ຊາວກະສິກອນເຂດທົ່ງພຽງແມ່ນ້ຳຂອງແກ້ໄຂຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ

(vovworld) –​ ໃນ​ຊຸມ​ປີມໍ່ໆ​ມານີ້, ວິ​ວັດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາ​ດໄດ້​ສົ່ງ​ຜົນ​ກະ​ທົບ​ບໍ່​ດີ​ເຖິງ​ການ​ເຄື່ອ​ນ​ໄຫວ​ຜ​ະ​ລິດ ກໍ​ຄື​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​. ເພ​າະ​ສະ​ນັ້ນ, ເລື່ອງ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ ແລະ ນຳ​ໃຊ້​ບັນ​ດາ​ຮູບແບບ​​ທີ່​ເໝາະ​ສົມ ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​ນັບ​ມື້​ນັບມີ​ຄວາມ​ຈຳ​ເປັນ ​ແລະ ​ຮີບ​ດ່ວນ​ສຳ​ລັບ​ຊາວ​ກະ​ສິ​ກອນ​ຢູ່​ເຂດ​ຜະ​ລິດ​ກະ​ສິ​ກຳ​ໃຫ​ຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ. ບົດ​ຂຽນ “ຊ​າວ​ກະ​ສິ​ກອນ​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ ແກ້​ໄຂ​​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ” ຂອງ ເລ້​ຮັ່ງ, ນັກ​ຂ່າວ VOV.


ຊາວກະສິກອນເຂດທົ່ງພຽງແມ່ນ້ຳຂອງແກ້ໄຂຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ - ảnh 1
(ພາບ​ປະ​ກອບ)

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ພວມຜັນ​ແປ​ໄປ​ຢ່າງ​​ຮ້າຍ​​ແຮງ, ເຮັດ​ໃຫ້​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຕ້ອງປະ​ເຊີນ​ໜ້າ​ກັບ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ ​ຈາກໄພ​ແຫ້ງແລ້ງ, ນ້ຳ​​ເຄັມ​ຊືມ​ເຂົ້າ. ມາດ​ຕະ​ການ​ແກ້​ໄຂ​ສຳ​ຄັນ​ທີ່​ສຸ​ດ​ໃນ​ປະ​ຈຸ​ບັນ​ແມ່ນ​ເຫັນ​ປ່ຽນ​ຜົນລະ​ປູກ ເພື່ອ​ຮັບ​ມື​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໂດຍ​ອາ​ກາດ​ກໍ​ຂຶ້ນ. ພ້ອມ​ທັງ, ນ​ຳ​ໃຊ້​ບັນ​ດາ​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ, ປະ​ກອບທັກ​ສະ​ທີ່​ຈຳ​ເປັນ​ໃຫ້​ຊາວ​ກະ​ສິ​ກອນ ເພື່ອ​ຈຳກັດ​ຄວາມ​ສ່ຽງ, ຍົກ​ສ​ູງ​ມູນ​ຄ່າ​​ໃນ​ການ​ປູກ​ເຂົ້າ​. ຮອດ​ລະ​ດູຮ້ອນ​ຕໍ່​ລະດູ​ໃບ​ໄມ້​ຫຼົ່ນ 2016 ຈະ​ມາ​ເຖິງ, ຄາດ​ວ່າ, ຊາວ​ກະ​ສິ​ກອນເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ ຈະ​ຕົກກ້າ​ໃນ​ເນື້ອ​ທີ່​ເກືອບ 1,67 ລ້ານ​ເຮັ​ກ​ຕາ. ໂດຍ​ອີ່ງ​ໃສ່​ແຫຼ່ງ​ນ້ຳ​​ຈືດ ແລະ ການ​ຜັນ​ແປ​ຂອງ​ສະ​ພາບ​ນ້ຳ​ເ​ຄັມ​​ຊືມ​ເຂົ້າ​ໃນ​ໄລ​ຍະ​ຜ່ານ​ມາ, ຊາວ​ກະສິກອນ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ຕ້ອງ​ຈັດ​ວາງ​ລະ​ດ​ູ​ການປູກ​ເຂົ້າໃຫ້​ທົ່ງ​ນາ​ແຕ່ລະ​ແຫ່ງ​ຢ່າງເໝ​າະ​ສົມ ເພື່ອ​ແນ​ໃສ່​ຫຼີກ​ເວັ້ນ​ຄວາມ​ເສຍ​ຫາຍ. ທ່ານ​ຮອງ​ສາດ​ສະ​ດາຈານ, ດ.ຣ ມາຍ​ແທ່ງ​ຟຸ້ງ, ສູນ​ສົ່ງ​ເສີມ​ກະ​ສິ​ກຳແຫ່ງ​ຊາດ ສະ​ເໜີ​ວ່າ.

        “ທີ່​ໜຶ່ງ​ແມ່ນ​ຕ້ອງ​ຄິດ​ໄລ່​​ເຖິງແຫຼ່ງ​ນຳ​້​, ຈາກນັ້ນ​ຈັດ​ວາງ​ລະ​ບົບ​ຕົ້​ນ​ໄມ້, ສັດ​ລ້ຽງ​ຄືນ​ໃໝ່​ໃຫ້​ເໝາະ​ສົມ​ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ປ່​ຽນ​ແປ​ງ​ຂອງ​ດິນ​ຟ້າ​ອາ​ກາດ. ຈາກນັ້ນ ພວກ​ເຮົາ​ຈະວາງ​ທິດ​ທາງບໍ່​ໃຫ້​ພໍ່​ແມ່​ຊາວ​ກະສິກອນ​ຕົກກ້າ​ໃນ​ລະດູບານ​ໃໝ່​ຕໍ່​ລະດູ​ໜາວຍ້ອນ​ຂາດ​ນຳ​້. ທີ່ 2 ແມ່ນ​ຫັນ​ປ່ຽນ​ລະດູການ​ປູກ​ເຂົ້າລະດູ​ຮ້ອນ​ຕໍ່​ລະດູ​ໃບ​ໄມ້​ຫຼົ່ນ ​ບໍ່​ໃຫ້​ປູກ​ໃນ​ຍາມ​ບໍ່​ທັນ​ມີ​ຝົນຕົກ​ເມື່ອ​ເດືອນ​ເມສາ​ອີກ.”


ຊາວກະສິກອນເຂດທົ່ງພຽງແມ່ນ້ຳຂອງແກ້ໄຂຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ - ảnh 2
(ພາບ​ປະ​ກອບ: TTXVN)

ວິ​ວັດ​ແຫ່ງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ພວມ​ເຮັດ​ໃຫ້​ຊີ​ວິດ​ຂອງ​​ປະ​ຊາ​ຊົນ​ເຂດທົ່ງ​ພຽງ​ແມ່​ນ້ຳ​ຂອງ​ ຢືນ​ຢູ່​ຕໍ່​ໜ້າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ອັນໃຫຍ່​ຫຼວງທີ່​ສຸດ ແລະ ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ການ​ດຳ​ລົງ​ຊີ​ວິດຂອງ​ປະ​ຊາ​ຊົນ​. ສະ​ນັ້ນ, ເລື່ອງ​ນຳ​ໃຊ້, ເພີ່ມ​ເຕີມ​ບັນ​ດາ​ຮູບແບບ​ຜະລິດ​ທີ່ເໝາະ​ສົມ​ເພື່ອ​ຈຳ​ກັດ​​ຜົນ​ຮ້າຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​​ແມ່ນຄວາມ​ຈຳ​ເປັນ​ທີ່​ສຸດ. ຄຽງ​ຂ້າງ​ເລື່ອງ​ຍູ້​ແຮງ​ການໂຄ​ສະ​ນາ​ເຜີຍ​ແຜ່, ບັນ​ດາ​ແຂວງ​ກໍ​ສົ່ງ​ເສີມ​ການ​ປະດິດ​ສ້າງບັນ​ດາຮູບ​ແບບ​​ຢູ່​ກັບ​ທີ​ ເພື່ອ​ຊ່ວຍ​ໃຫ້​ຊາວ​ກະ​ສິ​ກ​ອນ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ທັນ​ການ. ຫວ່າງ​ມໍ່​ໆ​ມານີ້, ​ໂດຍ​ໄດ້​ຮັບການ​ຮ່ວມ​ມື​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ເກີນ​ເທີ, ພໍ່​ແມ່​ຊາວ​ກະ​ສິ​ກອນຢ​ູ່​ຕາ​ແສງ ອານ​ຟ​ຸ໋ກ, ເມືອງ ດົງ​ຫາຍ, ແຂວງ ບາກ​ລຽວ​ ໄດ້​ຜັນ​ຂະ​ຫຍາຍ​ຮູບແບບ​ແກ້​ໄຂ​​ສິ່ງ​ເສດ​ເຫຼືອຢ່າງ​ມີ​ປະ​ສິດ​ທິ​ຜົນ​. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຮູບ​ແບບ​ທັງສ້າງ​ຄວາມ​ລື້ງ​ເຄີຍ, ທັງ​ຊ່ວຍ​ຊາວ​ກະ​ສິ​ກອນ​​ແບ່ງ​ປະ​ເພດ​ສິ່ງ​ເສດ​ເຫຼືອ, ​ຜະລິດ​ຝຸ່ນໃນ​ການ​ຜະ​ລິດ​ກະ​ສິ​ກຳ​​ເພື່ອ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອ​ມ, ທັງ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຜະ​ລິດ​ກະ​ສິ​ກຳ​ໃນ​ເງື່ອນ​ໄຂ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ. ເພື່ອນ ຫງວຽນ​ວັນ​ຮ​ຽວ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ເກີນ​ເທີ ໃຫ້​ຮູ້​ວ່າ.

        “​ນ້ອງ​ໄດ້​ຊ່ວຍ​ປະ​ຊາ​ຊົນ​ແບ່ງ​ປະ​ເພດ​ສິ່ງ​ເສດ​ເຫຼືອ. ຜະລິດ​ຝຸ່ນ​ໃຊ້​ໃນ​ການ​ປູກຝັງ. ພວກ​ນ້ອງ​ໄດ້​ຜັນ​ຂະ​ຫຍາຍ​ຮູບ​ແບບນີ້​ໃຫ້ 30 ຄອບ​ຄົວ ແລະ ໂຮງ​ຮຽນປະ​ຖົມ​ແຫ່ງ​ໜຶ່ງ​ເປັນ​ເວ​ລາ​ເກືອ​ບໜຶ່ງ​ເດືອນ​ແລ້ວ. ໄລ​ຍະ​ຜ່ານ​ມາ, ນ້ອງ​ໄດ້​ລົງ​ສຳ​ຫຼວດກວ​ດ​ກາຮູບ​ແບບ​ນີ້ ​ແລະ ​ເຫັນ​ວ່າປະ​ຊາ​ຊົນ​ສາ​ມາດ​ນຳ​ໃຊ້​ຝ​ຸ່ນທີ່​ຜະລິດ​ດ້ວຍ​ຮູບ​ແບບ​ນີ້​ໃນ​ການ​ປູກ​​ຝັງ​ໄດ້”.

        ຕາມການ​ຄາດ​ຄະ​ເນ​ກ່ຽວກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່​ຫວຽດ​ນາມ​ແລ້ວ, ຮອດ​ທ້າຍ​ສະຕະວັດ​ນີ້ອຸນ​ຫະ​ພູມສະ​ເລ່ຍ​ຢູ່​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ​​ຈະ​ເພີ່ມ​ຂຶ້ນ​ແຕ່ 1 – 3 ອົງ​ສາ, ນຳ​້ທະ​ເລ​ຂຶ້ນ​ສູງ​ແຕ່ 66 cm ຮອດ​ເກືອບ 99 cm. ເມື່ອ​ນ້ຳ​ທະ​ເລ​ຂຶ້ນ​ສູງ​ 1 ແມັດ ອາດ​ຈ​ະ​ເຮັດ​ໃຫ້ 39% ເນື້ອ​ທີ່​ດິນ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້​ຳ​ຂອງ​ຖືກ​ນ້ຳ​ຖ້​ວ​ມ ແລະ 35% ຈຳ​ນວນ​ພົນ​ລະ​ເມືອງ​ຖືກ​ຜົນສະທ້ອນ. ເພາະ​ສະ​ນັ້ນ, ດ້ວຍ​ເລື່ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ ກໍ​ຄື​ການ​ຜັນ​ຂະຫຍາຍ​ບັນດາຮູບແບບ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄື​ໃນ​ປະ​ຈຸ​ບັນ​ຈະ​ປະ​ກອບ​ສ່ວນຈຳ​ກັດ​ບັນດາ​ການ​ກະທົບຫ​ຍໍ້​ທໍ້​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ສຳ​ລັບ​ການ​ຜະ​ລິດ​ກ​ະ​ສິ​ກຳ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ຈາກນັ້ນ​ມຸ່ງ​ໄປ​ເຖິງ​ສິ່ງ​ແວ​ດ​ລ້ອມ​ທີ່​ສະ​ອ​າດ, ສວຍ​ງາມ, ເພື່ອ​ອ​ະ​ນາ​ຄົນ​ຂຽວ​ຂອງ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ