ຈາກການຟື້ນຟູເຮືອນຮົງ ຄິດເຖິງເລື່ອງກໍ່ສ້າງຊົນນະບົດໃໝ່ຢູ່ແຂວງກອນຕຸມ

(vovworld) - ແຂວງ​ກອນ​ຕຸ​ມມີ 588 ໝູ່​ບ້ານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​, ຊີວິດ​ຂອງ​​ປະຊາຊົນ​ຢູ່​ທີ່​ນີ້ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​. ​ໃນ​ຊຸມ​ປີຜ່ານມາ, ດ້ວຍການ​ບໍລິຈາກ​ຊັບ​ສິນເງິນ​ທອງ, ​ເຫື່ອ​ແຮງ​ຂອງ​ຊາວ​ເຜົ່າ, ​ເຮືອນ​ຮົງ (​ເຮືອນຮ້ານ​ຫຼັງ​ໃຫຍ່​, ທີ່​ເປັນ​ສັນຍາ​ລັກ​ຂອງຊາວ​ໄຕ​ງວຽນ) 505 ​ຫຼັງ​ໄດ້​ຮັບ​ການ​ຟື້ນ​ຟູ, ກໍ່ສ້າງ​ໃໝ່ ​ແລະ ກາຍ​ເປັນ​ແຫ່ງ​ດຳ​ເນີນ​ຊີວິດ​ວັດທະນະທຳ​ຂອງ​ວົງ​ຄະນາ​ຍາດ​ຊາວເຜົ່າ​ໄຕ​ງວຽນ. ຈາກ​ຜົນ​ສຳ​ເລັດ​ໃນ​ການ​ຟື້ນ​ຟູ​ເຮືອນຮົງ​ ນັ້ນ, ທາງ​​ແຂວງ​ກອນ​ຕຸ​ມ​ໄດ້​ຄິດ​ເຖິງການ​ລະດົມ​ກຳລັງ​ເຫື່ອ​ແຮງ​ຂອງ​ປະຊາຊົນ​​ເຂົ້າໃນ​ການປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​.

ຈາກການຟື້ນຟູເຮືອນຮົງ ຄິດເຖິງເລື່ອງກໍ່ສ້າງຊົນນະບົດໃໝ່ຢູ່ແຂວງກອນຕຸມ - ảnh 1

ງານພົບປະແລກປ່ຽນກັບຊາວບານາຖືກດຳເນີນຢູ່ເຂດເຮືອນຮົງໂດຍເຂົາເຈົ້າເປັນຜູ້ປຸກສ້າງຂຶ້ນ

(ພາບ: kontum.gov.vn)

        ສຳ​ຫຼັບ​ຊາວ​ເຜົ່າ​ເຊ​ດັງ (Xe dang), ບາ​ນາ (Ba nar), ​ແຢຈຽງ (Gie Trieng), ຢາ​ຮາ​ຍ (Gia rai), ​ບເຮົາ (Brau)​ ​ແລະ​ເຮີ​ເມິ​ມ (Ro mam) ຢູ່​ແຂວງ​ກອນ​ຕຸ​ມ ​ແລ້ວ, ​ເຮືອ​ນຮົງ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ສະ​ແດງ​ໃຫ້​ເຫັນ​ກຳລັງ​ແຮງ, ​ເຈດ​ຈຳນົງ ທັງ​ແມ່ນ​ບ່ອນ​ດຳ​ເນີນ​ຊີວິດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ວົງ​ຄະນາ​ຍາດ​. ຕາມ​ເຂົາ​ເຈົ້າ​ແລ້ວ, ​​ເມື່ອ​ມີ​ໝູ່​ບ້ານ​ແລ້ວ ​ແມ່ນ​ຕ້ອງ​ມີ​ເຮືອນ​ຮົງ. ນັກ​ດົນຕີ ອາດູ (A Du), ຮອງ​ຫົວໜ້າ​ກອງ​ສິລະ​ປະກ​ອນ​ແຂວງ​ກອນ​ຕຸ​ມ​, ​ໃຫ້​ຮູ້​ວ່າ:

        ”​ເຮືອນ​ຮົງ​ແມ່ນ​ວິນຍານ​ຂອງ​ໝູ່​ບ້ານ, ​ແມ່ນ​​ເເຫ່ງ​ເຕົ້າ​​ໂຮມ​ຂອງ​ຊາວ​ເຜົ່າ. ຖ້າ​ມີ​ວຽກ​ຫຍັງ​ເກີ​ດຂື້ນ​ໃນ​ໝູ່​ບ້ານ, ​ເຈົ້າ​ກົກ ​ເຈົ້າ​ເຫຼົ່າ​ຈາກ​ເຮືອນຮົງຈະອອກ​ສັນຍານ​ບົ່ງ​ບອກ​ໃຫ້​ຊາວບ້ານ​ໄດ້​ຮັບ​ຊາບ​ຂ່າວ​ດີ​ຂ່າວ​ມ່ວນ ຫຼື​ຂ່າວ​ໂສກ​ເສົ້າ. ​ເຮືອນ​ຮົງ​ ກໍ່​ແມ່ນ​ແຫ່ງ​ເພື່ອ​ໃຫ້​ຜູ້​ບ່າວ​ໃນ​ບ້ານ​ແຂ່ງຂັນ​ຄວາມ​ສາມາດ​ນຳ​ກັນ”.

        ​ເຖິງ​ຢ່າ​ງ​ໃດ​ກໍ່ຕາມ, ຍ້ອນ​ສາຍ​ເຫດ​ຫຼາຍ​ຢ່າງ, ນັບ​ແຕ່​ກາງ​ປີ 1990 ​ເຖິງ​ປີ 2000, ມີ​ຫຼາຍ​ໝູ່​ບ້ານ​ຢູ່​ກອນ​ຕຸ​ມ ບໍ່​ມີ​ເຮືອນ​ຮົງ. ​ໂດຍ​ປະຕິບັດ​ແຜນ​ນະ​ໂຍາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕາມ​ມະຕິ​ຂອງ​ສູນ​ກາງ​ພັກ, ​ແຂວງ​ກອນ​ຕຸ​ມ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຟື້ນ​ຟູ​ບັນດາ​ເຮືອນ​ຮົງ ​ເພື່ອ​ເປັນ​ບ່ອນ​ດຳ​ເນີນ​ຊີວິດ, ອະນຸລັກ​ຮັກສາ​ວັດທະນະທຳ​ວົງ​ຄະນະ​ຍາດບັນດາ​ເຜົ່າ​ຢູ່​ທີ່​ນີ້​ໄວ້. ທ່ານ ອາ​ຮູ​ຍ (Ahuya), ຢູ່ບ້ານ ປໄລດົນ (Plei don) ນະຄອນກອນຕຸມ ໃຫ້ຮູ້ວ່າ: ເພື່ອກໍ່ສ້າງເຮືອນຮົງທີ່ສູງແຕ່ 12 – 18 ແມັດ, ​ເນື້ອທີ່ນຳໃຊ້ ປະມານ 60 ຕາລາງແມັດນັ້ນ ແມ່ນຕ້ອງການໄມ້ນັບສິບແມັດກ້ອນ ແລະ ແຮງງານນັບພັນມື້. ທ່ານ ອາ​ຮູ​ຍ (Ahuya) ​ໃຫ້​ຮູ້​ວ່າ:

        ”​​ເລື່ອງ​ໄປ​ຫາ​ວັດຖຸ​​ເພື່ອປຸກສ້າງ​ເຮືອນ​ຮົງ ​ແມ່ນຫຍຸ້ງ​ຍາກ​ທີ່​ສຸດ. ປະຈຸ​ບັນ​ຕົ້ນ​ໄມ້​ບໍ່​ມີ​ຫຼາຍ, ຕ້ອງ​ໄປ​ໄກ ​ສີ່, ຫ້າ​ສິບ​ຫຼັກ​ຈຶ່ງ​ມີ​ປ່າ, ຊາວບ້ານ​ຕ້ອງ​ຢູ່​ໃນ​ປ່າ​ຫ້າ, ຫົກ​ວັນ​ຈຶ່ງ​ຫາ​ໄມ້​ຢ່າງ​ພຽງພໍ​ໄດ້”.

ຈາກການຟື້ນຟູເຮືອນຮົງ ຄິດເຖິງເລື່ອງກໍ່ສ້າງຊົນນະບົດໃໝ່ຢູ່ແຂວງກອນຕຸມ - ảnh 2

ເຮືອນຮົງຂອງຊົນເຜົ່າບານາໃນເຂດໄຕງວຽນ

(ພາບ: kontum.gov.vn)

        ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ລຳບາກ​ຄື​ແນວ​ນັ້ນ, ​ແຕ່​ວຽກ​ງານ​ນີ້​ມັນ​ຖືກ​ກັບ​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ຊາວບ້ານ, ດັ່ງ​ນັ້ນ​ແຜນ​ນະ​ໂຍບາຍ​ຟື້ນ​ຟູ​ເຮືອນ​ຮົງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແຂວງ​ກອນ​ຕຸ​ມ ຈຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຊາວ​ທ້ອງ​ຖີ່​ນ ດ້ວຍ​ຄວາມ​ຕື່ນ​ຕົວ​ສູງ. ຖ້າ​ຫາກ​ວ່າ​ປີ 2000, ທົ່ວ​ແຂວງ​ມີ​ເຮືອນ​ຮົງ​ພຽງ 265 ຫຼັງ, ມາ​ຮອດ​ປະຈຸ​ບັນ, ຕົວ​ເລກ​ດັ່ງກ່າວໄດ້​ເພີ່ມ​ຂຶ້ນ​ເຖິງ 505 ຫຼັງ. ພິ​ເສດ, ​ເລື່ອງ​ຟື້ນ​ຟູ​ເຮືອນ​ຮົງ​ລ້ວນ​ແຕ່​ໂດຍ​ໝູ່​ບ້ານ​ຊົນ​ເຜົ່າ​ຈັດ​ຕັ້ງ​​ ​ແລະ ປະຕິບັດ​ເອງ. ປ້າ​ ບູ່​ຍທິ​ແທງ​ເວິນ (Bui Thi Thanh Van) ຫົວໜ້າພະ​ແນ​ກວັດທະນະທຳ, ກິ​ລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກອນ​ຕຸ​ມ, ​ໃຫ້​ຮູ້​ວ່າ:

        ”ຕາມ​ຂ້າພະ​ເຈົ້າ​ແລ້ວ, ​ເລື່ອງ​ຟື້ນ​ຟູ​ເຮືອນ​ຮົງ​ແມ່ນ​ວຽກ​ງານ​ດີ​ທີ່​ສຸດ​ຢູ່​ເຂດ​ໄຕ​ງວຽນ, ​ເພາະວ່າ​ນີ້ແມ່ນ​ການ​ປະກອບສ່ວນ​ຂອງ​ທົ່ວສັງຄົມ. ຖ້າ​ຫາກ​ປຸກ​ສ້າງ​ເຮືອນ​ຮົງຂະໜາດ​ນ້ອຍ ກໍ່​ຕ້ອງ​ເສຍ​ເງິນ 50 ລ້ານ​ດົ່ງ, ​ເຮືອນ​ຮົງ​ຂະໜາດ​ໃຫຍ່​ແມ່ນ​ປະມານ 380 ລ້ານ​ດົ່ງ. ໝາຍ​ຄວາມ​ວ່າ​ປຸກ​ສ້າງ​ເຮືອນ​ຮົງ​ທັງ​ໝົດໃນ​ແຂວງຕ້ອງ​ເສຍ​ເງິນ​ປະມານ​ແຕ່ 30 ​ເຖິງ 40 ຕື້​ດົ່ງ​”.

        ຈາກ​ຜົນງານ​ຂອງ​ຂະ​ບວນການ​ປຸກ​ສ້າງ​ເຮືອນ​ຮົງ​ຢູ່​ບັນດາ​ໝູ່​ບ້ານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ນັ້ນ, ທາງແຂວງ​ກອນ​ຕຸ​ມ ​ໄດ້​ຄິດ​ເຖິງ​ເລື່ອງ​​ລະດົມ​ປະຊາຊົນ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ປະຈຸ​ບັນ, ທາງ​ທ້ອງ​ຖີ່​ນພວມ​ຜັນ​ຂະຫຍາຍວຽກ​ງານ​ນີ້ຢູ່ 81 ຕາ​ແສງ. ​ໃນ​ນັ້ນ​ມີ​ຫຼາຍ​ຕາ​ແສງຢູ່​ບັນດາ​ເມືອງຄື: ກອນ​ປຼົງ (Kon Plong), ຕູ​ມໍ​ຮົງ (Tu Mo Rong), ດັກ​ກ​ໄລ (Dac Glei) ຊີວິດ​ຂອງ​ປະຊາຊົນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ດັ່ງ​ນັ້ນ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ຍັງ​ຈຳກັດ​ຢູ່

        ທ່ານ ​ເຈິ່ນວິ້ງ (Tran Vinh), ຮອງຫົວໜ້າ​ພະ​ແນ​ກຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ​ແຂວງ​ກອນ​ຕຸ​ມ, ຖື​ວ່າ​ສາຍ​ເຫດ​ທີ່​ພາ​ໃຫ້​ປະຊາຊົນ​ບໍ່​ທັນ​ເປັນ​ເຈົ້າ​ການ, ບໍ່​ທັນ​ຕັ້ງໜ້າ​ເຂົ້າ​ຮ່ວມ, ​ແມ່ນ​ຍ້ອນ​ເຂົາ​ເຈົ້າ​ບໍ່​ທັນ​ເຫັນ​ປັດ​ໃຈ​ສີສັນ​ວັດທະນະທຳ​ໃນ​​ແຕ່ລະວຽກ​ງານ ​ແລະ ​ກິດຈະກຳອັນລະອຽດ:

        ”ຄວນ​ປະສານ​ສົມທົບ​ກັບ​ປັດ​ໃຈ​ສີສັນຈຶ່ງ​ສາມາດ​ດຶງ​ດູດ​ປະຊາຊົນ​ເຂົ້າ​ຮ່ວ​ມ ​ແລະ ສະໜັບສະໜູນໄດ້. ຈາກ​ຮູບ​ແບບ​ເຮື​ອນຮົງ, ຕ້ອງ​ຄົ້ນ​ຄ້ວາ​ເຖິງ​ບັນດາ​ກິດຈະກຳ​ສະຫວັດດີ​ການ​ສັງຄົມ​ອື່ນໆ, ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນຂອງ​ເຜົ່າ​ໄຕ​ງວຽນ. ​ເມື່ອ​ເຮັດ​ໄດ້​ຄື​ດັ່ງກ່າວ, ​ເຂົ້າ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ດ້ວຍສະຕິ​ຕື່ນ​ຕົວ”.

        ນັບ​ແຕ່​ໃດໆ​ມາ, ​ເຮືອນ​ຮົງ​ແມ່ນ​ວີນຍານ, ​ແມ່ນ​ສິ່ງ​ທີ່​ສັກສິດ​ຂອງ​ໝູ່​ບ້ານ​ຊາວ​ເຜົ່າ​ໃນ​ເຂດ​ໄຕ​ງວຽນ​ເວົ້າ​ລວມ ​ແລະ ​ແຂວງ​ກອນ​ຕຸ​ມ ​ເວົ້າ​ສະ​ເພາະ. ດັ່ງ​ນັ້ນ​ເລື່ອງ​ຟື້ນ​ຟູ​ເຮືອງ​ຮົງ ກໍ່​ຄື​​ເລື່ອງອະນຸລັກ​ຮັກສາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ຢູ່​ທີ່​ນີ້ ​ໄດ້​ປະກອບສ່ວນ​ຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ໄວ້, ສິ່ງ​ດັ່ງກ່າວ​ໄດ້​ຊຸກຍູ້​ທາງ ແຂວງ​ກອນ​ຕຸ​ມ ຄິດ​ເຖິງ​ເລື່ອງ​ລະດົມ​​ກຳລັງແຮງ​ງານ​ຂອງປະຊາຊົນ​ໃນ​ການ ​ປະຕິບັດ​ໂຄງການ​ກໍ່ສ້າງ ​ຊົນນະບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ