ກາ​ເມົາ ພັດ​ທະ​ນາ​ກາ​ໝາຍ​ສິນ​ຄ້າ ​ເຂົ້າ​ປອດ​ສານ​ພິດ

(VOVWORLD) -ດ້ວຍເນື້ອທີ່ປູກເຂົ້າ -ລ້ຽງກຸ້ງ ແມ່ນໃຫຍ່ກວ່າໝູ່ໃນທົ່ວປະເທດ, ແຂວງ ກາເມົາ ມີຄວາມສະດວກທີ່ສຸດ ເພື່ອພັດທະນາການປູກເຂົ້າປອດສານພິດ ຕອບສະຫນອງບັນດາມາດຕະຖານການສົ່ງອອກ. ຈາກທ່າໄດ້ປຽບນັ້ນ ແຂວງ ກາເມົາ ໄດ້ສ້າງ ກາໝາຍສິນຄ້າ “ເຂົ້າປອດສານພິດ ເທີຍບີ່ງ” ແລະ ໄດ້ຮັບຮອງຈາກກົມຊັບສິນທາງປັນຍາ (ກະຊວງວິທະຍາສາດເຕັກໂນໂລຊີ ຫວຽດນາມ”. ເພື່ອສືບຕໍ່ພັດທະນາ ກາໝາຍສິນຄ້າ ເຂົ້າປອດສານພິດ ແຂວງ ກາເມົາ ໄດ້ກຳນົດທິດສ້າງເຂດວັດຖຸດິບ ເຂົ້າປອດສານພິດ ຢູ່ເຂດດິນລ້ຽງກຸ້ງ ສົມທົບກັບການເຮັດບໍລິການທ່ອງທ່ຽວຊີວະພາບເພື່ອສ້າງບາດກ້າວບຸກທະລຸ.
ກາ​ເມົາ ພັດ​ທະ​ນາ​ກາ​ໝາຍ​ສິນ​ຄ້າ ​ເຂົ້າ​ປອດ​ສານ​ພິດ - ảnh 1 ຊາວກະສິກອນ ເມືອງເທີຍບີ່ງ ປູກເຂົ້າໃນເນື້ອທີ່ນາລ້ຽງກຸ້ງ (ພາບ: VOV)

ຄອບຄົວລຸງ ເຈີນວັນທຽດ ຢູ່  ຕາແສງ ຈິລຶກ ເມືອງ ເທີຍບີ່ງ ແຂວງ ກາເມົາ ມີເນື້ອທີ່ປູກເຂົ້າ - ລ້ຽງກຸ້ງ ປະມານ 1,5 ເຮັກຕາ. ພາຍຫລັງຫລາຍປີ ດິນຖືກນ້ຳເຄັມຊຶມຮ້າຍແຮງ ສະນັ້ນ ລຸງຈຶ່ງ ປະສົບກັບຄວາມຫຍຸ້ງຍາກໃນການປູກເຂົ້າ -ລ້ຽງກຸ້ງ. ເພື່ອຊອກທິດເດີນໃຫມ່, ປີ 2018 ຄອບຄົວລຸງໄດ້ເຂົ້າຮ່ວມສະຫະກອນ ບໍລິການ ຜະລິດເຂົ້າ - ກຸ້ງ ຈິລຶກ.

ລຸງ ແລະ ພໍ່ແມ່ປະຊາຊົນໃນສະຫະກອນ ເລີ່ມຕົ້ນປະຕິບັດຕາມຂັ້ນຕອນປູກເຂົ້າປອດສານພິດເພື່ອສົ່ງອອກ. ບັນດາຄອບຄົວເຂົ້າຮ່ວມຕ້ອງຮັບປະກັນບັນດາມາດຕະຖານເຄັ່ງຄັດທີ່ສຸດ ຈາກການດັດສົມດິນຕະຫລອດຮອດການປາບສັດຕູພືດ. ໃນຕະຫລອດລະດູການ ເຂົາເຈົ້າບໍ່ໄດ້ນຳໃຊ້ຝຸ່ນ ເຄມີປະເພດໃດຢ່າງເດັດຂາດ. ພໍ່ແມ່ປະຊາຊົນກໍ່ຫັນຈາກການປູກບັນດາແນວພັນມີຄຸນນະພາບຕ່ຳ ມາປູກແນວພັນເຂົ້າມີສະມັດຕະພາບສູງ ST24.

ຜ່ານ 2 ປີແຫ່ງການປະຕິບັດ, ລະດູການໃດ ຄອບຄົວຂອງລຸງ ທຽດ ກໍ່ບັນລຸສະມັດຕະພາບສູງກວ່າປະມານ 10%. ພິເສດ ຜະລິດຕະພັນເຂົ້າບັນລຸມາດຕະຖານການສົ່ງອອກບໍ່ວ່າຢູ່ຕະຫລາດແຫ່ງໃດ. ລຸງ ເຈີນວັນທຽດ ແບ່ງປັນວ່າ:

  “ຄອບຄົວຂ້າພະເຈົ້າໄດ້ປູກເຂົ້າໃນເນື້ອທີ່ 1 ເຮັກຕາ. ນັບແຕ່ເມື່ອຂ້າພະເຈົ້າຫັນມາປູກເຂົ້າປອດສານພິດ ກຳໄລໄດ້ເພີ່ມຂຶ້ນ. ເມື່ອທຽບໃສ່ຊຸມປີກ່ອນແມ່ນເພີ່ມຂຶ້ນປະມານ 20%”

ທ່ານ ເລວັນເມືອ ຫົວຫນ້າ ສະຫະກອນ ຈິລຶກ ໃຫ້ຮູ້ວ່າ: ຜົນປະໂຫຍດຈາກການປູກເຂົ້າປອດສານພິດ ບໍ່ພຽງແຕ່ຍົກສູງສະມັດຕະພາບ, ຄຸນນະພາບເຂົ້າຂຶ້ນເທົ່ານັ້ນຫາກຍັງຊ່ວຍໃຫ້ສະພາບແວດລ້ອມລ້ຽງກຸ້ງສະອາດອີກດ້ວຍ.

ບໍ່ພຽງແຕ່ສະຫະກອນ ຈິລຶກ ນັບມື້ນັບເປີດກວ້າງເນື້ອທີ່ປູກເຂົ້າຕາມຂັ້ນຕອນປອດສານພິດເທົ່ານັ້ນ ຫາກຢູ່ບໍລິເວັນເມືອງ ເທີຍບີ່ງ ມີສະຫະກອນຫລາຍແຫ່ງກໍ່ໄດ້ຮ່ວມສຳພັນກັບພໍ່ແມ່ປະຊາຊົນປະຕິບັດຮູບແບບນີ້ອີກດ້ວຍ.

ກາ​ເມົາ ພັດ​ທະ​ນາ​ກາ​ໝາຍ​ສິນ​ຄ້າ ​ເຂົ້າ​ປອດ​ສານ​ພິດ - ảnh 2ການປູກເຂົ້າປອດສານພິດໄດ້ນຳມາເຊິ່ງສະມັດຕະພາບສູງກວ່າ (ພາບ: VOV) 

ປີ 2020 ເມືອງ ເທີຍບີ່ງ ຜັນຂະຫຍາຍປະຕິບັດ 800 ເຮັກຕາ ໃນຍອດຈຳນວນເນື້ອທີ່ດິນ ປູກເຂົ້າ - ລ້ຽງກຸ້ງ ປະມານ 20.000 ເຮັກຕາຕາມຂັ້ນຕອນປອດສານພິດ. ສຳລັບແຜນການຮອດປີ 2025 ທາງເມືອງຈະມີ 5000 ໃນຍອດຈຳນວນເນື້ອທີ່ ປະມານ 21.000 ເຮັກຕາໄດ້ຮັບໃບຢັ້ງຢືນເປັນເຂົ້າປອດສານພິດ.

ປະຈຸບັນ ຂະແຫນງກະສິກຳ ເມືອງ ເທີຍບີ່ງ ພວມປະຕິບັດແຜນການພັດທະນາເຂດວັດຖຸດິບເຂົ້າປອດສານພິດ ສົມທົບກັບເຮັດບໍລິການທ່ອງທ່ຽວຊີວະພາບ ເພື່ອເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ. ທ່ານ ຫງວຽນຮ່ວາງເລີມ, ຫົວຫນ້າຫ້ອງການກະສິກຳ ພັດທະນາຊົນນະບົດເມືອງ ເທີຍບີ່ງ ໃຫ້ຮູ້ຕື່ມອີກວ່າ:

“ເພື່ອຮັກສາ ກາໝາຍສິນຄ້າ: ເຂົ້າປອດສານພິດ ເທີຍບີ່ງ - ພວກຂ້າພະເຈົ້າໄດ້ສ້າງບັນດາມະຕິຫົວເລື່ອງສະເພາະ. ໃນນັ້ນ ມີມະຕິກ່ຽວກັບການຜະລິດເຂົ້າປອດສານພິດ ສົມທົບກັບການທ່ອງທ່ຽວຊີວະພາບວົງຄະນາຍາດ. ກ່ອນອື່ນໝົດ ພວກຂ້າພະເຈົ້າພວມສືບຕໍ່ດຶງດູດບັນດາວິສາຫະກິດເຊັນສັນຍາຈຳຫນ່າຍເຂົ້າ. ຜ່ານບັນດາສະຫະກອນ, ການຜະລິດຕາມລະບົບຮັບປະກັນທັງສົ້ນເຂົ້າ ແລະ ສົ້ນອອກໃຫ້ແກ່ຊາວກະສິກອນ. ກ່ຽວກັບການທ່ອງທ່ຽວຊີວະພາບ, ທາງເມືອງ ພວມກໍ່ສ້າງບັນດາໝູ່ບ້ານທ່ອງທ່ຽວຊີວະພາບເພື່ອພັດທະນາການບໍລິການທ່ອງທ່ຽວ”

ປະຈຸບັນ ທົ່ວແຂວງ ກາເມົາ  ມີເນື້ອທີ່ປູກເຂົ້າ - ລ້ຽງກຸ້ງ ປະມານ 40.000 ເຮັກຕາ. ໃນນັ້ນ ສຸມໃສ່ຕົ້ນຕໍຢູ່ເມືອງ ເທີຍບີ່ງ. ໄລຍະຜ່ານມາ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ປະຊາຊົນ ໄດ້ມີຄວາມເອົາໃຈໃສ່ເພື່ອກໍ່ສ້າງ ກາໝາຍສິນຄ້າ “ເຂົ້າປອດສານພິດ ເທີຍບີ່ງ”. ໃນການພັດທະນາຮູບແບບ ປູກເຂົ້າປອດສານພິດນີ້ ປະຊາຊົນທ້ອງຖິ່ນ ຍັງສົມທົບກັບການລ້ຽງກຸ້ງປະເພດຕ່າງໆ. ໄລຍະຈະມາເຖິງ ຮູບແບບນີ້ໄດ້ກຳນົດລ້ຽງຕາມມາດຕະຖານປອດສານພິດເພື່ອສ້າງ “ເຂດດິນສະອາດ” ມຸ່ງໄປເຖິງການຮັບໃຊ້ແກ່ການພັດທະນາການທ່ອງທ່ຽວວົງຄະນາຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ