ຊາວກະສິກຳ ແຂວງ ອານຢາງ ລໍຖ້າຍາມນ້ຳຂຶ້ນ

(VOVWORLD) - ຕາມ ສູນ ອຸຕຸນິຍົມ ອຸທົກກະສາດ ພາກໃຕ້ ຫວຽດນາມ ແລ້ວ, ລະດັບນ້ຳຈາກປາກນ້ຳຂອງແຂວງ ອານຢາງ ຢູ່ ແມ່ນ້ຳ ຕຽນ ແມ່ນແທກໄດ້ 2,7 ແມັດ ແລະ ແມ່ນ້ຳ ເຫົ້າ ແມ່ນ 2,56 ແມັດ. ນີ້ໄດ້ຮັບຖືວ່າ ແມ່ນຈຸດຍອດນ້ຳຖ້ວມໃນປີນີ້ ແຕ່ລະດັບນ້ຳດັ່ງກ່າວແມ່ນຕ່ຳກວ່າເມື່ອທຽບໃສ່ລະດັບສະເລ່ຍໃນຫລາຍປີ ຊ້ຳບໍ່ໜຳ ຍັງຕ່ຳກວ່າຈຸດຍອດນ້ຳຖ້ວມຂອງປີ 2019. ຊາວກະສິກຳ ແຂວງ ອານຢາງ ພວມລໍຖ້າຍາມນ້ຳຂຶ້ນ ເພື່ອຫາເງິນລ້ຽງຊີບ ແລະ ຜະລິດກະສິກຳ.

ຊາວກະສິກຳ ແຂວງ ອານຢາງ ລໍຖ້າຍາມນ້ຳຂຶ້ນ - ảnh 1

ພວມລໍຖ້າຍາມນ້ຳຂຶ້ນ

  ຮອດເດືອນພະຈິກແລ້ວ, ແຕ່ລະດັບນ້ຳຢູ່ແມ່ນ້ຳລຳເຊສາຍຕ່າງໆ ໃນບັນດາທ້ອງຖິ່ນຢູ່ປາກແມ່ນ້ຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຍັງຄົງຢູ່ໃນລະດັບຕ່ຳສຸດ, ມີທົ່ງນາບາງແຫ່ງ ລະດັບນ້ຳພຽງແຕ່ເທົ່າກັບຫນ້າທົ່ງນາເທົ່ານັ້ນ. ພໍ່ຕູ້ ຫງວຽນວັນເຊີມ, ປີນີ້ ອາຍຸ 80 ປີ ຢູ່ ຕາແສງ ຫວີງໂຮ້ຍ ເມືອງ ອານຟູ ຊື່ງແມ່ນເມືອງຢູ່ ປາກນ້ຳຂອງແຂວງ ອານຢາງ ໃຫ້ຮູ້ວ່າ: ຄອບຄົວຂອງພໍ່ຕູ້ ບໍ່ມີນາ, ຕະຫລອດປີ ພຽງແຕ່ທຳມາຫາກິນດ້ວຍອາຊີບຫາປາຕາມລຳແມ່ນ້ຳ. ແຕ່ລະປີ ແຫລ່ງສິນໃນນ້ຳຈາກຍາມນ້ຳຂຶ້ນ ໄດ້ນຳມາເຊິ່ງແຫລ່ງລາຍຮັບຕົ້ນຕໍໃຫ້ແກ່ຄອບຄົວພໍ່ຕູ້ ກໍຄືປະຊາຊົນຢູ່ທີ່ນີ້. ປີນີ້ ນ້ຳຈາກ ປາກ ນ້ຳໄຫລລົງມາຍັງຕ່ຳ ສະນັ້ນ ພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກຫລາຍໃນການຫາເງິນລ້ຽງຊີບ.

ປີນີ້ ຂ້າພະເຈົ້າມີອາຍຸ 80 ປີແລ້ວ ແຕ່ກ່ອນມາຮອດປະຈຸບັນ ຂ້າພະເຈົ້າເຫັນວ່າ ປີນີ້ ລະດັບນ້ຳແມ່ນຕ່ຳສຸດ. ຖ້າລະດັບນ້ຳຕ່ຳຄືແນວນີ້ ປະຊາຊົນຈະປະສົບກັບຄວາມຫຍຸ້ງຍາກຫລາຍ. ຊຸມປີກ່ອນນີ້ ຍາມນ້ຳຂຶ້ນ ປົກກະຕິແລ້ວແຕ່ລະຄອບຄົວ ຫາເງິນຈາກການຫາປາ ໄດ້ 50 60 ລ້ານດົ່ງ. ແຕ່ປະຈຸບັນ ບໍ່ມີຍາມນ້ຳຂຶ້ນແລ້ວ ປະຊາຊົນຈະລຳບາກທີ່ສຸດ

    ລຸງ ຫງວຽນວັນຢ່າງ ຢູ່ ຕາແສງ ຟູໂຮ້ຍ ເມືອງ ອານຟູ ດຳລົງຊີວິດຕົ້ນຕໍດ້ວຍອາຊີບເກັບຊື້ສິນໃນນ້ຳຈາກຊາວປະມົງຢູ່ໃນເຂດໃຫ້ຮູ້ວ່າ: ຊຸມປີກ່ອນນີ້ ໃນຊ່ວງເວລານີ້ ແຕ່ລະມື້ ທ່ານເກັບຊື້ປາ ກຸ້ງ ໄດ້ນັບພັນໂຕນ. ແຕ່ມາປີນີ້ ຕົວເລກດັ່ງກ່າວບັນລຸພຽງປະມານ 20% ເມື່ອທຽບໃສ່ປີກາຍ.

ຊາວກະສິກຳ ແຂວງ ອານຢາງ ລໍຖ້າຍາມນ້ຳຂຶ້ນ - ảnh 2

ຍາມຝົນຢູ່ຍ່ານລຸ່ມແມ່ນ້ຳຂອງ ປີນີ້ ມາຊ້າກວ່າເມື່ອທຽບໃສ່ລະດັບສະເລ່ຍໃນຫລາຍປີ

ຢູ່ທີ່ນີ້ ປະຊາຊົນສ່ວນຫລາຍແມ່ນດຳລົງຊີວິດດ້ວຍອາຊີບກະສິກຳ, ຄ້າຂາຍ, ການບໍລິການ, ນອກນັ້ນ ອີງໃສ່ຍາມນ້ຳຂຶ້ນເພື່ອຫາເງິນລ້ຽງຊີບ. ສິ່ງຫຍຸ້ງຍາກ ທີ່ໜຶ່ງແມ່ນ ເມື່ອນ້ຳຂຶ້ນບໍ່ຄືກ່ອນນີ້ ຊີວິດການເປັນຢູ່ຂອງປະຊາຊົນບໍ່ເປັນປົກກະຕິ. ທີສອງ ແມ່ນພວມຢູ່ໃນຊ່ວງເກີດໂລກລະບາດ, ບໍ່ໄດ້ໄປ ກຳປູເຈຍ, ການຄ້າຂາຍກໍ່ຢຸດຕິ, ການຫາປາກໍ່ຫຍຸ້ງຍາກ ສະນັ້ນ ຊີວິດຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ແມ່ນ ຫຍຸ້ງຍາກລຳບາກທີ່ສຸດ

ທ່ານ ຟ້າມແທ່ງເຕິມ, ຮອງຫົວຫນ້າ ຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ອານຟູ ແຂວງ ອານຢາງ ໃຫ້ຮູ້ວ່າ: ມີປະຊາຊົນປະມານ 70% ເຄີຍຫາສິນໃນນ້ຳໃນຍາມນ້ຳຂຶ້ນ ປະຈຸບັນຫັນໄປປະກອບອາຊີບອື່ນ ຫລື ໄປທຳມາຫາກິນຢູ່ແດນໄກ.

ຕາມ ສູນ ອຸຕຸນິຍົມ ອຸທົກກະສາດ ພາກໃຕ້ ແລ້ວ, ຍາມຝົນຢູ່ຍ່ານລຸ່ມແມ່ນ້ຳຂອງ ປີນີ້ຈະຊ້າກວ່າເມື່ອທຽບໃສ່ລະດັບສະເລ່ຍໃນຫລາຍປີ. ຍອດຈຳນວນປະລິມານນ້ຳຝົນຈາກ ປາກແມ່ນ້ຳແລະ ໃນທົ່ວຍ່ານລຸ່ມແມ່ນ້ຳ ແມ່ນຕ່ຳກວ່າຫລາຍເມື່ອທຽບໃສ່ລະດັບສະເລ່ຍໃນຫລາຍປີ ແມ່ນ 25%. ກະແສນ້ຳໄຫລລົງແມ່ນ້ຳຂອງ ນັບແຕ່ຕົ້ນຍາມນ້ຳຖ້ວມມາຮອດປະຈຸບັນ ແມ່ນຢູ່ໃນລະດັບຕ່ຳສຸດໃນປະຫວັດສາດ, ຕ່ຳກວ່າລະດັບສະເລ່ຍໃນຫລາຍປີ ແມ່ນ ຈາກ 31 -49%.

ຄາດຄະເນວ່າ ລະດັບນ້ຳຖ້ວມຈຸດສູງສຸດໃນປີນີ້ ແມ່ນຕ່ຳກວ່າລະດັບສະເລ່ຍໃນຫລາຍປີ ຈາກ 0,2% - 1,6% ແລະ ຕ່ຳກວ່າລະດັບນ້ຳຖ້ວມຮ້າຍແຮງອັນດັບ 1 ແມ່ນ 1,7 ແມັດ. ທ່ານ ກີ໋ກວາງວີງ ອະດີດຫົວຫນ້າສູນຕິດຕາມກວດກາ ຊັບພະຍາກອນ ແລະສິ່ງແວດລ້ອມ ນະຄອນ ເກິ່ນເທີ, ຜູ້ຊ່ຽວຊານຄົ້ນຄ້ວາກ່ຽວກັບສິ່ງແວດລ້ອມຊີວະພາບຢູ່ ທາງທິດຕາເວັນຕົກພາກໃຕ້ ຖືວ່າ: ຖ້າຫາກນັບແຕ່ນີ້ໄປຮອດທ້າຍຍາມຝົນ, ຍ່ານເຫນືອ ເຂດທົ່ງພຽງແມ່ນ້ຳຂອງ ບໍ່ມີຝົນຕົນຫນັກແກ່ຍາວ ແລະ ຕົ້ນປີ 2021 ຖ້າບໍ່ມີຝົນຕົກຜິດປົກກະຕິນັ້ນ ແມ່ນຈະເປັນລະດູແລ້ງທຳມະດາ ຊ້ຳບໍ່ໜຳ ຈະເປັນລະດູແລ້ງແກ່ຍາວ ນັ້ນຈະແມ່ນສິ່ງທ້າທາຍສຳລັບການຜະລິດກະສິກຳຢູ່ເຂດທົ່ງພຽງແມ່ນ້ຳຂອງ. ຕໍ່ຫນ້າສະພາບການນີ້ ຕ້ອງປ່ຽນແປງລະດູການຜະລິດ ແລະ ຕັ້ງຫນ້າເກັບນ້ຳໄວ້ໃຫ້ຫລາຍເທົ່າໃດກໍ່ຍິ່ງດີ.

 “ແຕ່ລະປີ ເມື່ອຮອດຕົ້ນເດືອນ ກໍລະກົດ ນ້ຳຈະໄຫລລົງເຂດທົ່ງພຽງແມ່ນ້ຳຂອງ. ແຕ່ປີນີ້ ຮອດປະຈຸບັນ ນ້ຳຍັງຢູ່ໃນລະດັບຕ່ຳ. ອາດເວົ້າໄດ້ວ່າ ຍາມນ້ຳຂຶ້ນສູງປີນີ້ ລະດັບນ້ຳຕ່ຳສຸດ ແລະ ອາດຈະບໍ່ມີຍາມນ້ຳຂຶ້ນສູງຢູ່ເຂດທົ່ງພຽງແມ່ນ້ຳຂອງ. ສາຍເຫດແມ່ນຍ້ອນການປ່ຽນແປງຂອງດິນຟ້າອາກາດ, ປະລິມານນ້ຳຝົນຢູ່ຍ່ານເຫນືອແມ່ນ້ຳແມ່ນໜ້ອຍສຸດ.

ພາຍຫລັງຍາມແລ້ງປີກາຍນີ້ ປະຊາຊົນຢູ່ບັນດາແຂວງ ຢູ່ປາກແມ່ນ້ຳເຂດທົ່ງພຽງແມ່ນ້ຳຂອງ ລໍຖ້າ“ຍາມນ້ຳຂຶ້ນ” ເພື່ອພັດເອົາດິນສັນດອນໄຫຼເຂົ້າເຕັມທົ່ງນາ ແລະ ສະຫນອງແຫລ່ງສິນໃນນ້ຳອັນອຸດົມສົມບູນ. ເຖິງຢ່າງໃດກໍຕາມ ມາຮອດຈຸດເວລານີ້ ລະດັບນ້ຳຢູ່ແມ່ນ້ຳລຳເຊ ເຂດປາກສາຍນ້ຳ ແມ່ນ້ຳຂອງ ຍັງຄົງຢູ່ໃນລະດັບຕ່ຳ. ຄາດຄະເນວ່າ ໄພແຫ້ງແລ້ງ ອາດຈະມາໄວ ແລະ ຮ້າຍແຮງກວ່າປີກາຍ. ສະນັ້ນ ປະຊາຊົນ ອານຢາງ ແລະ ບັນດາແຂວງ ເຂດທົ່ງພຽງແມ່ນ້ຳຂອງ ພວມເປັນເຈົ້າການວາງອອກບັນດາມາດຕະການເພື່ອຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ