ຊາວ​ກະ​ສິ​ກອນ ​ຫວຽດ​ນາມ ນຳ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ ອອກ​ສູ່​ໂລກ

(VOVWORLD) - ໃນຊຸມປີທີ່ຜ່ານມາ, ນອກຈາກເລື່ອງຈຳໜ່າຍບັນດາຜະລິດຕະພັນຈາກໝາກລຳໄຍຂອງຫວຽດນາມ ຢ່າງແຮງຢູ່ຕະຫຼາດພາຍໃນປະເທດແລ້ວ, ຜະລິດຕະພັນນີ້ ຍັງໄດ້ເປັນທີ່ຮູ້ຈັກ ແລະ ໄດ້ຮັບຄວາມນິຍົມຈາກຫຼາຍຕະຫຼາດໃຫ່ ແລະ ຜູ້ບໍລິໂພກໃນໂລກ. ໂດຍປະກອບສ່ວນບໍ່ໜ້ອຍ ເຂົ້າໃນວິວັດການນຳໝາກລຳໄຍຫວຽດນາມ ອອກສູ່ຕະຫຼາດໂລກ ກໍ່ແມ່ນບັນດາຊາວກະສິກອນຢູ່ບັນດາເຂດປູກລຳໄຍຈຸດສຸມໃນທົ່ວປະເທດ.
 
ຊາວ​ກະ​ສິ​ກອນ ​ຫວຽດ​ນາມ ນຳ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ ອອກ​ສູ່​ໂລກ - ảnh 1

ປະຊາຊົນ ເມືອງ ຊົງມ້າ ກັບກຽວໝາກລຳໄຍ (ພາບ: VOV)

  ໃນຊຸມມື້ນີ້, ຢູ່ເມືອງ ຊົງມ້າ, ແຂວງເຊິນລາ, ນັບແຕ່ບັນດາຕາແສງລຽບຕາມເສັ້ນທາງຫຼວງ 4G ຮອດບັນດາຕາແສງເຂດພູສູງ ຊາຍແດນ, ຊາວກະສິກອນພວມຫ້າວຫັນເກັບກ່ຽວໝາກລຳໄຍ ຍ້ອນວ່າປີນີ້, ໝາກລຳໄຍ ຊົງມ້າ ສືບຕໍ່ໄດ້ຮັບການສົ່ງໄປຍັງບັນດາຕະຫຼາດທີ່ຮຽກຮ້ອງຄຸນນະພາບສູງຄື ອີຢູ ແລະ ລາຊະອານາຈັກ ອັງກິດ. ຄອບຄົວອ້າຍ ວີວັນຕວັນ ຢູ່ບ້ານ ນ່າປານ, ຕາແສງ ນ່າງີ້ວ ມີຕົ້ນລຳໄຍພັນປະສົມ 200 ຕົ້ນ ຊື່ງເກັບກ່ຽວໝາກລຳໄຍໄດ້ 10 ໂຕນ, ເຊິ່ງມີສະມັດຕະພາຍສູງກ່ວາປີກ່ອນ. ອ້າຍ ຕວັນ ແບ່ງປັນວ່າ:

   ປີນີ້, ໝາກລຳໄຍໄດ້ສົ່ງອອກໄປຕ່າງປະເທດ, ຄອບຄົວຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ. ເມື່ອທຽບກັບໝາກໄມ້ຊະນິດອື່ນໆ, ໝາກລຳໄຍໄດ້ໃຫ້ປະລິມານດີ ແລະ ລາຄາເປັນປົກກະຕິກ່ວາ, ຄອບຄົວຂ້າພະເຈົ້າຈະພັດທະນາຕົ້ນລຳໄຍໃຫ້ຫຼາຍກ່ວາອີກ.

ຊາວ​ກະ​ສິ​ກອນ ​ຫວຽດ​ນາມ ນຳ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ ອອກ​ສູ່​ໂລກ - ảnh 2

 ໝາກລຳໄຍຂອງ ຮຶງອຽນ ປູກຕາມຮູບແບບ VietGAP ມີສະມັດຕະພາບ ແລະ ຕຸນນະພາບສູງ (ພາບ: TTXVN)

   ໂດຍແມ່ນອູ່ລຳໄຍໃຫຍ່ກ່ວາໝູ່ໃນທົ່ວປະເທດ, ເມືອງ ຊົງມ້າ ມີເນື້ອທີ່ດິນປູກຕົ້ນລຳໄຍກ່ວາ 7300 ເຮັກຕາ, ຄາດວ່າຈະບັນລຸປະລິມານກ່ວາ 70.000 ໂຕນ/ປີ, ໂດຍສຸມໃສ່ສ່ວນຫຼາຍຢູ່ບັນດາຕາແສງລຽບຕາມແມ່ນ້ຳ ຊົງມ້າ ຄື: ຈຽງເຄືອງ, ຈຽງກາງ, ເມືອງຮູງ, ຈຽງຄອງ, ນ່າງີ້ວ, ອຽນຮຶງ, ຈຽງເຊີ, ເມືອງເລິມ ເຖິງວ່າ ສະພາບການໂລກລະບາດໂຄວິດ 19 ພາຍໃນປະເທດ ແລະ ໃນໂລກ ພວມມີການຜັນແປອັນສັບສົນກໍ່ຕາມ, ແຕ່ຜະລິດຕະພັນລຳໄຍ ຊົງມ້າ ກໍ່ຍັງໄດ້ສົ່ງອອກໄປຍັງບັນດາປະເທດ ອົດສະຕາລີ, ອາເມລິກາ, ຈີນ, ອີຢູ ແລະ ລາຊະອານາຈັກອັງກິດ. ການເປີດກ້ວາງຕະຫຼາດສົ່ງອອກ ແລະ ໄດ້ຮັບການຮັບຮູ້ຈາກຕະຫຼາດບັນດາປະເທດທີ່ຮຽກຮ້ອງຄຸນນະພາບສູງ ໄດ້ສືບຕໍ່ຢັ້ງຢືນຄຸນະພາບຜະລິດຕະພັນລຳໄຍ ຊົງມ້າ. ທ່ານ ຫງວຽນວັນເຟືອງ, ຮອງປະທານຄະນະກຳມະການ ປຊຊ ເມືອງ ຊົງມ້າ, ແຂວງ ເຊີນລາ ໃຫ້ຮູ້ວ່າ:

  ການສົ່ງອອກໝາກລຳໄຍ ໄປຍັງຕະຫຼາດອີຢູ ແລະ ລາຊະອານາຈັກອັງກິດ ປະສົບຜົນສຳເລັດ ໄດ້ປະກອບສ່ວນຊຸກຍູ້ວຽກງານຂະຫຍາຍເນື້ອທີ່ດິນປູກຕົ້ນໄມ້ກິນໝາກໃນເຂດດິນຊັນ, ພິເສດແມ່ນຍູ້ແຮງການໝູນໃຊ້ບັນດາຄວາມກ້າວໜ້າວິທະຍາສາດເຕັກນິກ ເຂົ້າໃນການຜະລິດກວ່າອີກ ເພື່ອແນໃສ່ຍົກສູງຄຸນນະພາບ, ຮູບແບບຜະລິດຕະພັນໃຫ້ສູງກ່ວາອີກ ເພື່ອຕອບສະໜອງໄດ້ຕາມມາດຕະຖານຂອງບັນດານັກນຳເຂົ້າ ໃນໄລຍະຈະມາເຖິງ.

  ໃນລະດູເກັບກ່ຽວໝາກລຳໄຍປີນີ້, ບໍລິສັດຫຸ້ນສ່ວນກະສິກຳອົງຄະທາດ ຟູຊາ ຈະເກັບຊື້ໝາກລຳໄຍ 60 ໂຕນຂອງແຂວງ ຮຶງອຽນ ເພື່ອສົ່ງໄປຍັງ ເອີລົບ. ນີ້ແມ່ນຄັ້ງທຳອິດທີ່ໝາກລຳໄຍຂອງແຂວງ ຮຶງອຽນ ຈະສົ່ງອອກໄປຍັງຕະຫຼາໃຫ່ແບບທາງການ. ທ່ານ ເຈິ່ນວັນມີ, ຫົວໜ້າສະຫະກອນຕົ້ນໄມ້ກິນໝາກ ກວຽດທັງ, ຕາແສງ ເຕີນຮຶງ, ນະຄອນ ຮຶງອຽນ ໃຫ້ຮູ້ວ່າ:

   ສຳລັບຊາວກະສິກອນພວກຂ້າພະເຈົ້າແລ້ວ ກໍ່ມີຄວາມພາກພູມໃຈຍ້ອນວ່າປີນີ້, ໝາກລຳໄຍຂອງ ຮຶງອຽນ ສາມາດສົ່ງໄປຍັງ ເອີລົບ ໄດ້ ກໍ່ຈະຍົກສູງຄຸນຄ່າຂອງຜະລິດຕະພັນເພີ່ມຂຶ້ນຫຼາຍ. ຢູ່ບັນດາຕະຫຼາດຮຽກຮ້ອງຄຸນນະພາບສູງ ຕ້ອງມີເຕັກນິກການບົວລະບັດທີ່ດີ, ຖ້າເຮັດໄດ້ຄືແນວນັ້ນ, ຜະລິດຕະພັນຈຶ່ງຈະບັນລຸຄຸນຄ່າທີ່ສູງກ່ວາ.

ພ້ອມກັບການກະກຽມສົ່ງໝາກລຳໄຍໄປຍັງ ເອີລົບ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງແຂວງ ຮຶງອຽນ ພວມຮຽກຮ້ອງວິສາຫະກິດ ເພື່ອສົ່ງອອກໝາກລຳໄຍໄປຍັງຕະຫຼາດ ອາຊີ ແລະ ບັນດາຕະຫຼາດອື່ນໆ.

ໃນຊຸມປີຜ່ານມາ, ນອກຈາກການຈຳໜ່າຍຢ່າງແຮງຢູ່ບັນດາຕະຫຼາດພາຍໃນປະເທດ, ບັນດາຜະລິດຕະພັນຈາກໝາກລຳໄຍຂອງຫວຽດນາມ ກໍ່ຍັງໄດ້ເປັນທີ່ຮູ້ຈັກ ແລະ ໄດ້ຮັບຄວາມນິຍົມຈາກບັນດາຕະຫຼາດໃຫ່ຍ ແລະ ຜູ້ບໍລິໂພກຄື: ຈີນ, ອົດສະຕາລີ, ສິງກະໂປ, ສ.ເກົາຫຼີ, ມາເລເຊຍ, ຍີ່ປຸ່ນ, ເອີລົບ… ທ່ານ ຫວູ້ບາຟູ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

  ບັນດາທ້ອງຖິ່ນທີ່ມີເນື້ອທີ່ດິນປູກຕົ້ນລຳໄຍຂອງຫວຽດນາມ ຄືແຂວງ ຮຶງອຽນ, ເຊີນລາ, ຫາຍເຢືອງ ແລະ ບາງແຂວງທາງທິດຕາເວັນຕົກສ່ຽງໃຕ້ຂອງ ຫວຽດນາມ ພວມນັບມື້ນັບສ້າງເຕັກໂນໂລຊີ, ຂັ້ນຕອນການຜະລິດໃຫ້ສຳເລັດ, ສຸມໃສ່ພັດທະນາບັນດາເຂດປູກຕົ້ນລຳໄຍທີ່ບັນລຸມາດຖານ ເພື່ອສົ່ງອອກໄປຍັງບັນດາຕະຫຼາດຕ່າງປະເທດ. ແຕ່ເຖິງຢ່າງໃດກໍ່ຕາມ, ປະລິມານໝາກລຳໄຍຂອງ ຫວຽດນາມ ທີ່ສົ່ງອອກໄປຍັງຕ່າງປະເທດ ຍັງໜ້ອຍ ເມື່ອທຽບກັບຄວາມສາມາດບົ່ມຊ້ອນ ແລະ ຕ້ອງມີຫຼາຍມາດຕະການຕົວຈິງ ເພື່ອພັດທະນາ.

ມາຮອດປະຈຸບັນ, ໝາກລຳໄຍຂອງຫວຽດນາມ ໄດ້ຕອບສະໜອງບັນດາມາດຖານຕາມການກຳນົດຂອງປະເທດທີ່ຈະສົ່ງອອກຄື: ມີຕົ້ນກຳເນີດຈະແຈ້ງ, ການຜະລິດ ແລະ ສົ່ງອອກຕາມຂັ້ນຕອນຕອບສະໜອງຄຳຮຽກຮ້ອງຕ້ອງການດ້ານຄຸນນະພາບ, ຢັ້ງຢືນສະພາບການກວດກາສຸຂະອະນາໄມພືດຕອບສະໜອງເງື່ອນໄຂນຳເຂົ້າໝາກໄມ້ສົດຂອງປະເທດນຳເຂົ້າ… ໝາຍຄວາມວ່າ ໝາກລຳໄຍສົດທີ່ສົ່ງອອກຂອງ ຫວຽດນາມ ໄດ້ຮັບການຮັບຮູ້ວ່າມີຄຸນນະພາບສູງ, ຢັ້ງຢືນເຄື່ອງໝາຍການຄ້າ “ໝາກໄມ້ ຫວຽດນາມ” ແລະ ສາມາດຂາຍຢູ່ຫຼາຍຕະຫຼາດທີ່ຮຽກຮ້ອງຄຸນນະພາບສູງໄດ້. ເລື່ອງໝາກລຳໄຍ ຫວຽດນາມ ໄດ້ສົ່ງອອກໄປຍັງຫຼາຍຕະຫຼາດສາກົນຢ່າງລຽນຕິດ ແມ່ນບໍ່ພຽງແຕ່ໄດ້ຢັ້ງຢືນຄຸນນະພາບ, ຊື່ສຽງຂອງໝາກໄມ້ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ນຳມາເຊິ່ງລາຍຮັບທີ່ສູງໃຫ້ແກ່ຊາວກະສິກອນຜູ້ປູກຕົ້ນລຳໄຍໃນທົ່ວປະເທດອີກດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ