ຊາວ Thuy Thanh ກະກຽມ ”ງານບຸນຕະຫຼາດບ້ານນາ”

(vovworld) ​ໃນ​ຂອບ​ເຂດ​ Festival ​Hue 2012,​ ແຕ່​ວັນ​ທີ 7 – 15/4/2012 ນັ້ນ, ”ຕະຫຼາດ​ບ້ານ​ນາ”​ແມ່ນ​ງານ​ບຸນ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ວັດທະນະທຳ​ບ້ານ​ນາ​ທາງ​ພາກ​ກາງ​ຫວຽດນາມ, ຈະ​ຖືກຈັດ​ຂຶ້ນ​​ຢູ່​ບໍລິ​ເວນຂົວ Ngoi Thanh Toan ​​ແລະ ແມ່​ນ້ຳ Nhu Y ຕາ​ແສງ Thuy Thanh, ​ເທດສະບານ​ເມືອງ Huong Thuy, Thua Thien Hue. ​ໃນ​ຊຸມ​ມື້​ນີ້, ຊາວ​ໝູ່​ບ້ານ Thanh Thuy Chanh ຢູ່​ຕາ​ແສງ Thuy Thanh ພວມ​ກະກຽມ​ໃຫ້ ງານບຸນ​ຕະຫຼາດ​ບ້ານ​ນາ ຄັ້ງ​ທີ 6, ນັບ​ແຕ່​ງານ​ບຸນ Festival ​Hue ປີ 2002 ​ເປັນ​ຕົ້ນ​ໄປ.

ຊາວ Thuy Thanh ກະກຽມ ”ງານບຸນຕະຫຼາດບ້ານນາ”  - ảnh 1

ແມ່ຍິງ Huế ໃສ່ເຊື້ອຍາວຖືກຸບໄປຕະຫຼາດ (ພາບ: dantri.com.vn)

ຊາວ​ໝູ່​ບ້ານ Thanh Thuy Chanh ​ເວົ້າ​ວ່າ, ​ເຂົາ​ເຈົ້າພວມ​ມານະ​ພະຍາຍາມ​ກະກຽມຈັດ ”ງານບຸນ​ຕະຫຼາດ​ບ້ານ​ນາ” ປີ​ນີ້ ດ້ວຍ​ຄວາມ​ຫວັງ​ວ່າ, ​ເຫດການ​ນີ້​ບໍ່​ພຽງ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ຊຸມ​ວັນ​ດຳ​ເນີນ Festival ​​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້ໝູ່​ບ້ານ Thanh Thuy Chanh, ຕາ​ແສງ Thuy Thanh ​ແລະ ”ຕະຫຼາດ​ບ້ານ​ນາ” ຂອງ​ເຂົາ​ເຈົ້າ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ອີກ​ດ້ວຍ. ທ່ານ​ນາງ Nguyen Thi Hau, ​ເຈົ້າ​ຂອງ​ຫໍພິພິດທະພັນ​ອຸປະກອນ​ກະ​ສີ​ກຳ, ການ​ປະມົງ ຢູ່​ມໍ່​ກັບ​ຂົວ Ngoi Thanh Toan, ​ໃຫ້​ຮູ້​ວ່າ, ນັບ​ແຕ່​ຕົ້ນ​ປີ 2011, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ໄດ້​ບຸລະນະ​ຫໍພິພິດທະພັນ​ເພື່ອ​ກະກຽມ​ໃຫ້​ງານ​ບຸນ. ຊາວ​ໝູ່​ບ້ານ Thanh Thuy Chanh, ພິ​ເສດ​ແມ່ນ​ຊາວ​ໜຸ່ມ​ໃນ​ໝູ່​ບ້ານ, ​ໄດ້​ພ້ອມ​ກັບ​ທ່ານ​ນາງ​ຈັດ​ວາງ​ຫໍພິພິດທະພັນ​ນີ້​​​ໃຫ້ເປັນ​ລະບຽບ​ຕາມ​ການ​ເຄື່ອນ​ໄຫວ​ຜະລິດ​ກະ​ສີ​ກຳ ​ແລະ​ວິວັດ​ການ​ພັດທະນາ​ຂອງ​ພື້ນຖານ​ອະລິຍະ​ທຳ​​ແຫ່ງເຂົ້ານາ​ທາມ​ຢູ່​ Viet Nam. ​ໃນ Festival ​Hue 2012, ຊາວ​ໝູ່​ບ້ານ Thanh Thuy Chanh ​ເອງ​​ເປັນ​ຜູ້ຈັດ​ຕັ້ງ​​ການເຄື່ອນ​ໄຫວ​ຜະລິດ​ກະ​ສີ​ກຳ​ໃນ​ງານ​ບຸນ​ຕະຫຼາດ​ບ້ານ​ນາ.

”Festival ຄັ້ງ​ກ່ອນ​ນີ້ ບໍ່​ມ່ວນ​ຊື່ນ​ປານ​ໃດ, ​ແຕ່​ປີ​ນີ້, ທັງ​ໝູ່​ບ້ານ​ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ ​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ງານ​ບຸນ. ”

ຊາວ Thuy Thanh ກະກຽມ ”ງານບຸນຕະຫຼາດບ້ານນາ”  - ảnh 2

ຮ້ານວາງສະແດງກຸບ huế (ພາບ: dantri.com.vn)

ມາ​ຮອດ​ປະຈຸ​ບັນ, ຄະນະ​ຈັດ​ຕັ້ງ Festival ​Hue ​ໄດ້​ຮັບຮອງ​ເອົາ ຮ່າງ​ແຜນການ​ລະອຽດ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ໃນ​ພິທີ​ເປີດ, ພິທີ​ອັດ ​ແລະ​ບັນດາ​ການ​ເຄື່ອນ​ໄຫວ​ສິລະ​ປະວັດທະນະທຳຂອງ ”ງານບຸນ​ຕະຫຼາດ​ບ້ານ​ນາ” ​ແລ້ວ. ຕາມ​ນັ້ນ​ແລ້ວ, ​ການ​ເຄື່ອນ​ໄຫວເປີດ​ສາກ ”ງານບຸນ​ຕະຫຼາດ​ບ້ານ​ນາ” ປີ​ນີ້ ​ແມ່ນ​ພິທີ​​ແຫ່ວີນຍານ​ພະນາງ Tran Thi Dao - ຜູ້​ທີ່​ມີ​ບຸນ​ຄູນ​ໃນ​ການ​ກໍ່ສ້າງ​ຂົວ Ngoi Thanh Toan ຈາກ​ຫໍ​ບູຊາ​ວົງ​ຕະກຸນ Tran ຂອງໝູ່​ບ້ານ Thanh Thuy Chanh ​ໄປ​ຍັງ​ຂົວ. ຈາກ​ນັ້ນ​ແມ່ນ​ການ​​ໄປ​ຕະຫຼາດ​ບ້ານ​ນາ, ຊ່ວງ​ເຮືອ​ປະ​ເພນີ​ລະຫວ່າງ​ບັນດາ​ທ້ອງ​ຖີ່​ນ​ໃນ​ເທດສະບານ​ເມື​ອງ; ​ໄປ​ຢ້ຽມຢາມ​ບັນດາ​ປູຊະນີຍະສະຖານ​ວັດທະນະທຳ ປະຫວັດສາດ​ໃນ​ບໍລິ​ເວນ; ​ໄປ​ຢ້ຽມຢາມ​ຫໍພິພິດທະພັນ​ອຸປະກອນ​ກະ​ສີ​ກຳ ​ແລະ ​ການ​ປະມົງ; ຈັດ​ຕັ້ງ​ການບູຊາ, ​ໄຫວ້​ອາ​ໄລບັນດາ​ວິລະ​ຊົນ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຈັດການ​ແຂ່ງຂັນ​ເຮັດ​ກຸບ​, ຈັດການ​ລະ​ຫຼິ້ນ, ຟ້ອນ​ລຳ​ທຳ​ເພງ, ຮັບ​ປະທານ​ອາຫານ​ພື້ນ​ເມືອງ​​ເຂດ​ບ້ານ​ນາ… ນອກ​ນັ້ນ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ພ້ອມ​ກັບ​ຊາວບ້ານ Thanh Thuy Chanh ຄື: ຫຼິ້ນ​ໝາກຮຸກ​ຈີນ, ຕຶກປາ​ຢູ່​ລຽບ​ຕາມ 2 ພາກຝັ່ງ​ແມ່​ນ້ຳ, ​ແຂ່ງຂັນທິບ​ລົດ​ຊ້າ…ອີກ​ດ້ວຍ. ທ່ານ Tran Bong, ຊາວບ້ານ Thanh Thuy Chanh ​ໃຫ້​ຮູ້​ວ່າ​, ທາງອຳນາດ​ການ​ປົກຄອງ​ຕາ​ແສງ ​ໄດ້​ໂຄສະນາ​ເຜີຍ​ແຜ່​​ລາຍການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ​ຕະຫຼາດ​ບ້ານ​ນາ​ຂົວ Ngoi Thanh Toan ​ເຖິງ​ໝູ່​ປະຊາຊົນ​ໃນ​ໝູ່​ບ້ານ​ແລ້ວ, ດັ່ງ​ນັ້ນ​ພໍ່​ແມ່​ປະຊາຊົນ​ໄດ້​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ກະກຽມ​ຢ່າງ​ເຖິງ​ຖອງ, ​ເພື່ອ​ເຮັດ​ໃຫ້​ງານ​ບຸນ​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ ​ແລະ​ ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ທຸກ​ຄົນ​ລ້ວນ​ແຕ່​ຮູ້ສຶກ​ພາກພູມ​ໃຈ​ເມື່ອ​ເຂົ້າ​ຮ່ວມ​ງານ​ບຸນ​ນີ້:

”ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນກໍ່​ຄື​ຄະນະ​ຈັດ​ຕັ້ງ​ໄດ້​ສ້າງ​ແຜນການ​ຈັດ​ຕັ້ງ Festival ຢ່າງ​ລະອຽດ. Festival ປີ​ນີ້​ມີ​ຈຸດ​ໃໝ່​ຫຼາຍ​ຢ່າງ, ມີ​ການ​ລະ​ຫຼິ້ນ​ໃໝ່ ​ແລະ ຈັບ​ອົກ​ຈັບ​ໃຈຫຼາຍ​ຢ່າງ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ”

ຊາວ Thuy Thanh ກະກຽມ ”ງານບຸນຕະຫຼາດບ້ານນາ”  - ảnh 3

ງານຊ່ວງເຮືອ (ພາບ: dantri.com.vn)

ປີ​ນີ້, Festival ​Hue ຖືກ​ຈັດ​ຕັ້ງ​​ໄວ​ກວ່າ​ຄັ້ງ​ກ່ອນໆ. ສະ​ເພາະ ”ງານບຸນ​ຕະຫຼາດ​ບ້ານ​ນາ” ຢູ່​ຕາ​ແສງ  Thuy Thanh ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 8 – 14/4. ຕາມ​ທ່ານ Tran Duy Khanh, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ Thuy Thanh ​ແລ້ວ, ​ເລື່ອງ​ກະກຽມ​ໃຫ້ Festival ​ຂອງ​ຕາ​ແສງແມ່ນ​ໄດ້​ສຳ​ເລັດກ່ອນ​ວັນ​ທີ 30/3 ​ເພື່ອ​ຮັບ​ໃຊ້​ງານ​ບຸນ​ຢ່າງ​ທັນ​ການ.

”ນັບ​ແຕ່​ຕົ້ນ​ປີ, ຂັ້ນ​ເທິງ​ໄດ້​ລົງທຶນ​ບ້ວງ​ເງິນ​ຈຳນວນ​ໜຶ່ງ​ໃຫ້​ແກ່ພວກ​ຂ້າພະ​ເຈົ້າ​ ​ເພື່ອ​ຍົກ​ລະ​ດັບ, ບຸລະນະ​ບັນດາ​ກິດຈະກຳ​ຮັບ​ໃຊ້ Festival ຢູ່​ຕາ​ແສງ. ນອກ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່​ໄດ້​ລະດົມ​ການ​ປະກອບສ່ວນ​ຂອງ​ປະຊາຊົນ​ເພື່ອ​ປະຕິບັດ​ສຳ​ເລັດ​ບັນດາ​ກິດຈະກຳ Festival. ປີ​ນີ້, ​ເປັນ​ເທື່ອ​ທຳ​ອິດ​ທີ່​ພວກ​ຂ້າພະ​ເຂົ້າ​ນຳ​ວິຫານ​ບູຊາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ມໍ່​ກັບຂົວ Ngoi Thanh Toan ເຂົ້າ​ລາຍການ​ເຄື່ອນ​ໄຫວ​ໃນ​ໂອກາດ Festival ”.

Thuy Thanh ​ແມ່ນ​ເຂດ​ດິນ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ມູນ​ເຊື້ອ​ປະຫວັດສາດ, ວັດທະນະທຳ​ຂອງ​ແຂວງ Thua Thien Hue. ປະຊາຊົນ​ຢູ່​ທີ່​ນີ້​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ໝູ່​ບ້ານ​ຂອງ​ຕົນ, ​ດ້ວຍ ປູຊະນີຍະສະຖານ​ປະຫວັດສາດ, ປະຕິວັດ​ຫຼາຍ​ແຫ່ງ​. ປະຈຸ​ບັນ, ອຳນາດ​ການ​ປົກຄອງ ​ແລະ​ຊາວ Thuy Thanh ພວມ​ມານະ​ພະຍາຍາມ​ເພື່ອ​ນຳ​ຊື່​ໝູ່​ບ້ານ​ຂອງ​ຕົນ​ເຂົ້າ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ​ຢູ່​ຫວຽດນາມ​ດ້ວຍ​ເຄື່ອງໝາຍ ”ງານບຸນ​ຕະຫຼາດ​ບ້ານ​ນາ” ​​ເຊິ່ງຈັດ​ຂຶ້ນ 2 ປີ ​ເທື່ອ​ໜຶ່ງ ​ໃນ​ໂອກາດ Festival ​Hue . ໝູ່​ບ້ານ Thuy Thanh ດ້ວຍ​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ ​ແລະ ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ໃນ ”ງານບຸນ​ຕະຫຼາດ​ບ້ານ​ນາ” ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ບັນດາຜູ້​​ເຂົ້າ​ຮ່ວມ Festival ​Hue ຢ່າງ​ແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ