ການເຕີບໂຕໃນຂະບວນການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງກວາງນາມ


(vovworld) - ​ໂດຍ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ກວາງ​ນາມ​ໄດ້​ລົງທຶນ​ເກືອບ 13.000 ຕື້​ດົ່ງ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພ້ອມ​ກັບ​ການ​ໜູນ​ຊ່ວຍ​ຂອງ​ລັດ; ນັບ​ພັນ​ຄອບຄົວຊາວ​ກະ​ສີກ​ອນ​ໄດ້​ບໍລິຈາກ​ທີ່​ດິນ, ປະກອບ​ເຫື່ອ​ແຮງ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ​ລະຫວ່າງ​ຕາ​ແສງ, ບ້ານ…ຍ້ອນ​ເຫດ​ນັ້ນ, ​ໂສມ​ໜ້າ​ຊົນນະບົດ​ຢູ່​ແຂວງ​ກວາງ​ນາມ​ຈຶ່ງ​ນັບ​ມື້​ນັບພັດທະນາ.

ການເຕີບໂຕໃນຂະບວນການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງກວາງນາມ - ảnh 1
ການກໍ່​ສ້າງ​ທາງ​ເບ​ຕົງ​ໃນ​ລາຍ​ການກໍ່​ສ້າງ​ຊ​ົນ​ນະ​ບົດ​ໃໝ່
(ພາບ​ປະ​ກອບ)

        ຕາ​ແສງ​ດ້ຽນຈູງ, ​ເມືອງ​ດ້ຽນບ່ານ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເປັນຕາ​ແສງ​ແບບຢ່າງ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ເບື້ອງ​ຕົ້ນ​ເ​ເຫ່ງການ​ຜັນ​ຂະຫຍາຍ​ຂະ​ບວນການ, ຕາ​ແສງ​ດ້ຽນຈູງ ​ໄດ້​ສຸມ​ໃສ່​ລະດົມ​ແຫຼ່ງທຶນ​ກໍ່ສ້າງ​ຊົນນະບົດ​ໃໝ່. ຕາມ​ນັ້ນ​ແລ້ວ, ຕາ​ແສງ​ໄດ້​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ທາງ​ເບ​ຕົງ​ຢູ່​ຕາມ​ເຂດ​ທົ່ງ​ນາ, ກໍ່ສ້າງ​ຄອງ​ເໝືອງ, ຮັບປະກັນ​ບັນດາ​ມາດຖານ​ກ່ຽວ​ກັບ​ທາງ​ຄົມມະນາຄົມ, ຊົນລະປະທານ. ​ໃນ​ການ​ພັດທະນາ​ກະ​ສີ​ກຳ, ຕາ​ແສງ​ດ້ຽນຈູງ​ໄດ້​ຮຽກຮ້ອງ​ສະຫະກອນ​ຕ່າງໆ​ຮ່ວມ​ສຳພັນ​ກັບ​ບັນດາ​ວິ​ສາ​ຫະກິດ​ເກັບ​ຊື້, ຜະລິດ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ. ປະຈຸ​ບັນ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຢູ່​ຕາ​ແສງ​ແມ່ນ 22-24 ລ້ານ​ດົ່ງ/ຄົນ/ປີ, ອັດຕາ​ຄອບຄົວ​ທຸກ​ຍາກ​ຫຼຸດ​ລົງ​ເຫຼືອ​ພຽງ 3%. ຕາ​ແສງ​ດ້ຽນຈູງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕາ​ແສງ​ທຳ​ອິດ​ຂອງ​ແຂວງ​ກວາງ​ນາມ ປະຕິບັດ​ສຳ​ເລັດ 19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ດ່ວານ​ເລື້ອ​ງ, ຊາວ​ຕາ​ແສງ​ຢູຍຈູງ, ​ເມືອງ​ດ້ຽນບ່ານ, ຖື​ວ່າ:

        “ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ. ກ່ອນ​ນີ້​ແມ່ນ​ເຮັດ​ນາ​​ແບບ​ກະ​ແຈກ​ກະຈາຍ ​ແຕ່​ປະຈຸ​ບັນ​ໄດ້​ທ້ອນ​ໂຮມ​ໃນ​ເນື້ອ​ທີ່​ໃຫຍ່ ມີ​ຄວາມ​ສະດວກ​ໃນ​ການ​ເກັບ​ກ່ຽວ. ​ໃນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ປະ​ກອບ​ທີ່​ດິນ​ຫຼາຍ​ພໍ​ສົມຄວນ​ເພື່ອ​ການ​ພັດທະນາ​ລວມຂອງ​ສັງຄົມ“.

        ພ້ອມ​ກັບ​ປະຊາຊົນ​ເມືອງ​ດ້ຽນບ່ານ, ປະຊາຊົນ​ບັນດາ​ຕາ​ແສງ​ຢູຍຮ່ວາ, ຢູຍຈິງ, ຢູຍ​ເຊີນ, ຢູຍ​ເຟືອ​ກ, ​ເມືອງ​ຢູຍຊວຽນ. ກໍ່​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່. ມາ​ຮອດ​ປະຈຸ​ບັນ, ຕາ​ແສງ​ເຫຼົ່າ​ນັ້ນ​ໄດ້​ປະຕິບັດ​ສຳ​ເລັດ 17/19 ມາດຖານ. ທ່ານ ຫງວຽນ​ວັນ​ຈ໋ຽນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຢູຍຈິງ, ​ເມືອງ​ຢູຍຊວຽນ, ​ແຂວງ​ກວາງ​ນາມ, ​ໃຫ້​ຮູ້ວ່າ, ຍ້ອນ​​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກປະຊາຊົນ​, ດັ່ງ​ນັ້ນ​ຕາ​ແສງ​ຢູຍຈິງ ຈຶ່ງ​ບັນລຸ​ໄດ້ຜົນ​ງານ​ຄື​ດັ່ງກ່າວ, ສ່ວນ​ສອງ​ມາດຖານ​ທີ່​ຍັງ​ບໍ່​ທັນ​ສຳ​ເລັດ​ແມ່ນ​ຊົນລະປະທານ ​ແລະ ຕະຫຼາດ​ນັ້ນ, ທາງ​ຕາ​ແສງ​ຈະ​ພະຍາຍາມ​ເພື່ອ​ປະຕິບັດ​ໃຫ້​ສຳ​ເລັດ​ໃນ​ທ້າຍ​ປີ​ນີ້:

        “ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທ້ອງ​ຖີ່​ນ, ຕາ​ແສງ​ຢູຍຈິງ​ໃກ້​ຈະ​ບັນລຸ​ໄດ້​ທຸກ​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ເພື່ອ​ບັນລຸ​ໄດ້​ບັນດາ​ມາດຖານ​ທີ່​ຍັງ​ເຫຼືອ ​ແມ່ນ​ຈຳ​ເປັນ​ຕ້ອງ​ມີ​ການ​ລົງທຶນ, ລະດົມ​ກຳລັງ​ແຮງ​ຂອງ​ປະຊາຊົນ, ລັດ​ມີແຕ່ຊ່ວຍ​​ເຫຼືອ​ສ່ວນ​ໜຶ່ງ​ໃນ​ການ​ກໍ່ສ້າງ​ລະບົບ​ໄຟຟ້າ​ເຍືອງ​ທາງ​ເທົ່າ​ນັ້ນ. ປະຈຸ​ບັນ, ບັນດາ​ສາຍ​ທາງ​ຈາກ​ຕາ​ແສງ​​ໄປ​ຍັງໝູ່ບ້ານ ລ້ວນ​ແຕ່​ມີ​ໄຟຟ້າ​ເຍືອງ​ທາງ ​ແລະ ສະອາດ​ຄື​ຢູ່​ຖະໜົນ​ສາຍ​ໃຫຍ່ .

        ​ຜົນສຳ​ເລັດ​ໃນ​ການ​ກໍ່ສ້າງ​ຊົນນະ​ບົດ​ໃໝ່​ຢູ່​ເມືອງ​ຢູຍຊວຽນ ​ແມ່ນ​ຕ້ອງ​ເວົ້າ​ເຖິງ​ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່. ນັບ​ແຕ່​ມີ​ແຜນ​ນະ​ໂຍບາຍ​ຂອງ​ລັດ, ​ເມືອງ​ຢູຍຊວຽນ ​ໄດ້​ປະຕິບັດ​ວຽກ​ງານ​ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ຫັນປ່ຽນ​ຜົນລະປູກ, ຕິດ​ພັນ​ກັບ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ກໍ່ສ້າງ​ທາງ​ ​ໃນ​ເຂດ​ທົ່ງ​ນາ ​ແລະ ກໍ່ສ້າງ​ຄອງ​ເໝືອງ; ນຳ​ໃຊ້​ກົນ​ຈັກ​ກໍ່​ຄື​ຄວາມ​ກ້າວໜ້າ​ທາງ​ດ້ານ​ວິທະຍາສາດ - ​ເຕັກນິກ​ ໃນການ​ຜະລິດ​ຢູ່​​ເຂດ​ທົ່ງ​ນາ​ຂະໜາດ​ໃຫຍ່. ຍ້ອນ​ຜະລິດ​ເຂົ້າ​ຕາມ​ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່, ຊາວ​ກະ​ສີກ​ອນ​ເມືອງ​ຢູຍຊວຽນ ຈຶ່ງ​ປະຢັດ​ໄດ້​ຄ່າ​ແນວ​ພັນ, ຄ່າ​ເຮັດ​ດິນ, ຫົດນຳ້… ປະຈຸ​ບັນ, ມີ​ທົ່ງ​ນາ​ຂະໜາດ​ໃຫຍ່​ຫຼາຍ​ແຫ່ງ​ຢູ່​ຢູຍຊວຽນ​ໄດ້​ຫັນ​ຜົນລະປູກ​ຈາກ​ການ​ປູກ​ເຂົ້າ​ມາ​ປູກ​ໝາກ​ເຜັດ, ໝາກ​ໂມ, ໝາກ​ຖົ່ວດິນ, ສາລີ… ສ້າງ​ລາຍ​ຮັບ​ໄດ້​ແຕ່ 150 – 250 ລ້ານ​ດົ່ງ/​ເຮັກຕາ. ທ່ານ ວັນ​ບ໋າ​ນຳ, ຫົວໜ້າ​ໜ່ວຍ​ງານ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ເມືອງ​ຢູຍຊວຽນ, ​ແຂວງ​ກວາງ​ນາມ, ​ໃຫ້​ຮູ້​ວ່າ:

        “​ໃນ​ການກໍ່ສ້າງຊົນນະບົດ​ໃໝ່​ແມ່ນ​ຕ້ອງ​ປັບປຸງ​ເຂດ​ທົ່ງ​ນາ, ລົງທຶນ​ພື້ນຖານ​ໂຄງ​ລ່າງ ​ແລະ ກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ນຳ​ຄວາມ​ກ້າວໜ້າ​ດ້ານ​​ເຕັກ​ນິກ​ເຂົ້າ​ການ​ຫັນປ່ຽນ​ຜົນລະປູກ ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ການ​ຜະລິດ​ໃນ​ເນື້ອ​ທີ່ດຽວ ​ແລະ ກໍ່ສ້າງ​ຕາມ​ທິດ​ຮ່ວມ​ສຳພັນ​​ໃນ​ການ​ຜະລິດລະຫວ່າງ​ວິ​ສາ​ຫະກິດ​ກັບ​ຊາວ​ກະ​ສີກ​ອນ. ຜ່ານ 4 ປີ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໂສມ​ໜ້າ​ຊົນນະບົດ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ ​ແລະ ພັດທະນາ​ກວ່າ​ກ່ອນ​ນີ້“.

        ​ແຂວງ​ກວາງ​ນາມ​ສູ້​ຊົນ​ເຖິງ​ທ້າຍ​ປີ​ຈະ​ມີ 44 ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່, ​ເພື່ອ​ປະຕິບັດ​ສຳ​ເລັດ​ຄາດໝາຍ​ດັ່ງ​ກ່າວ, ທາງ​ທ້ອງ​ຖີ່​ນສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ ​ໂຄສະນາ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາຊົນ; ພ້ອມ​ທັງ​ຂົນຂວາຍ​ປະຊາຊົນ​ປະກອບ​ກຳລັງ​ເຫ່ືອ​ແຮງພ້ອມ​ກັນ​ກໍ່ສ້າງຊີວິດ​ໃນ​ເຂດ​ຊົນນະບົດ​​ໃຫ້​ນັບ​ມື້​ນັບ​ຮັ່ງມີ, ​ເຂັ້ມ​ແຂງ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ