ຊາວກະສິກອນຫາຍເຢືອງຍູ້ແຮງການຫັນປ່ຽນດີຈີຕອນ

(VOVWORLD) -ໃນລະດູການຜ່ານມາ, ໃນເນື້ອທີ່ປູກຕົ້ນລີ້ນຈີ່ 1.4 ເຮັກຕາ, ຄອບຄົວທ່ານຫງວຽນວັນຊູງ ໄດ້ຮັບກຳໄລກ່ວາ 200 ລ້ານດົ່ງ.
ຊາວກະສິກອນຫາຍເຢືອງຍູ້ແຮງການຫັນປ່ຽນດີຈີຕອນ - ảnh 1(ໝາກລີ້ນຈີ່ ເມືອງແທັງຮ່າ ມີຄຸນນະພາບສູງ)

 

ໃນຫຼາຍປີມານີ້, ໝາກລິນຈີ່ແມ່ນໜຶ່ງໃນບັນດາຜະລິດຕະພັນຕົ້ນຕໍຂອງຂະແໜງກະສິກຳແຂວງ ຫາຍເຢືອງ. ຊາວກະສິກອນຫາຍເຢືອງ ໄດ້ຫມູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກເຂົ້າໃນການປູກຝັງ, ຜັນຂະຫຍາຍບັນດາຮູບແບບປູກຝັງຕາມມາດຕະຖານ Vietgap, Global Gap ໃຫ້ສະມັດຕະພາບ, ຄຸນນະພາບທີ່ນັບມື້ນັບສູງກ່ວາ. ນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອນຳໝາກລີ້ນຈີ່ຂາຍຢູ່ບັນດາສູນຕິດຕໍ່ຄ້າຂາຍເອເລັກໂຕນິກ ແລະ ເປີດກ້ວາງການສົ່ງອອກໄປຍັງບັນດາຕະຫຼາດທີ່ຮຽກຮ້ອງຄຸນນະພາບສູງຄື: ຍີ່ປຸ່ນ, ເອີລົບ…ການຫັນປ່ຽນດີຈີຕອນໃນຂະແໜງກະສິກຳພວມແມ່ນທິດເດີນທີ່ແຂງແຮງຂອງແຂວງ ຫາຍເຢືອງ ເພື່ອຍົກສູງຄຸນຄ່າຜະລິດຕະພັນກະເສດ.

   ທ່ານຫງວຽນວັນຊູງ, ຢູ່ບ້ານທູຍເລິມ, ຕາແສງແທັງເຊີນ, ເມືອງແທັງຮ່າ ໃຫ້ຮູ້ວ່າ: ຄອບຄົວທ່ານຫາກໍ່ເກັບກ່ຽວໝາກລີ້ນຈີ່ທ້າຍລະດູການ ແລະ ກຳລັງຍາດເວລາຕັດຮອນຕົ້ນໝາກລີ້ນຈີ່ ເພື່ອກະກຽມກ້າວເຂົ້າສູ່ລະດູການໃຫ່ມ. ໃນລະດູການຜ່ານມາ, ໃນເນື້ອທີ່ປູກຕົ້ນລີ້ນຈີ່ 1.4 ເຮັກຕາ, ຄອບຄົວທ່ານຫງວຽນວັນຊູງ ໄດ້ຮັບກຳໄລກ່ວາ 200 ລ້ານດົ່ງ. ທ່ານຊູງ ທັງບົວລະບັດສວນຕົ້ນລີ້ນຈີ່, ທັງຈົດຈຳວິທີການບົວລະບັດໃນຊອັບແວຕາມການແນະນຳຂອງພະນັກງານສົ່ງເສີມກະສິກຳ:

   ປະຈຸບັນ, ເມື່ອເກັບກ່ຽວແລ້ວ ກໍ່ຕ້ອງຕັດຮອນງ່າ. ເມື່ອອອກໜໍ່ແລ້ວ, ຖ້າເຫັນສັດຕູພືດຈຶ່ງໃສ່ຢາຂ້າ. ເມື່ອໃດຕົ້ນລີ້ນຈີ່ອອກດອກຈຶ່ງຈະໃສ່ຝຸ່ນ. ຕ້ອງປະຕິບັດຂັ້ນຕອນການບົວລະບັດຕາມການແນະນຳຂອງທ່ານຫົວໜ້າໜ່ວຍ ກ່ຽວກັບຂັ້ນຕອນການຜະລິດ ກຳນົດກ່ຽວກັບການປະຕິບັດການຜະລິດກະສິກຳທີ່ດີ (VietGAP), ຊຸດມາດຖານສາກົນ ຮັບຮູ້ການການປະຕິບັດການຜະລິດກະສິກຳທີ່ດີ (GlobalGAP). ປະຈຸບັນ, ທຸກຢ່າງລ້ວນແຕ່ມີຢູ່ໃນ smartphone ແລ້ວ.

   ປີນີ້, ເມືອງແທັງຮ່າ, ແຂວງຫາຍເຢືອງ ໄດ້ຜັນຂະຫຍາຍຮູບແບບຕິດລະຫັດ QR ໃຫ້ແກ່ບັນດາສວນລີ້ນຈີ່ ຮັບປະກັນຂັ້ນຕອນການບົວລະບັດຕາມມາດຖານ Global Gap. 77 ຄອບຄົວຊາວກະສິກອນຢູ່ໜ່ວຍຜະລິດເລກທີ 10 ໂດຍທ່ານ ຟ້າມວັນຢາງ ເປັນຫົວໜ້າໜ່ວຍ. ເມື່ອຊາວກະສິກອນບໍ່ທັນລື້ງເຄີຍກັບວິທີເຮັດໃໝ່, ທ່ານ ຟ້າມວັນຢາງ ໄດ້ລົງແຕ່ລະສວນ ເພື່ອແນະນຳໃຫ້ ປຊຊ ປະຕິບັດຕາມບັນດາຂໍ້ກຳນົດການບົວລະບັັດ. ໂດຍສະເພາະແມ່ນການນຳໃຊ້ຢາຂ້າສັດຕູພືດໃຫ້ຖືກຕ້ອງ:

   ບໍ່ແມ່ນຊາວກະສິກອນຜູ້ໃດກໍ່ມີ smartphone ແລະ ສ່ວນຫຼາຍແມ່ນຜູ້ອາຍຸສູງແລ້ວ. ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຮັບການຝຶກອົບຮົມ, ແນະນຳຫຼາຍກ່ວາອີກເພື່ອມີຄວາມລື້ງເຄີຍ. ປີນີ້ມີແຕ່ໜ່ວຍເລກທີ 10 ໄດ້ຕິດລະຫັດ QR ເທົ່ານັ້ນ ແຕ່ແຜນນະໂຍບາຍຂອງກະຊວງ ແລະ ຂອງແຂວງ ຫາຍເຢືອງ ແມ່ນໃນປີໜ້າຈະຕິດລະຫັດໃຫ້ທັງໝົດບັນດາຄອບຄົວທີ່ປູກຕົ້ນໝາກລີ້ນຈີ່ຕາມຮູບແບບ Global Gap ເພື່ອໃຫ້ໝາກລີ້ນຈີ່ທັງໝົດລ້ວນແຕ່ມີແຫຼ່ງກຳເນີດ ແລະ ໄດ້ສົ່ງອອກໄປຕ່າງປະເທດ.

   ໃນຂະນະນັ້ນ, ນອກຈາກການແນະນຳຂອງພະນັກງານສົ່ງເສີມກະສິກຳແລ້ວ, ບັນດາບໍລິສັດເກັບຊື້, ປຸງແຕ່ງຜະລິດຕະພັນເພື່ອສົ່ງອອກ ກໍ່ໄດ້ລົງທຶນຊື້ບັນດາເຄື່ອງອຸປະກອນທັນສະໄໝ ເພື່ອຕິດຕາມກວດກາຂັ້ນຕອນການບົວລະບັດເຂດວັດຖຸດິບລວມສູນ. ທ່ານນາງ ໂງທິທູຮົ່ງ, ຜູ້ອຳນວຍການໃຫ່ຍບໍລິສັດ Ameii Vietnam ຫຸ້ນສ່ວນ ໃຫ້ຮູ້ວ່າ:

       ພວກຂ້າພະເຈົ້າມີຊອັບແວສະເພາະ ເພື່ອຄຸ້ມຄອງເຂດວັດຖຸດິບ, ໃນນັ້ນ ໄດ້ຈັບຈຸດທີ່ຕັ້ງສວນໝາກລີ້ນຈີ່ນທັງໝົດ, ໄດ້ອັບເດັດຂັ້ນຕອນການປູກ, ບົວລະບັດ, ໃສ່ຝຸ່ນ, ໃສ່ຢາຂ້າສັດຕູພືດ. ນອກຈາກນັ້ນແລ້ວ, ບໍລິສັດ Amei ຍັງມີຊອບແວສະເພາະກ່ຽວກັບການຊອກຫາຕົ້ນກຳເນີດ. ພວກຂ້າພະເຈົ້າຕ້ອງນຳໃຊ້ບັນດາເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຕິດພັນກັບຊາວກະສິກອນ ແລະ ພ້ອມກັບອຳນາດການປົກຄອງທ້ອງຖິ່ນ ຄຸ້ມຄອງເຂດວັດຖຸດິບທີ່ຮັບປະກັນມາດຕະຖານ ທີ່ສາມາດສົ່ງອອກໄປຍັງບັນດາຕະຫຼາດຮຽກຮ້ອງຄຸນນະພາບສູງ.

ຊາວກະສິກອນຫາຍເຢືອງຍູ້ແຮງການຫັນປ່ຽນດີຈີຕອນ - ảnh 2(ເມືອງແທັງຮ່າ ໄດ້ຜັນຂະຫຍາຍຮູບແບບຕິດລະຫັດ QR ໃຫ້ແກ່ບັນດາສວນລີ້ນຈີ່ ຮັບປະກັນຂັ້ນຕອນການບົວລະບັດຕາມມາດຖານ Global Gap)

     ບັນດາການປ່ຽນແປງກ່ຽວກັບວີທີປູກຝັງ ພ້ອມກັບການໂຄສະນາ, ສົ່ງເສີມ ໄດ້ຊ່ວຍໃຫ້ໝາກລີ້ນຈີ່ ຫວຽດນາມ ມີໜ້າຢູ່ 30 ປະເທດ, ເຂດແຄ້ວນໃນໂລກ. ສະເພາະໝາກລີ້ນຈີ່ ຫາຍເຢືອງ ໄດ້ສົ່ງໄປຂາຍຢູ່ບັນດາຕະຫຼາດຮຽກຮ້ອງຄຸນນະພາບສູງຄື: ຍີ່ປຸ່ນ, ອາເມລິກາ, ອົດສະຕາລີ, ອີຢູ, ສິງກະໂປ, ບັນດາປະເທດອາຊຽນ, ຈີນ….. ການສົ່ງໄປຂາຍຢູ່ບັນດາຕະຫຼາດຮຽກຮ້ອງຄຸນນະພາບສູງ ໄດ້ເຮັດໃຫ້ ຫາຍເຢືອງ ຕ້ອງສູ້ຊົນນຳຂະແໜງກະສິກຳຂອງແຂວງ ກາຍເປັນຂະແໜງກະສິກຳສິນຄ້າ, ຫມູນໃຊ້ບັນດາເຕັກໂນໂລຊີສູງ ແລະ ກະສິກຳອົງຄະທາດ ແມ່ນເປົ້າໝາຍຂອງແຂວງ ຫາຍເຢືອງ ໃນໄລຍະຈະມາເຖິງ. ທ່ານຫວູ້ຫວຽດແອັງ, ປະທານຄະນະກຳມະການ ປຊຊ ເມືອງແທັງຮ່າ ໃຫ້ຮູ້ວ່າ:

     ເມືອງແທັງຮ່າ ມີຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບເປົ້າໝາຍຕ້ອງຫັນຜະລິດຕະພັນໃຫ້ໄດ້ຕາມມາດຖານ. ພິເສດ, ປະຈຸບັນ, ຄະນະກຳມະການ ປຊຊ ແຂວງ ຫາຍເຢືອງ ກໍ່ມີແຜນຮ່າງພັດທະນາການຜະລິດສິນຄ້າກະສິກຳລວມສູນເຕັກໂນໂລຊີສູງ-ອົງຄະທາດໄລຍະ  2021-2025 ແລະ ການກຳນົດທິດຮອດປີ 2030. ໃນນັ້ນ, ແຜນຮ່າງມີຫຼາຍກົນໄກນະໂຍບາຍ. ແລະ ພວກຂ້າພະເຈົ້າສືບຕໍ່ສະເໜີການຜັນຂະຫຍາຍສຳລັບໝາກລີ້ນຈີ່. ນອກຈາກນະໂຍບາຍຂອງແຂວງແລ້ວ, ເມືອງແທັງຮ່າ ຍັງພະຍາຍາມມີກົນໄກ ເພື່ອຂະຫຍາຍເນື້ອທີ່ປູກຕົ້ນໝາກລີ້ນຈີ່ທີ່ມີຄຸນນະພາບດີທີ່ສຸດ, ໂດຍສະເພາະແມ່ນຊີ້ນຳບັນດາອົງການມີໜ້າທີ່ຮັບຜິດຊອບການຕິດຕາມກວດກາຂັ້ນຕອນ ໃນການຮັບປະກັນຄຸນນະພາບ ເພື່ອບັນລຸມາດຖານສົ່ງອອກ.

   ໃນລະດູການເກັບກ່ຽວໝາກລີ້ນຈີ່ປີນີ້, ທົ່ວແຂວງຫາຍເຢືອງ ບັນລຸປະລິມານການຜະລິດກ່ວາ 61.500 ໂຕນ, ໃນນັ້ນ, ມີປະມານ 10% ໄດ້ສົ່ງອອກໄປຍັງ ບັນດາຕະຫຼາດຮຽກຮ້ອງຄຸນນະພາບສູງຄື: ຍີ່ປຸ່ນ, ເອີລົບ. ເຖິງວ່າ ປະລິມານສົ່ງອອກຍັງຈຳກັດຢູ່ ແຕ່ກໍ່ມີຄວາມໝາຍທີ່ໃຫ່ຍຫຼວງ, ອັນໄດ້ສ້າງປະຖົມປັດໄຈ ເພື່ອພັດທະນາຕະຫຼາດໃຫ້ແກ່ຂະແໜງກະສິກຳທ້ອງຖິ່ນ. ພິເສດກ່ວານັ້ນແມ່ນ, ບັນດາຄຸນຄ່ານີ້ ໄດ້ສະແດງໃຫ້ເຫັນການປ່ຽນແປງຈິນຕະການ, ສະຕິຄວາມຮັບຮູ້ຂອງຜູ້ປູກໝາກລີ້ນຈີ່ຢ່າງຈະແຈ້ງ, ຈາກ “ຈິນຕະນາການຜະລິດ” ໄປເປັນ “ຈິນຕະການການເສດຖະກິດກະສິກຳ”, ປະມວນ “ຫຼາຍຄຸນຄ່າ” ໃນເຂດປູກຝັງແຫ່ງໜຶ່ງ ເມື່ອໝູນໃຊ້ບັນດາເຕັກໂນໂລຊີດີຈີຕອນ. ນັ້ນກໍ່ແມ່ນວິທີທະວີຄູນຄຸນຄ່າຂອງຜະລິດຕະພັນກະເສດຕື່ມອີກ ເມື່ອຊາວກະສິກອນໄດ້ຜະລິດອອກ ບັນດາຜະລິດຕະພັນປອດສານພິດ ຢູ່ເຂດດິນແດນແຫ່ງບ້ານເກີດເມືອງນອນ./.

ຕອບກັບ

ຂ່າວ/ບົດ​ອື່ນ