ຊາວກະສິກອນແຂວງ ລອງອານ ມອບດິນໃຫ້ລັດເພື່ອເປີດທາງເຊື່ອມຕໍ່ລະຫວ່າງເຂດ

(VOVWORLD) - ໃນຊຸມປີຜ່ານມາ, ຂະບວນການມອບດິນເພື່ອກໍ່ສ້າງເສັ້ນທາງຢູ່ທ້ອງຖິ່ນຫລາຍແຫ່ງໃນແຂວງ ລອງອານ ຂອງ ຫວຽດນາມ ຖືກດຳເນີນໄປຢ່າງເປັນຂະບວນຟົດຟື້ນ. ສະເພາະຢູ່ຕາແສງ ຫວິງດ້າຍ, ເມືອງເຕິນຮຶງ, ປະຊາຊົນໄດ້ມອບເນື້ອທີດິນກວ່າ 6 ເຮັກຕາ ດ້ວຍຄວາມສະໝັກໃຈເພື່ອເປີດເສັ້ນທາງຈະລາຈອນຢູ່ເຂດຊົນນະບົດ ໃນບ້ານ ເກງໂລະງາງ ໃຫ້ກວ້າງກວ່າ, ງາມກວ່າ, ເຊື່ອມຈອດ ແລະ ສະດວກກວ່າ. ເສັ້ນທາງສາຍນີ້ ບໍ່ພຽງແຕ່ເຊື່ອມຕໍ່ບັນດາຕາແສງຂອງ ເມືອງ ເຕິນຮຶງ ເທົ່ານັ້ນ ຫາກຍັງເຊື່ອມຈອດກັບລະບົບຄົມມະນາຄົມຂອງແຂວງ ດົ່ງທາບ ອີກດ້ວຍ.

ກ່ອນນີ້, ເສັ້ນທາງ ເກງໂລະງາມ ແຄບ ແລະ ນ້ອຍ, ລວງກວ້າງບໍ່ຮອດ 2 ແມັດ ແລະ ເປັນທາງດິນແດງ. ອາກາດແດດ ຂີ້ຝຸ່ນຫຼາຍ, ເມື່ອຝົນຕົກພັດເປັນຕົມ ມື່ນ ແລະ ເປີເປື້ອນ. ການສັນຈອນໄປ - ມາຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພາຍຫຼັງ ອຳນາດການປົກຄອງເມືອງ ເຕິນຮຶງ, ແຂວງ ລອງອານ ມີແຜນນະໂຍບາຍເປີດກວ້າງເສັ້ນທາງດັ່ງກ່າວ ລຸງ ຫງວຽນວັນເທີຍ, ປະຊາຊົນຕາແສັງ ຫວິງດ້າຍ, ເມືອງ ເຕິນຮຶງ ໄດ້ນຳຫນ້າໃນການມອບເນື້ອທີ່ດິນຂອງຄອບຄົວເກືອບ 1,1 ເຮັກຕາ ດ້ວຍຄວາມສະໝັກໃຈເພື່ອຂະຫຍາຍທາງໃຫ້ກວ້າງກວ່າ. ເນື້ອທີ່ດິນ ເຊິ່ງລຸງ ເທິຍ ໄດ້ມອບໃຫ້ນັ້ນ ແມ່ນມີມູນຄ່າສູງ ແລະ ພວມໄດ້ນຳໃຊ້ເພື່ອປູກເຂົ້າ ແລະ ຕົ້ນໄມ້ກິນໝາກ ແຕ່ວ່າ ດ້ວຍຄວາມຈຳເປັນໃນການກໍ່ສ້າງທາງ ສະນັ້ນ ຄອບຄົວ ລຸງໄດ້ຕັດສິນໃຈມອບດິນໃຫ້ແກ່ ລັດ ເພື່ອກໍ່ສ້າງທາງ.

ຊາວກະສິກອນແຂວງ ລອງອານ ມອບດິນໃຫ້ລັດເພື່ອເປີດທາງເຊື່ອມຕໍ່ລະຫວ່າງເຂດ - ảnh 1ທ່ານ ດ່າວຮົ່ງເອີ໋ນ ຊາວບ້ານຫວີງຮຶງ 

“ຢູ່ເຂດມັກເກີດໄພນ້ຳຖ້ວມນີ້ ຖ້າຫາກວ່າບໍ່ມີຂົວມີທາງແມ່ນຈະປະສົບກັບຄວາມຫຍຸ້ງຍາກຫຼາຍ. ສະນັ້ນ, ພາຍຫຼັງ ພັກ, ລັດ ຂົນຂວາຍ ຂ້າພະເຈົ້າ ຈຶ່ງສະໝັກໃຈເປັນຜູ້ທຳອິດມອບດິນ. ຂ້າພະເຈົ້າຕັດສິນໃຈມອບດິນ ເພື່ອໃຫ້ມີເສັ້ນທາງໄປ - ມາ. ບໍ່ພຽງແຕ່ປະຊາຊົນເທົ່ານັ້ນ ຫາກເມື່ອມີເສັ້ນທາງຫຼວງແລ້ວ ຄອບຄົວຂ້າພະເຈົ້າກໍ່ຈະໄດ້ຂົນສົ່ງຜະລິດຕະພັນກະເສດ ໄປ - ມາ ໄດ້ຢ່າງສະດວກ ແລະ ງ່າຍດາຍກວ່າ”.

ຫຼາຍຄອບຄົວອື່ນໆ ກໍເຊັ່ນດຽວກັນກັບຄອບຄົວ ລຸງ ເທິຍ, ເຂົາເຈົ້າມີຄວາມສຸດຈິດສຸດໃຈສະໜັບສະໜູນການມອບດິນກໍ່ສ້າງທາງ. ບັນດາຄອບຄົວຄື ຄອບຄົວ ລຸງ ຫງວຽນວັນໂບ, ປ້າ ຫງວຽນທິເຮືອງລານ, ລຸງ ດັ້ງວັນເຈົາຊາ…. ກໍລ້ວນແຕ່ສະໝັກໃຈມອບເນື້ອທີ່ດິນ ແຕ່ 0,4 ຫາ ກວ່າ 0,8 ເຮັກຕາ ເພື່ອກໍ່ສ້າງເສັ້ນທາງ ເກງໂລະງາງ ເສັ້ນທາງໄປຜ່ານຕາແສງ ຫວິງດ້າຍ ມີລວງຍາວທັງໝົດເກືອບ 9 ກິໂລແມັດ, ແຕ່ປະຊາຊົນຢູ່ທີ່ນີ້ໄດ້ສະໝັກໃຈມອບເນື້ອທີ່ດິນກວ່າ 6 ເຮັກຕາ ເພື່ອກໍ່ເປີດເສັ້ນທາງດັ່ງກ່າວໃຫ້ກວ້າງ ແລະ ສວຍງາມກວ່າເກົ່າ. ທ່ານ ດ່າວຮົ່ງເອີນ, ປະຊາຊົນບ້ານ ຫວິງຮຶງ, ຕາແສງ ຫວິງດ້າຍ, ເມືອງ ເຕິນຮຶງ ແບ່ງປັນວ່າ: ໂດຍມີເຂົ້າໃຈຕໍ່ຜົນປະໂຫຍດຍາວນານຂອງການມອບດິນ ສະນັ້ນ ພໍ່ແມ່ຊາວກະສິກອນຢູ່ນີ້ ໃຜໆກໍພ້ອມແລ້ວທີ່ຈະມອບດິນ ໂດຍບໍ່ຮຽກຮ້ອງຄ່າຊົດເຊີຍ.

“ຜູ້ທີ່ໄດ້ຮັບຜົນປະໂຫຍດຕົ້ນຕໍ່ຈາກການກໍ່ສ້າງທາງ ກໍແມ່ນປະຊາຊົນເຮົາ, ເພາະສະນັ້ນ ພໍ່ແມ່ປະຊາຊົນໃຜກໍເຫັນດີເຫັນພ້ອມປະຕິບັດຕາມແຜນນະໂຍບາຍຂອງພັກ ແລະ ລັດ. ສະເພາະຕາແສງ ຫວິງດ້າຍ, ປະຊາຊົນພວກຂ້າພະເຈົ້າ ມີບາງຄົນໄດ້ມອບເນື້ອທີ່ດິນ 2 3 ເຮັກຕາ, ບາງຄົນສະໝັກໃຈມອບເປັນ 10 ໄລ່ເພື່ອເປີດທາງ”.

ຊາວກະສິກອນແຂວງ ລອງອານ ມອບດິນໃຫ້ລັດເພື່ອເປີດທາງເຊື່ອມຕໍ່ລະຫວ່າງເຂດ - ảnh 2 ເສັ້ນທາງ ເກງໂລະງາງ ມີລວງຍາວກວ່າ 11 ກິໂລແມັດ ກວ້າງ 5,5 ແມັດ

ມາຮອດປະຈຸບັນ ທົ່ວເສັ້ນທາງ ເກງໂລະງາງ ມີລວງຍາວກວ່າ 11 ກິໂລແມັດ ກວ້າງ 5,5 ແມັດ ເຊື່ອມຈອດກັບຫລາຍຕາແສງຂອງເມືອງ ເຕີນຮຶງ ແລະ ລະຫວ່າງ ເມືອງເຕີນຮຶງກັບເມືອງ ທາບເມື່ອຍຂອງແຂວງ ດົ່ງທາບ. ເສັ້ນທາງນີ້ ກໍ່ໄດ້ກໍ່ສ້າງສຳເລັດຂົວເບຕົງ 2 ແຫ່ງ  ແລະ ນອກນັ້ນ ຍັງເຊື່ອມຈອດກັບລະບົບຄົມມະນາຄົມຂອງແຂວງ ລອງອານ ແລະ ຕຽນຢາງ ເປັນການຫລຸດຜ່ອນເວລາໄປມາຈາກເຂດຊາຍແດນ ເຕີນຮຶງ ໄປຫານະຄອນ ໝີ໋ທໍ ແຂວງ ຕຽນຢາງ. ປະຈຸບັນ ພວກນ້ອງນັກຮຽນ ຢູ່ໃນເຂດ ສາມາດຂີ່ລົດຖີບໄປໂຮງຮຽນໄດ້ແລ້ວ. ລົດໃຫຍ່ສາມາດເຂົ້າໄປຮອດບ້ານ ຄອບຄົວຊາວກະສິກອນເພື່ອເກັບຊື້ຜະລິດຕະພັນກະເສດ.

ທ່ານ ເຈີນວັນແຈ່ງ ເລຂາຫນ່ວຍພັກ ບ້ານ ຫວີງບື໋ວ ຕາແສງ ຫວີງດ້າຍ ເມືອງ ເຕີນຮຶງ ແຂວງ ລອງອານໃຫ້ຮູ້ວ່າ:

“ບັນດາແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການເຊື່ອມຈອດດ້ານເສດຖະກິດ ການຜະລິດ ແລະ ການພັດທະນາກະສິກຳ ເມື່ອໄປຂົນຂວາຍບໍ່ພຽງແມ່ນພະນັກງານຂັ້ນບ້ານຕາແສງ ເທົ່ານັ້ນ ຫາກບາງເທື່ອພະນັກງານເມືອງກໍ່ລົງຂົນຂວາຍ. ເມື່ອພະນັກງານເມືອງປຶກສາຫາລື, ຊາວທ້ອງຖິ່ນ ລ້ວນແຕ່ເຫັນດີນຳ. ເມື່ອເປີດເສັ້ນທາງ ເຂົາເຈົ້າປະຕິບັດຢ່າງວ່ອງໄວ ບໍ່ປະສົບກັບຄວາມຫຍຸ້ງຍາກໃດ ແລະ ເມື່ອເສັ້ນທາງກໍ່ສ້າສຳເລັດແລ້ວ ປະຊາຊົນດີໃຈຫລາຍ”

ດ້ວຍຈິດໃຈສະໝັກໃຈມອບດິນ ປະກອບສ່ວນໃນການເປີດກວ້າງເສັ້ນທາງຄົມມະນາຄົມຂອງປະຊາຊົນ ຕາແສງ ຫວີງດ້າຍ ເມືອງ ເຕີນຮຶງ ແຂວງ ລອງອານ ແມ່ນການກະທຳເປັນຫນ້າເຄົາລົບນັບຖື. ສິ່ງນັ້ນ ເປັນການສະແດງໃຫ້ເຫັນຄວາມເປັນຈິດຫນຶ່ງໃຈດຽວ ແລະ ຄວາມຕັດສິນໃຈຂອງປະຊາຊົນ ພ້ອມກັບອຳນາດການປົກຄອງທ້ອງຖິ່ນໃນການພັດທະນາເສດຖະກິດ ກໍ່ສ້າງຊົນນະບົດໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ