ຄວາມນິຍົມຫລິ້ນຕົ້ນໄມ້ປະດັບຢູ່ໝູ່ບ້ານ ຈ່ຽວຄຸກ ແມ່ນມີມາແຕ່ດົນນານແລ້ວ. ແຫ່ງນີ້ກໍ່ແມ່ນບ່ອນກຳເນີດບັນດານັກ

(VOVWORLD) -ຄວາມນິຍົມຫລິ້ນຕົ້ນໄມ້ປະດັບຢູ່ໝູ່ບ້ານ ຈ່ຽວຄຸກ ແມ່ນມີມາແຕ່ດົນນານແລ້ວ. ແຫ່ງນີ້ກໍ່ແມ່ນບ່ອນກຳເນີດບັນດານັກສິລະປະການສັດລ້ຽງປະດັບ ແລະ ຕົ້ນໄມ້ປະດັບທີ່ມີການອຸທິດສ່ວນຫລາຍຢ່າງໃຫ້ແກ່ຂະບວນການນິຍົມຫລິ້ນຕົ້ນໄມ້ປະດັບຂອງນະຄອນຫລວງ ຮ່າໂນ້ຍ ແລະ ທົ່ວປະເທດ.

ຄວາມນິຍົມຫລິ້ນຕົ້ນໄມ້ປະດັບຢູ່ໝູ່ບ້ານ ຈ່ຽວຄຸກ ແມ່ນມີມາແຕ່ດົນນານແລ້ວ. ແຫ່ງນີ້ກໍ່ແມ່ນບ່ອນກຳເນີດບັນດານັກ - ảnh 1 ໝູ່ບ້ານ ຈ່ຽວຄຸກ

ໝູ່ບ້ານ ຈ່ຽວຄຸກ ຂຶ້ນກັບຕາແສງ ເຕີນຈ່ຽວ ເມືອງແທງຈີ ຢູ່ຊານນະຄອນ ຮ່າໂນ້ຍ. ໝູ່ບ້ານ ຈ່ຽວຄຸກ ຍັງມີຊື່ເອີ້ນວ່າ ເດີທາວ ຫລື ແກ໋ເດີແມ່ນເລີ່ມຈາກເລື່ອງໝູ່ບ້ານນີ້ມີອາຊີບເຮັດກຸບແບບມີສາຍພື້ນເມືອງ.

ຊາວບ້ານ ຈ່ຽວຄຸກ ນິຍົມ ແລະ ຮັກຕົ້ນໄມ້ປະດັບ, ເກືອບຄືວ່າ ຄອບຄົວໃດກໍ່ປູກຕົ້ນໄມ້ປະດັບໄວ້ໃນເຮືອນ. ຊາວບ້ານຈ່ຽວຄຸກ ມາຮອດປະຈຸບັນ ຍັງຄົງຮັກສາຮີດຄອງປະເພນີ ໄວ້ທຸກໃຫ້ຕົ້ນໄມ້ປະດັບເມື່ອໃນຄອບຄົວມີຜູ້ເສຍຊີວິດ. ປະຊາຊົນໃນບ້ານມີຄວາມສຳນຶກວ່າ ຕົ້ນໄມ້ແລະ ມະນຸດ ແມ່ນເພື່ອນສະຫນິດສະຫນົມຂອງກັນ. ຜູ້ໃດນິຍົມຫລິ້ນຕົ້ນໄມ້ປະດັບຕ້ອງມີຄວາມເຂົ້າໃຈເລິກກ່ຽວກັບຕົ້ນໄມ້ ແລະ ຕ້ອງຖືຕົ້ນໄມ້ຄືເພື່ອນຂອງຕົນ, ປຽບເຫມືອນພີ່ນ້ອງໃນຄອບຄົວ ສະນັ້ນຈຶ່ງຫລິ້ນໃນໄລຍະຍາວໄດ້. ທ່ານບຸ່ຍຢູຍທັງ, ຫົວຫນ້າສະໂມສອນຕົ້ນໄມ້ປະດັບໝູ່ບ້ານ ຈ່ຽວຄຸກ ໃຫ້ຮູ້ວ່າ:

        “ໝູ່ບ້ານ ຈ່ຽວຄຸກ ມີມູນເຊື້ອນິຍົມຫລິ້ນຕົ້ນໄມ້ປະດັບຕາມວິທີຂອງຄົນລຸ້ນກ່ອນ. ຈຽ່ວຄຸກ ມີຕົ້ນໄມ້ປະດັບຫລາຍຊະນິດ, ພິເສດ ນິຍົມຫລິ້ນຕົ້ນດອກຄາຍ, ຕົ້ນດອກເໝີຍ, ຕົ້ນຊາ, ຕົ້ນໝາກຖະຫວາຍເຈົ້າຊີວິດ. ໝູ່ບ້ານ ຈຽ່ວຄຸກ ມີປະຊາຊົນນັບຮ້ອຍໆຄົນນິຍົມຫລິ້ນຕົ້ນໄມ້ປະດັບ ແລະ ມີນັກສິລະປະການກວ່າ 10 ຄົນ. ແຕ່ລະເດືອນ ພວກຂ້າພະເຈົ້າຈັດຕັ້ງການພົບປະລະຫວ່າງນັກສິລະປະການ ແລະ ບັນດາສະມາຊິກໃນສະມາຄົມເພື່ອແລກປ່ຽນ  ວິທີບົວລະບັດຮັກສາຕົ້ນໄມ້ປະດັບ.”

        ຄວາມນິຍົມຫລິ້ນຕົ້ນໄມ້ປະດັບຢູ່ ໝູ່ບ້ານ ຈຽ່ວຄຸກ ມີຈຸດພິເສດສະເພາະ, ແມ່ນແຕກຕ່າງກັບແຫ່ງອື່ນ. ການນິຍົມຫລິ້ນຕົ້ນໄມ້ປະດັບຂອງຊາວ ຈ່ຽວຄຸກ  ແມ່ນມີການຄັດເລືອກລະອຽດລະອໍ, ເອົາໃຈໃສ່ເຖິງເນື້ອໃນ, ການປະດັບປະດາ ຕົ້ນໄມ້ປະດັບຢ່າງມີສິລະປະ. ນັກສິລະປະການຂອງໝູ່ບ້ານ ຈ່ຽວຄຸກ ສ້າງໄດ້ສີສັນ, ເຄື່ອງໝາຍສະເພາະຂອງຕົນໃນການສ້າງຮູບຕົ້ນໄມ້ປະດັບຢ່າງມີສິລະປະ ແລະ ໄດ້ຮັບການຮູ້ຈັກເຖິງຈາກວົງການນິຍົມໃຊ້ຕົ້ນໄມ້ປະດັບ. ນັກສິລະປະການ ຫງວຽນຢາຮ່ຽນ ເລົ່າສູ່ຟັງວ່າ:

        “ຂ້າພະເຈົ້າແມ່ນຊາວໝູ່ບ້ານ ຈ່ຽວຄຸກ ແລະ ໂຊກດີຫລາຍໄດ້ສືບທອດມູນເຊື້ອນິຍົມຫລິ້ນຕົ້ນໄມ້ປະດັບຂອງບັນພະບຸລຸດປະໄວ້ໃຫ້. ຄອບຄົວຂ້າພະເຈົ້າ ມີຫລາຍລຸ້ນຄົນນິຍົມຫລິ້ນຕົ້ນໄມ້ປະດັບ. ຂ້າພະເຈົ້າເຄີຍໄດ້ຮັບລາງວັນຄຳທົ່ວປະເທດກ່ຽວກັບການປູກຕົ້ນໄມ້ປະດັບ. ຕົ້ນໄມ້ປະດັບນັ້ນແມ່ນຕົ້ນໄມ້ແຊງມີອາຍຸກວ່າ 100 ປີ.”

        ບັນດານັກສິລະປະການນິຍົມຫລິ້ນສັດລ້ຽງປະສົບ ແລະ ຕົ້ນໄມ້ປະດັບ ພວມຄົ້ນຄ້ວາ, ພິມຈຳຫນ່າຍປື້ມກ່ຽວກັບປະຫວັດສາດຕົ້ນໄມ້ປະດັບ ຈ່ຽວຄຸກ ເພື່ອໃຫ້ຄົນລຸ້ນຫລັງຮ່ຳຮຽນຕາມ. ເພື່ອໃຫ້ໝູ່ບ້ານ ຈຽວຄຸກ ພັດທະນາສັດລ້ຽງປະດັບ ແລະ ຕົ້ນໄມ້ປະດັບສິລະປະຂຶ້ນສູ່ລະດັບສູງໃຫມ່, ຜູ້ຊ່ຽວຊານກ່ຽວກັບຕົ້ນໄມ້ປະດັບ, ຮອງສາດສະດາຈານ, ປອ ດັ້ງວັນດົງ, ຮອງຫົວຫນ້າສະຖາບັນຄົ້ນຄ້ວາຜັກໝາກໄມ້ ຖືວ່າ:

        “ເລື່ອງທຳອິດ ຈ່ຽວຄຸກ ຄວນມີການວາງແຜນຜັງ ແລະ ການກຳນົດທິດພັດທະນາຕົ້ນໄມ້ປະດັບ. ການຈັດສັນທີ່ດິນ ແຕ່ 2-3 ເຮັກຕາ, ຮຽກຮ້ອງປະຊາຊົນໝູ່ບ້ານ ຈຽວຄຸກ ແລະ ຊາວບ້ານອື່ນ ມາລົງທຶນກໍ່ສ້າງເຂດວາງສະແດງສະເພາະ. ຈ່ຽວຄຸກ ໄດ້ມີສວນສາທາລະນະຕົ້ນໄມ້ປະດັບ ສະນັ້ນ ຕ້ອງຍາດແຍ່ງໂອກາດເພື່ອເປີດກວ້າງແນໃສ່ນຳໃຊ້ກໍ່ສ້າງເປັນສູນອະນຸລັກຮັກສາ ແລະ ພັດທະນາສັດລ້ຽງປະດັບ ແລະ ຕົ້ນໄມ້ປະດັບ. ເພີ່ມທະວີການຮ່ວມສຳພັນລະຫວ່າງ ລັດ, ວິສາຫະກິດ, ປະຊາຊົນ, ນັກວິທະຍາສາດ ແລະ ປະເພນີ. ເປີດກວ້າງການພົວພັນແລກປ່ຽນ, ຮ່ວມສຳພັນ ລະຫວ່າງບັນດານັກສິລະປະການນິຍົມຫລິ້ນສັດລ້ຽງປະດັບ ແລະ ຕົ້ນໄມ້ປະດັບຢູ່ໝູ່ບ້ານ ຈ່ຽວຄຸກ ກັບບັນດາທ້ອງຖິ່ນອື່ນ ແລະ ສາກົນ.”

ຄວາມນິຍົມຫລິ້ນຕົ້ນໄມ້ປະດັບຢູ່ໝູ່ບ້ານ ຈ່ຽວຄຸກ ແມ່ນມີມາແຕ່ດົນນານແລ້ວ. ແຫ່ງນີ້ກໍ່ແມ່ນບ່ອນກຳເນີດບັນດານັກ - ảnh 2 ຕົ້ນໄມ້ປະດັບຂອງໝູ່ບ້ານ ຈ່ຽວຄຸກ ມີລາຄ່ານັບຕື້ດົງ

ພາບ:soha.vn

        ສະໂມສອນຕົ້ນໄມ້ປະດັບໝູ່ບ້ານ ຈ່ຽວຄຸກ ໄດ້ຮັບການສ້າງຕັ້ງມາເປັນເວລາ 10 ປີ. ແຕ່ລະປີ ສະໂມສອນຕົ້ນໄມ້ປະດັບໝູ່ບ້ານ ຈ່ຽວຄຸກ ໄດ້ຈັດຕັ້ງງານວາງສະແດງຕົ້ນໄມ້ປະດັບຢູ່ບ້ານ ຈ່ຽວຄຸກ ແລະ ຕັ້ງຫນ້າເຂົ້າຮ່ວມບັນດາງານວາງສະແດງຢູ່ບັນດາທ້ອງຖິ່ນພາຍໃນປະເທດ. ຜ່ານນັ້ນ ປະກອບສ່ວນຊຸກຍູ້ຂະບວນການນິຍົມຫລິ້ນຕົ້ນໄມ້ປະດັບຢູ່ບ້ານ. ທ່ານ ບຸ່ຍຢີທັງ, ຫົວຫນ້າສະໂມສອນຕົ້ນໄມ້ປະດັບໝູ່ບ້ານ ຈຽວຄຸກ ໃຫ້ຮູ້ຕື່ມອີກວ່າ:

        “ບັນດານັກສິລະປະການມີປະສົບການໄດ້ຖ່າຍທອດໃຫ້ລຸ້ນຫນຸ່ມເຮັດແນວໃດເພື່ອໃຫ້ເຂົາເຈົ້າຮູ້ຈັກວິທີນິຍົມຫລິ້ນຕົ້ນໄມ້ປະດັບ ແລະ ສ້າງກຳລັງປະດິດຄິດສ້າງຂອຄົນລຸ້ນຫນຸ່ມ ສ້າງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະກວ່າ. ອຳນາດການປົກຄອງທ້ອງຖິ່ນ ໄດ້ສ້າງເງື່ອນໄຂໃຫ້ພວກຂ້າພະເຈົ້າ ເພື່ອມີເຂດດິນສະເພາະເພື່ອໃຫ້ພວກຂ້າພະເຈົ້າສາມາດນຳເອົາບັນດາຜະລິດຕະພັນໃນຄອບຄົວໄປວາງສະແດງ, ອະນຸລັກຮັກສາ.”

        ການນິຍົມຫລິ້ນຕົ້ນໄມ້ປະດັບແມ່ນຈຸດວັດທະນະທຳທີ່ດີງາມຂອງຊາດຫວຽດນາມ. ການນິຍົມຫລິ້ນຕົ້ນໄມ້ປະດັບແມ່ນເຮັດໃຫ້ຊີວິດດ້ານຈິດໃຈຂອງມະນຸດມີຄວາມເບີກບານມ່ວນຊື່ນສົດໃສກວ່າ.

ໝູ່ບ້ານ ຈ່ຽວຄຸກ ແມ່ນແຫ່ງທີ່ມີຊື່ສຽງກ່ຽວກັບຕົ້ນໄມ້ປະດັບສິລະປະ, ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຫລາຍຢ່າງໃນການພັດທະນາອາຊີບປູກຕົ້ນໄມ້ປະດັບ. ໝູ່ບ້ານຈ່ຽວຄຸກ ພວມສ້າງເຄື່ອງໝາຍການຄ້າສະເພາະໃຫ້ແກ່ຕົ້ນໄມ້ປະດັບເພື່ອກາຍເປັນຫນຶ່ງໃນບັນດາສະຖານທີ່ປູກຕົ້ນໄມ້ປະດັບ ແລະ ເປັນບ່ອນວາງສະແດງຕົ້ນໄມ້ປະດັບໃຫຍ່ຢູ່ ຮ່າໂນ້ຍ ໂດຍໄວ ແລະ ມຸ່ງໄປເຖິງການສົ່ງອອກຕົ້ນໄມ້ປະດັບ.

ຕອບກັບ

ຂ່າວ/ບົດ​ອື່ນ