ຄວາມມານະພະຍາຍາມຫຼຸດຜ່ອນຄວາມທຸກຍາກ ຂອງຕາແສງຊົນເຜົ່າຂະແມ


(vovworld) - ກ່ອນ​ນີ້​ລອງ​ຮຽບ ​ແມ່ນ​ຕາ​ແສງ​ທຸກ​ຍາກ​ກວ່າ​ໝູ່​ຂອງ​ເມືອງ​ຈ່າ​ກູ໋, ​ແຂວງ​ຈ່າ​ວິ​ງ. ປີ 2009, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຂອງ​ຊາວ​ເຜົ່າ​ຂະ​ແມ​ໃນ​ຕາ​ແສງ​ແມ່ນ 41%. ​ແຕ່​ປະຈຸ​ບັນ, ລອງ​ຮຽບ ​ໄດ້​ກາຍ​ເປັນ​ແບບຢ່າງ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເມື່ອ​ອັດຕາ​ສ່ວນ​ຄອບຄົວ​ທີ່​ທຸກ​ຍາກ​ຍັງ​ເຫຼືອ​ພຽງ 29% ​ເທົ່າ​ນັ້ນ. ​

ຄວາມມານະພະຍາຍາມຫຼຸດຜ່ອນຄວາມທຸກຍາກ ຂອງຕາແສງຊົນເຜົ່າຂະແມ - ảnh 1


(ພາບປະກອບ)

        ລອງ​ຮຽບ ​ແມ່ນ​ຕາ​ແສງ​ກະ​ສີ​ກຳ, ​​ໃນ​ນັ້ນຊາວ​ຊົນ​ເຜົ່າ​ຂະ​ແມ​ກວມ 83% ​ຈຳນວນ​ພົນລະ​ເມືອງ​, ນີ້​ແມ່ນໜຶ່ງ​ໃນ​ບັນດາຕາ​ແສງ​ທີ່​ມີ​ຄອບຄົວ​ທຸກ​ຍາກ​ກວມ​ອັດຕາສູງ​ສຸດ​ໃນ​ແຂວງ​ຈ່າ​ວິ​ງ. ສາຍ​ເຫດ​ແມ່ນ​ມີ​ຫຼາຍ, ​ແຕ່​ສິ່ງ​ສຳຄັນ​ແມ່ນ​ບັນດາ​ຄອບຄົວ​ທຸກ​ຍາກ​ບໍ່​ມີ​ສະຕິ​ບືນ​ຕົວ​ຂຶ້ນດ້ວຍ​ຕົນ​ເອງ​ເພື່ອ​ພັດທະນາ​ເສດຖະກິດ, ປັບປຸງ​ຊີວິດ​ການ​ເປັນ​ຢູ່. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ອຳນາດ​ການ​ປົກຄອງ​ຕາ​ແສງ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ປຸກລຸກ​ຈິດ​ໃຈ​ກຸ້ມ​ຕົນ​ເອງ​ໃນ​ການ​ພັດທະນາ​ເສດຖະກິດ​ຄອບຄົວ. ອ້າຍ ​ແທກ​ເລນ, ຊາວບ້ານ​ຈ່າ​ເສິດ​ອາ, ໜຶ່ງ​ໃນ​ບັນດາ​ຄອບຄົວ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ​ໃຫ້​ຮູ້​ວ່າ, ຍ້ອນ​ໄດ້​ເຂົ້າ​ຮ່ວມ​ຊຸດ​ອົບຮົມ​ກ່ຽວ​ກັບ​ການ​ປູກຝັງ, ອ້າຍ​ຈຶ່ງ​ນຳ​ໃຊ້​ທີ່​ດິນ​ທັງ​ໝົດ​ຢູ່​ອ້ອມ​ເຮືອນ​ເພື່ອ​ປູກ​ໝາກ​ແຕງ, ໝາກ​ແຟງ, ໝາກ​ໄສ່. ​ແຕ່ລະ​ເດືອນ​​ສາມາດ​ຫາ​ເງິນ​ຈາກ​ການ​ຂາຍ​ພືດ​ໄດ້​ແຕ່ 5 – 7 ລ້ານ​ດົ່ງ. ອ້າຍ​ແທກ​ເລນ, ​ໃຫ້​ຮູ້​ວ່າ:

        “ການ​ປູກ​ພືດ​ກໍ່​ບໍ່​ຍາກ, ​ເມື່ອ​​ເກັບ​ກ່ຽວພືດ​ແຕ່ລະ​ເທື່ອ​ກໍ່ຂາຍ​ໄດ້​ແຕ່ 10 – 12 ລ້ານ​ດົ່ງ, ຫາ​ກຳ​ໄລ​ໄດ້​ກວ່າ​ເຄິ່ງໜຶ່ງ. ​ລະດູ​ການ​ປູກຝັງ​ແກ່ຍາວ​​ເປັນເວລາ​ເກືອບ 2 ​ເດືອນ, ພິ​ເສດ​ແມ່ນ, ພໍ່ຄ້າ​ຊາວ​ຂາຍ​ໄດ້​ມາ​ຊື້ພືດ​ຢູ່​ກັບ​​ເຮືອນ“.

ຄວາມມານະພະຍາຍາມຫຼຸດຜ່ອນຄວາມທຸກຍາກ ຂອງຕາແສງຊົນເຜົ່າຂະແມ - ảnh 2

(ພາບປະກອບ)

        ດ້ວຍ​ທິດ​ນຳ, ມອບ “ຄັນ​ເບັ​ດ“ ​ໃຫ້​ຜູ້ທຸກ​ຍາກ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ບືນ​ຕົວ​ຂຶ້ນ​ດ້ວຍ​ຕົນ​ເອງ, ອຳນາດ​ການ​ປົກຄອງ​ຕາ​ແສງ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຜີຍ​ແຜ່​ບັນດາ​ຮູບ​ແບບ​ປູກຝັງ, ລ້ຽງສັດ, ນຳ​ໃຊ້​ບັນດາ​ມາດ​ຕະການ​ປູກຝັງ, ຫັນປ່ຽນ​ຜົນລະປູກ, ສັດລ້ຽງ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ທຳ​ມະ​ຊາດ​ຂອງ​ທ້ອງ​ຖີ່​ນ ​ແລະ ສົ່ງ​ເສີມ​ປະຊາຊົນ​ຮຳ່ຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ພັດທະນາ​ການ​ຜະລິດ, ຍ້ອນ​ເຫດ​ນັ້ນ, ປະສິດທິ​ຜົນ​ການ​ຜະລິດ​ຈຶ່ງ​ເພີ່ມ​ຂຶ້ນ​ໃນ​ເນື້ອ​ທີ່​ຜະລິດ​ດຽວ​ກັນ. ປະຊາຊົນ​ມີ​ເງື່ອນ​ໄຂ​ພັດທະນາ​ການ​ຜະລິດ​ເພື່ອ​ບືນ​ຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ພາຍຫຼັງ​ໄດ້​ເຂົ້າ​ຮ່ວມ​ຊຸດ​ອົບຮົມ​ດ້ານ​ເຕັກນິກ ​ແລະ ​ໄດ້​ກູ້​ຢືມ​ທຶນ​ດ້ວຍ​ດອກ​ເບ້ຍ​ຕຳ່ 4 ລ້ານ​ດົ່ງ, ອ້າຍ ກິມ​ແທງ ​ໄດ້​ເຊົ່າ​ທີ່​ດິນ​ເພື່ອ​ປູກ​ພືດ. ຈາກ​ຜູ້​ບໍ່​ມີ​ທີ່​ດິນ​, ມາ​ຮອດ​ປະຈຸ​ບັນ​ອ້າຍ​​ຊື້ໄດ້​ທີ່​ດິນ​ເພື່ອ​ທຳ​ການປູກຝັງ​ແລ້ວ. ອ້າຍ ກິມ​ແທງ ​ແບ່ງປັນ​ວ່າ:

        “ມີເງິນກູ້​ຢືມ​ແລ້ວ​ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ ​ແລະ ພະຍາຍາມ​ນຳ​ໃຊ້​ທຶນ​ຄື​ແນວ​ໃດ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ຂ້າພະ​ເຈົ້າ​​ໄດ້ປູກ​ໝາກ​ແຕງ, ໝາກ​ໂມ​ເພື່ອ​ສ້າງ​ລາຍ​ຮັບ. ຂ້າພະ​ເຈົ້າ​ຄິດ​ວ່າ​ຕົນ​ເອງ​ຕ້ອງ​ເຮັດ​ແນວ​ໃດ​ ທັງ​ຫາ​ເງິນລ້ຽງ​ຊີບ​ໃຫ້​​​ໄດ້, ທັງ​ສົມ​ກັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ “.

ຄວາມມານະພະຍາຍາມຫຼຸດຜ່ອນຄວາມທຸກຍາກ ຂອງຕາແສງຊົນເຜົ່າຂະແມ - ảnh 3

(ພາບປະກອບ)

        ​ເພື່ອ​ໃຫ້​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ບັນລຸ​ປະສິດ​ທິຜົນ​ສູງ, ອຳນາດ​ການ​ປົກຄອງ​ຕາ​ແສງ​ລອງ​ຮຽບ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ລາຍການ​ໜູນ​ຊ່ວຍ​ຂອງ​ສູນ​ກາງ. ​ໃນ 3 ປີ​ມາ​ນີ້, ທາງ​ຕາ​ແສງ​ໄດ້​ຮັບ​ເງິນ​ລົງທຶນ 34 ຕື້​ດົ່ງ​ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ການ​ຜະລິດ. ຈຳນວນ​ທຶນ​ດັ່ງກ່າວ, ຕາ​ແສງ​ໄດ້​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ໂຮງຮຽນ, ທາງ​ຄົມມະນາຄົມ​ຊົນນະບົດ, ສຸກສາລາ, ຕະຫຼາດ, ລະບົບ​ຊົນລະປະທານ… ນອກ​ນັ້ນ​ທາງ​ຕາ​ແສງ​ຍັງ​ໃຊ້​ເງິນ 4 ກວ່າ​ຕື້​ດົ່ງ​ເພື່ອໜູນຊ່ວຍ​ດ້ານ​ເຮືອນ​ຢູ່​ໃຫ້​ 470 ກວ່າ​ຄອບຄົວ​ທີ່​ທຸກ​ຍາກ​ຕາມ​ຂໍ້​ຕົກລົງ 67 ຂອງ​ນາຍົກລັດຖະມົນຕີອີກ. ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ຫຼຸດຜ່ອນ​ອັດຕາ​ຄອບຄົວ​ທີ່​ທຸກ​ຍາກຂອງ​ຕາ​ແສງ​ລົງ 7% ​ໃນ​ສອງ​ປີຜ່ານມາ. ທ່ານ ​ເລ​ເຟືອ​ກ​ເວະ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ລອງ​ຮຽບ, ​ເມືອງ​ຈ່າ​ກູ໋, ​ແບ່ງປັນ​ວ່າ:

        “ຕາມ​ຂໍ້​ຕົກລົງ​ຂອງ​ເມືອງ, ​ແຕ່ລະ​ປີ​ຫຼຸດ​ອັດຕາ​ຄອບຄົວ​ທຸກ​ຍາກ​ລົງ​ໃຫ້​ໄດ້ 4%, ​ແຕ່​ທ້ອງ​ຖີ່​ນສູ້​ຊົນ​ເພື່ອ​ຫຼຸດຜ່ອນ​ຄອບຄົວ​ທີ່​ທຸກ​ຍາກ​ລົງ​​ໃຫ້​ໄດ້ແຕ່ 7-8%. ນັບ​ແຕ່​ຕົ້ນ​ປີ, ອຳນາດ​ການ​ປົກຄອງ​ໄດ້​ແບ່ງ​ງານ​ໃຫ້​ພະນັກງານ​ລົງ​ແນະນຳ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ເຮັດ​ເສດຖະກິດ, ກຳ​ແໜ້ນ​ສະພາບ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຮຽນ​ວິຊາຊີບ, ​ກໍ່​ຄື​ຄວາມ​ຕ້ອງການ​ທຶນ​ຂອງ​ປະຊາຊົນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ເຂົາ​ເຈົ້າ​ພັດທະນາ​ການ​ຜະລິດ. ຍ້ອນ​ເຫດ​ນັ້ນ​ຮອດ​ທ້າຍ​ປີ, ​ແຕ່​ລະ​ບ້ານ​ສາມາດ​ຫຼຸດຜ່ອນ​ຈຳນວນ​ຄອບຄົວ​ທີ່​ທຸກ​ຍາກ​ລົງ​ແຕ່ 8-12 ຄອບຄົວ“.

        ດ້ວຍ​ບາດກ້າວຜັນ​ຂະຫຍາຍ​ການ​ປະຕິບັດ​ທີ່​ເໝາະ​ສົມ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຕາ​ແສງ​ລອງ​ຮຽບ​ ໄດ້ ​ແລະ ພວມ​​ເຮັດ​ໃຫ້​​ໂສມ​ໜ້າ​ຊົນນະບົດ​ຂອງ​ເມືອງ​ຈ່າ​ກູ໋ ມີ​ການ​ປ່ຽນ​ແປງ​ເທື່ອ​ລະ​ກ້າວ. ​ແລະ​ເລື່ອງ​ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່​ຂອງ​ຕາ​ແສງໃນ​ທ້າຍ​ປີ 2015 ຈະ​ປະກົດ​ຜົນ​ເປັນ​ຈິງ​ຢ່າງ​ແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ