ອາ​ຊີບ ​ເຮັດ​ເຄື່ອງ​ເຟີ​ນີ​ເຈີໄມ້ ກີມ​ບົ່ງ​, ແຂວງ ກ​ວາງ​ນາມ

(VOVWORLD) - ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີ ກີມບົ່ງ ຕັ້ງຢູ່ຝັ່ງຂວາແມ່ນ້ຳ ທູບົ່ນ, ຕາແສງ ເກີມກີມ, ຫ່າງຈາກນະຄອນ ໂຮ້ຍອານ ປະມານ 4 ກມ. ກີມບົ່ງ ແມ່ນໝູ່ບ້ານ ອາຊີບ ເຮັດເຄື່ອງເຟີນີເຈີໄມ້ທີ່ມີຊື່ງສຽງຢູ່ແຂວງ ກວາງນາມ ຊື່ງມີປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາມາເປັນເວລາກ່ວາ 600 ປີແລ້ວ.
ອາ​ຊີບ ​ເຮັດ​ເຄື່ອງ​ເຟີ​ນີ​ເຈີໄມ້ ກີມ​ບົ່ງ​, ແຂວງ ກ​ວາງ​ນາມ - ảnh 1  ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີ ກີມບົ່ງ ຕັ້ງຢູ່ຝັ່ງຂວາແມ່ນ້ຳ ທູບົ່ນ, ຕາແສງ ເກີມກີມ, ຫ່າງຈາກນະຄອນ ໂຮ້ຍອານ ປະມານ 4 ກມ. (ພາບ: baoquangnam.vn)

   ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີ ກີມບົ່ງ ໄດ້ຜະລິດເຄື່ອງເຟີນີເຈີໄມ້ນັບແຕ່ສັດຕະວັດທີ 16 ແລະ ຜ່ານໄລຍະການພັດທະນາຢ່າງແຮງ ຕາມຈັງຫວະແລກປ່ຽນຄ້າຂາຍຢ່າງອຶກກະທຶກຄືກຄົມຂອງເຂດຄຸ້ມຖະໜົນເກົ່າ ໂຮ້ຍອານ. ຮອດສັດຕະວັດທີ 18, ໃນໝູ່ບ້ານໄດ້ສ້າງຕັ້ງ 3 ໝວດອາຊີບຄື: ອາຊີບເຮັດເຄື່ອງໄມ້ເພື່ອກໍ່ສ້າງ, ອາຊີບຕໍ່ກຳປັ່ນໄມ້ ແລະ ອາຊີບເຮັດເຄື່ອງເຟີນີເຈີໄມ້ທີ່ໃຊ້ໃນຄົວເຮືອນ.

  ຢູ່ເຂດຄຸ້ມຖະໜົນເກົ່າ ໂຮ້ຍອານ, ມີຫຼາຍສະຖາປັດຄະຍາກຳ, ເຮືອນຊານ, ວັດວາອາຮາມ…ໄດ້ສ້າງຂຶ້ນດ້ວຍສືີມືທີ່ຄ່ອງແຄ້ວ ຂອງນາຍຊ່າງໃນໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ. ຜະລິດຕະພັນເຄື່ອງເຟີນີເຈີໄມ້ ກີມບົ່ງ ມີຊື່ສຽງບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງຢູ່ຫຼາຍປະເທດໃນພາກພື້ນອີກດ້ວຍ. ຢູ່ໝູ່ບ້ານ ກີມບົ່ງ ໃນປະຈຸບັນ, ຍັງມີຫຼາຍຄອບຄົວໄດ້ຮັກສາອາຊີບເຮັດເຄື່ອງເຟີນີເຈີໄມ້ທີ່ເປັນມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍໄວ້. ນາຍຊ່າງ ຮວິ່ງຣີ ຢູ່ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ ໃຫ້ຮູ້ວ່າ:

   ຂ້າພະເຈົ້າໄດ້ເຮັດອາຊີບນີ້ນັບແຕ່ມິອາຍຸ 16 ປີ, ປະຈຸບັນ ຂ້າພະເຈົ້າມີອາຍຸ 85 ປີແລ້ວ. ຂ້າພະເຈົ້າມີຄວາມປາດຖະໜາຢ່າງໃຫ່ຍຫຼວງທີ່ສຸດ ແມ່ນລູກຫຼານຂອງຕົນ ຈະສືບຕໍ່ສືບທອດອາຊີບເຮັດເຄື່ອງເຟີນີເຈີໄມ້ທີ່ເປັນມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍນີ້. ຂ້າພະເຈົ້າມີຄວາມດີໃຈຫຼາຍ ເມື່ອໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ ນະຄອນ ໂຮ້ຍອານ ບໍ່ຖືກສູນຫາຍໄປ ຫາກຍັງໄດ້ພັດທະນາຢ່າງເຂັ້ມແຂງກວ່າອີກ.

ອາ​ຊີບ ​ເຮັດ​ເຄື່ອງ​ເຟີ​ນີ​ເຈີໄມ້ ກີມ​ບົ່ງ​, ແຂວງ ກ​ວາງ​ນາມ - ảnh 2

ນາຍຊ່າງຂອງໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີ ກີມບົ່ງ(ພາບ: baoquangnam.vn)

   ວັນບຸນໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ ໄດ້ຈັດຂຶ້ນໃນວັນທີ 12 ເດືອນຈຽງໄລ່ຕາມຈັນທະປະຕິທິນຂອງແຕ່ລະປີ, ໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼາຍ. ນັບແຕ່ເວລາຮຸ່ງເຊົ້າ, ບັນດານັກສິລະປະການ, ນາຍຊ່າງ ແລະ ປຊຊ ໃນໝູ່ບ້ານ ໄດ້ເຕົ້າໂຮມກັນຢູ່ສາລາ ຕຽນຮຽນ ຂອງໝູ່ບ້ານ ເພື່ອຈັດພິທີບູຊາບັນພະບູລຸດ ຂອງອາຊີບເຮັດເຄື່ອງເຟີນີເຈີໄມ້. ຢູ່ທີ່ນີ້, ເຂົາເຈົ້າໄດ້ມີການສະແດງການເຮັດເຄື່ອງເຟີນີເຈີໄມ້, ສານກະທຸ້ງ, ຕ່ຳສາດ, ຕໍ່ເຮືອ, ຄວັດສະຫຼັກກົກໄມ້ໄຜ່…  ພິເສດ, ປຊຊ ໃນໝູ່ບ້ານໄດ້ປະຕິບັດພິທິກຳ ຟາດມົກ ເຊິ່ງເປັນໜຶ່ງໃນພິທີກຳທີ່ສຳຄັນເມື່ອຈະປຸກສ້າງເຮືອນໄມ້ແບບດັ້ງເດີມທີ່ ນະຄອນ ໂຮ້ຍອານ ເພື່ອເປັນການຄອບສິ່ງສັກສິດ, ເຈົ້າທີ່, ບັນພະບູລຸດຂອງອາຊີບເຮັດເຟີນີເຈີໄມ້ ກ່ອນທີ່ຈະເລີ່ມປຸກສ້າງ. ຢູ່ວັນບຸນ ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີ ກີມບົ່ງ, ປຊຊ ຊາວທ້ອງຖິ່ນ ພ້ອມກັບແຂກທ່ອງທ່ຽວຈະໄດ້ເຂົ້າຮ່ວມການແຂ່ງຊ່ວງເຮືອ, ຂັບບ່າຍຈ່ອຍ, ເຂົ້າຮ່ວມການວາງສະແດງບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ, ຮັບປະທານບັນດາເຍື່ອງອາຫານພື້ນເມືອງ. ທ່ານ ຫງວຽນວັນແລງ ຮອງປະທານຄະນະກຳມະການ ປຊຊ ນະຄອນ ໂຮ້ຍອານ ໃຫ້ຮູ້ວ່າ:

   ການສະແດງວິທີເຮັດອາຊີບຢູ່ວັນບຸນ ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ ມີຄວາມຫຼາກຫຼາຍພໍສົມຄວນ. ວັນບຸນແມ່ນສິີສັນຂອງເຂດຊຸມຊົນທ້ອງຖິ່ນ, ກໍ່ແມ່ນຜະລິດຕະພັນທ່ອງທ່ຽວ, ສະນັ້ນ, ແຂກທ່ອງທ່ຽວມາຢ້ຽມຢາມຫຼາຍທີ່ສຸດ. ເຂົາເຈົ້າໄດ້ເຂົ້າຮ່ວມໂດຍກົງກັບ ປຊຊ ທ້ອງຖິ່ນ, ສ້າງເປັນສະຖານທີ່ທ່ອງທ່ຽວທີ່ກົມກຽວ, ສະແດງໄດ້ບັນດາຄຸນຄ່າດ້ານວັດທະນະທຳພື້ນເມືອງ.

    ປີ 2023, ນະຄອນ ໂຮ້ຍອານ ໄດ້ກາຍເປັນສະມາຊິກສົມບູນ ເຄືອຄ່າຍບັນດານະຄອນປະດິດຄິດສ້າງຂອງອົງການວິທະຍາສາດ, ສຶກສາ ແລະ ວັດທະນະທຳ ສປຊ (UNESCO)  ໃນຂົງເຂດຫັດຖະກຳ ແລະ ສິລະປະພື້ນເມືອງ. ນີ້ແມ່ນໂອກາດເພື່ອໃຫ້ບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອ ພັດທະນາຢ່າງແຮງ, ກາຍເປັນຈຸດນັດພົບທີ່ດີເລີດ ເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ. ນັກສິລະປະການດີເດັ່ນ ຮວິ່ງເຊືອງ ໃຫ້ຮູ້ວ່າ:

  ໝູ່ບ້ານອາຊີບມູນເຊື້ອ ແລະ ບັນດານັກສິລະປະການ, ນາຍຊ່າງເອງ ກໍ່ມີຄວາມປິຕິຊົນຊື່ນ ເມື່ອແຂກທ່ອງທ່ຽວມາຢ້ຽມຊົມນັບມື້ນັບຫຼາຍ, ຊື່ງໄດ້ຊ່ວຍໃຫ້ຊາວທ້ອງຖິ່ນສາມາດຂາຍບັນດາຜະລິດຕະພັນຫັດຖະກຳ, ຍົກສູງລາຍຮັບ. ນີ້ກໍ່ແມ່ນກຳລັງໜູນ, ການປຸກລະດົມບັນດານັກສິລະປະການ, ນາຍຊ່າງ ຍົກສູງສະຕິຄວາມຮັບຮູ້ໃນການປົກປັກຮັກສາໝູ່ບ້ານອາຊີບ.

     ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ ແມ່ນໜຶ່ງໃນບັນດາໝູ່ບ້ານ ເຮັດເຄື່ອງເຟີນີເຈີທີ່ມີຊື່ງສຽງຢູ່ ຫວຽດນາມ. ກ່ອນນີ້ 8 ປີ (ປີ 2016), ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຮັບຮູ້ອາຊີບເຮັດເຄື່ອງເຟີນີເຈີໄມ້ ຂອງໝູ່ບ້ານ ກີມບົ່ງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ໃນໂຄງການກໍ່ສ້າງຊົນນະບົດໃໝ່ໄລຍະ 2021-2025, ຄະນະກຳມະການ ປຊຊ ແຂວງ ກວາງນາມ ໄດ້ສະເໜີໃຫ້ ໝູ່ບ້ານອາຊີບເຮັດເຄື່ອງເຟີນີເຈີໄມ້ ກີມບົ່ງ ແມ່ນຮູບແບບການທ່ອງທ່ຽວເຂດຊຸມຊົນ ຕິດພັນກັບການອະນຸລັກຮັກສາຄຸນຄ່າວັດທະນະທຳທ້ອງຖິ່ນ ແລະ ລະບົບຊີວະພາບທຳມະຊາດທີ່ທົດລອງຢູ່ແຂວງ ກວາງນາມ./.

        

 

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ