ການແຮກສ່ຽວກັບໝູ່ບ້ານ ໄດ້ຊ່ວຍແຂວງດັກລັກພັດທະນາກະສີກຳຢ່າງໝັ້ນຄົງ


(vovworld) - ກ່ອນ​ນີ້ 10 ປີ, ​ແຂວງ​ດັກ​ລັກ ​ໄດ້​ມີ​ແຜນ​ນະ​ໂຍບາຍ​​ແຮກສ່ຽວ​ລະຫວ່າງບັນດາ​ອົງການ, ຫົວໜ່ວຍວິ​ສາ​ຫະກິດ​ກັບ​ບັນດາໝູ່​ບ້ານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ແຂວງ, ​ເພື່ອ​ແນ​ໃສ່​ຊຸກຍູ້​ວຽກ​ງານຫຼຸດຜ່ອນ​ຄວາມອຶດ​ຫີ​ວ, ທຸກ​ຍາກ, ຫຼ້າ​ຫຼັງ​ໃນ​ແຂວງ​. ​ແຜນ​ນະ​ໂຍບາຍ​ດັ່ງກ່າວ​ໄດ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ. ​ເມື່ອ​ບັນດາ​ຫົວໜ່ວຍ​ແຮກສ່ຽວ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ, ປະກອບສ່ວນ​ຍູ້​ໄວ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃຫ້​ໝັ້ນຄົງ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ປະຊາຊົນ​ເທື່ອ​ລະ​ກ້າວ.

ການແຮກສ່ຽວກັບໝູ່ບ້ານ ໄດ້ຊ່ວຍແຂວງດັກລັກພັດທະນາກະສີກຳຢ່າງໝັ້ນຄົງ - ảnh 1

ແຜນນະໂຍບາຍແຮກສ່ຽວລະຫວ່າງໝູ່ບ້ານນຳກັນ ໄດ້ນຳມາເຊິ່ງປະສິດທິຜົນ

ດ້ານເສດຖະກິດ - ສັງຄົມໃຫ້ແຂວງດັກລັກ

        ​ໄປ​ຕາມ​ຂົວ​ແຂວນ​ຂ້າມ​ຫ້ວຍ​ນຳ້ໃນ​ຍາມ​ນຳ້​ແກ່ງ, ທ່ານ Ama Toan ​ເຈົ້າ​ບ້ານ​ລຽງ, ​ໃຫ້​ຮູ້​ວ່າ, ນັບ​ແຕ່​ປີ 2006 ມາ​ຮອດ​ປະຈຸ​ບັນ, ຍ້ອນ​ມີ​ຂົວ​ແຫ່ງ​ນີ້, ​ເນື້ອທີ່​ດິນທັງ​ໝົດ 90 ​ເຮັກຕາ​ຢູ່​ຟາກ​ຟູ້ນຫ້ວຍ​ນ້ຳລ້ວນ​ແຕ່​ຖືກ​ນຳ​ເຂົ້າ​ຜະລິດ​ຢ່າງ​ມີ​ປະສິດທິ​ຜົນ, ​ເຮັດ​ໃຫ້​ຊີວິດ​ຂອງ​ຊາວ​ເຜົ່າ​ຢູ່​ບ້ານ​ລຽງ ​ນັບ​ມື້​ນັບ​ດີ​ຂຶ້ນ. ຂົວ​ແຫ່ງ​ນີ້​ໂດຍ​ບໍລິສັດ​ນຳ້ມັນ​ເຊື້ອ​ໄຟ ນາມ​ໄຕ​ງວຽນ, ​ເຊິ່ງ​ແມ່ນ​ຫົວໜ່ວຍ​ແຮກສ່ຽວ​ກັບ​ບ້ານ ກໍ່ສ້າງ, ​ເພື່ອ​ຊ່ວຍ​ປະຊາຊົນ​ໃນ​ບ້ານ​ໄປມາ​ຢ່າ​ງສະດວກ​ສະບາຍ. ບໍ່​ພຽງ​ແຕ່​ສ້າງ​ຂົວ​ເທົ່າ​ນັ້ນ, ຫົວໜ່ວຍ​ແຮກສ່ຽວ​ຍັງ​ຈັດ​ສົ່ງ​ກຳມະກອນ​ມາກ​ວດກາ, ບູລະນະ​ກິດຈະກຳ​ຂົວ​ແຂວນ​, ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ, ໜູນ​ຊ່ວຍ​ແນວ​ພັນປູກ ​ແລະ ສັດລ້ຽງ​​ເປັນ​ປະຈຳ, ​ແນ​ໃສ່​ຊ່ວຍ​ປະຊາຊົນ​ພັດທະນາ​ເສດຖະກິດ, ຮັບປະກັນ​ຊີວິດ​ເປັນ​ປົກກະຕິ. ທ່ານ Ama Toan, ​ແບ່ງປັນ​ວ່າ:

        “ຫົວໜ່ວຍ​ແຮກສ່ຽວ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອນັບ​ທັງ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​​ໃຫ້​ແກ່​ປະຊາຊົນ, ​ເຮັດ​ໃຫ້​ປະຊາຊົນ​ອຸ່ນ​ອ່ຽນ​ໃຈທຳ​ການ​ຜະລິດ, ບໍ່​ຟັງ​ຕາມຄຳ​ຍູ້ແຍ່​ແກ່​ດຶງ​ຂອງ​ພວກ​ບໍ່​ດີ, ​ເຊື່ອ​ໝັ້ນ​ຕໍ່​ພັກ, ລັດ. ດ້ວຍ​ການ​ຊ່ວຍ​ເຫຼືອ​ເປັນ​ປະຈຳ​ຂອງ​ບັນດາ​ຫົວໜ່ວຍ​ແຮກສ່ຽວ, ພໍ່​ແມ່​ປະຊາຊົນ​ໄດ້​ພະຍາຍາມ​ຮຳ່ຮຽນ​ດ້ານ​ວິທະຍາສາດ, ​ເຕັກນິກ​ໃນ​ການ​ປູກຝັງ ​ແລະ ລ້ຽງສັດ, ອັນ​ໄດ້​ປະກອບສ່ວນ​ຍົກ​ສູງ​ປະສິດ​ທິຜົນ​ໃນ​ການ​ຜະລິດ​ກະ​ສີ​ກຳຂຶ້ນຕື່ມ“.

        ພ້ອມ​ກັບ​ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ ດັກ​ເຟີ​ຍ, ການ​ປ່ຽນ​ແປງ​ຢູ່​ບ້ານ​ ປາຍ​ອາ ກໍ່​ຍ້ອນ​ມີ​ການ​ເຄື່ອນ​ໄຫວ​ແຮກສ່ຽວ. ທ່ານ ອີ​ທັນ​ລອງ​ຕືງ, ພະນັກງານ​ບ້ານ​ໃຫ້​ຮູ້​ວ່າ. ​ໃນ​ຊຸມ​ປີຜ່ານມາ, ຍ້ອນ​ມີ​ການ​ລົງທຶນ​​ເປັນ​ປະຈຳ​ຂອງ​ລັດ, ການ​ໜູນ​ຊ່ວຍ​ຂອງ​ຫົວໜ່ວຍ​ແຮກສ່ຽວ​ແມ່ນ​ບໍລິສັດ​ຂາ​​ເຂົ້າຂາ​ອອກ 2/9, ຊີວິດ​ຂອງພໍ່​ແມ່​ປະຊາຊົນນັບ​ມື້​ນັບ​ດີ​ຂຶ້ນ. ບັນດາ​ຄອບຄົວ​ໃນ​ບ້ານ​ສ່ວນ​ຫຼາຍ​ໄດ້​ມີ​ລະດັບ​ຄອງ​ຊີບ​ດີ​ພໍ​ສົມຄວນ:

        “ບໍລິສັດ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະຊາຊົນ, ຂົນຂວາຍ​ປະຊາຊົນ​ເຮັດ​ເສດຖະກິດ​ຄື​ປູກ​ກາ​ເຟ, ​ເຂົ້ານາ​ທາມ ​ແລະ ພືດ​ຫຼາຍ​ປະ​ເພດ. ປະຈຸ​ບັນ, ປະຊາຊົນ​ໄດ້​ມີ​ຄວາມ​ກ້າວໜ້າ, ຮັບປະກັນລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​, ​ແລະ ຊ່ວຍ​ຫຼາຍ​ຄອບຄົວ​ບືນ​ຕົວ​ຂຶ້ນ​​ເພື່ອ​ສ້າງຄວາມ​ຮັ່ງມີ“.

        ການ​ເຄື່ອນ​ໄຫວ​ແຮກສ່ຽວລະຫວ່າງ​ບັນດາ​ອົງການ, ຫົວໜ່ວຍ​ໃນ​ແຂວງກັບ​ບ້ານ​ຕ່າງໆ ບໍ່​ພຽງ​ແຕ່​ຊ່ວຍ​ປະຊາຊົນ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ປະຊາຊົນ​ໃນ​ບ້ານ​ກໍ່ສ້າງ​ພື້ນຖານ​ດ້ານ​ວັດຖຸ, ຮູ້​ນຳ​ໃຊ້​ເຕັກນິກ​ທີ່​ທັນ​ສະ​ໄໝ​ໃນ​ການ​ຜະລິດ​ກະ​ສີ​ກຳ​ອີກ​ດ້ວຍ. ​ເຮັດ​ໃຫ້​ສະມັດ​ຕະພາບ​ກາ​ເຟ​ເພີ່ມ​ຂຶ້ນ​​ເກືອບ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ກ່ອນ​ນັ້ນ,ຈາກ​ນັ້ນ​ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ທ່ານ ອີ​ປຽບ​ເອນ​ວນ, ​ເຈົ້າ​ບ້ານ ​ແອ​ອານາ, ​ໃຫ້​ຮູ້​ວ່າ:

        “ບໍລິສັດ​​ໄດ້​ໜູນ​ຊ່ວຍ​ປະຊາຊົນ​ທຸກ​ດ້າຫຼາຍ​ທີ່​ສຸດຄື: ຟຸ່ນ, ລະບົບ​ໄຟຟ້າ, ບັນດາ​ກິດຈະກຳ​ວັດທະນະທຳ​ກິລາ... ນັບ​ແຕ່​ປີ 2004 ມາ​ຮອດ​ປະຈຸ​ບັນ, ປະຊາຊົນ​ພວກ​ຂ້າພະ​ເຈົ້າ​ໄດ້​ປ່ຽນ​ແປງ​ການ​ພັດທະນາ, ຈຳນວນ​ຄອບຄົວ​ທຸກ​ຍາກ​ໄດ້​ຫຼຸດ​ລົງ​ຫຼາຍ​ພໍ​ສົມຄວນ. ທາງ​ບໍລິສັດ​ໄດ້​ສົມທົບ​ກັບ​ສະ​ຖາ​ບັນ​ວິທະຍາສາດ​ສົ່ງ​ເສີມ​ກະ​ສີ​ກຳ, ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ານ​ວິທະຍາສາດ​ຫຼາຍ​ຄັ້ງ, ຊ່ວຍ​ປະຊາຊົນ​ຖອດ​ຖອນ​ບົດຮຽນ​ໃນ​ການ​ປູກ​ກາ​ເຟ, ຈາກ​ນັ້ນ​ຊີວິດ​ຂອງ​ປະຊາຊົນ​ໃນ​ບ້ານນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ“.

        ປະຈຸ​ບັນ, ຢູ່​ດັກ​ລັກ ​ມີ 176 ອົງການ, ວິ​ສາ​ຫະກິດຂັ້ນ​ແຂວງ ​ແລະ ຂັ້ນ​ສູນ​ກາງ, ພ້ອມ​ກັບ​ເກືອບ 1300 ອົງການ, ຫົວໜ່ວຍ​ຂັ້ນ​ເມືອງ ​ໄດ້​ແຮກສ່ຽວ​ກັບ 607 ບ້ານ. ທ່ານ ຫງວຽນ​ວັນ​ຊື້, ຮອງ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ ຄະນະ​ພັກ​ແຂວງ​ດັກ​ລັກ ຖື​ວ່າ,ຜົນງານ​ນີ້​ແມ່ນ​ພື້ນຖານ​ທີ່​ສຳຄັນ​ເພື່ອ​ໃຫ້​ດັກ​ລັກ ​ນຳ​ວຽກ​ງານ​ແຮກສ່ຽວ​ກ້າວ​ເຂົ້າ​ສູ່​ລວງ​ເລິກ.

        “ຍ້ອນ​ບັນດາ​ຫົວໜ່ວຍ​ແຮກສ່ຽວ​ໄດ້​ມີ​ຄວາມ​ໃກ້ຊິດ​ຕິດ​ແທດ ​ແລະ ​ແນະນຳ​ໃຫ້​ປະຊາຊົນ​ເປັນ​ປະຈຳ, ດັ່ງ​ນັ້ນ​ການ​ຫັນປ່ຽນ​ຂອງ​ບັນດາ​ບ້ານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ແຂວງ​ດັກ​ລັກ​ ຈຶ່ງ​ດຳ​ເນີນ​ໄປ​ຢ່າງ​ໄວ ​ແລະ ບັນລຸ​ໄດ້ຜົນ​ງານ​ດີ​ສົມ​ຄວນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເນື້ອ​ໃນ​ວຽກ​ງານ​ແຮກສ່ຽວ​ຈະ​ຫັນ​ໄປ​ສູ່​ໄລຍະ​ໃໝ່, ໝາຍ​ຄວາມ​ວ່າ​ຊ່ວຍ​ປະຊາຊົນ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ພັດທະນາ​ເສດຖະກິດ, ​ເຮັດ​ໃຫ້​ປະຊາຊົນ​ມີ​ວິທີ​ການ​ປູກຝັງ​ເປັນ​ປົກກະຕິ. ​ພະຍາຍາມແຕ່ລະ​ປີຕ້ອງ​ຫຼຸດຜ່ອນ​ຈຳນວນ​ຄອບຄົວ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍທີ່​ທຸກ​ຍາກ​​ໃນ​ແຂວງ​ໃຫ້ລົງ​ 2%“.

        ​ຜ່ານ 10 ປີ ​ແຫ່ງ​​ການ​ເຄື່ອນ​ໄຫວ​ແຮກສ່ຽວ​ໃນ​ທົ່ວ​ແຂວງ, ບັນດາ​ອົງການ, ຫົວໜ່ວຍ​ໃນ​ແຂວງ​ດັກ​ລັກ ​ໄດ້​ຊ່ວຍ​ເຫຼືອ​ບ້ານ​ຕ່າງໆ 80 ຕື້​ດົ່ງ, ກໍ່ສ້າງ​ທາງ​ຄົມມະນາຄົມ, ຕິດ​ຕັ້ງ​ສາຍໄຟຟ້າ, ກໍ່ສ້າງ​ເຮືອນ​ປະຊາ​ຄົມ, ຫ້ອງ​ຮຽນ​ອະນຸບານ, ສະໜອງ​​​ແນວ​ພັນ​ປູກ, ສັດລ້ຽງ. ​ໂດຍ​ມີ​ຄວາມ​ໃກ້ຊິດຕິດ​ແທດ​ກັບ​ບັນດາ​ໝູ່​ບ້ານ​ຊົນ​ເຜົ່າ, ບັນດາ​ຫົວໜ່ວຍ​ແຮກສ່ຽວ​ໄດ້​ປະກອບສ່ວນ​ພໍ​ສົມຄວນ​ເຂົ້າ​ໃນ​ການ​ຍູ້​ໄວ​ເສດຖະກິດ​ສັງຄົມ, ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ.

       

ຕອບກັບ

ຂ່າວ/ບົດ​ອື່ນ