສິກອນ​ອັບ​ເດັດ​ບັນດາ​ຂໍ້​ມູນ​ເພື່ອ​ວາງ​ແຜນ​ບົວລະບັດ​ຕົ້ນ​ໄມ້ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ງ້ວນ​ດິນ. ທ່ານ ​ເຈືອງ​ຢາ​ບິ່ງ, ປະທານ​ສະພາ​ຄຸ້ມ​ຄອງ​ບໍລິສັດ​ຫຸ້ນ​ສ່ວນ​ໂທລະ​ຄົມ FPT, ​ໃຫ້​ຮູ້​ວ່າ:

“ກະສິກຳ​​ແບບ​ສະຫຼາດ​ແມ່ນ​ບາດກ້າວ​ບຸກທະລຸ, ​ເພື່ອ​ເພີ່ມ​ສະມັດ​ຕະພາບ​ແຮງ​ງານ​ໃຫ້​ສູງ​ຂຶ້ນ​ທົບ​ຫຼາຍ​ເທົ່າ, ​ເຮັດ​ໃຫ້ການ​ພັດທະນາ​ກະສິກຳ​ຕິດ​ພັນ​ກັບ​ບັນດາ​ຂະ​ແໜງ​ເສດຖະກິດ, ສັງຄົມ​ອື່ນໆ, ສ້າງ​ມູນ​ຄ່າ​ເພີ່ມ ​ແລະ ອົງການ​ໃໝ່​ໃຫ້​ກະສິກຳ. ສິ່ງ​ດັ່ງກ່າວ​ຊ່ວຍ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຊາດ ​ເພື່ອ​ໃຫ້​ຫວຽດນາມ ​ສາມາດ​ກາຍ​ເປັນ​ສາງ​ອາຫານ​ແບບ​ສະຫຼາດ, ມີ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ​ໂຄງ​ລ່າງ​ສະຫຼາດ, ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ ​ແລະ ​ແມ່ນ​ທາງ​ຄົມມະນາຄົມ​ຂອງ​ໂລກ“.

ຫວຽດນາມ ​ແມ່ນ​ປະ​ເທດ​ກະສິກຳ ທີ່​ມີ​ພື້ນຖານໄອ​ທີ​ ພັດທະນາ, ອັດຕາ​ສ່ວນ​ຊາວ​ກະສິກອນ​ນຳ​ໃຊ້​ໂທລະສັບ​ມື​ຖື, ​ເຊື່ອມ​ຕໍ່​ອິນ​ເຕີ​ແນ​ດສາຍ​ກາບ​ແມ່ນສູງ​ພໍ​ສົມຄວນ. ​ແຕ່​ເລື່ອງ​ນຳ​ໃຊ້​ໄອ​ທີ​ ຂອງ​ຊາວ​ກະສິກອນ​ຢູ່​ເຂດ​ຊົນນະບົດ​ຍັງຈຳກັດ​ຢູ່, ມີ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນນຳ​ໃຊ້​ໄອ​ທີ​ ໃນ​ຂົງ​ເຂດ​ກະສິກຳ. ດັ່ງ​ນັ້ນ​ລັດຖະບານ​ໄດ້ ​ແລະ ພວມ​ກຳນົດ​ທິດ​ພັດທະນາ​ມະຫາ​ພາກ, ສົ່ງ​ເສີມ​ທົ່ວສັງຄົມ​ດຶງ​ດູດບັນດາ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ. ​ເລື່ອງ​ນຳ​ໃຊ້ໄອ​ທີ ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ ບໍ່​ພຽງ​ແຕ່​ສ້າງ​ເງື່ອນ​ໄຂ​ໃຫ້​ຂະ​ແໜງ​ໄອ​ທີ​ ສືບ​ຕໍ່​ພັດທະນາ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ກາລະ​ໂອກາດ​ຢ່າງ​ໃຫຍ່​ຫຼວງ ​ເພື່ອ​ພັດທະນາ​ພື້ນຖານ​ກະສິກຳ​ສະຫຼາດ​ຢູ່​ຫວຽດນາມ ອີກ​ດ້ວຍ.

       

ຕອບກັບ

ຂ່າວ/ບົດ​ອື່ນ