ຊາວ​ກະ​ສິ​ກອນ​ນະ​ຄອນຫຼວງ​ຊ່ວຍ​ເຫຼືອ, ແບ່ງ​ປັນ​ກັນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ

(VOVWORLD) -  ໃນສະພາບໂລກລະບາດໂຄວິດ 19 ພວມມີການຜັນແປທີ່ສັບສົນ, ຄວາມຮັກແພງ, ຄວາມຮັບຜິດຊອບ ຂອງວົງຄະນະຍາດໄດ້ເບັ່ງປະກາຍ ເພື່ອຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານໂລກລະບາດ. ໃນໄລຍະທີ່ຜ່ານມາ, ສະມາຄົມຊາວກະສິກອນນະຄອນຮ່າໂນ້ຍ ໄດ້ລະດົມທຸກແຫຼ່ງກຳລັງ, ໜູນຊ່ວຍ, ຊ່ວຍເຫຼືອຊາວກະສິ ທີ່ໄດ້ຮັບກະທົບຈາກໂລກລະບາດຢ່າງທັນການ.
ຊາວ​ກະ​ສິ​ກອນ​ນະ​ຄອນຫຼວງ​ຊ່ວຍ​ເຫຼືອ,  ແບ່ງ​ປັນ​ກັນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ - ảnh 1

ສະມາຄົມຊາວກະສິກອນນະຄອນຮ່າໂນ້ຍ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ (ພາບ: Ngọc Anh/VOV5)

 
  ດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ” ນັ້ນ, ຄະນະປະຈຳສະມາຄົມຊາວກະສິກອນນະຄອນຮ່າໂນ້ຍ ໄດ້ສ້າງຕັ້ງສຳນັກງານບັນຊາການປ້ອງກັນ ຕ້ານໂລກລະບາດໂຄວິດ 19. ສະມາຄົມຊາວກະສິກອນນະຄອນຮ່າໂນ້ຍ ທຸກຂັ້ນ ໄດ້ປຸກລະດົມພະນັກງານ, ສະມາຊິກເກືອບ 4000 ຄົນເຂົ້າຮ່ວມເວນຍາມຢູ່ຕາມປ້ອມປ້ອງກັນໂລກລະບາດ; ກ່ວາ 5200 ຄົນເຂົ້າຮ່ວມໜ່ວຍວົງຄະນະຍາດປ້ອງກັນໂຄວິດ ແລະ 1600 ກ່ວາຄົນເຂົ້າຮ່ວມການໂຄສະນາບັນດາຜ່ານກຸ່ມທາງ Face Book, Zalo, Fanpage ຢູ່ຮາກຖານ.

   ໂດຍໄດ້ປະຕິບັດລາຍການ “ສາຍຈິດມິດໃຈຊາວກະສິກອນ-ສາມັກຄີ ແລະ ແບ່ງປັນ”, ໃນໄລຍະປະຕິບັດການແຍກຫ່າງສັງຄົມ, ສະມາຄົມຊາວກະສິກອນນະຄອນຮ່າໂນ້ຍ ໄດ້ຂົນຂວາຍພະນັກງານ, ສະມາຊິກ ສະໜັບສະໜູນກອງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ດ້ວຍຈຳນວນເງິນກ່ວາ 5 ຕື້ດົ່ງ; ສະໜັບສະໜູນກອງທຶນສະກັດກັ້ນໂຄວິດ 19 ເກືອບ 6 ຕື້ດົ່ງ. ທ່ານນາງ ຟ້າມຫາຍຮວາ, ປະທານ ສະມາຄົມຊາວກະສິກອນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:

    ຫຼາຍຮູບແບບປະດິດຄິດສ້າງຂອງ ຊາວກະສິກອນນະຄອນຮ່າໂນ້ຍ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນຄື: ໜ່ວຍເຊື່ອມຕໍ່ຈຳໜ່າຍຜະລິດຕະພັນກະເສດ, ຮ້ານຂາຍເຄື່ອງ 0 ດົ່ງໃຫ້ຜູ້ທຸກຍາກ. ສະມາຄົມທຸກຂັ້ນ ໄດ້ເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນກະເສດນັບພັນໂຕນ, ໜູນຊ່ວຍຜັກຂຽວກ່ວາ 70 ໂຕນໃຫ້ບັນດາເມືອງພາຍໃນນະຄອນ, ສົມທົບກັບຄະນະຊາວໜຸ່ມນະຄອນ ຈັດລາຍການລ້ານຄາບເຂົ້າຮ່າໂນ້ຍ ແຫ່ງສາຍຈິດສາຍໃຈ, ທັງຕັ້ງໜ້າທຳການຜະລິດ, ທັງເຂົ້າຮ່ວມສະໜັບສະໜູນເງິນນັບຮ້ອຍລ້ານດົ່ງ, ມອບຂອງຂວັນໃຫ້ກຳລັງແນວໜ້າປ້ອງກັນໂລກລະບາດ, ຜູ້ອອກແຮງງານທຸກຍາກ.

  ສະມາຄົມຊາວກະສິກອນບັນດາເມືອງ, ເທດສະບານຕາແສງ ໄດ້ຈັດຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ. ພົ້ນເດັ່ນແມ່ນ ສະມາຄົມຊາວກະສິກອນເມືອງແທັງອວາຍ ໄດ້ເປີດຮ້ານວາງຂາຍ, ແນະນຳ, ເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນຢູ່ເທດສະບານກີມບ່າຍ, ສະມາຄົມຊາວກະສິກອນເມືອງອຶງຮ່ວາ ໄດ້ເປີດສະຫຼອງ ແລະ ມອບເງິນກໍ່ສ້າງເຮືອນ “ສາຍຈິດມິດໃຈຂອງຊາວກະສິກອນ”; ເປີດຮ້ານວາງຂາຍເຊື່ອມຕໍ່ແນະນຳ ແລະ ຈຳໜ່າຍຜະລິດຕະພັນກະເສດ ຢູ່ເທດສະບານເມືອງເວິນດິນ. ທ່ານຟ້າມວັນຮຸ່ງ, ປະທານສະມາຄົມຊາວກະສິກອນເມືອງຝູຊວຽນ ໃຫ້ຮູ້ວ່າ:

     ສະມາຄົມຊາວກະສິກອນເມືອງຝູຊວຽນ ສະໜັບສະໜູນຜັກ, ໝາກໄມ້ປະເພດຕ່າງໆໃຫ້ບັນດາເມືອງໃນນະຄອນ ແລະ ເມືອງອື່ນໆທີ່ມີການຜັນແປອັນສັບສົນຂອງພະຍາດ ດ້ວຍປະລິມານກ່ວາ 20 ໂຕນ ແລະ ຜະລິດຕະພັນກະເສດອື່ນໆເກືອບ 10 ໂຕນ ເພື່ອແບ່ງປັນຄວາມຫຍຸ້ງຍາກສວ່ນໃດສ່ວນໜຶ່ງ ກັບບ່ອນເກີດການແຜ່ລະບາດຢ່າງສັບສົນຢູ່ນະຄອນຮ່າໂນ້ຍ.

   ໄລ່ຮອດຈຸດເວລານີ້, ສະມາຄົມຊາວກະສິກອນນະຄອນຮ່າໂນ້ຍ ທຸກຂັ້ນ ໄດ້ໄປຢ້ຽມຢາມ, ມອບຂອງຂັວນໃຫ້ກຳລັງແນວໜ້າປ້ອງກັນ, ຕ້ານໂລກລະບາດ, ຜູ້ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ລວມທັງເງິນ ແລະ ວັດຖຸດ້ວຍມູນຄ່າທັງໝົດກ່ວາ 12 ຕື້ດົ່ງ. ພິເສດ, ໃນໄລຍະເກີດໂລກລະບາດ ແຕ່ລະບົບສະໜອງຜະລິດຕະພັນກະເສດໃຫ້ແກ່ນະຄອນບໍ່ໄດ້ຂາດວັກຂາດຕອນ. ທ່ານນາງ ຫງວຽນທິແທັງ ປະທານສະມາຄົມຊາວກະສິກອນເມືອງຮ່ວາຍດຶກ ເລົ່າສູ່ຟັງວ່າ:

  ສະມາຄົມຊາວກະສິກອນພວກຂ້າພະເຈົ້າທຸກຂັ້ນ ໄດ້ສ້າງຕັ້ງບັນດາໜ່ວຍຈຳໜ່າຍຜະລິດຕະພັນກະເສດຈາກເມືອງຮອດຕາແສງ. ພວກຂ້າພະເຈົ້າໄດ້ເຊື່ອມຕໍ່ກັບບັນດາທ້ອງຖິ່ນໃນເມືອງ ເພື່ອປະສານງານ ກໍ່ຄືເຊື່ອມຕໍ່ກັບສະມາຄົມຊາວກະສິກອນນະຄອນຮ່າໂນ້ຍ, ບັນດາສະມາຄົມ, ອົງການຈັດຕັ້ງ, ໝູ່ຄະນະຢູ່ເມືອງອື່ນໆ. ຜະລິດຕະພັນກະເສດໃນເມືອງທີ່ຈຳໜ່າຍບໍ່ໝົດ ຈະສົ່ງໄປຂາຍຢູ່ເມືອງອື່ນ ຫຼືຊ່ວຍຈຳໜ່າຍຜະລິດຕະພັນຂອງເມືອງອື່ນຄື: ຊື້ກົບຂອງເມືອງ ແທັງອວຍ, ໜໍ່ໄມ້ຂອງເມືອງບາວີ່.

   ໂດຍໄດ້ຕອບສະໜອງລາຍການ “ຂອງຂວັນລ້ານພູດ-ຜະລິດຕະພັນກະເສດພັນໂຕນ” ໂດຍສູນກາງສະມາຄົມຊາວກະສິກອນຫວຽດນາມ ປຸກລະດົມນັ້ນ, ສະມາຄົມຊາວກະສິກອນນະຄອນຮ່າໂນ້ຍ ໄດ້ມອບເງິນຊ່ວຍເຫຼືອສະມາຄົມຊາວກະສິກອນນະຄອນໂຮ່ຈີມິນ, ສະມາຄົມຊາວກະສິກອນແຂວງບິນເຢືອງ ແລະ ສະມາຄົມຊາວກະສິກອນແຂວງດົ່ງນາຍ, ແຕ່ລະຫົວໜ່ວຍ 50 ລ້ານດົ່ງ. ໄດ້ປະກົດມີຫຼາຍແບບຢ່າງຊາວກະສິກອນດີເດັ່ນ ໃນການຜະລິດ ດຳເນີນທຸລະກິດ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດ. ເອື້ອຍຫວູ້ທິຢຸງ, ຫົວໜ້າສາຂາອາຊີບຕັດຫຍິບຕາແສງ ກາວວຽນ, ເມືອງແທັງອວາຍ ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າໄດ້ສ້າງຕັ້ງກຸ່ມຕິດຕໍ່ສະເພາະໃນສື່ສັງຄົມ ຢາໂລ, ເມື່ອມີສິນຄ້າປະເພດໃໝ່, ຮູບແບບໃໝ່ກໍ່ເອົາລົງໃນ ຢາໂລ, ແບ່ງປັນຂໍ້ມູນຕ່າງໆຄື: ແຫຼ່ງວັດຖຸດິບ, ລາຄາ ແລະ ລາຄາຂາຍກໍ່ໄດ້ຂາຍຕາມລາຄາທີ່ໄດ້ກຳນົດ.

    ສະມາຄົມຊາວກະສິກອນນະຄອນຮ່າໂນ້ຍ ໄດ້ ແລະ ພວມຮ່ວມເດີນທາງພ້ອມກັບຊາວກະສິກອນ, ພ້ອມທັງໜູນຊ່ວຍ, ແບ່ງປັນຄວາມຫຍຸ້ງຍາກກັບຊາວກະສິກອນ ດ້ວຍບັນດາວຽກງານທີ່ແທດຈິງ. ຈິດໃຈ “ຮັກແພງ ຊ່ວຍເຫຼືອຊື່ງກັນ ແລະ ກັນ” ແມ່ນການລະດົມກຳລັງໃຈອັນໃຫ່ຍຫຼວງ ເພື່ອໃຫ້ທຸກຄົນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດກໍ່ຂຶ້ນ ເພື່ອສ້າງຊີວິດການເປັນຢູ່ເປັນປົກກະຕິ./.

ຕອບກັບ

ຂ່າວ/ບົດ​ອື່ນ