ຊາວດອນເທີ໋ຍເຊີນເຮັດທ່ອງທ່ຽວຊີວະພາບ

(VOVWORLD) -ດອນເທີ໋ຍເຊີນ ຍັງເອີ້ນວ່າຫາດ ທ໋າຍເຊີນ ຫຼືຫາດ ເລິນ, ນອນຢູ່ຍ່ານໃຕ້ແມ່ນ້ຳ ຕ່ຽນ, ທີ່ຂຶ້ນກັບຕາແສງ ເທີ໋ຍເຊີນ, ນະຄອນ ມີ້ທໍ, ແຂວງ ຕ່ຽນຢາງ. ສິ່ງທີ່ສ້າງຄວາມດຶງດູດ ແລະ ຊັກຊວນຂອງ ເທີ໋ຍເຊີນ ນັ້ນແມ່ນຢູ່ແຫ່ງນີ້ບໍ່ພຽງແຕ່ແມ່ນເຂດດິນທີ່ມີໝາກໄມ້ຫອມຫວານຫຼາຍ ຊະນິດເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ທ່ອງທ່ຽວສວນໝາກໄມ້ທີ່ອຸດົມຄະຕິໃນຍາມທ້າຍສັບປະດາອີກດ້ວຍ. ໃນຫຼາຍປີມານີ້, ປະຊາຊົນຢູ່ ເທີ໋ຍເຊີນ ໄດ້ສະຫງວນບັນດາຮູບການທ່ອງທ່ຽວຊີວະພາບໃຫ້ແກ່ນັກທ່ອງທ່ຽວທີ່ມາຈາກຕ່າງປະເທດ.
ຊາວດອນເທີ໋ຍເຊີນເຮັດທ່ອງທ່ຽວຊີວະພາບ - ảnh 1 (ເທີ໋ຍເຊີນ ໄດ້ກາຍເປັນສະຖານທີ່ທີ່ຂາດບໍ່ໄດ້ໃນລາຍການທ່ອງທ່ຽວແມ່ນ້ຳຂອງ)

ນັບແຕ່ປີ 1998, ດອນ ເທີ໋ຍເຊີນ ໄດ້ກາຍເປັນສະຖານທີ່ທີ່ຂາດບໍ່ໄດ້ໃນລາຍການທ່ອງທ່ຽວແມ່ນ້ຳຂອງ. ມາຮອດປັດຈຸບັນ, ເທີ໋ຍເຊີນ ແມ່ນສະຖານທີ່ທ່ອງທ່ຽວທີ່ມີ “ເຄື່ອງໝາຍ“ຂອງພາກຕາເວັນຕົກສ່ຽງໃຕ້. ມື້ນີ້, ອ້າຍ ຮີ່ນແທງຄວາ; ນັກນຳທ່ຽວຂອງບໍລິສັດ ຫວຽດນາມ Adventure ພາຄະນະນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມ ເທີ໋ຍເຊີນ.

ນີ້ແມ່ນເຂດສວນໝາກໄມ້. ເທີ໋ຍເຊີນ ບໍ່ມີຄວາມອຶກກະທຶກຄຶກຄົມຢືຢູ່ເຂດຕົວເມືອງ, ຫາກພຽງແຕ່ມີຄວາມງາມຂອງເຂດບ້ານນາ ດ້ວຍບັນດາເຮືອນ້ອຍລ່ອງຕາມຄອງເໝືອງໃຕ້ຮົ່ມຕົ້ນພ້າວທີ່ຂຽວອຸ່ມທູ່ມ. ມາຮອດດອນ ເທີ໋ຍເຊີນ, ພາຍຫຼັງຍ່າງເລາະຕາມເສັ້ນທາງຄົດລ້ຽວດ້ວຍຫີນແລ້ວ, ແຂກທ່ອງທ່ຽວຈະໄດ້ສູບອາກາດທີ່ປອດໂປ່ງຂອງສວນໝາກໄມ້.

ເຮືອນຂອງປະຊາຊົນດອນ ເທີ໋ຍເຊີນ ຍັງຄົງຮັກສາຈຸດທີ່ດັ້ງເດີມໄວ້ໄດ້. ຕົວຢ່າງຄືເຮືອນຂອງທ່ານ ຕ໋າມຈໍ ປະກອບດ້ວຍຫຼາຍເສົາ ແລະ 9 ຂາງທີ່ຖືກຈັດວາງຕາມຫຼັກຫວາງຈຸ້ຍ. ເຄື່ອງຂອງໃນເຮືອນກໍ່ຖືກຈັດວາງຕາມແບບບູຮານດ້ວຍແທ່ນບູຊາ, ປ້າຍຄຳຜະຫຍາສີແດງຟອກຄຳ…ຢູ່ອ້ອມເຮືອນແມ່ນສວນຕົ້ນໄມ້ປະດັບທີ່ໄດ້ຮັບການດັດຢ່າງລະອຽດລະອໍ. ເຈົ້າຂອງຄອບຄົວໄດ້ສົມທົບກັບບັນດາບໍລິສັດທ່ອງທ່ຽວນະຄອນ ໂຮ່ຈີມິນ ເພື່ອຕ້ອນຮັບແຂກທ່ອງທ່ຽວມາຢາມເຮືອນ ແລະ ສວນໝາກໄມ້ຂອງຕົນ. ໃນການແວ່ຢາມເປັນເວລາ 30 ນາທີຢູ່ທີ່ນີ້, ນັກທ່ອງທ່ຽວຈະໄດ້ດື່ມຊາ, ກິນໝາກໄມ້ ແລະ ຮັບຟັງເດີ່ນກາຕ່າຍຕື (ດົນຕີພື້ນເມືອງຢູ່ພາກໃຕ້)

ພາຍຫຼັງແວ່ຢາມຄອບຄົວທ່ານ ຕ໋າມຈໍ, ແຂກສືບຕໍ່ໄປຜ່ານບັນດາສວນໝາກໄມ້ດົກ ແລະ ຜ່ານເສັ້ນທາງທີ່ເຕັມໄປດ້ວຍແສງແດດ ກໍ່ຈະມາຮອດເຮືອນສວນຂອງທ່ານ ເລຮ່ວາງເຊີນ. ຄອບຄົວທ່ານ ເຊີນ ມີສວນດອກກ້ວຍໄມ້ກວ້າງປະມານ 2.700 ຕາແມັດ, ລວມມີ 10.000 ຕົ້ນ. ທ່ານ ເລຮ່ວາງເຊີນເລົ່າສູ່ຟັງວ່າ:

  ໃນເມື່ອກ່ອນ, ນີ້ແມ່ນສວນໝາກລຳໃຍ. ແຕ່ລູກສາວມັກປູກດອກກ້ວຍໄມ້. ທຳອິດຂ້າພະເຈົ້າໄດ້ປູກດອກກ້ວຍໄມ້ເພື່ອຂາຍແຕ່ເຫັນວ່າບໍ່ໄດ້ຮັບຜົນປານໃດ, ສະນັ້ນຄອບຄົວຈຶ່ງຫັນມາເຮັດບໍລິການທ່ອງທ່ຽວ. ໄລຍະຕົ້ນຖືກຫຼຸບທຶນເປັນເວລາ 3 ປີ, ແຕ່ປັດຈຸບັນໄດ້ມີແຂກມາຫຼາຍພໍສົມຄວນແລ້ວ. ແຂກມາຫຼາຍທີ່ສຸດແມ່ນໃນລະຫວ່າງເດືອນ 9 ຂອງປີນີ້ເຖິງເດືອນ 4 ຂອງປີໜ້າ. ເວລານັ້ນສວນໝາກໄມ້ກໍ່ສວຍງາມ. ເມື່ອເຮັດການບໍລິການທ່ອງທ່ຽວ, ແມ່ນຕ້ອງບົວລະບັດສວນຄືແນວໃດເພື່ອໃຫ້ດອກກ້ວຍໄມ້ບານຕະຫຼາອດປີ“.

ທ່ານ ເລຮ່ວາງເຊີນ ປູກສ່ວນດອກກ້ວຍໄມ້ເປັນເວລາ 4 ປີແລ້ວ. ພ້ອມກັບສວນດອກກ້ວຍໄມ້, ທ່ານຍັງມີຮາກຖານຜະລິດນ້ຳເຜີ້ງປ່າທີ່ມີຊື່ວ່າ ລານຖາວງວຽນ. ເມື່ອແຂກມາຢາມສວນຂອງທ່ານ ທັງໄດ້ຊົມດອກໄມ້, ທັງໄດ້ຖ່າຍຮູບເປັນທີ່ລະນຶກ ແລະ ໄດ້ຊິມນຳ້ເຜີ້ງປ່າ. ທ່ານ ເລຮ່ວາງເຊີນ ຍັງສາມາດແນະນຳກ່ຽວກັບເຂດດິນດອນຢູ່ທີ່ນີ້ໃຫ້ນັກທ່ອງທ່ຽວຮັບຟັງອີກດ້ວຍ:

ດອນ ເທີ໋ຍເຊີນ ມີເນື້ອທີ່ກວ່າ 1 ພັນເຮັກຕາ, ໃນນັ້ນເນື້ອທີ່ປູກຝັງກວມປະມານ 500 ເຮັກຕາ. ຊາວດອນ ເທີ໋ຍເຊີນ ປູກຕົ້ນລຳໃຍ ແລະ ຜະລິດລຳໃຍແຫ້ງເປັນຕົ້ນ. ປັດຈຸບັນເຂົາເຈົ້າສາມາດປູກຕົ້ນລຳໃຍທີ່ໃຫ້ໝາກຕະຫຼອດປີໄດ້, ສະນັ້ນຈະເປັນຄວາມສະດວກໃຫ້ແກ່ການລ້ຽງເຜີ້ງ. ເພາະວ່າເຜີ້ງຕ້ອງລ້ຽງຢູ່ບ່ອນທີ່ມີດອກໄມ້. ເມື່ອເຮົາມີດອກລຳໃຍຕະຫຼອດປີແມ່ນສາມາດລ້ຽງເຜີ້ງໃນສວນໄດ້, ຫາກບໍ່ຕ້ອງຍົກຍ້າຍໄປບ່ອນອື່ນ

ທ່ານ ເລຮ່ວາງເຊີນ ດຳລົງຊີວິດຢູ່ດອນ ເທີ໋ຍເຊີນ ມາຫຼາຍປີແລ້ວ. ທ່ານເຫັນວ່າຊີວິດຂອງປະຊາຊົນຢູ່ທີ່ນີ້ນັບມື້ນັບດີຂຶ້ນຍ້ອນເຂົາເຈົ້າໄດ້ເຮັດການບໍລິການທ່ອງທ່ຽວຊີວະພາບ. ໃນດອນຍັງມີຫຼາຍຄອບຄົວໄດ້ນຳໃຊ້ສວຍໝາກໄມ້ເພື່ອລ້ຽງເຜີ້ງ ແລະ ດຳເນີນທຸລະກິດທ່ອງທ່ຽວຄືດັ່ງຄອບຄົວທ່ານ ເລຮ່ວາງເຊີນ. ນັ້ນແມ່ນຍັງບໍ່ທັນເວົ້າເຖິງຫຼາຍຄອບຄົວທີ່ໄດ້ສະໜອງການບໍລິການໃຫ້ນັກທ່ອງທ່ຽວຊີວະພາບຄືພາຍເຮືອ; ຜະລິດເຄື່ອງເປັນທີ່ລະນຶກ… ຄາດວ່າການທ່ອງທ່ຽວຊີວະພາບເຮືອນສວນຢູ່ດອນ ເທີ໋ຍເຊີນ ແມ່ນກວມ 50% ຈຳນວນແຂກມາທ່ອງທ່ຽວ ຕ່ຽນຢາງ. ແຕ່ລະມື້ປະຊາຊົນຢູ່ແຫ່ງນີ້ໄດ້ຮັບແຂກມາຢ້ຽມຢາມແຕ່ 1.500 - 3.000  ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ