ຊາວກະສີກອນສະຫງວນທີ່ດິນເພື່ອກໍ່ສ້າງຊົນນະບົດໃໝ່


(vovworld) - ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດ ໃໝ່ຢູ່ຫວຽດນາມ​ໄດ້​ປະຕິບັດມາ​​​ເປັນ​ເວລາ 1/3 ​ໄລຍະ​ທີ່​ໄດ້ກຳນົດ. ຕາມ​ລາຍ​ງານ​ຂອງ​ຄະນະ​ຊີ້​ນຳ​ໂຄງການ​ແລ້ວ, ຜົນງານ​ໃຫຍ່ສຸດ​ໃນ 3 ປີ (2011 – 2013), ນັ້ນ​ແມ່ນ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ປະຊາຊົນ​ຢູ່​ເຂ​ດຫ່າງ​ໄກ​ສອກຫຼີກ​ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ. ມີ​ບາງ​ແຫ່ງ​ຢູ່​​ເຂດ​ພູດ​ອຍ, ເຖິງ​ວ່າຂາດ​ທີ່​ດິນ​ທຳ​ການ​ຜະລິດ​ກໍ່ຕາມ, ​ແຕ່​ຫຼາຍ​ຄອບຄົວ​​ໄດ້ສະຫງວນ​ທີ່​ດິນ​ຂອງ​ຕົນ​ເພື່ອ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເຮັດ​ໃຫ້​ໂສມ​ໜ້າ​ຊົນນະບົດ​ສະອາດ​ສວຍ​ງາມ​ກວ່າ.

ຊາວກະສີກອນສະຫງວນທີ່ດິນເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 1

ປະຊາຊົນສະຫງວນທີ່ດິນກໍ່ສ້າງທາງຄົມມະນາຄົມ

(ພາບອິນເຕີແນດ)

        ອ້າຍ ດິງ​ແກນ, ບ້ານ​ເບີ່, ຕາ​ແສງ​ກົງ​ເລີງ​ເຄີງ, ​ເມືອງ​​ເກີບາງ, ​ແຂວງ​ຢາ​ລາຍ ​ແມ່ນ​ໜຶ່ງ​ໃນ​ຈຳນວນ 50 ຄົນ​ທີ່​ໄດ້​ຮັບ​ໃບ​ຍ້ອງຍໍ​ທີ່​ກອງ​ປະຊຸມ​ສະຫຼຸບ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໂດຍ​ແມ່ນ​ເຈົ້າ​ບ້ານ, ອ້າຍ​ ດິງ​ແຄນ ທັງ​ຂົນຂວາຍ​ປະຊາຊົນ​ຊາວ​ຊົນ​ເຜົ່າ​ບາ​ນາ​ໃນ​ບ້ານ​ປະກອບ​ກຳລັງເຫື່ອ​ແຮງ, ທັງ​ເປັນ​ເຈົ້າ​ການ​ສະຫງວນ​ທີ່​ດິນ​ຂອງ​ຄອບຄົວ​​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ.

        “ເພື່ອ​ພັດທະນາຊົນນະບົດ​ໃໝ່, ສ້າງ​​ເງື່ອນ​ໄຂໃຫ້​​ປະຊາຊົນ​ພັດທະນາ, ກໍ່ສ້າງ​ເສັ້ນທາງ​ໄປມາ, ​ຂົນ​ສົ່ງ​ວັດຖຸ​ອຸປະກອນ, ພິ​ເສດ​ແມ່ນ​ຕົ້ນ​ອ້ອຍ​ເຖິງ​ເຂດ​ຜະລິດ. ​ປະຊາຊົນ​​ໄດ້ສະຫງວນ​ທີ່​ດິນ​, ປະກອບ​ກຳລັງ​ເຫື​່ອ​ແຮງ ​ແລະ ບໍລິຈາກ​ເງິນ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່​“.

ຊາວກະສີກອນສະຫງວນທີ່ດິນເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 2

ປະຊາຊົນຮ່ວມແຮງກໍ່ສ້າງທາງຄົມມະນາຄົມ

(ພາບອິນເຕີແນດ)

        ພໍ່​ແມ່​ປະຊາຊົນ​ຢູ່​ບ້ານ​ເບີ່ ​ໄດ້​ຂາຍ​ຕົ້ນອ້ອຍ​ໃຫ້​ໂຮງງານ​ຜະລິດ​ນຳ້ຕານ​ອານ​ເຄ (ຢາ​ເລິ​ມ). ​ເມື່ອ​ມີ​ທາງ​ຄົມມະນາຄົມ, ​ໂອ​​ໂຕ​ສາມາດ​​ໄປ​ຍັງ​ສວນ​ອ້ອຍໄດ້, ປະຊາຊົນ​ບໍ່​ຕ້ອງ​ຂົນ​ສົ່ງ, ລາຄາ​ຂາຍ​ອ້ອຍ​ກໍ່​ສູງ​ກວ່າ, ພໍ່​ຄ້າ​ກໍ່​ບໍ່​ມີ​ສາຍ​ເຫດ​ເພື່ອ​ຫຼຸດ​ລາຄາ​ໄດ້:

        “​ປະຈຸ​ບັນ, ຊົນນະບົດ​ໄດ້​ຮັບ​ການ​ພັດທະນາ​ກວ່າກ່ອນ​ນີ້​ຫຼາຍ, ພິ​ເສດ​ແມ່ນ​ພື້ນຖານ​​ໂຄງ​ລ່າງ. ຊີວິດ​ຂອງ​ປະຊາຊົນ​ກໍ່​​ໄດ້​ດີ​ກວ່າປີ​ກ່ອນ. ລາຍ​ຮັບ​ຈາກ​ການ​ປູກ​ອ້ອຍ​ຄິດ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ແມ່ນ 19 ລ້ານ​ດົ່ງ/ຄົນ“.

        ​ເອື້ອຍ ​ໂລ່​ທິລຽນ, ຊົນ​ເຜົ່າ​ໂບ໋ອີ ຢູ່​ຕາ​ແສງ​ແທງ​ບິ່ງ, ​ເມືອງ​ເມື່ອ​ງ​ເຄືອງ, ​ແຂວງ​ລາວ​ກາຍ ​ໄດ້​ສະຫງວນ​ທີ່​ດິນ 400 ຕາ​ແມັດ​ເພື່ອ​ກໍ່ສ້າງ​ທາງບ້ານ. ​ເມື່ອ​ຖືກ​ຖາມ​ເອື້ອຍ​ຮູ້ສຶກ​ເສຍດາຍ​ບໍ, ​ເອື້ອຍ ລຽນ ​ໄດ້ຕອບ​​ເລີຍວ່າ:

        “ບໍ​ເສຍດາຍ​ດອກ, ມີ​ທາງ​ໄປ​ຢ່າງ​ສະດວກ​ສະບາຍ ​ແລະ ສວຍ​ງາມ, ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ. ບໍ່​ພຽງ​ແຕ່​ຄອບຄົວ​ຂ້າພະ​ເຈົ້າ​ໄປມາ​ຢ່າງ​ສະດວກ​ສະບາຍ​ເທົ່າ​ນັ້ນ, ຫາກ​ປະຊາຊົນ​ໃນ​ບ້ານ​ກໍ່​ມີ​ຄວາມ​ສະດວກເຊັ່ນ​ດຽວ​ກັນ“.

ຊາວກະສີກອນສະຫງວນທີ່ດິນເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 3

ປະຊາຊົນກໍ່ສ້າງທາງເບຕົງ

(ພາບອິນເຕີແນດ)

        ຢູ່​ແຂວງພູດ​ອຍຄື​ຮ່າ​ຢາງ, ມີ​ຫຼາຍ​ແຫ່ງ​ຍັງ​ຂາດ​ທີ່​ດິນ​ທຳ​ການ​ຜະລິດ​ຢູ່, ​ແຕ່​ອ້າຍ ຫຼີຈ່ອຍ​ກວຽນ, ຢູ່​ບ້ານນຝີ່ນ​ໂຮ່, ຕາ​ແສງ​ທົງ​ງວຽນ, ​ເມືອງ​ຮ່ວາງ​ຊູ​ຝີ່ ​ໄດ້​ສະຫງວນ​ທີ່​ດິນ 500 ຕາ​ແມັດ ຢູ່​ໃຈກາງ​ບ້ານ​ເພື່ອ​ກໍ່ສ້າງ​ໂຮງຮຽນ. ທ່ານ ຫງວຽນ​ມິ​ງຕ໋ຽນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ຢາງ ​ຢັ້ງຢືນ​ວ່າ:

        ”​ເມື່ອ​ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື ​ແລະ ປະຊາຊົນ​ເຮັດ​ຈຶ່ງ​ປະສົບ​ຜົນສຳ​ເລັດ, ສຳລັບ​ແຂວງ​ຂອງ​ພວກ​ຂ້າພະ​ເຈົ້າ, ມີ​ບາງ​ຄອບຄົວ​ໄດ້​ສະຫງວນ​ທີ່​ດິນ​ເຖິງ 1.150 ຕາ​ແມັດ. ຖ້າ​ຫາກ​ຢູ່​ແຂວງ​ອື່ນ​ນີ້​ແມ່ນ​ເລື່ອງ​ທຳ​ມະ​ດາ ​ແຕ່​​ໃນແຂວງ​ພູດອຍ, ຍັງຂາດທີ່ດິນທຳການຜະລິດຄື​ແຂວງພວກຂ້າພະເຈົ້າ, ນີ້ແມ່ນ​ເລື່ອງ​ທີ່ຍາກຫຼາຍ. ດັ່ງນັ້ນ ຂ້າພະເຈົ້າຄິດວ່າ, ເມື່ອປະຊາຊົນເຂົ້າໃຈແລະເຮັດ ດ້ວຍຄວາມສະໝັກໃຈ ຈະປະສົບຜົນສຳເລັດຢ່າງແນ່ນອນ”.

ຊາວກະສີກອນສະຫງວນທີ່ດິນເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 4


ເສັ້ນທາງເບຕົງໄດ້ຮັບການກໍ່ສ້າງດ້ວຍການຮ່ວມແຮງຮ່ວມໃຈຂອງປະຊາຊົນ

(ພາບອິນເຕີແນດ)

        ໃນສະພາບ​ຂາດ​ທີ່​ດິນ​ທຳ​ການ​ຜະລິດ​ນັ້ນ, ​ຄິດ​ວ່າ​ເລື່ອງ​ຂົນຂວາຍ​ປະຊາຊົນ​ສະຫງວນ​ທີ່​ດິນຍາກ​ທີ່​ຈະ​ປະກົດ​ຜົນ​ເປັນ​ຈິງ​ໄດ້, ​ແຕ່​ບັນດາ​ເສັ້ນທາງ​ໃນ​ບ້ານ​ທີ່ນັບ​ມື້​ນັບ​ສະອາດ​ສວຍ​ງາມນັ້ນ ​ໄດ້​ເປັນ​ການ​ພິສູດ​ໃຫ້​ເຫັນ​ກຳລັງ​ແຮງ​​ແຫ່ງຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ນຳ້​ໃຈ​ສາມັກຄີ​ຂອງ​ປະຊາ​ຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ