ຊາວກະສີກອນແຂວງອຽນບ໋າຍປູກປ່າເພື່ອເພີ່ມລາຍຮັບ

(vovworld) - ດ້ວຍ​ການ​ປູກ​ຕົ້ນ​ໄມ້​ໃນ​​ເນື້ອ​ທີ່​ໃໝ່​ 15 ເຮັກ​ຕາ ​ຢູ່​ຕາມເຂດ​ດິນ​ເປົ່າ​ວ່າ​ງ​ພູ​ຫົວ​​ໂລ້ນ, ​ໃນ​ແຕ່​ລະ​ປີຊາວ​ກະ​ສີ​ກອນ​ທ້ອງ​ຖິ່ນ​ໄດ້​ນຳ​ແຂວງ​ອຽນບ໋າຍ ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ແຂວງ​ມີລ​ະ​ດັບ​ການ​ປົກ​ຄຸມ​ຂອງ​ປ່າແມ່ນ​ສູງກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ. ຕົ້ນ​ໄມ້​ປ່າບໍ່​ພຽງ​ແຕ່​ເຮັດ​ໃຫ້ອາ​ກາດ​ທີ່​ປອດ​​ໂປງ​ເທົ່າ​ນັ້ນ, ຫາກ​ຍັງ​ນຳ​ມາ​ເຊິ່ງ​ລາຍ​ຮັບ​ສູງ​ໃຫ້​ປະ​ຊາ​ຊົນ​ທ້ອ​ງ​ຖິ່ນ​ອີກ​ດ້ວຍ. ນັກ​ຂ່າວ ດິງ​ຕວນ ມີ​ບົດ​ຂຽນ​ທີ່​ວ່າ “ຊາວ​ກະ​ສີກອນ​ແຂວງ​ອຽນ​ບ໋າຍ​ປູກ​ປ່າເພື່ອ​ເພີ່ມ​ລາຍ​ຮັບ”.


ຊາວກະສີກອນແຂວງອຽນບ໋າຍປູກປ່າເພື່ອເພີ່ມລາຍຮັບ - ảnh 1
ຊາວກະສີກອນແຂວງອຽນບ໋າຍປູກປ່າເພື່ອເພີ່ມລາຍຮັບ
(ພາບ: baoyenbai)


ໃນ​ຊຸມມື້​ລະ​ດູ​​ບານໄ​ໝ່ນີ້, ​ແຂວງອຽນ​ບາຍ ຄື​ດັ່ງ​ໄດ້​ນຸ່ງ​ເສື້ອ​ໃໝ່. ສີ​ຂຽວ​ຂອງ​ຕົ້​ນ​ໄມ້​ປ່າ ​ໄ​ດ້​ເພີ່ມ​ຄວາມ​ສວຍ​ງາ​ມ​ດ້ວຍ​ຕ​ົ້​ນ​ໄມ້​ໃບ​ຫຍ້າ ແລະ ດອກ​ໄມ້ຫຼາກ​ຫຼາຍ​ສີຄື​ດັ່ງ​ຊາວ​ກະ​ສີ​ກອນ​ຜູ້​ອື່ນໆ, ປ້າ ຮ່າ​ທິ​ລຽນ ຢູ່​ຕາ​ແສງ ວູ​ລິງ, ເມືອງ​ອຽນ​ບິ່ງ, ແຂວງ ອຽນ​ບ໋າຍ ມີ​ຄວາມ​ພາກ​ພູມ​ໃຈ​ເມື່ອ​ທົບ​ທວນ​ຄືນໝາກ​ຜົນ​ໃນ​ການ​ປູກ​ປ່າ​ເປັນ​ເວ​ລາ 1 ປີ.

        “ປູກ​ປ່າ​ແມ່ນ​ບັນ​ລຸ​ປະ​ສິດ​ທິ​ຜົນ​ດີ​ທ​ີ່​ສຸດ, ທີ່​ໜຶ່ງ​ແມ່ນ​ຂະ​ຫຍາຍ​ຕົ້ນ​ໄມ້​​ຢູ່​ຕາມ​ເຂດ​ດິນ​ເປົ່າ​ວ່າງ​ພູ​ຫົວ​​ລົ້ນ, ທີ່​ສອງ​ແມ່ນ​ເພີ່ມ​ລາຍ​ຮັບ​​ໄດ້​ນັບ​ຮ້ອຍ​ລ້ານ​ດົ່ງໃນ​ແຕ່​ລະ​ປີ. ເສດ​ຖະ​ກິດ​ຂອງ​ຄອບ​ຄົວ​ໄດ້​ເພີ່ມ​ຂຶ້ນ, ສາ​ມາດ​ຊື້​​ໄດ້​ເຄື່ອງ​ຂອງ​ພາ​ຫະ​ນະ. ຫວັງ​ວ່າ, ພໍ່​ແມ່​ປະ​ຊາ​ຊົນ​ພະ​ຍາ​ຍາມ​ປູກ​ປ່າ”.

        ກໍ​ເຊັ່ນ​ດຽວ​ກັນ​ກັບ​ຄອ​ບ​ຄົວ​ປ​້າ ລຽນ, ​ເມື່ອເຫັນ​ໄດ້​ຜົນ​ປະ​ໂຫຍດ​ຈາກ​ການ​ປູກ​ປ່າ, ແທນ​ທີ່​ປະ​​ປ່ອຍ​ໃຫ້ດິນ​ວ່າງ​ເປົ່າ, ​ພູຫົວ​ໂລ້ນ, ໃນ​ຊຸມ​ປີມໍ່ໆ​ມານີ້, ຊາວ​ກະ​ສີ​ກອນ​ແຂວງ​ອຽນ​ບ໋າຍ ມ​ີ​ຄວາມ​ເມົາ​ມົວ​ກັບ​ການ​ປູກ​ຕົ້ນ​ໄມ້​ເປັນ​ປ່າ. ຢູ່​ບັນ​ດາ​ທ້ອງ​ຖິ່ນ​ທີ່​​ດີນ​ຟ້າອາ​ກາດ​​ເອື້ອ​ອຳ​ນວຍ​ຄວາມສະ​ດວກ, ຊາວ​ກະ​ສີ​ກອນ​ຍັງ​ຍາດ​ແຍ່ງ​ເວ​ລາ​ເພື່ອ​ປູກ​ຕົ້ນ​ໄມ້​​ອື່ນໆ​ຕື່ມ​ອີກ​ຫຼາຍ​​ຊະ​ນິດ​ເພື່ອ​ເພີ່ມ​ປະ​ລິ​ມານ​ໄມ້. ຢູ່​ບັນ​ດາ​ທ້ອງ​ຖິ່ນ​ທີ່​​ມີຝ​ົນ​ຕົກ​ໜ້ອຍ, ພິ​ເສດ​ແມ່ນ​ບັນ​ດາ​ເມືອງ​​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ແຂວງ, ເລື່ອງ​ປູກ​ປ່າ​ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກກວ່າ ແຕ່​ວຽກ​ງານ​ປູກ​ປ່າກໍ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ໃນ​ແຕ່​ລະ​ລະ​ດູ​ປູກ​ປ່າ, ​ຢູ່ບັນ​ດາ​ເມືອງ, ເທດ​ສະ​ບານ, ​​ບັນ​ດາ​ນັກ​ເຕັກ​ນິກລ້ວນ​ແຕ່​ລົງ​ຕົວ​ຈິງ​ພ້ອມ​ກັບ​ປະ​ຊາ​ຊົນ ເພື່ອ​ຂົນ​ຂວາຍ, ໂຄ​ສະ​ນາ ແນະ​ນຳ​ໃຫ້ພໍ່​ແມ່​ປະ​ຊາ​ຊົນ​​ກ່ຽວ​ກັບ​​ເຕັກ​ນິກ​ການ​ປູກ​ຝັງ, ​ກ້າ​ເບ້ຍ​ໄມ້ ແລະ ​ບົວ​ລະ​ບັດ​ຕົ້ນ​ໄມ້ປ່າ. ທ່ານ ຫງວຽນ​ດຶກ​ດ້ຽນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ອຽນ​ບ​ິ່ງ​ ໃຫ້​ຮູ້​ວ່າ.

        “ອຽນ​ບິ່ງ ມີ​ເງື່ອນ​ໄຂ​ເພື່ອ​ພັດ​ທະ​ນາ​ການ​ປູກ​ປ່າ, ມິ​ຄວາມ​ສະ​ດວກ​ທາງ​ຄົມ​ມະ​ນາ​ຄົມ, ທີ່​ດິນ, ມີ​ຄວາມ​ສະ​ດວກ​ໃນ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ. ສະ​ນັ້ນ, ສະ​ຕິຄວາມ​ຮັບ​ຮູ້ຂອງ​ປະ​ຊາ​ຊົນ​ໃນ​ການ​ພັດ​ທະ​ນາຂະ​ແໜງ​ປູກ​ປ່າ​ກໍ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ເພື່ອ​​ເຮັດ​ສຳ​ເລັດ​ຕາມຄາດ​ໝາຍ​, ນັບ​ແຕ່​ຕົ້ນ​ປ​ີທາງເມືອງ​ໄດ້​ສ້າງ​ແຜນ​ການ​ຂຸດ​ຄົ້ນ​ໄມ້ ເພື່ອ​ໃຫ້​ມີ​ເນື້ອ​ທີ່​ປູກ​ປ່າ, ທີ່​ສອງ​ແມ່ນ​ກະ​ກຽ​ມແນວ​​ປູກ, ທີ່​ສາມ​ແມ່ນ​ມີ​ກົນ​ໄກ​ໜູນ​ຊ່ວຍ​ໃຫ້​ຊາວ​ກະ​ສີ​ກອນ”.

        ປະ​ຈຸ​ບັນ, ແຂວງ​ອຽນ​ບ໋າຍ ມີ​ເນື້ອ​ທີ່​ປ່າ 240 ເຮັກ​ຕາ, ອັດ​ຕາ​ການປົກ​ຄຸມ​ຂອງ​ປ່າ​ບັນ​ລຸກວ່າ 61,2% ແລະ ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ເມື່ອ​ແຕ່​ລະ​ປີ​ຢູ່​ບັນ​ດ​າ​ທ້ອງ​ຖິ່ນ​ໄດ້​ປູກ​ປ່າ​ໃໝ່​ດ້ວຍ​ເນື້ອ​ທີ່ 15 ເຮັກ​ຕາ. ກ່ອ​ນ​​ທີ່​ຈະ​ກ້າວ​ເຂົ້າ​ສູ່ແຕ່​ລະ​ລະ​ດູ​ປູກ​ປ່າ, ​ກົມປ່າ​ໄມ້​ຂອງແຂວງ ໄດ້​ພ້ອມ​ກັບ​ບັນ​ດາ​ເມ​ືອງ, ເທດ​ສະ​ບານ, ນະ​ຄອນ ແລະ ບັນ​ດາ​ຫົວ​ໜ່ວຍ​ກ່ຽວ​ຂ້ອງ​ດຳ​ເນີນ​ການ​ສຳ​ຫຼວດກວດ​ກາ, ອອກ​ແບບ, ກະ​ກຽມ​ທີ່​ດິນ ແລະ ​ສ້າງ​ແຜນ​ການ​ຢ່າງ​ລະ​ອຽດ​ເພື່ອມ​ອບ​ໃຫ້​ບັນ​ດາ​ຕາ​ແສງ. ໄປ​ຄຽງ​ຄູ່​​ກັນ​ນັ້ນ​ແມ່ນ​ການ​ຊີ້​ນຳ​ບັນ​ດາ​ເມືອງ, ເທດ​ສະ​ບານ, ຄະ​ນະ​ຄຸ້ມ​ຄອງ​ປ່າ​ຂອງ​ທ້ອ​ງ​ຖິ່ນ​ຕ່າງໆ, ​ນິ​ຄົມກະ​ສິ​ກຳ​ປ່າ​ໄມ້​ຕ່າງໆ​ກະ​ກຽ​ມ​​ແນວ​ພັນ​​ປູກ​ທຸ​ກ​​ຊະ​ນິດ, ຕອບ​ສະ​ໜອງ​ໃຫ້​ການ​ປູກ​ປ່າ​ໃນ​ລະ​ດູ​ບານ​ໃໝ່​ຢ່າງ​ຄົບ​ຖ້ວນ. ທ່ານ ກ່ຽວ​ຢາງ​ຕື, ຫົວ​ໜ້າ​​ກົມ​ກະ​ສິ​ກຳ​ປ່າ​ໄມ້ ແຂວງ ອຽນ​ບ໋າຍ ໃຫ້​ຮູ້​ວ່າ.

        “ການ​ກຳ​ນົດ​ແນວ​ປູກ​ແມ່ນ​ປັດ​ໃຈ​ສຳ​ຄັນ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ​ປ່າ​ໄມ້, ສະ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຄຸ້ມ​ຄອງ​ຈາກ​ຂອດ​​ຊື້​ແນວ​ພັນ, ຕ້ອງ​ມີ​ຕົ້ນ​ກຳ​ເນີດ​ຢ່າງ​ຈະ​ແຈ້ງ, ​ແທດເໝາະ​ກັບ​ເງື່ອນ​ໄຂ​ທີ່​ດິ​ນ​ຂອງ​ອຽນ​ບ໋າຍ. ຖ້າບໍ່​ເໝາ​ະ​ສົມ ແລະ ບໍ່​ມີ​​ໃນ​​ສາ​ລະ​ບານ​ສິນ​ຄ້າ​ນຳ​ເຂົ້າ​ຂອງ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຂອງ​​ກົມປ້ອງກັນພືດ​ນັ້ນ ພວ​ກ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ນຳ​​ໄປປູກ​ຢ່າງ​ເດັດ​ຂາດ”.

        ກໍ​​ເຊັ່ນ​ດຽວ​ກັນ​ກັບ​ລະ​ດູ​ບານ​ໃໝ່​ທຸກໆ​ປີ, ໃນ​ຊຸມ​ມື້ນີ້, ປະ​ຊາ​ຊົນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ແຂວງ​ອຽນ​ບ໋າຍ ພວມ​ກ້າວ​ເຂົ້າ​ສູ່​ລະ​ດູ​ປູກ​ຕົ້ນ​ໄມ້​ເປັ​ນ​ປ່າ​ໃໝ່ ຍ້ອນ​ເຫັນ​ໄດ້​​ເຖິງຜົນ​ປະ​ໂຫຍດ​ຈາກ​ການ​ປູກ​ປ່າ.

ຕອບກັບ

ຂ່າວ/ບົດ​ອື່ນ