ຊາວກະສິກອນເມືອງ ກາວຟອງ, ແຂວງ ຮ່ວາບິ່ງ, ສ້າງຄວາມຮັ່ງມີຈາກຕົ້ນໝາກກ້ຽງ

(VOVWORLD) -ໂດຍແມ່ນເມືອງໜຶ່ງຢູ່ເຂດພູດອຍ, ແຕ່ ກາວຟອງ ພັດແມ່ນໜຶ່ງໃນບັນດາທ້ອງຖີ່ນນຳໜ້າໃນການພັດທະນາເສດຖະກິດ - ສັງຄົມ ກໍ່ຄືວຽກງານລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກຂອງແຂວງ ຮ່ວາບິ່ງ. ປະກອບສ່ວນສ້າງເປັນຜົນງານດັ່ງກ່າວແມ່ນຕ້ອງເວົ້າເຖິງການພັດທະນາຕົ້ນໝາກກ້ຽງຢູ່ທີ່ນີ້. ໝາກກ້ຽງ ກາວຟອງ ບໍ່ພຽງແຕ່ຫອມແຊບເທົ່ານັ້ນ, ຫາກຍັງປະກອບສ່ວນເຮັດໃຫ້ໂສມໜ້າຂອງເມືອງໜຶ່ງໃນເຂດພູດອຍທາງທິດຕາເວັນຕົກສ່ຽງເໜືອມີການປ່ຽນແປງອີກດ້ວຍ.
ຊາວກະສິກອນເມືອງ ກາວຟອງ, ແຂວງ ຮ່ວາບິ່ງ, ສ້າງຄວາມຮັ່ງມີຈາກຕົ້ນໝາກກ້ຽງ - ảnh 1 ຊາວກະສິກອນເມືອງ ກາວຟອງ, ແຂວງ ຮ່ວາບິ່ງ, ສ້າງຄວາມຮັ່ງມີຈາກຕົ້ນໝາກກ້ຽງ

 ໝາກກ້ຽງ, ໝາກກ້ຽງນ້ອຍຖືກປູກຢູ່ ກາວຟອງນັບແຕ່ເຄິ່ງກວ່າສະຕະວັດກ່ອນ. ດ້ວຍອາກາດເຢັນສະບາຍ, ດິນຈະເລີນພັນ, ເໝາະສົມກັບການປູກຝັງ, ສະນັ້ນໝາກກ້ຽງ ແລະ ໝາກກ້ຽງນ້ອຍຢູ່ທີ່ນີ້ຈຶ່ງມີຊື່ສຽງວ່າຫອມຫວານ, ມີນ້ຳຫຼາຍ, ແຊບ, ແລະ ມີສີເຫຼືອງເຫຼື້ອມ.

     ຫຼຽວເບິ່ງຈາກບ່ອນສູງລົງມາ, ກໍ່ເຫັນວ່າບັນດາທົ່ງຕົ້ນໝາກກ້ຽງຢູ່ ກາວຟອງ ໄດ້ປົກຄຸມໄປທົ່ວເຂດໂນນພູ. ໃນຊຸມປີມໍ່ໆມານີ້, ຊາວ ກາວຟອງ ໄດ້ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຂົ້າໃນການຜະລິດ, ຍ້ອນເຫດນັ້ນປະລິມານການຜະລິດໝາກກ້ຽງນັບມື້ນັບສູງ, ຮັບປະກັນຄຸນນະພາບ. ທ່ານ ຫງວຽນວັນຫ໋ຽນ, ຫົວໜ້າຂະແໜງກະສິກຳ ແລະ ພັດທະນາກະສິກຳເມືອງ ກາວຟອງ, ໃຫ້ຮູ້ວ່າ: ໝາກກ້ຽງໄດ້ກາຍເປັນຕົ້ນໝາກໄມ້ທີ່ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້.

                                         “ປັດຈຸບັນຢູ່ເມືອງ ກາວຟອງ ມີເນື້ອທີ່ປູກຕົ້ນໄມ້ກິນໝາກກວ່າ 2.800 ເຮັກຕາ, ເຊິ່ງຕົ້ນຕໍແມ່ນຕົ້ນໝາກກ້ຽງ. ໃນນັ້ນມີເນື້ອທີ 1.300 ເຮັກຕາພວມຢູ່ໃນໄລຍະເກັບກ່ຽວ. ປະລິມານການຜະລິດໃນປີນີ້ບັນລຸກວ່າ 33.000 ໂຕນ. ບັນລຸລາຍຮັບ 600 ຕື້ດົ່ງ“.

          ຕາແສງ ບັກຟອງ, ແມ່ນໜຶ່ງໃນບັນດາຕາແສງມີເນື້ອທີ່ປູກຕົ້ນໝາກກ້ຽງໃຫຍ່ທີ່ສຸດຂອງເມືອງ ກາວຟອງ, ດ້ວຍເນື້ອທີ່ເກືອບ 800 ເຮັກຕາ. ນັບແຕ່ພັດທະນາຕົ້ນໝາກກ້ຽງ, ໂສມໜ້າ ແລະ ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງຢ່າງວ່ອງໄວ. ບັນດາເຮືອນຕຶກທີ່ໃຫຍ່ໂຕສວຍງາມໄດ້ຮັບການກໍ່ສ້າງນັບມື້ນັບຫຼາຍ, ມີເສັ້ນທາງ ເບຕົງຈາກທາງຫຼວງເຂົ້າມາສວນຕົ້ນໝາກກ້ຽງ, ມີຫຼາຍຄອບຄົວໄດ້ຊື້ລົດໂອໂຕແລ້ວ. ທ່ານ ບູ່ຍວັນທ໋າຍ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ບັກຟອງ, ໃຫ້ຮູ້ວ່າ:

                             ຕົ້ນໝາກກ້ຽງໄດ້ນຳເອົາຜົນປະໂຫຍດຫຼາຍຢ່າງມາໃຫ້ປະຊາຊົນທົ່ວສັງຄົມ, ຊີວິດການເປັນຢູ່ໄດ້ ຮັບການຍົກສູງຂຶ້ນ, ອັດຕາຄອບຄົວທຸກຍາກໄດ້ຫຼຸດລົງຢ່າງຈະແຈ້ງ. ຍອດລາຍຮັບໃນບໍລິເວນຕາແສງແມ່ນ 25 ລ້ານດົ່ງ/ຄົນ/ປີ. ປັດຈຸບັນໄດ້ມີເຄື່ອງໝາຍການຄ້າໝາກກ້ຽງ ກາວຟອງ ທີ່ປະຕິບັດຕາມມາດຕະຖານ VietGap ເພື່ອໃຫ້ປະຊາຊົນປະຕິບັດຕາມ ແລະ ຕາແສງ ຫາຍຟອງ ຈະສືບຕໍ່ການໜູນຊ່ວຍ, ພິເສດແມ່ນບັນດາຄອບຄົວທຸກຍາກ, ກ່ຽວກັບເບ້ຍໄມ້, ຝຸ່ນ“.

ຢູ່ ບັກຟອງ, ມີຫຼາຍຄອບຄົວປູກຕົ້ນໝາກກ້ຽງ ແລະ ສ້າງຄວາມຮັ່ງມີຈາກຕົ້ນໝາກກ້ຽງນີ້. ຄອບຄົວປູກໜ້ອຍສຸດກໍ່ມີເນື້ອທີ່ນັບໝື່ນຕາແມັດ, ສ່ວນຄອບຄົວປູກຫຼາຍແມ່ນນັບສິບເຮັກຕາ. ມາຢ້ຽມຢາມຄອບຄົວປ້າ ເຈິ່ນທິຕ໋າມ, ຢູ່ບ້ານ ຫາຍຟອງ, ຕາແສງ ບັກຟອງ, ສວນຕົ້ນໝາກກ້ຽງຂອງຄອບຄົວປ້າປົກຄຸມໄປທົ່ວໂນນພູເບື້ອງຫຼັງເຮືອນເຕັມໄປດ້ວຍໝາກກ້ຽງສຸກເຫຼືອງໄດ້ຮອດຍາມເກັບກ່ຽວແລ້ວ… ປ້າຕ໋າມໃຫ້ຮູ້ວ່າ: ຄອບຄົວປ້າເລີ່ມປູກຕົ້ນໝາກກ້ຽງກ່ອນນີ້ 10 ປີ ແລ້ວ, ໃນເບື້ອງຕົ້ນມີເນື້ອທີ່ປູກພຽງສອງ, ສາມພັນຕາແມັດເທົ່ານັ້ນ. ແຕ່ປັດຈຸບັນເນື້ອທີ່ໄດ້ຂະຫຍາຍຕື່ມອີກເຖິງ 2 ກວ່າເຮັກຕາ ແລະ ໄດ້ຮັບການຮັບຮອງວ່າບັນລຸມາດຕະຖານ VietGap (Vietnamese Good Agricultural Practices - ປະຕິບັດການຜະລິດກະສິກຳທີ່ດີຢູ່ ຫວຽດນາມ).

                                      ນັບແຕ່ນຳຕົ້ນໝາກກ້ຽງມາປູກແທນໃຫ້ຕົ້ນອ້ອຍນັ້ນ, ຊີວິດການເປັນຢູ່ຂອງຄອບຄົວຂ້າພະເຈົ້າກໍ່ເປັນປົກກະຕິ, ລາຍຮັບສູງກວ່າ. ຄອບຄົວສາມາດຊື້ລົດໂອໂຕ ແລະ ບັນດາເຄື່ອງໃຊ້ອື່ນໆໃນຄອບຄົວໄດ້. ປີນີ້ສວນຂອງຄອບຄົວຂ້າພະເຈົ້າມີໝາກກ້ຽງປະມານ 60-70 ໂຕນ, ສ້າງລາຍຮັບປະມານ 1 ຕື້/ເຮັກຕາ. ເມື່ອທຽບໃສ່ລາຍຮັບຈາກການປູກພືດປະເພດອື່ນໆແລ້ວ, ຕົ້ນໝາກກ້ຽງມີປະສິດທິຜົນດ້ານເສດຖະກິດສູງກວ່າ“.

ຊາວກະສິກອນເມືອງ ກາວຟອງ, ແຂວງ ຮ່ວາບິ່ງ, ສ້າງຄວາມຮັ່ງມີຈາກຕົ້ນໝາກກ້ຽງ - ảnh 2ໝາກກ້ຽງນ້ອຍຖືກປູກຕາມມາດຕະຖານ VietGap

 ຕາມທ່ານ ຫວໍງອກກຽນ, ເລຂາຄະນະພັກເມືອງ ກາວຟອງ ແລ້ວ, ທາງເມືອງຖືຕົ້ນໝາກກ້ຽງປາຍແຫຼມໃນການຜະລິດກະສິກຳ, ປະກອບສ່ວນສຳຄັນໃນການຍົກສູງລາຍຮັບ ແລະ ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ. ໄລຍະຜ່ານມາ, ກາວຟອງ ໄດ້ຂະຫຍາຍເນື້ອທີ່ປູກຕົ້ນໝາກກ້ຽງໄດ້ປະມານ 3.000 ເຮັກຕາ, ໃນນັ້ນສຸມໃສ່ລົງທຶນດ້ານວິທະຍາສາດ ເຕັກນິກ, ຍົກສູງມູນຄ່າ, ຄຸນນະພາບຜະລິດຕະພັນ ແລະ ຮັກສາເຄື່ອງໝາຍການຄ້າໝາກກ້ຽງ ກາວຟອງ ເປັນປົກກະຕິ.

“ພວກຂ້າພະເຈົ້າຖືເປັນສຳຄັນການໂຄສະນາ, ແນະນຳ ແລະ ຮັກສາເຄື່ອງໝາຍການຄ້າ, ເພາະວ່ານີ້ແມ່ນຜະລິດຕະພັນພິເສດ, ແມ່ນຄວາມສາມາດບົ່ມຊ້ອນ, ທ່າແຮງ, ທັງແມ່ນເງື່ອນໄຂເພື່ອໃຫ້ປະຊາຊົນສ້າງຄວາມຮັ່ງມີຢູ່ໃນບ້ານເກີດເມືອງນອນຂອງຕົນ. ພວກຂ້າພະເຈົ້າຕ້ອງຮັບປະກັນແຜນຜັງເພື່ອໃຫ້ບັນດາເຂດປູກຕົ້ນໝາກກ້ຽງພັດທະນາ, ຮັບປະກັນສຸຂະອະນາໄມ, ຄຸນນະພາບເພື່ອຈຳໜ່າຍໃນທ້ອງຕະຫຼາດ. ພ້ອມທັງສຸມໃສ່ກໍ່ສ້າງຕະຫຼາດຈຳໜ່າຍ, ໂຮງງານປຸງແຕ່ງບັນດາຜະລິດຕະພັນຈາກໝາກກ້ຽງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນປະເທດ ແລະ ສົ່ງອອກຕ່າງປະເທດ“.

ພ້ອມກັບການພັດທະນາຂອບຂະໜາດການຜະລິດແລ້ວ, ຄຸນນະພາບໝາກກ້ຽງ ກາວຟອງ ກໍ່ໄດ້ຮັບການຍົກສູງຂຶ້ນ, ໝາກກ້ຽງໃຫຍ່ສະເໝີກັນ, ແຊບ, ຫວານກວ່າ. ໝາກກ້ຽງ ກາວຟອງ ໄດ້ສ້າງເປັນເຄື່ອງໝາຍການຄ້າຂອງແຂວງ ຮ່ວາບິ່ງ ແລະ ສ້າງເປັນມູນຄ່າ, ຄວາມສາມາດບົ່ມຊ້ອນພັດທະນາກະສິກຳ, ເສດຖະກິດໃຫ້ປະຊາຊົນບັນດາເຜົ່າຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ