ຊາວກະສິກອນເຜົ່າ ຂະມຸ ພັດທະນາເສດຖະກິດຄອບຄົວຈາກການລ້ຽງສັດ

(VOVWORLD) -ເມື່ອໄປຢ້ຽມຢາມບ້ານຖ່ານ, ຕາແສງຈ່ຽງປັ່ນ, ເມືອງອຽນເຈົາ, ແຂວງເຊີນລາ  ຖາມຫາພໍ່ເຖົ້າ ແມ່ວັນຈິງ, ຊາວຊົນເຜົ່າ ຂະມຸ ແມ່ນຜູ້ໃດກໍ່ຮູ້ຈັກເຖິງ ເພາະວ່າ ພໍ່ເຖົ້າຈຽງເປັນຜູ້ທີ່ລິລີ່ມໃນການພັດທະນາເສດຖະກິດຄອບຄົວຈາກການລ້ຽງສັດທຳອິດຢູ່ບ້ານໃນຫຼາຍປີມານີ້. ແຕ່ພໍ່ເຖົ້າຍັງສອນໃຫ້ຫຼາຍຄອບຄົວໃນບ້ານໄດ້ຮ່ຳຮຽນ ແລະ ເຮັດຕາມ, ປະກອບສ່ວນພັດທະນາເສດຖະກິດທ້ອງຖິ່ນ. ບົດຂຽນ ຊາກະສິກອນ ເຄີມູພັດທະນາເສດຖະກິດຈາກການລ້ຽງສັດ ຂອງ ດຶກແອັງ, ນັກຂ່າວ ວິທະຍຸກະຈ່າຍສຽງຫວຽດນາມ.
ຊາວກະສິກອນເຜົ່າ ຂະມຸ ພັດທະນາເສດຖະກິດຄອບຄົວຈາກການລ້ຽງສັດ - ảnh 1 ລຸງ ແມ່ວັນຈິງ, ຊາວຊົນເຜົ່າ ຂະມຸ 

ໂດຍມີຄວາມເປັນກັງວົນມາດົນແລ້ວໃນການຊອກຫາທິດທາງໃດເພື່ອໃຫ້ເສດຖະກິດຄອບຄົວ ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ປີ 1986 ພໍ່ເຖົ້າ ແມ່ວັນຈິງ ໄດ້ຕັດສິນໃຈລົງທຶນກໍ່ສ້າງຄອກລ້ຽງສັດແບບຖາວອນເພື່ອ ພັດທະນາການລ້ຽງໝູ, ງົວ, ຄວາຍ ແລະ ສັດປີກ. ຍ້ອນພໍ່ເຖົ້າເຫັນວ່າ ຄອບຄົວໄດ້ມີສວນໜ່ວຍພູ, ເຂົ້າສາລີ ຢູ່ແລ້ວ. ທຳອິດ ພໍ່ເຖົ້າລ້ຽງໝູພັນ 2 – 3 ໂຕ, ເຫັນວ່າມີກຳໄລ, ພໍ່ເຖົ້າຈຶ່ງເລີ່ມຕົ້ນລ້ຽງໝູພັນແມ່, ເພື່ອບໍ່ຕ້ອງຊື້ພັນໝູຈາກບ່ອນອື່ນ. ຈຳນວນໝູນ້ອຍທັງໝົດ ແມ່ນຄອບຄົວໄດ້ສຸມໃສ່ລ້ຽງໃຫ້ຕຸ້ຍພີ ເພື່ອສົ່ງອອກໄປຂາຍເປັນໂຕ, ສະເລ່ຍແຕ່ລະປີ  ແຕ່ 2 – 3 ຊຸດ, ບາງຊຸດມີເຖິງ 40 ໂຕ. ນອກນັ້ນ, ຄອບຄົວພໍ່ເຖົ້າ ຈິງ ຍັງໄດ້ລ້ຽງງົວຄວາຍຕື່ມອີກ ເພື່ອໃຊ້ແຮງງານໃນການແກ່ໄຖ, ພັດທະນາສັດປີກຫຼາຍສີບໂຕ, ຂຸດໜອງປ່ອຍປາ ດ້ວຍເນື້ອທີ່ 500 ຕາລາງແມັດ , ປູກຕົ້ນໄມ້ກິນໝາກ ( ໝາກມ່ວງ, ໝາກລຳໃຍ); ປູກສາລີ 02 ເຮັກຕາ, ປູກຕົ້ນຢາງພາລາ 01 ເຮັກຕາ; ລົງທຶນຊື້ເຄື່ອງ,ໂຮງສີເຂົ້າ, ສາລີໄວ້ຢູ່ເຮືອນ ເພື່ອຮັບໃຊ້ຄອບຄົວ, ທັງເພື່ອເຮັດບໍລິການຮັບໃຊ້ໃຫ້ພໍ່ແມ່ປະຊາຊົນໃນບ້ານ. ເສດຖະກິດຫຼັກຂອງຄອບຄົວພໍ່ເຖົ້າຍັງຄົງແມ່ນການລ້ຽງໝູ, ສະເລ່ຍແຕ່ລະປີ ພໍ່ເຖົ້າຂາຍໝູເປັນໂຕອອກສູ່ຕະຫຼາດກວ່າ 03 ໂຕນ. ເມື່ອລົບລາຍຈ່າຍ, ຍອດລາຍຮັບຂອງຄອບຄົວແຕ່ລະປີບັນລຸປະມານ 150 ລ້ານດົງ. ໃນໄລຍະມໍ່ໆມານີ້, ລາຄາໝູຢູ່ຕະຫຼາດຫຼຸດລົງຫລາຍພໍສົມຄວນ, ເຮັດໃຫ້ຄອບຄົວທີ່ລ້ຽງສັດປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ແຕ່ພໍ່ເຖົ້າ ແມວັນຈິງ ຍັງຄົງຮັກສາການລ້ຽງໝູຕາມຄວາມຊິນເຄີຍ ແລະ ຕາມປະສົບການສະເພາະຂອງຕົນ, ພໍ່ເຖົ້າໃຫ້ຮູ້ວ່າ:

ຄອບຄົວຂ້າພະເຈົ້າຍັງສືບຕໍ່ລ້ຽງສັດ, ຍ້ອນວ່າ ຖ້າຢຸດການລ້ຽງສັດຈະບໍ່ຮູ້ຈະເຮັດອາຊີບຫຍັງ. ໝູພັນແມ່ເກີດອອກມາຈັກໂຕແມ່ນຂ້າພະເຈົ້າລ້ຽງໝົດ. ຕາມທຳມະດາຂ້າພະເຈົ້າກໍຟັງວິທະຍຸ, ໜັງສືພິມເພື່ອຊອກຮູ້ ສ່ວນໃດຈຳກັດໄດ້ຄວາມສ່ຽງ.

ເມື່ອເຫັນວ່າຄອບຄົວພໍ່ເຖົ້າ ແມ່ວັນຈິງ ລ້ຽງໝູບັນລຸປະສິດທິຜົນ, ຫຼາຍຄອບຄົວໃນບ້ານກໍຮ່ຳຮຽນເຮັດຕາມ. ບໍ່ວ່າເວລາໃດ, ພໍ່ເຖົ້າ ຈິງກໍພ້ອມແລ້ວໃນການແນະນຳ, ແລກປ່ຽນບົດຮຽນໃຫ້ພໍ່ແມ່ປະຊາຊົນ ພ້ອມກັນເຮັດ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມຍາກຈົນ. ຄອບຄົວໃດຫຍຸ້ງຍາກ, ພໍ່ເຖົ້າກໍ່ໃຫ້ຢືມແນວພັນເພື່ອລ້ຽງ, ເມື່ອຂາຍແລ້ວ ຈຶ່ງສົ່ງທຶນຄືນໃຫ້ພໍ່ເຖົ້າ. ເອື້ອຍ ຈຽວທິເທີ, ແມ່ນໜຶ່ງໃນບັນດາຄອບຄົວໃນບ້ານ ທີ່ໄດ້ຮັບການຊ່ວຍເຫຼືອຈາກພໍ່ເຖົ້າ ເພື່ອພັດທະນາຮູບແບບການລ້ຽງໝູປະສົບຜົນສຳເລັດ, ຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ຮູ້ວ່າ:

ຂ້າພະເຈົ້າເຫັນຮູບແບບເສດຖະກິດລ້ຽງໝູຂອງພໍ່ເຖົ້າບັນລຸປະສິດທິຜົນສູງທີ່ສຸດ ແລະ ໝູ ບໍ່ເປັນພະຍາດແມ່ນໜ້ອຍ, ຂ້າພະເຈົ້າກໍໄປເຮືອນຂອງພໍ່ເຖົ້າ ເພື່ອຮ່ຳຮຽນເອົາບົດຮຽນ ແລະ ພໍ່ເຖົ້າ ຈິງ ກໍໄດ້ແນະນຳຢ່າງຈິງໃຈ, ຈິງຈັງ, ຂ້າພະເຈົ້າກໍ່ເອົາໄປນຳໃຊ້ ແລະ ລ້ຽງຢູ່ເຮືອນ. ດຽວນີ້ ຄອບຄົວຂ້າພະເຈົ້າກໍມີເສດຖະກິດທີ່ດີກວ່າ ແລະ ເປັນປົກກະຕິກວ່າ.

ໂດຍມີຄວາມຕັ້ງໜ້າໃນຂະບວນການພັດທະນາເສດຖະກິດ, ພໍ່ເຖົ້າ ຈິງ ໄດ້ຮັບການເລືອກເຟັ້ນເປັນຮອງຫົວຫນ້າ ສະມາຄົມຊາວກະສິກອນຂອງບ້ານ ໃນ 06 ປີລ່ຽນຕິດ. ທ່ານ ລໍ່ວັນລົງ, ເລຂາຄະນະພັກຕາແສງຈ່ຽງປັ່ນ, ເມືອງອຽນເຈົາ, ແຂວງເຊີນລາ ໄດ້ເວົ້າວ່າ:

ສຳລັບຄອບຄົວຂອງພໍ່ເຖົ້າ ມ່ວັນຈິງ ຍາມໃດກໍຊອກຮູ້ກ່ຽວກັບວິທີຫັປ່ຽນຕົ້ນໄມ້ປູກ ແລະ ສັດລ້ຽງຢູ່ຫຼາຍບ່ອນ, ເພື່ອພັທະນາເສຖະກິດຄອບຄົວ ແຕ່ບັນດາຮູບແບບນັ້ນ, ຄະນະພັກ, ຄະນະກຳມະການປະຊາຊົນກໍໄດ້ເຜີຍແຜ່, ປຸກລະດົມພໍ່ແມ່ປະຊາຊົນໃນຕາແສງ ເພື່ອເຂົ້າຮ່ວມຮູບແບບ ແລະ ຈັດຕັ້ງການຊອກຮູ້ຮ່ຳຮຽນ ເພື່ອສືບຕໍ່ພັດທະນາເສດຖະກິດ ແລະ ລົບລ້າງຄວາມທຸກຍາກອຶດຫິວ.

ດ້ວຍບົດບາດຂອງຕົນ, ພໍ່ເຖົ້າ ແມ່ວັນຈິງ ຍາມໃດກໍພ້ອມກັບ 56 ຄອບຄົວບ້ານຖ່ານ, ໃນນັ້ນມີ 90% ແມ່ນຊົນເຜົ່າເຄີມູ ສາມັກຄີກັນກໍ່ສ້າງຊີວິດດ້ານວັດທະນາທຳ, ລົບລ້າງຄວາມທຸກຍາກອຶດຫິວ. ແຕ່ສິບໆປີມານີ້, ບ້ານຖ່ານຍາມໃດກໍໄດ້ຮັບການຕີລາຄາກ່ຽວກັບການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບທາງສັງຄົມວ່າດີທີ່ສຸດ, ບໍ່ມີຄົນທີ່ເປັນໄພສັງຄົມ, ປະຊາຊົນດຳລົງວິດຢ່າງມີສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ