ຊາວກະສິກອນຢູ່ຊາປາສ້າງຄວາມຮ່ັງມີຈາກການປູກຢາສະໝູນໄພ

(vovworld) - ໂດຍ​ນອນ​ໃນ​ລະດັບ​ຄວາມ​ສູງ​ແຕ່ 1.500 ຫາ 1.800 ​​ແມັດ ​ເມື່ອ​ທຽບ​ໃສ່​ໜ້າ​ນຳ້​ທະ​ເລ, ​​​ເຊິ່ງ​ແມ່ນ​ເຂດ​ທີ່​ມີອາກາດ​ອົບ​ອຸ່ນ​ພໍດີ​ດ້ວຍ​ອຸນຫະ​ພຸມ​ສ​ະ​ເລ່ຍ​ແຕ່ 15 18 ອົງສາ, ​​ເມືອງ ຊາ​ປາ, ​ແຂວງ ລາວ​ກາຍ ມີ​ທ່າ​ແຮງ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ຕົ້ນຢາ​ສະ​ໝູນ​ໄພ​ຊະນິດ​ຕ່າງໆຂອງ​ທ້ອງ​ຖິ່ນ. ​ໃນ​ຊຸ​ມ​ປີ​ມໍ່ໆ​ມາ​ນີ້, ຫຼາຍ​ຄອບຄົວ​ຊາວ​ກະ​ສິກ​ອນຢູ່​ເຂດ​ພູ​ສູງ​ນີ້​ໄດ້​ພັດທະນາ​ຢາ​ສະ​ໝູນ​ໄພ​ທີ່​ຫາ​ຍາກ​ຈຳນວນ​ໜຶ່ງ, ​ເພື່ອສະໜອງ​​ແຫຼ່ງວັດຖຸ​ດິບ​ຮັບ​ໃຊ້​ຄວາມ​ຕ້ອງການ​ຜະລິດ​ຢາ​ພາຍ​​ໃນ​ປະ​ເທດ. ​ໃນ​ໄລຍະ​ຜ່ານ​ມາ, ປະສິດທິ​ຜົນ​ດ້ານ​ເສດຖະກິດ​​ໂດຍ​ຕົ້ນ​ຢາ​ສະ​ໝູ​ນ​ໄພ​ນຳ​ມາ​ໃຫ້, ​ເປີດ​ທິດ​ທາງ​ຊ່ວຍ​ໃຫ້​ປະຊາຊົນ​ຢູ່ ຊາ​ປາ ພັດທະນາ​ເສດຖະກິດ ​ແລະ ສ້າງ​ຄວາມ​ຮັ່ງມີ. ບົດ​ຂຽນ​ຂອງ​ແທງ​ຖູ​ຍ, ນັກ​ຂ່າວ VOV.

ໂດຍ​ໄດ້​ຮັບຄວາມ​ສົນ​ໃຈ​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ເນື້ອ​ທີ່​ປູກ​ຕົ້ນຢາ​ສະ​ໝູນ​ໄພ​ຢູ່​ ຊາ​ປາ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ບັນດາ​ປະ​ເພ​ດຕົ້ນຢາ​ສະ​ໝູນ​ໄພ​​ໃໝ່​ຖືກ​ນຳ​ມາ​ປູກ​ທົດ​ລອງ​ຢູ່​ທີ່​ນີ້. ​ໃນ​ຈຳນວນ​ປະ​ເພດ​ຕົ້ນຢາ​ສະ​ໝູນ​ໄພທີ່​ໃຫ້​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງນັ້ນ, ຕົ້ນ atiso ​ຢືນ​ຢັນໄດ້​ທີ່​ຕັ້ງ​ຂອງ​ມັນ. ຄອບຄົວ​ທ່ານ ມ໋າອາຊີ​ງ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄອບຄົວ​ປູກ​ຕົ້ນ atiso ຫຼາຍ​ທີ່​ສຸດ​ຢູ່​ຕາ​ແສງ ຊາ​ປ໋າ. ຕົ້ນ​ໄມ້​ຊະນິດ​ນີ້​ພໍ່​ພຽ​ງ​ແຕ່​ໃຫ້​ຄອບຄົວ​ທ່ານ ມ໋າອາຊີ​ງ ​ເກັບ​ກ່ຽວ ​​ໃບ​ໄມ້​ເທົ່າ​ນັ້ນ ຫາກ​ຍັງ ລຳຕົ້ນ, ຫົວ ​ແລະ ດອກ​ຂອງ​ມັນ​ກໍ່​ໄດ້​ນຳ​ມາ​​ເຊິ່ງແຫຼ່ງລາຍ​ຮັບ​ຫຼາຍ​ພໍ​ສົ​ມຄວນ​ອີກ​ດ້ວຍ. ​ໂດຍ​ໄດ້​ຮັບ​ການ​ແນະນຳ​ທາງ​ດ້ານ​ເຕັກນິກ ​ແລະ ມີ​ບໍລິສັດ​ຮັບ​ປະກັນ​ການຈຳໜ່າຍຜະລິດ​ຕະພັນ, ດັ່ງ​ນັ້ນທ່ານ ຊີງ ຈຶ່ງອຸ່ນ​ອຽນ​ໃຈ​ບົວລະບັດ​ຕົ້ນ​ຢາ​ສະ​ໝູນ​ໄພ​​ໃນ​ເນື້ອທີ 3 ​ເຮັກຕາ. ທ່ານ ຊີງ ​ໃຫ້​ຮູ້​ດ​້ວຍພາກພູມ​ໃຈ​ວ່າ:

“ຂ້າພະ​ເຈົ້າ​ປູກ​ຕົ້ນ atiso ​ໃນເນື້ອ​ທີ່ 3 ​​​ເຮັກຕາ, ຕາມ​ການ​ຄິດ​ໄລ່​ຂອງ​ຄອບຄົວ​ຂ້າພະ​ເຈົ້າ​ແລ້ວ, ຖ້າ​ລົບ​ຄ່າ​ໃຊ້​ຈ່າຍ​ອອກໃນ​ແຕ່ລະ​ປີ​, ຄອບຄົວ​ຂ້າພະ​ເຈົ້າ​ກໍ່​ມີ​ລາຍ​ຮັບປະມານ 300 ລ້ານ​ດົ່ງ.”

ຊາວກະສິກອນຢູ່ຊາປາສ້າງຄວາມຮ່ັງມີຈາກການປູກຢາສະໝູນໄພ - ảnh 1

ຕົ້ນ Atiso

Atiso ​ແມ່ນ​ປະ​ເພດ​ຕົ້ນ​ໄມ້​ທີ່ນຳ​ມາ​ເຊິ່ງ​ແຫຼ່ງລາຍ​ຮັບ​ດີ​ພໍ​ສົມຄວນ, ຊ່ວຍ​ໃຫ້​ຫຼາຍ​ຄອບຄົວ​ຢູ່ ຊາ​ປາ ບືນຕົວ​ຂຶ້ນ​ຫລຸດ​ຜົ້ນອອກ​ຈາກ​ຄວາມທຸກ​ຍາກ ​ແລະ ສ້າງ​ຄວາມ​ຮັ່ງມີ. ​​ເມື່ອ​ເຫັນ​ແຈ້ງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ​ຈາກ​ຕົ້ນ atiso, ​ເມືອງ​ໄດ້​ນຳ​ຕົ້ນ​ໄມ້​ຊະນິດ​ນີ້​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຕົ້ນ​ໄມ້ທີ່​ປູກ​ເປັນ​ຢາ​ສະ​ໝູນ​ໄພ​​ຕົ້ນຕໍ. ປະຈຸ​ບັນ, ທົ່ວ​ເມືອງ​ມີ​ເນື້ອ​ທີ​ດິນ​ປູກ​ຕົ້ນ atiso ກ່ວາ 70 ​ເຮັກຕາ. ​ຄິດສະ​ເລ່ຍ​ແຕ່ລະ​ປີ, ພໍ່​ແມ່​ປະຊາຊົນ​ເກັບ​ໃບ​​ສົດ​ມາ​ໄດ​​້​ເກືອບ 4.000 ​ໂຕນ, ນຳ​ມາ​ເຊິ່ງ​ແຫຼ່ງລາຍ​ຮັບ​ເກືອບ 8 ຕື້​ດົ່ງ. ຕົ້ນ atiso ມີ​ຕະຫຼາດ​ຈຳໜ່າຍເປັນ​ປົກກະຕິ, ​ໂດຍ​ບໍລິສັດ​ຫຸ້ນ​ສ່ວນ Traphaco ​ໃຫ້​ຄ​ຳໝັ້ນສັນຍາ​ຈຳໜ່າຍ​ຜະລິດ​ຕະພັນ​ທັງ​ໝົດ​ໃຫ້​ແກ່​ປະຊາຊົນ. ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ເລື່ອງ​ຈຳໜ່າຍ atiso ​ແລະ ຕົ້ນຢາ​ສະ​ໝູ​ນ​ໄພ​ບາງ​ປະ​ເພດ​ອື່ນ​ໃນ​ບໍລິ​ເວນ​ເມືອງ, ບໍລິສັດ Traphaco ຊາ​ປາ ​ໄດ້​ລົງທຶນ, ຕິດ​ຕັ້ງ​ບັນດາ​ເຕັກ​ໂນ​ໂລ​ຢີປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ. ທ່ານ ​ໂດ໋ຕຽນ​ສີ, ຜູ້ອຳນວຍການ​ບໍລິ​ສັດ Traphaco ຊາ​ປາ, ​ໃຫ້​ຮູ້​ວ່າ:

“​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບໍລິສັດ​ໄດ້​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ຮ່ວມ​ສຳພັນກັບ 4 ພາກສ່ວນ, ​ໃນ​ນັ້ນ​ກໍ່​ພ້ອມ​ກັນ​ຮ່ວມກັບພໍ່​ແມ່​ປະຊາຊົນ​ຊາວ​ກະສິກອນ, ສົມທົບ​ກັບ​ທ້ອງ​ຖິ່ນ​ວາງ​ແຜ​ນກຳນົດ​ເຂດ​ປູກ, ພັດທະນາ​ຕົ້ນຢາ​ສະ​ໝູນ​​ໄພ, ​ເຮັດ​ແນ​ວ​ໃດ​​ເພື່ອໃຫ້ຕົ້ນ​ຢາ​ສະ​ໝູນ​​ໄພ​ແຕ່ລະ​ປະ​ເພດ​ຈະ​ຖືກ​ປູກ​ເຕົ້າ​ໂຮມ​ຢູ່​ສະຖານ​ທີ່​ໜຶ່ງ​ດຽວ​ຕາມ​ກຳນົດ​ທິດຢ່າງລະອຽດ, ຜ່ານ​ນັ້ນ​ຍົກ​ສູງສະມັດ​ຕະພາບ, ຄຸນ​ນະພາ​ບຂອງ​ຕົ້ນຢາ​ສະ​ໝູນ​ໄພ.”

​ໂດຍ​ເສີມ​ຂະຫຍາຍ​ທ່າ​ແຮງ​ກ່ຽວ​ກັບ​ພູມ​ອາ​ກາດ ​ແລະ ທີ່​ດິນ, ນັບແຕ່​ປີ 2015, ​ເມືອງ ຊາ​ປາ ​ໄດ້​ຜັນ​ຂະຫຍາຍ​ໂຄງການ​ປູກຕົ້ນຢາ​ສະ​ໝູນ​ໄພ​ປະ​ເພດຕ່າງໆ​ໃນ​ເນື້ອ​ທີ່​ 4, 5 ​ເຮັກຕາ​​ໃຫ້​ບາງ​ຄອບຄົວ​ຢູ່​ຕາ​ແສງ ຊາ​ປ໋າ ​ແລະ ​​ເທດສະບານ​ເມືອງ ຊາ​ປາ. ​ເພື່ອ​ສົ່ງ​ເສີມ, ​ເປີດກ້ວາງ​ເນື້ອ​ທີ​່ປູກ​ຕົ້ນຢາ​ສະ​ໝູນ​​ໄພ​ນັ້ນ, ​ເມືອງ​ໄດ້​ມີ​ຫຼາຍ​ນະ​ໂຍບາຍ, ສ້າງ​ບັນດາ​​ແຜນການ​ພັດທະນາ, ວາງ​ແຜນກຳນົດ​​ເຂດ​ປູກ​ຕົ້ນຢາ​ສະ​ໝູນ​ໄພ. ທ່ານ​ນາງ ​ເຈີ່ນ​ທິລານ​ເຮືອງ, ຮອງ​ຫົວໜ້າ​ຫ້ອງການ​ເສດຖະກິດ​ເມືອງ ຊາ​ປາ, ​ແຂວງ ລາວ​ກາຍ, ​ໃຫ້​ຮູ້​ວ່າ:

“​ໃນ​ໄລຍະ​ແຕ່​ປີ 2015 2020, ​ເມືອງ​ໄດ້​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ພັດທະນາ​ເຂດ​ປູກ​ຢາ​ສະ​ໝູນ​ໄພ​ດ້ວຍ​ເນື້ອ​ທີ່ດິນ​ຂຶ້ນ​ເຖິງ 200 ​ເຮັກຕາ ​ແລະ ສຳລັບ​ບັນ​ດາ​ເນື້ອ​ທີ່ປູກ​ຕົ້ນຢາ​ສະໝູນ​​ໄພ​ຊະ​ນິດ​ອື່ນໆ ການ​ໂຄສະນາ, ຂົນຂວາຍ​ໃຫ້​ແກ່​ບັນດາ​ຄອບຄົວ​ດຳ​ເນີນ​ການ​ປູກ​​ໃຫ້​ຖືກ​ຕາມ​ແຜນ​ກຳນົດ, ບໍ່​ພັດທະນາ​ແບບ​ເປັນ​ຂະ​ບວນການ​ເພື່ອ​ແນ​ໃສ່​ຈຳໜ່າຍ​ຜະລິດ​ຕະພັນ​​ໃຫ້​ໝົດ.”

​ໂດຍ​ມີ​ໜ້າ​ຢູ່ ຊາ​ປາ ​ໃນ 2, 3 ປີ​ມາ​ນີ້, ​ແຕ່ຫຼາຍ​ຄອບຄົວ​ໄດ້​ຫັນ​ມາປູກ​ຕົ້ນ atiso ​ແທນ​​ໃຫ້​ການ​ປູກ​ເຂົ້າ ​ແລະ ບັນດາ​ພືດ​ຕາມ​ລະດູ​. ຍ້ອນ​ວ່າ, ນີ້​ແມ່ນຕົ້ນຢາ​ສະ​ໝູນ​ໄພ​ທີ່ນຳ​ມາ​ເຊິ່ງມູນ​ຄ່າ​ດ້ານ​ເສດຖະກິດ​ສູງ, ບໍ່​ຕ້ອງ​ບົວລະບັດ​ໃສ່​ຝຸ່ນ​ຫຼາຍ ​ແລະ ມີ​ສົ້ນ​ອອກ​ເປັນ​ປົກກະ​ຕິ, ​ນອກ​ນັ້ນ​ຍັງເໝາະ​ສົມ​ກັບ​ດິນ​ຟ້າ​ອາກາດຂອງ​ຊາ​ປາ. ຫຼາຍ​ຄອບຄົວ​ຢູ່ ຊາ​ປາ ​ໄດ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ສ້າງ​ຄວາມ​ຮັ່ງມີ​ຈາກ​ຕົ້ນ atiso, ​ເຊິ່ງ​ແມ່ນຕົ້ນຢາ​ສະ​ໝູນ​ໄພທີ່ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິ​ດສູງ.


ຕອບກັບ

ຂ່າວ/ບົດ​ອື່ນ