ຊາວກະສີກອນເມືອງກູຈີ, ນະຄອນໂຮ່ຈີມິນ, ສ້າງຄວາມຮັ່ງມີຈາກການລ້ຽງງົວນົມ


(vovworld) - ​ໂດຍ​ເສີມ​ຂະຫຍາຍ​ບັນດາ​ທ່​າແຮງ​ດ້ານ​ພູມ​ສາດ ​ແລະ ຊັບພະຍາກອນ​ທີ່​ມີ​ຢູ່​ແລ້ວ​ໃນ​ທ້ອງ​ຖີ່​ນ, ​ເມືອງ​ກູ​ຈີ, ນະຄອນ​ໂຮ່ຈີ​ມິນ ​ໄດ້​ປະ​ຕິ​ບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ, ດ້ວຍ​ການນຳ​ໃຊ້​ບັນດາ​ຮູບ​ແບບ​ຜະລິດ​ຂອງ​ນະຄອນຕາມ​ທິດ​ພັດທະນາ​ກະ​ສີ​ກຳ​ໃນ​ເຂດ​ຕົວ​ເມືອງ​ນັບ​ແຕ່​ນີ້​ເຖິງ​ປີ 2020. ​ໃນ​ຈຳນວນ​ຮູບ​ແບບ​ທີ່​ພວມ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ນັ້ນ, ມີ​ຮູບ​ແບບ​ລ້ຽງ​ງົວ​ພັນ.

ຊາວກະສີກອນເມືອງກູຈີ, ນະຄອນໂຮ່ຈີມິນ,  ສ້າງຄວາມຮັ່ງມີຈາກການລ້ຽງງົວນົມ - ảnh 1

ພາບປະກອບ

        ດ້ວຍ​ທົ່ງ​ຫຍ້າ​ກວ້າງ​ໃຫຍ່​ທີ່​ສາມາດ​ລ້ຽງ​ງົວ​ໄດ້ 60.000 ກວ່າ​ໂຕນັ້ນ, ​ເມືອງ​ກູ​ຈີ ​ໄດ້​ກາຍ​ເປັນ​ສູນ​ກາງ​ລ້ຽງ​ງົວ​ນົມ​ຂອງນະຄອນ​ໂຮ່ຈີ​ມິນ. ອາຊີບ​ລ້ຽງ​ງົວ​ນົມ​ໄດ້ນຳ​ມາ​ເຊິ່ງເສດຖະກິດ​ສູງ​ໃຫ້​ແກ່​ຊາວ​ກະ​ສີກ​ອນຢູ່ 20 ຕາ​ແສງ, ​ເທດສະບານ​ເມືອງ. ຢູ່​ທີ່​ນີ້, ນັບ​ມື້​ນັບ​ປະກົດ​ມີ​ຟາ​ມລ້ຽງ​ງົວ​ນົມ​ຫຼາຍ​ແຫ່ງ, ​ແຕ່ລະ​ແຫ່ງສາມາດ​ລ້ຽວ​ງົວ​ນົມ​ໄດ້ 30 – 200 ​ໂຕ. ອາຊີບ​ລ້ຽງ​ງົວ​ນົມ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງ​ເສດຖະກິດ​ສູງ​​ໂດຍ​ກົງໃຫ້​ແກ່ 1.600 ຄອບຄົວ​ລ້ຽງ​ງົວເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ ​ແລະ ສ້າງ​ລາຍ​ຮັບ​ເປັນ​ປົກກະຕິ​ໃຫ້​ແກ່​ຄອບຄົວປູກ​ຫຍ້າ​ລ້ຽງ​ງົວຢູ່​ທ້ອງ​ຖີ່​ນນັບ​ພັນ​ຄອບຄົວ​ອີກ​ດ້ວຍ. ​ ​ສ້າງລາຍ​ຮັບ​ນັບຕື້​ດົ່ງ/ປີໃຫ້ຊາວ​ກະ​ສີກ​ອນ​ນັບ​ຮ້ອຍ​ຄອບ​ຄົວ​ໃນ​ຕາ​ແສງ​.

ນອກຈາກ​ເຕິ​ນ​ແທງ​ດົງ​ແລ້ວ, ບັນດາ​ຕາ​ແສງ​ອານ​ຟູ໋, ອານ​ເຍີນ​ໄຕ, ຟ້າ​ມວັນ​ໂກ້ຍ, ​ເຕິ​ນ​ແທກ​ໄຕ, ​ເຟືອ​ກວິ້ງ​ອານ​ ກໍ່​ລ້ຽງງົວ​ນົມ​​ອີກ. ນີ້​ແມ່ນ​ແຫ່ງ​ສະໜອງ​ນົມງົວ​ຕົ້ນຕໍ​ໃຫ້​ບັນດາ​ບໍລິສັດນຳ້​ນົມ​ໃຫຍ່​ກວ່າ​ໝູ່​ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ​ເຊັ່ນ: Vinamilk, dutch lady, Friesland Campina. ດ້ວຍ​ລາຄານຳ້ນົມ​ສົດ​ແມ່ນ 13.000 ດົ່ງ/kg​​ໃນ​ປະຈຸ​ບັນ, ຖ້າ​ລ້ຽງ​ງົວ​ນົມ 10 ​ໂຕ, ຊາວ​ກະ​ສີກ​ອນຈະ​ສ້າງ​ກຳ​ໄລ​ໄດ້​ປະມານ 600 ລ້ານ​ດົ່ງ/ປີ. ​ເພື່ອ​ນຳ​ໃຊ້​ຮູບ​ແບບ​ລ້ຽງ​ງົວ​ນີ້, ຊາວ​ກະ​ສີກ​ອນຈະ​ຕ້ອງການ​ທຶນ​ຫຼາຍ​ເພື່ອ​ຊື້​ງົວ​ພັນ, ກໍ່ສ້າງ​ຄອກ​ຟາ​ມ, ປູກ​ຫຍ້າ, ຫົວອາຫານ, ລະບົບ​ບີບ​ນຳ້ນົມ ​ແລະ ​ເຕັກນິກ​ລ້ຽງ​ງົວ​ອີກ. ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ຜູ້​ລ້ຽງ​ງົວ, ນະຄອນ​ໂຮ່ຈີ​ມິນ ​ໄດ້​ມີ​ນະ​ໂຍບາຍ​ພິ​ເສດ​ໃຫ້ຜູ້​ກູ້​ຢືມ​ທຶນ​ເພື່ອລ້ຽງ​ງົວ​. ອ້າຍ ຫງວຽນ​ຮຸ່ງ​ຢຸງ, ຢູ່​ບ້ານ 3A, ຕາ​ແສງ​ເຕິ​ນ​ແທກ​ດົງ, ​ໃຫ້​ຮູ້​ວ່າ:

​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກນະຄອນ, ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ກູ້​ຢືມ​ທຶນ 500 ລ້ານ​ດົ່ງຕາມຂໍ້​ຕົກລົງ​ເລກທີ 13 ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ກ່ຽວ​ກັບ​ນະ​ໂຍບາຍ​ພິ​ເສດ​ສຳລັບ​ຜູ້​ລ້ຽງ​ງົວ. ຂ້າພະ​ເຈົ້າ​ໃຊ້​ບ້ວງ​ເງິນ​ນີ້​ເພື່ອ​ຊື້​ງົວ ​ແລະ ​ເປີດ​ກວ້າງ​ການ​ຜະລິດ, ປະຈຸບັນ​ສິ່ງ​ດັ່ງກ່າວໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃຫ້​ຄອບຄົວ​ຂ້າພະ​ເຈົ້າ“.

ຊາວກະສີກອນເມືອງກູຈີ, ນະຄອນໂຮ່ຈີມິນ,  ສ້າງຄວາມຮັ່ງມີຈາກການລ້ຽງງົວນົມ - ảnh 2

ພາບປະກອບ

ນອກຈາກ​ການ​ໜູນ​ຊ່ວຍ​ທຶນ​ແລ້ວ, ນະຄອນ​ໂຮ່ຈີ​ມິນ​ ຍັງ​ເປີດ​ຊຸດຝຶກ​ອົບຮົມ​ເປັນ​ປະຈຳ, ​ເພື່ອ​ຊ່ວຍ​ຊາວ​ກະ​ສີກ​ອນນຳ​ໃຊ້​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ລ້ຽງ​ງົວ​ອີກ. ທ່ານ ​ເຈືອງ​ວັນ​ໂໜຍ, ຜູ້​ລ້ຽງ​ງົວ​ຢູ່​ບ້ານ 3A, ຕາ​ແສງ​ເຕິ​ນ​ແທກ​ດົງ, ​ເມືອງ​ກູ​ຈີ, ​ໃຫ້​ຮູ້​ວ່າ:

ລ້ຽງ​ງົວ​ນົມ​ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ,  ​ແຕ່​ຍ້ອນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ, ຫົວອາຫານ, ສັດຕະວະ​ແພດ ກໍ່​ຄື​ວິທີ​ລ້ຽງ​ງົວ​ຈາກ​ພະ​ແນ​ກກະ​ສີ​ກຳ​ນະຄອນ, ປະຊາຊົນ​ໄດ້​ພະຍາຍາມ ​ແລະ ອຸ່ນ​ອ່ຽນ​ໃຈ​ເພື່ອ​ພັດທະນາ​ຝູງ​ງົວ​ນົມ“.

ຊາວກະສີກອນເມືອງກູຈີ, ນະຄອນໂຮ່ຈີມິນ,  ສ້າງຄວາມຮັ່ງມີຈາກການລ້ຽງງົວນົມ - ảnh 3

ພາບປະກອບ

​ເນື້ອ​ທີ່​ດິນ​ປູກ​ເຂົ້າ 1 ​ເຮັກຕາ​ພຽງ​ແຕ່​ສ້າງ​ລາຍ​ຮັບ​ໄດ້​ເກ​ືອບ 30 ລ້ານ​ດົ່ງ/ປີ​ເທົ່າ​ນັ້ນ, ​ແຕ່​ເມື່ອ​ຫັນ​ມາລ້ຽງ​ງົວ​ນົມ, ​ລາຍ​ຮັບ​ອາດ​ຈະ​ເພີ່ມ​ຂຶ້ນ​ທົບ 5 ​ເທົ່າ, ​ແມ່ນ​ປະມານ 150 ດົ່ງ/​ເຮັກຕາ. ທ່ານ ຫງວຽນ​ຮ່ວາຍ​ຟູ໋, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ກູ​ຈີ, ​ໃຫ້​ຮູ້​ວ່າ: ທາງ​ເມືອງ​ໄດ້​ສ້າງ​ແຜນ​ກຳນົດກ່ຽວ​ກັບ​ຝູງ​ງົວ ​ແລະ ​ເນື້ອທີ່​ດິນ​ປູກ​ຫຍ້າ ​ເພື່ອ​ພັດທະນາ​ອາຊີບ​ລ້ຽງ​ງົວ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກ​ສູງ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບຜະລິດ​ຕະພັນ.

ກ່ອນ​ນີ້​ເມືອງ​ກູ​ຈີ​ມີ​ເນື້ອ​ທີ່​ປູກ​ເຂົ້າ​ທີ່​ໃຫ້​ສະມັດ​ຕະພາບ​ຕຳ່​ປະມານ 17.000, 18.000 ​ເຮັກຕາ, ປະຈຸ​ບັນ​ພວກ​ຂ້າພະ​ເຈົ້າ​ໄດ້​ຫັນ​ມາ​ປູກ​ຫຍ້າ​ລ້ຽງ​ງົວ​ທີ່​ໃຫ້​ສະມັດ​ຕະພາບ​ສູງ. ກ່ອນ​ນີ້​ສະມັດ​ຕະພາບ​ນຳ້ນົມ​ຕາມ​ໄລຍະ​ຂອງ​ງົວບັນລຸ​ພຽງ 3 ​ໂຕນ - 3,5 ​ໂຕນ/​ໂຕ, ​ແຕ່​ປະຈຸ​ບັນ​ສາມາດ​ບັນລຸ​ໄດ້ 6​ໂຕນ/​ໂຕ. ​ເຖິງ​ວ່າ​ຝູງ​ງົວ​ພັດທະນາ​ຄື​ແນວ​ນັ້ນ, ​ແຕ່​ພວກ​ຂ້າພະ​ເຈົ້າ​ບໍ່​ພັດທະນາ​ດ້ານ​ຈຳນວນຕື່ມ​ອີກ, ຫາ​ກພຽງ​ແຕ່ພັດທະນາດ້ານ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບ​ເທົ່າ​ນັ້ນ“.

ລ້ຽງ​ງົວ​ນົມ​ພຽງ​ແຕ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຮູບ​ແບບ​ຜະລິດ​ທີ່​ມີ​ປະສິດທິ​ຜົນ​ເຊິ່ງ​ເມືອງ​ກູ​ຈີ​ພວມ​ນຳ​ໃຊ້​ຢູ່​​ຕາ​ແສງ​ຕ່າງໆ​ເທົ່າ​ນັ້ນ. ​ແຕ່​ຮູບ​ແບບ​ນີ້​​ພວມ​ຊ່ວຍ​ຊາວ​ກະ​ສີກ​ອນ​ໃນ​ທ້ອງ​ຖີ່​ນຫຼຸດຜ່ອນ​ຄວາມທຸກ​ຍາກ, ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ​ຢູໃນ​ບ້ານ​ເກີດ​ຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ