ຊາວກະສິກອນແຂວງດົ່ງທາບຫາເງິນລ້ຽງຊີບຍາມນ້ຳແກ່ງ

(vovworld) - ​ປະ​ຈຸ​ບັນ, ​ນ້ຳ​ແກ່ງ​ໄດ້​ເກີດ​ຂຶ້ນຫຼາຍ​ແຫ່ງ​​ໃນ​​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ. ​ເຖິງວ່າ​ຍາມນ້ຳ​ແກ່ງ​ປີນີ້ເກີດ​ຂຶ້ນ​ຈ​ະ​​ຊ້າກ່​ວາ​ທຸກ​ປີກໍ່​ຕາມ ​ແຕ່​ລະ​ດັບ​ນ້ຳພັດ​ສູງ​ກ່​ວາ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່າຍ, ສິ່ງ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່​ແມ່​ນ້ຳ​ລ​ຳ​ເຊ​ໃນ​ແຂວງ​ດົ່ງ​ທາບ​ເພິ່ງ​ພໍ​ໃຈຫຼາຍ​​ພາຍ​ຫລັງລໍ​ຖ້າ​​ມາ​ເປັນ​ເວ​ລາຢ່າງ​ຍາວ​ນານ. ສຳ​ລັບ​ປະ​ຊາ​ຊົນ​ຢູ່​ທີ່ນີ້ແລ້ວ, ​ຍາມ​ເກີດ​ນ້ຳ​ແກ່ງ​ໄດ້ນຳ​ມາ​ເຊິ່ງ​ແຫຼ່ງ​ສິນ​ໃນ​ນຳ​້​ຊ່ວຍ​ໃຫ້​ເຂົາ​ເຈົ້າ​​ສືບ​ຕໍ່​ຫາ​ເງິນ​ລ້ຽງ​ຊີບ.  ບົດ​ຂຽນ “ຊາວ​ກະ​ສິ​ກອນ​ແຂວງ​ດົ່ງ​ທາບ​ຫາ​ເງິນ​ລ້ຽງ​ຊີບ​ໃນ​ຍາມ​ເກີດນ້ຳ​ແກ່ງ” ຂອງ ໂຕ​ຕ໋ວນ, ນັກ​ຂ່າວ VOV.

ຊາວກະສິກອນແຂວງດົ່ງທາບຫາເງິນລ້ຽງຊີບຍາມນ້ຳແກ່ງ - ảnh 1
ພາບ​ປະ​ກອບ

  ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ​ຍາມ​ເກີດ​ນ້ຳ​ແກ່ງ​ເລີ່ມ​ແຕ່​ເດືອນ 8 ຫາ​ເດືອນ 11 ແຕ່​ລ​ະ​ປີ. ເມື່ອ​ຮອດ​ຍາມນ້ຳ​​ແກ່ງ, ເຊິ່ງ​ແມ່ນ​ປະ​ກົດ​ການ​ນ້ຳ​​​ຖ້ວມ​ແບບ​ທຳ​ມະ​ຊາດ, ​ຢູ່ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ (​ຍານ​ລຸ່ມ​ແມ່​ນ້ຳ​ຂອງ). ​ເຖິງວ່າ, ແມ່ນ​ປະ​ກົດ​ການ​ນ້ຳ​ຖ້ວມ, ແຕ່ພັດບໍ່​ແມ່ນ​ໄພ​ພິ​ບັດ​ທຳ​ມະ​ຊາດ​ສຳ​ລັບ​ພົນ​ລະ​ເມືອງ​ທັງ​ໝົດ​ຢູ່​ເຂດ​ຖືກ​ຜົນ​ສະ​ທ້ອນ​ຈາກ​ປະ​ກົດ​ການ​ທຳ​ມະ​ຊາດນີ້. ​ໂດຍ​​ໄດ້​ກາຍເປັນ​​ຄວາມ​ຊິນ​ເຄີຍ​ມາຫຼາຍ​ປີ​ແລ້ວ, ປະ​ຊາ​ຊົນ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຖື​​ຍາມ​ນ້ຳ​ແກ່ງ​ແມ່ນ​​ຍາມ​ປ່ຽນ​ແປງວິ​ທີ​ການປູກ​ຝັງ​ກະ​ສິ​ກຳ, ແທນ​ທີ​​ຈະ​​ປູກ​ຝັງ​ກະ​ສິ​ກຳ ເຂົາ​ເຈົ້າ​ໄດ້​ຫັນ​ປ່ຽນ​ມາ​ຂຸດ​ຄົ້ນ​ແຫຼ່ງ​ສິນ​ໃນ​ນ້ຳ​ທີ່​ອຸ​ດົມ​ສົມ​ບຸນ​ຈາກປະ​ກົດການ​ນ້ຳ​​ແກ່ງ​ປົກ​ຄຸມ​ໃນ​ເນື້ອ​ທີ່​ກ້​ວາງ​ໃຫຍ່​​ຂອງເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ​ນ​ຳ​ມາ​ໃຫ້. ນ້ຳ​​ແກ່ງຍັງ​ສ້າງ​ເງື່ອນ​ໄຂ​, ທຳ​ລາຍ​​ສັດ​ຕູ​ພືດ, ​ເພີ່ມ​ພູນ​ດິ​ນ​ສັນ​ດອນ​ທີ່​ອຸ​ດົມ​ສົນ​ບູນໃຫ້​ດິນ​ກະ​ສິ​ກຳ​ໃນ​ທົ່ວ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ. ດັ່ງ​ນັ້ນ, ນັບ​ແຕ່​ກາງ​ເດືອນ 9, ເມື່ອ​ນ້ຳ​ແກ່ງ​ສູງ, ເຖິງວ່າ​ລະ​ດັບ​​ສະ​ເລ່ຍ​ຍັງ​ຕໍ່​ ເມື່ອ​ທ​ຽບ​ໃສ່​ຊຸມ​ປີ​ກ່ອນ​ກໍ່​ຕາມ, ແຕ່ກໍ່​​ພາ​ໃຫ້​ປະ​ຊາ​ຊົນ​ຊາວ​ກະ​ສິ​ກອນ​ຢູ່​ບັນ​ດາ​ແຂວງ ດົ່ງ​ທາບ, ອານ​ຢາງ, ກຽນ​ຢາງ… ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ. ທ່ານ ຮິ່ງວັນ​ນຳ, ຊາວ​ກະ​ສິ​ກອນ​ຢູ່​ເມືອງ ຮົ່ງ​ງື້, ແຂວງ ດົ່ງ​ທາບ, ໃຫ້​ຮູ້​ດ້ວຍຄວາມ​ປິ​ຕິ​ຊົມ​ຊື່ນ​ວ່າ:

        “ນ້ຳ​​ແກ່ງ​ເກີດ​ມາກໍ່​ນຳ​ເອົາປາ, ກຸ້ງມາ​ໃຫ້, ດັ່ງ​ນັ້ນ ພວກ​ເຮົາ​ກໍ່​ຫາ​ປາ, ກຸ້ງໄດ້ຫຼາຍ, ໃນ​ຊຸມ​ປີ​ກ່ອນ​ນ້ຳ​​ແກ່ງນ້ອຍ ​ພວກ​ເຮົາ​ທຳ​ມາ​ຫາ​ກິນກໍ່​ຍາກ​ຫຼາຍ.”

        ທ່ານ ຮິ່ງວັນ​ນຳ ກໍ່​ຍັງ​ໃຫ້​ຮູ້​ວ່າ: ກ່ອນນີ້ບໍ່​ດົນ​ປານ​ໃດ, ເຂດ​ດິນ​ປູກ​ຝັງບ່ອນ​ທ່ານ​ດຳ​ລົງ​ຊີ​ວິ​ດ​ຕົກ​ຢູ່​ໃນສະ​ພາບ​ການ​ແຫ້ງ​ແລ້ງ. ບໍ່​ສາ​ມາດ​​ປູກ​ຝັງ​ໄດ້​ດັ່ງ​ນັ້ນ ປະ​ຊາ​ຊົນຫຼາຍ​ຄົນ​ຕ້ອງ​ຍ້​າຍ, ໄປ​ແຂວງ ບີ່ງ​ເຢືອງ ຫຼື ​ນະ​ຄອນ ໂຮ່​ຈີ​ມິນ ເພື່ອ​ເຮັດ​ຈ້າງ, ຫາ​ເງິນ​ລ້ຽງ​ຊິບ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ເຄິ່ງ​ເດືອນ​ມໍ່ໆ​ມານີ້, ນ້ຳ​​ຢູ່​ຕາມ​ແມ່​ນ້ຳ​ລຳ​ເຊ​ຄ່ອຍໆເພີ່ມ​ຂຶ້ນ. ປະ​ຊາ​ຊົນ​ໃນ​ບ້ານຂອງ​ທ່ານ​ຍັງ​ເຫຼືອ​ມີ​ປະ​ມານ​ສິບ​ຄົນ​ບໍ​່​ທັນ​​ຍ້າຍໄປ​​ຫາ​ກິນ​ຢູບ່ອນ​ອື່ນ​​ໄດ້​ຫັນ​ມາ​ຫາ​ປູ , ຫາປາ. ໂດຍ​ເປັນ​ຜູ້ມ​ີ​ປະ​ສົມ​ການ​ໃນ​ການ​ຫາ​ສິນ​ໃນ​ນ້ຳ​ມາ​ເປັນ​ເວ​ລາ​ເກືອບ 10 ປ​ີ​ແລ້ວ, ທ່ານ​​ດີ​ໃຈຫຼາຍ. ແຕ່​ລະ​ວັນ, ທ່ານສາ​ມາດ​ຫາ​ປູ​​ໄດ້​ປະ​ມານ 16 ກິ​ໂລ​ກາມ ເພື່ອຂາຍ​ໃຫ້​​ພໍ່​ຄ້າ​ຊາວ​ຂາຍ​ດ້ວຍໄດ້​ລາ​ຄາ 14.000 ດົ່ງ/ກິ​ໂລກ​າມ. ​ຈຳ​ນວ​ນ​ເງິນ​ທີ່​ເກັບ​ມາ​ໄດ້​ຄອບ​ຄົວ​ຂອງທ່ານ​ກໍ່​ສາ​ມາດ​ກຸ້ມ​ຕົນ​ເອງ​ໄດ້. ປ້າ ຫງວຽນ​ກິມ​ຈີ, ຢູ່​ເທດ​ສະ​ບານ ຕາມ​ນົງ, ແຂວງ ດົ່ງ​ທາບ, ໃຫ້​ຮູ້​ວ່າ: ລະ​ດັບ​ນ້ຳ​ຂຶ້ນສູງ​ນັບ​ແຕ່​ທ້າຍ​ເດືອນ 9 ມາ​ຮອດ​ປະ​ຈຸ​ບັນ, ເຖິງວ່າ​ນ້ຳ​ແກ່ງ​ມາ​ຊ້າກໍ່​ຕາມ​ແຕ່ ​ມັນກໍ່​ດີ​ແລ້ວ. ພໍ່​ແມ່​ປະ​ຊ​າ​ຊົນ​ທີ່ດຳ​ລົງ​ຊີ​ວິດ​ດ້ວຍ​ອາ​ຊ​ີບ​ຫາ​ສິນ​ໃນ​ນ້ຳ​ມີ​ຄວາມ​​ພາກ​ພູມ​ໃຈ​ທີ່​ສຸດ:

        “ຢູ່​ທີ່ນີ້​​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ດ້ວຍ​ອາ​ຊ​ີບ​ປູກ​ເຂົ້າ, ຫາ​ປາ, ຫາ​ກຸ້ງ ​ເປັນ​ຕົ້ນ, ດັ່ງ​ນັ້ນ​ເມື່ອ​ນ້ຳ​ແກ່ງ​ເກີດມາ​​ຈະ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຫາ​ເງິນ​ລ້ຽງ​ຊີບ. ເມື່ອ​ນ້ຳ​ແກ່ງ​ມາ​ນ້ອຍ, ເຂົາ​ເຈົ້າ​ໄດ້​ລ້ຽງ​ ປາຄໍ່, ປາ​ຈາ. ນອກ​ຈາກ​ການຕຶກມອງ, ຕຶກ​ປາ, ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ທີ່ນີ້​ຍັງ​​ຫາ​ປາ​ຄໍ່, ລ້ຽງ​ອຽນ ເພື່ອສ້າງ​ລາຍ​ຮັບ​ຕື່ມ​ອີກ. ດັ່ງ​ນັ້ນ, ກໍ່​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ໄດ​້​ສ່ວນ​ໃດ​ສ່ວນ​ໜຶ່ງ.”

ຊາວກະສິກອນແຂວງດົ່ງທາບຫາເງິນລ້ຽງຊີບຍາມນ້ຳແກ່ງ - ảnh 2
ປະ​ຊາ​ຊົນ​ຢູ່​ທີ່ນີ້​ຫາ​ປາ​ລ້ຽງ​ຊີບ

        ທ່ານ ຫວໍ​ແທ່ງງວານ, ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ແຂວງ​ດົ່ງ​ທາບ, ໃຫ້​ຮູ້​ວ່າ: ແຕ່​ຕົ້ນ​ເດືອນ 10, ລະ​ດັບ​ນ້ຳ​ຢູ່​ຫຼາຍ​ແຫ່ງ​ໃນ​ແຂວງ​​ເພີ່ມ​ຂຶ້ນຍ້ອນ​ນ້ຳຈາກ​ ຍານ​ເໜືອແມ່​ນ້ຳ​ໄຫຼ່​ລົງ​ມາ. ລະ​ດັບ​ນ້ຳ​​ສູງ​ກ່​ວາ​ເມື່ອ​ທຽບ​ໃສ່​ປີ 2015, ແຕ່​ຍັງ​ຕ​່ຳກ່​ວາ​ເມື່ອ​ທຽບ​ໃສ່​ລະ​ດັບ​ສະ​ເລ່ຍ​ຂອງຫຼາຍ​ປີ. ແຂວງ ດົ່ງ​ທາບ​ພວມ​ຮີບ​ເຮັ່ງ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ, ພັດ​ທະ​ນາ​ການ​ທ​ຳ​ມາ​ຫາ​ກິນ​ແບບ​ຍືນ​ຍົງ​ໃຫ້​ແກ່​ປະ​ຊາ​ຊົນ ດ້ວຍ​ວິ​ທີ​​ຂະ​ຫຍາຍ​ບັນ​ດາ​ຮູບ​ແບບ​ຮັບ​ມື, ໜູນ​ຊ່ວຍ​ດ້ານ​ທຶນ​ຮອນ, ​ເຕັກ​ນິກ​ເພື່ອ​ໃຫ້​ປະ​ຊາ​ຊົນຫາ​ເງິນ​ລ້ຽງ​ຊີບໃນ​​ຍາມ​ນ້ຳ​ແກ່ງ. ພ້ອມ​ກັນ​ນັ້ນ, ແຂວງ ດົ່ງ​ທາບ ຍັງມຸ່ງ​ໄປ​ເຖິງ​ການ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຊົນ​ລະ​ປະ​ທານ ເພື່ອ​ເປັນ​ເຈົ້າ​ການ​ດັດ​ສົມ​ແຫຼ່ງ​ນ້ຳ​ຮັບ​​ປະ​ກັນ​ມີ​ນ້ຳ​ເພື່ອ​ທຳ​ການ​ຜະ​ລິດ​ກະ​ສິ​ກຳ, ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ.


ຂ່າວ/ບົດ​ອື່ນ