ຈຸດ​ພົ້ນ​ເດັ່ນ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ເມືອງ​ເຈືອງມີ້, ຮ່າ​ໂນ​້ຍ

(VOVWORLD) - ອານຮ່ຽນ ແມ່ນ 1 ໃນຈຳນວນ 7 ບ້ານຢູ່ຕາແສງ ຮ່ວາງຢ້ຽວ, ເມືອງເຈືອງມີ້, ນະຄອນຮ່າໂນ້ຍ. ບ້ານອານຮ່ຽນ ຍາມໃດກໍ່ນຳໜ້າໃນການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງ ຮ່ວາງຢ້ຽວ, ມຸ່ງໄປເຖິງການບັນລຸມາດຖານຍົກສູງຊົນນະບົດໃໝ່.
ຈຸດ​ພົ້ນ​ເດັ່ນ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ເມືອງ​ເຈືອງມີ້, ຮ່າ​ໂນ​້ຍ - ảnh 1

ພາບ: ຫໍວັດທະນະທຳ ແລະ ຫໍສະໝຸດບ້ານອານວ້ອງ

  ບ້ານອານຮ່ຽນ ແມ່ນບ້ານເຮັດກະສິກຳເປັນຕົ້ນຕໍ, ປະຈຸບັນບ້ານອານຮ່ຽນ ມີ 396 ຄອບຄົວ ດ້ວຍ ປຊຊ 1484 ຄົນ. ນະຄອນຮ່າໂນ້ຍ ໄດ້ຮັບຮູ້ ຕາແສງຮ່ວາງຢ້ຽວ ວ່າແມ່ນຕາແສງບັນລຸມາດຖານຊົນນະບົດໃໝ່ນັບແຕ່ປີ 2015. ອານຮ່ຽນ ໄດ້ຮັບການຕີລາຄາສູງກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ຈາກຄະນະກຳມະການ ປຊຊ ຕາແສງ ຮ່ວາງຢ້ຽວ. ວຽກງານຈັດສັນທີ່ດິນ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ, ຊ່ວຍຍົກສູງສະມັດຕະພາບໃນການປູກຝັງ, ລ້ຽງສັດ, ຫລຸດຜ່ອນກຳລັງແຮງງານ. ປະຈຸບັນ, ເນື້ອທີ່ດິນກະສິກຳຂອງບ້ານອານຮ່ຽນ ແມ່ນກ່ວາ 2000 ໄລ່ ມີຟາມ 13 ແຫ່ງ. ບັນດາເຂດຜະລິດກະສິກຳ ໄດ້ຮັບການວາງແຜນຜັງຢ່າງມີວິທະຍາສາດ, ສ້າງລະບົບຮ່ວມສຳພັນ, ເພີ່ມຄຸນຄ່າການຜະລິດ. ທ່ານຫງວຽນວັນຮຸ່ງ, ນາຍບ້ານອານຮ່ຽນ ໃຫ້ຮູ້ວ່າ:

ບ້ານອານຮ່ຽນ ໄດ້ຈັດສັນເຂດປູກຕົ້ນໄມ້ກິນໝາກ, ເຂດປູກເຂົ້າ. ມີຟາມຈຳນວນໜຶ່ງໄດ້ປູກຕົ້ນລຳໄຍ, ຕົ້ນໝາກພຸກ ມີລາຍຮັບສູງ ແຕ່ລະປີແມ່ນໄດ້ແຕ່ 500-600 ລ້ານດົ່ງ, ໃນນັ້ນມີກຳໄລເຖິງ 50%. ສະເພາະຟາມລ້ຽງໄກ່ກໍ່ມີກຳໄລ 300 ລ້ານດົ່ງໃນປີ 1. ທາງບ້ານໄດ້ເຊັນສັນຍາກັບບັນດາເຈົ້າຂອງເຄື່ອງຈັກປັບປຸງດິນ, ເຄື່ອງຈັກເກັບກ່ຽວເຂົ້າໃຫ້ ປຊຊ, ຮອດລະດູເກັບກ່ຽວ ປຊຊ ພຽງແຕ່ໄປຫຸ້ມຫໍ່ ແລ້ວເອົາເຂົ້າເມືອບ້ານເທົ່ານັ້ນ.

ຈຸດ​ພົ້ນ​ເດັ່ນ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ເມືອງ​ເຈືອງມີ້, ຮ່າ​ໂນ​້ຍ - ảnh 2

 ພາບແຕ້ມໃນກຳແພງໄດ້ພັນລະນາເລື່ອງຊາວກະສິກອນໄປເຮັດນາ


 ເພື່ອໜູນຊ່ວຍ ປຊຊ ເຮັດເສດຖະກິດກະສິກຳ, ບ້ານອານຮ່ຽນ ໄດ້ສ້າງຕັ້ງ 3 ໜ່ວຍຊ່ວຍ ປຊຊ ກູ້ຢືມທຶນຈາກທະນາຄານເພື່ອທຳການຜະລິດ, ດຳເນີນທຸລະກິດ, ແຕ່ລະໜ່ວຍຄຸ້ມຄອງເງິນຈຳນວນ 2 ຕື້ດົ່ງ. ພາຍຫຼັງຮອດກຳນົດເວລາ,  ປຊຊ ຕ້ອງໄປຊຳລະໃຫ້ທະນາຄານແລ້ວ ກໍ່ສາມາດກູ້ຢືມຕື່ມອີກ. ໃນບ້ານໄດ້ປະກົດມີຫຼາຍຮູບແບບການຜະລິດ, ດຳເນີນທຸລະກິດເກັ່ງ. ທ່ານດັ້ງຊວັນຈຽນ ຮອງນາຍບ້ານອານຮ່ຽນ ແລະ ກໍ່ແມ່ນໜຶ່ງໃນບັນດາຜູ້ດຳເນີນທຸລະກິດເກັ່ງຢູ່ບ້ານ ອານຮ່ຽນ ໃຫ້ຮູ້ວ່າ:

ກ່ອນນີ້, ແຕ່ລະຄອບຄົວມີການຜະລິດແບບກະແຈກກະຈາຍ ຂອງໃຜຂອງລາວ, ເຄື່ອງຈັກເຄື່ອນໄຫວບໍ່ບັນລຸປະສິດທິຜົນ. ພາຍຫຼັງໄດ້ຈັດສັນທີ່ດິນຢ່າງເປັນລະບົບ,   ເຄື່ອງຈັກອຸດສາຫະກຳໄດ້ເຄື່ອນໄຫວຢ່າງສະດວກສະບາຍ. ເສັ້ນທາງເຂົ້າໄປຫານາກໍ່ເຮັດຄືນໃໝ່ດ້ວຍຂະໜາດໃຫ່ຍ ແລະ ກ້ວາງກ່ວາເກົ່າ, ເຄື່ອງຈັກສາມາດເຂົ້າໄປຂົນຜະລິດຕະພັນກະເສດໃຫ້ ປຊຊ ໄດ້. ສະມັດຕະພາບໄດ້ຍົກສູງຂຶ້ນ ແລະ ຫລຸດຜ່ອນກຳລັງແຮງງານລົງ.

ໂສມໜ້າຊົນນະບົດຢູ່ອານຮ່ຽນ ນັບມື້ນັບສວຍງາມ ແລະ ພັດທະນາ. ເຂດວິຫານ, ສາລາບ້ານ, ຫໍວັດທະນະທຳໃນບ້ານໄດ້ກໍ່ສ້າງໃໝ່ ແລະ ສ້ອມແປງ, ປະຕິສັງຂອນຢ່າງໃຫ່ຍໂຕ ແລະ ສວຍງາມ. ໃນບ້ານມີບັນດາກຳແພງໄດ້ຮັບການປະດັບປະດາ ແຕ້ມຮູບແຕ່ງສີເໝືອນດັ່ງຜົນງານສິລະປະ. 100% ເສັ້ນທາງໃນບ້ານ, ຮ່ອມບ້ານໄດ້ປູດ້ວຍເບຕົງ, ສິ່ງແວດລ້ອມສະອາດງາມຕາ. ທ່ານເຈິນກວາງຮຸຍ, ເລຂາໜ່ວຍພັກບ້ານອານຮ່ຽນ, ຫົວໜ້າແນວໂຮມບ້ານອານຮ່ຽນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ຫັນວຽກງານໃນບ້ານເປັນວຽກງານຂອງສັງຄົມ ແລະ ຖືເອົານັ້ນເປັນພື້ນຖານເພື່ອກໍ່ສ້າງຊົນນະບົດໃໝ່. ຍາມໃດ ປຊຊ ແຕ່ລະຄົນກໍ່ຮັບຮູ້ວ່າ ຕົນເອງເປັນຜູ້ 1  ກໍ່ໃນການສ້າງຊົນນະບົດໃໝ່. ຕົວຢ່າງຄື: ປຊຊ ສະໜັບສະໜູນຈຳນວນເງິນກ່ວາ 1 ຕື້ດົ່ງເພື່ອກໍ່ສ້າງເຂດສຸສານ, ບໍລິຈາກທີ່ດິນກ່ວາ 3000 ມ2 ເພື່ອກໍ່ສ້າງສະໜາມກິລາ, ສຳເລັດເມື່ອປີ 2011. ເສັ້ນທາງໃນບ້ານມີລວງຍາວກ່ວາ 300 ມ ໄດ້ປູກດອກເຈັ້ຍໃສ່ແຄມທາງ 100 ໂຖ ຊື່ງແມ່ນເສັ້ນທາງດອກໄມ້ງາມທີ່ສຸດ, ຫຼາຍບ່ອນຢູ່ເມືອງເຈືອງມີ້ ໄດ້ມາຮ່ຳຮຽນອົປະສົບການ, ວິທີເຮັດນຳ.

ປະຈຸບັນ, ບ້ານອານຮ່ຽນ ບໍ່ມີຄອບຄົວທຸກຍາກ, ມີແຕ່ 4 ຄອບຄົວໃກ້ຈະທຸກຍາກເທົ່ານັ້ນ ແລະ ໃນປີ 2022, ບ້ານອານຮ່ຽນ ໄດ້ວາງເປົ້າໝາຍລົບລ້າງບັນດາ ຄອບຄົວໃກ້ຈະທຸກຍາກໃຫ້ໝົດ, ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນແຕ່ 55-58 ລ້ານດົ່ງ/ປີ ແລະ ສູ້ຊົນໃຫ້ບັນລຸ 60 ລ້ານດົ່ງ/ປີ/ຄົນ. ເສດຖະກິດໄດ້ພັດທະນາດີ, ຊີວິດທາງດ້ານວັດທະນະທຳຂອງ ປຊຊ ໄດ້ຍົກສູງຂຶ້ນເຊັ່ນດຽວກັນ. ທ່ານ ເຈິ່ນກວາງດຽນ, ຜູ້ອາຍຸສູງໃນບ້ານ ອານຮ່ຽນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າ ສ້າງຫໍສະໝຸດ ໄດ້ 5 ປີມານີ້ ແລະ ຢູ່ໃນນີ້ມີປື້ມ 1000 ຫົວ ລວມມີປື້ມຫຼາຍປະເພດ ເປັນຕົ້ນແມ່ນ ວັນນະຄະດີ, ສິລະປະ, ກິລາ, ກົດໝາຍ, ກະສິກຳ, ການລ້ຽງສັດ, ວິທີເບິ່ງແຍງດູແລເດັກ, ສາທາລະນະສຸກ…ເພື່ອໃຫ້ຊາວບ້ານມາອ່ານໂດຍບໍ່ຕ້ອງເສຍຄ່າ ແລະ ຢືມເມືອອ່ານຢູ່ເຮືອນກໍ່ໄດ້.

 ຊາວບ້ານອານຮ່ຽນ ໄດ້ຮ່ວມແຮງຮ່ວມໃຈ ກໍ່ສ້າງຊົນນະບົດໃໝ່ທີ່ຮັ່ງມີ ແລະ ສວຍງາມ. ໂສມໜ້າຊົນນະບົດຢູ່ທີ່ນີ້ ພວມມີການປ່ຽນແປງໄປຕາມແຕ່ລະມື້. ບ້ານອານຮ່ຽນ ໄດ້ວາງເປົ້າໝາຍຮອດທ້າຍປີ 2023 ຫຼືໃນປີ 2024 ຈະບັນລຸມາດຖານຍົກສູງຊົນນະບົດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ