ງານບຸນຕິ້ງດ່ຽນ - ສົ່ງເສີມການພັດທະນາກະສີກຳ

(vovworld) - ງານ​ບຸນ​ຕິ້ງ​ດ່ຽນ (ໄຖ​ນາ), ຖືກ​ຈັດ​ຂຶ້ນ​ຢູ່​ຕາ​ແສງ​ ດ້ອຍ​ເຊີນ, ເມືອງ​ຢູຍ​ຕຽນ, ແຂວງ​ຮ່າ​ນາມ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ບຸນ​ທີ່​ຕິດ​ພັນ​ກັບ​ຕົ້ນ​ເຂົ້າ ເພື່ອ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ກະ​ສີ​ກຳ​ຂອງ​ປະ​ເທດ​ຫວຽດ​ນາມ. ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ ຂໍ​ແນະ​ນຳ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ງານ​ບຸນ​ຕິ້ງ​ດ່ຽນ ໃນ​ກິດ​ຈະ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ກະ​ສີ​ກຳ​ຊົນ​ນະ​ບົດ​ຫວຽດ​ນາມ​ ໃນ​ປະ​ຈຸ​ບັນ.


ງານບຸນຕິ້ງດ່ຽນ - ສົ່ງເສີມການພັດທະນາກະສີກຳ - ảnh 1
ພິທີຕິ້ງດ່ຽນ (ໄຖນາ)ຢູ່ ດ້ອຍເຊີນ
(ພາບອິນເຕີແນດ)

ງານ​ບຸນ​ຕິ້ງ​ດ່ຽນ ຖືກ​ດຳ​ເນີນ​ໃນ​ວັນ​ທີ 7 ເດືອນ​ຈຽງ​ຂອງ​ທຸກ​ປີ. ຕາມເອ​ກະ​ສານ​ປະ​ຫວັດ​ສາດ​ຂອງ​ຫວຽດ​ນາມ ແລ້ວ, ເມື່ອ​ປີກຸນ (987) ເຈົ້າ​ຊີ​ວິດ ເລ​ດ້າຍ​ແຮ່ງ ໄດ້​ກັບ​ມາ​ຕີນ​ພູດ້ອຍ ເພື່ອ​ຈັດ​ພິ​ທີ​ຕິ້ງ​ດ່ຽນ (ໄຖ​ນາ) ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງ​ຫວຽດ​ນາມ, ອັນ​ໄດ້​ໄຂ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃຫ້​ແກ່​ພື້ນ​ຖານ​ອະ​ລິ​ຍະ​ທຳ​ກະ​ສີ​ກຳເຂົ້າ​ນາ​ທາມ ແລະ ເປີດ​ສາກ​ຮີດ​ຄອງ​ອັນ​ດີ​ງາມ ເພື່ອ​ໃຫ້​ສະ​ໄໝ​​ຕໍ່ໆ​ໄປ​ປະ​ຕິ​ບັດ​ຕາມ. ຕົ້ນ​ປີ, ເຈົ້າ​ຊີ​ວິດ​ຈັດ​ພິ​ທີ​ບູ​ຊາພາ​ວະ​ນາ​ຂໍ​ໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ ເພື່ອ​ໃຫ້​ການ​ປູກ​ຝັງ​ໄດ້​ຮັບ​ຜົນ​ດີ ແລະ ເຈົ້າ​ຊີ​ວິດ​ເອງ​ໄດ້​ລົງ​ໄຮ່​ໄຖ​ນາ ເພື່ອ​ເປີດ​ສາກ​ລະ​ດູ​ການ​ໃໝ່. ຜ່ານ​ປະ​ຫວັດ​ສາດ​ມາ​ເປັນ​ເວ​ລາ​ນັບ​ພັນ​ປີ, ງານ​ບຸນ​ຕິ້ງ​ດ່ຽນ ໄດ້​ກາຍ​ເປັນ​ຮີດ​ຄອງ​ອັນ​ດີ​ງາມ ທີ່ພາ​ໃຫ້​ບັນ​ດາ​ສະ​ໄໝ​ ຫຼີ, ເ​ຈິ່ນ, ເລ, ຫງວຽນ ປະ​ຕິ​ບັດ​ຕາມ ດ້ວຍ​ຄວາມ​ນັບ​ຖື.

        ຈຸດ​ພົ້ນ​ເດັ່ນ​ຂອງງານ​ບຸນ​ນັ້ນ​ແມ່ນ​ ໄດ້​ວາດ​ພາບ​​ຮູບ​ພາບ​ເຈົ້າ​ຊີ​ວິດ ເລ​ດ້າຍ​ແຮ່ງ ເປັນ​ຜູ້​ທຳ​ອິດ​ລົງ​ໄຖ​ນາ​ໃນ​ຍາມ​ລະ​ດູ​ບານ​ໃໝ່. ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ທຸກ​ຮ່ວມ​ສຸກ, ເຫັນ​ອົກ​ເຫັນ​ໃຈ ແລະ ແບ່ງ​ປັນ​ຄວາມ​ຫ​ຍຸ້ງ​ຍາກ​ກັບ​ປະ​ຊາ​ຊົນ, ສົ່ງ​ເສີມ​ປະ​ຊາ​ຊົນ​ອອກ​ແຮງ​ງານ ເພື່ອ​ສ້າງ​ຄວາມ​ອິ່ມ​ໜຳ​ສຳ​ລານ, ປະ​ເທດ​ຊາດ​ມີ​ຄວາມ​ຜາ​ສຸກ… ຍ້ອນ​ເຫດ​ນັ້ນ, ເມື່ອ​ວາດ​ພາບ​ຮູບ​ພາບນີ້, ຄະ​ນະ​ຈັດ​ຕັ້ງ​ງານ​ບຸນ​ກໍ່​ຕ້ອງ​ຊອກ​ຫາ​ຜູ້​ທີ່​ເໝາະ​ສົມ​ເພື່ອ​ສວມ​ເປັນ​ເຈົ້າ​ຊີ​ວິດ. ທ່ານ ເຈິ່ນ​ດິ່ງ​ຕ໋ຽນ, ຫົວ​ໜ້າ​ຫ້ອງວັດ​ທະ​ນະ​ທຳ​ຖະ​ແຫຼງ​ຂ່າວ, ເມືອງ​ຢູຍ​ຕຽນ, ແຂວງ​ຮ່າ​ນາມ, ໃຫ້​ຮູ້​ວ່າ:

        “ສຳ​ລັບ​ຜູ້​ທີ່​ສວມ​ເປັນ​ເຈົ້າ​ຊີ​ວິດ, ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ເລືອກ​ເຟັ້ນ​ຜູ້​ທີ່​ມີ​ຮູບ​ຊົງເຄັ່ງ​ຂຶມ, ອ່ອນ​ໂຍນ, ​ມີທ່າ​ທີ, ແບບ​ແຜນ​ດຳ​ລົງ​ຊີ​ວິດ​ຄ້າຍຄື​ກັນ​ກັບ​ເຈົ້າ​ຊີ​ວິດ ແລະ ຕ້ອງ​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ, ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບ​ປະ​ຊາ​ຊົນ​ໃນ​ບ້ານ, ໃນ​ຕາ​ແສງ, ທັງ​ແມ່ນ​ຜູ້​ຜະ​ລິດ​ເກັ່ງ​ອີກ”.


ງານບຸນຕິ້ງດ່ຽນ - ສົ່ງເສີມການພັດທະນາກະສີກຳ - ảnh 2
ພໍ່ຕູ້ຜູ້ໜຶ່ງຢູ່ດ້ອຍເຊີນສວມເປັນເຈົ້າຊີວິດ ເລດ້າຍແຮ່ງ ແລະເລີ່ມຕົ້ນພິທີຕິ້ງດ່ຽນ
(ພາບອິນເຕີແນດ)

ປະ​ຈຸ​ບັນ, ງານ​ບຸນ​ຕິ້ງ​ດ່ຽນ​ຍັງ​ມີ​ຄວາມ​ໝາຍ​ອັນ​ໃຫ​ຍ່ຫຼວງກວ່າ, ບໍ່​ພຽງ​ແຕ່​ວາດ​ພາບໃຫ້​ເຫັນຮູບພາບ​ປະ​ເທດ​ຊາດ​ມີ​ຄວາມ​ສັນ​ຕິ​ສຸກ, ການ​ປູກ​ຝັງ​ໄດ້​ຮັບ​ຜົນ​ດີ​ເທົ່າ​ນັ້ນ, ຫາກ​ຍັງ​ເຊີດ​ຊູ​ຊາວ​ກະ​ສີ​ກອນ, ຖື​ອາ​ຊີບ​ກະ​ສີ​ກຳ​ເ​ປັນ​ສຳ​ຄັນ, ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ກະ​ສີ​ກຳ, ພິ​ເສດ​ແມ່ນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ ເຈິ່ນ​ຊວນ​ໂລກ, ເລ​ຂາ​ຄະ​ນະ​ພັກ​ແຂວງ​ຮ່າ​ນາມ, ໃຫ້​ຮູ້​ວ່າ, ແຂວງ​ຮ່າ​ນາມ ​ໄດ້​ເລືອກ​ເຟັ້ນ​ຕາ​ແສງ​ດ້ອຍ​ເຊີນ ເປັນ​ຕາ​ແສງ​ປະ​ຕິ​ບັດ​ທົດ​ລອງ​ໃນ​ການ​ກໍ່​ສ້າງ​ຮູບ​ແບບ​ຊົນ​ນະ​ບົດ​ໃໝ່.ຜ່ານ 3 ປີ ​ແຫ່ງ​ການ​ປະຕິບັດ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃນ​ເບື້ອງ​ຕົ້ນ​ພຽງ​ແຕ່​ບັນລຸ​ໄດ້ 6/19 ມາດຖານ​ລະດັບ​ຊາດ ກ່ຽວ​ກັບ​ຊົນນະບົດ​ໃໝ່​ເທົ່າ​ນັ້ນ, ມາ​ຮອດ​ປະຈຸ​ບັນ, ດ້ອຍ​ເຊີນ ​ສາມາດ​ບັນລຸ​ໄດ້ 12/19 ມາດຖານ, ສ່ວນ 7 ມາດຖານ​ທີ່​ຍັງ​ເຫຼືອ​ບັນລຸ​ໄດ້​ພຽງ 50% ​ເທົ່າ​ນັ້ນ. ​ໂສມ​ໜ້າ​ຊົນນະບົດ​ໃໝ່​ຂອງ​ຕາ​ແສງ​ພວມ​ເຕີບ​ໂຕ​ເທື່ອ​ລະ​ກ້າວ. ລະບົບ​ໄຟຟ້າ, ທາງ​ຄົມມະນາຄົມ​ຊົນນະບົດ, ​ໂຮງຮຽນ, ສຸກສາລາ ​ໄດ້​ຮັບ​ການ​ກໍ່ສ້າງ​ໃໝ່. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ງານ​ບຸນ​ ຕິ້ງ​ດ່ຽນ ​ໄດ້​ຊຸກຍູ້​ໃຫ້​ປະຊາຊົນ​ໃນ​ຕາ​ແສງ ດ້ອຍ​ເຊີນ ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ​ແຂວງ ຮ່າ​ນາມ ​ເວົ້າ​ລວມ ​ຕັ້ງໜ້າເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​. ທ່ານ ​ເຈິ່ນຊວນ​ໂລກ, ​ໃຫ້​ຮູ້​ວ່າ:

        “ງານ​ບຸນ​ຕິ້ງ​ດ່ຽນ ດ້ອຍ​ເຊ​ີນ ​ໄດ້​ກາຍ​ເປັນ​ວັດທະນະທຳ​ທີ່​ພົ້ນ​ເດັ່ນ​ໃນ​ຕົ້ນ​ປີ ​ແລະ ​ໄດ້​ຝັງ​ເລິກ​ໃນ​ຈິດ​ໃຈ​ຂອງ​ຊາວ​ຮ່າ​ນາມ​ແຕ່ລະຄົນ. ງານ​ບຸນ​ວັດທະນະທຳ​ທັງມີ​ຄວາມ​ໝາຍ​ປະຫວັດສາດ ​ແລະ ທັນ​ສະ​ໄໝ. ​ໃນ​ຫຼາຍ​ປີຜ່ານມາ, ດ້ວຍບັນຍາກາດ​ອັນ​ຟົດ​ຟື້ນ​ຕົ້ນ​ລະດູບານ​ໃໝ່​ຂອງ​ງານ​ບຸນ​ນີ້, ປະຊາຊົນ ຮ່າ​ນາມ​ໄດ້​ທຳ​ການ​ປູກຝັງ, ນຳ​ໃຊ້​ວິທະຍາສາດ​ເຕັກນິກ ພັດທະນາ​ກະ​ສີ​ກຳ​ຢ່າງຮອບດ້ານ​, ນັບ​ທັງ​ການ​ປູກຝັງ ​ແລະ ລ້ຽງສັດ. ພິ​ເສດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ກາຍ​ເປັນ​ຂະ​ບວນການ​ທີ່​ກວ້າງຂວາງ, ດຶງ​ດູດ​ທຸກ​ກຳລັງ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຂົ້າ​ຮ່ວມ“


ງານບຸນຕິ້ງດ່ຽນ - ສົ່ງເສີມການພັດທະນາກະສີກຳ - ảnh 3
ປະທານປະເທດເຈືອງເຕິ໋ນຊາງເປີດສາກການໄຮ່ນາໃນລະດູບານໃໝ່
(ພາບອິນເຕີແນດ)
ງານ​ບຸນ ​ຕິ້ງ​ດ່ຽນ ​ໃນ​ປະຈຸ​ບັນ ບໍ່​ພຽງ​ແຕ່​ສືບ​ທອດ​ມູນ​ເຊື້ອ​ອັນ​ດີງາມຂອງ​ລຸ້ນກ່ອນ​ເທົ່າ​ນັ້ນ, ຫາກ​ຍັງ​ສຶກສາ​ໃຫ້​ລຸ້ນລູກ, ລຸ້ນຫຼານ ສືບ​ທອດ​ລຸ້ນກ່ອນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ ​ແລະ ສວຍ​ງາມ​ຍິ່ງ​ຂຶ້ນ. ຮູບ​ພາບ​ຜູ້​ອາຍຸ​ສູງ​ໃນ​ບ້ານ​ສວມ​ເປັນເຈົ້າ​ຊີວິດທຳ​ການ​ໄຖ​ນາ​ໃນ​ຕົ້ນ​ ລະດູບານ​ໃໝ່ ​ໄດ້​ເປັນ​ການ​ໝັ້ນ​ໝາຍວ່າ ​ການ​ປູກຝັງ​​ຈະໄດ້​ຮັບ​ຜົນ​ດີ ​ແລະ ປະຊາຊົນຈະ​ມີ​ຊີວິດອິ່ມໜຳສຳລານ ​ແລະ ມີ​ຄວາມ​ຜາ​ສຸກ…

        ພ້ອມ​ກັບ​ບັນຍາກາດ​ລະດູບານ​ໃໝ່, ງານ​ບຸນ ຕິ້ງ​ດ່ຽນ ​ໄດ້​ນຳ​ມາ​ເຊິ່ງຈິດ​ໃຈ​ໃໝ່, ບັນຍາກາດ​ແຮງ​ງານ​ທີ່​ຫ້າວຫັນ​ໃໝ່ ​ເພື່ອ​ໃຫ້​ປະຊາຊົນ ຮ່າ​ນາມ ພ້ອມ​ກັບ​ປະຊາຊົນ​ທົ່ວ​ປະ​ເທດ​ ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ, ສ້າງ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ ​ແລະ ສວຍ​ງາມ​ກວ່າ, ປະຕິບັດ​ສຳ​ເລັດ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​.




ຕອບກັບ

ຂ່າວ/ບົດ​ອື່ນ