ຊາວເຜົ່າຂະແມ ພັດທະນາເສດຖະກິດຍ້ອນມີການຫັນປ່ຽນຜົນລະປູກ

(vovworld) - ຈ່າ​ກູ໋ ​ແມ່ນ​ເມືອງ​ທີ່​ມີ​ຈຳນວນຊາວ​ເຜົ່າ​ຂະ​ແມ ຫຼາຍ​ກວ່າ​ໝູ່​ຢູ່​ແຂວງ​ຈ່າ​ວິ​ງ, ກວມ​ກວ່າ 60% ຈຳນວນ​ພົນລະ​ເມືອງ​ໃນ​ແຂວງ ​ແລະ ​ນີ້​ກໍ່ແມ່ນ​ເມືອງ​ທີ່​ມີ​ຊາວ​ເຜົ່າ​ຂະ​ແມ​ຫຼາຍ​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ. ກ່ອນ​ນີ້​ເຂົາ​ເຈົ້າ​ດຳລົງ​ຊີວິດ​ດ້ວຍ​ອາຊີບ​ກະສີ​ກຳ ​ແລະ ​ຮັບຈ້າງ, ດັ່ງ​ນັ້ນ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຍັງ​ສູງ​ຢູ່. ​ແຕ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ສູນ​ກາງ ​ແລະ ຍ້ອນ​ໄດ້​ຍູ້​ແຮງ​ການ​ຖ່ານ​ທອດ​ວິທະຍາສາດ​ເຕັກນິກ, ຫັນປ່ຽນ​ຜົນລະປູກ, ສັດລ້ຽງ, ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສີກ​ອນ​ໃນ​ເຂດ​ຊົນນະບົດທີ່​ທຸກ​ຍາກນີ້​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ.

ຊາວເຜົ່າຂະແມ ພັດທະນາເສດຖະກິດຍ້ອນມີການຫັນປ່ຽນຜົນລະປູກ - ảnh 1

ຊາວຂະແມຫັນປ່ຽນຜົນລະປູກ ແລະ ສັດລ້ຽງ
(ພາບອິນເຕີແນດ)

​ໂດຍ​ບໍ່​ມີ​ທີ່​ດິນ​ທຳ​ການ​ປູກຝັງ, ​ໃນ​ເກືອບ 20 ປີ​ມາ​ນີ້, ປ້າ​ ​ແຖ​ກທິນຳ, ອາຍຸ 55 ປີ​ຢູ່​ຕາ​ແສງ​ງອກ​ບຽນ, ​ເມືອງ​ຈ່າ​ກູ໋, ​ແຂວງ​ຈ່າ​ວິ​ງ, ຕ້ອງ​ໄປຮັບຈ້າງ​ຢູ່​ກ່າ​ເມົາ, ດົ່ງ​ທາ​ບ ​ແລະ ນະຄອນ​ໂຮ່ຈີ​ມິນ ​ເພື່ອ​ຫາ​ເງິນ​ລ້ຽງ​ຊີບ. ​ແຕ່​ປະຈຸ​ບັນ, ປ້າ​ບໍ່​ຕ້ອງ​ໄປ​ຮັບຈ້າງ​ຢູ່​ຫ່າງ​ໄກ​ອີກ, ຫາກ​ມີ​ວຽກ​ເຮັດ​ງານ​ທຳ​ຢູ່​ໃນ​ບ້ານ​ດ້ວຍ​ລາຍ​ຮັບ​ແຕ່ 70.000 ​- 80.000 ດົ່ງ/ວັນ. ປ້າ ​ນຳ​ ແບ່ງປັນ​ວ່າ:

ກ່ອນ​ນີ້​ຂ້າພະ​ເຈົ້າ​ໄປ​ຮັບຈ້າງ​ຢູ່​ນະຄອນ​ໂຮ່ຈີ​ມິນ ​ແຕ່​ເຮັດ​ບໍ່​ໄດ້, ​ເພາະວ່າ​ວຽກ​ງານແບກ​ເຄື່ອງຂຶ້ນ​ລົງ​ລົດ​ແມ່ນ​ໜັກ​ຫຼາຍ. ປະ​ຈຸ​ບັນ​, ຂ້າພະ​ເຈົ້າ​ມີ​ແຕ່ຢູ່ບ້ານເກັບ​ໝາກ​ຖົ່ວ​ເທົ່າ​ນັ້ນ. ວຽກ​ງານ​ນີ້​ສະບາ​ຍກວ່າ. ຢູ່​ບ້ານ​ເຂົ້າ​ເຈົ້າ​ຈ້າງ​ເຮັດ​ວຽກ​ໃດຂ້າພະ​ເຈົ້າ​ກໍ່​ເຮັກ​ວຽກ​ນັ້ນ. ຍາມ​ເຊົ້າ​ໄປ​ເຮັດ​ວຽກ, ຍາມ​ແລງ​ກໍ່​ກັບ​ເມືອ​ບ້ານ. ສ່ວນ​ຢູ່​ນະຄອນ​ບາງ​ເທື່ອ​ໜຶ່ງ​ເດືອນ​ຈຶ່​ງ​ໄດ້​ກັບ​ເມືອ​ບ້ານ”.

ທີ່​ດິນ​ຢູ່​ຈ່າ​ກູ໋ ​ແມ່ນ​ດິນຊາຍ​ທີ່​ບໍ່​ອຳນວຍ​ໃຫ້​ແກ່​ການ​ປູກຝັງ, ດັ່ງ​ນັ້ນ​ແຕ່ລະ​ປີ​ສາມາດ​ຜະລິດ​ເຂົ້າ​ໄດ້ພຽງ​ລະດູການ​ດຽວ, ດ້ວຍ​ສະມັດຕະພາບ​ຕຳ່​ເທົ່າ​ນັ້ນ. ​ແຕ່​ເມື່ອ​ທ້ອງ​ຖີ່​ນມີ​ແຜນ​ນະ​ໂຍບາຍ​ຫັນປ່ຽນຜົນລະປູກ, ດ້ວຍ​ການ​ປູກ​ພືດ​ແທນ​ໃຫ້​ການ​ປູກ​ເຂົ້າ, ​ແລະ ​ເພີ່ມ​ທະວີ​ການ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ, ຈ່າ​ກູ໋ ​ໄດ້​ມີ​ການປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ. ປ້າ ​ແຖ​ກທິຢຶງ, ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

ຄອບຄົວ​ຂ​້າພະ​ເຈົ້າ​ປູກ​ໝາກ​ຖົ່ວ​​ເຫຼືອງ 1 ລະດູ​ການ, ໝາກ​ຖົ່ວຂຽວ 1 ລະດູ​ການ ​ແລະ ປູກ​ເຂົ້າ​ໜຶ່ງ​ລະດູ​ການ. ປູກ​ໝາກ​ຖົ່ວ​ມີ​ກຳ​ໄລ​ຫຼາຍ​ກວ່າ​. ​ເມື່ອ​ບໍ່​ທັນ​ປູກ​ພືດ​ຄອບຄົວ​ຂ້າພະ​ເຈົ້າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ນັບ​ແຕ່​ປູກ​ໝາກ​ຖົ່ວ​ເຫັນ​ວ່າ​ຊີວິດ​ກໍ່​ດີກ​ວ່າ”.

ຊາວເຜົ່າຂະແມ ພັດທະນາເສດຖະກິດຍ້ອນມີການຫັນປ່ຽນຜົນລະປູກ - ảnh 2

ຊາວຂະແມຫັນປ່ຽນຜົນລະປູກ ແລະ ສັດລ້ຽງ
(ພາບອິນເຕີແນດ)

ຄອບຄົວ​ເອື້ອຍ ກິມທິບິ​ກ​ເຟື້ອງ ຢູ່​ຕາ​ແສງ​ເຕິ​ນ​ເຊີນ, ກໍ່​ໄດ້​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຍ້ອນ​ມີ​ການ​ຫັນປ່ຽນ​ຜົນລະປູກ. ນັບ​ແຕ່​ໄດ້​ຮັບ​ການ​ຟຶກອົບຮົມ​ດ້ານ​ເຕັກນິກ​ປູກຝັງ, ຜົວ​ເມຍ​ເອື້ອຍ​ໄດ້​ຫັນປ່ຽນ​ຈາກ​ການ​ປູກ​ເຂົ້າ​ມາ​ປູກ​ພືດ, ຈາກ​ນັ້ນ​ປີ​ໃດ​ກໍ່ສ້າງ​ລາຍ​ຮັບ​ໄດ້​ແຕ່ 30-40 ລ້ານ​ດົ່ງ. ພິ​ເສດ, ​ໃນ​ພິທີ​ງານ​ບຸນ ​ແຊ​ນດົນຕີ ປີ​ນີ້, ດ້ວຍ​ການ​ປູກ​ໝາກ​ເຜັດ, ຄອບຄົວ​ເອື້ອຍ​ສ້າງ​ລາຍ​ຮັບ​ໄດ້ 15 ລ້ານ​ດົ່ງ, ສູງ​ກວ່າ 4-5 ​ເທົ່າ​ເມື່ອ​ທຽບ​ໃສ່​ການ​ປູກ​ເຂົ້າ. ​ເອື້ອຍ​ກິມທິບິ​ກ​ເຟື້ອງ​ໃຫ້​ຮູ້​ວ່າ:

ກ່ອນ​ນີ້​ປູກ​ພືດ 1 ລະດູ​ການ, ປູກ​ເຂົ້າ 2 ລະດູ​ການ, ​ແຕ່​ປະຈຸ​ບັນ​ປູກ​ພືດ​ທັງ​ 3 ລະດູ​ການ: ໝາກ​ແຕງ 1 ລະດູ​ການ, muop dang 1 ລະດູ​ການ ​ແລະ ໝາກ​ເຜັດ 1 ລະດູ​ການ. ໝາກ​ແຕງ​ໄດ້ 10 ລ້ານ​ດົ່ງ, muop dang ​ໄດ້ 10 ລ້ານ​ດົ່ງ, ສ່ວນ​ໝາກ​ເຜັດ​ກຳລັງ​ເກັບ​ກຽວ​ມື້​ລະ​ໄດ້ 70-80 ກິ​ໂລກຼາມ, ຂາຍຢູ່​ກັບ​ທີ່ດ້ວຍ​ລາຄາ​ 12.000 ດົ່ງ/ກິ​ໂລກຼາມ”.

ຢູ່​ເຂດ​ປູກ​ເຂົ້າ​ທີ່​ບັນລຸ​ປະສິດທິ​ຜົນ​ຕຳ່​ຂອງ​ເມືອງ​ຈ່າ​ກູ໋ ​ໃນ​ເມື່ອ​ກ່ອນ, ປະຈຸ​ບັນລ້ວນ​ແຕ່ຫັນປ່ຽນ​ຜົນລະປູກ. ມາ​ຮອດ​ປະຈຸ​ບັນ​ມີ​ເນື້ອ​ທີ່​ປູກ​ເຂົ້າ​ທີ່​ໃຫ້​ສະມັດ​ຕະພາບ​ຕຳ່​ເກືອບ 4.000 ​ເຮັກຕາ​ໄດ້​ຮັບ​ການ​ຫັນປ່ຽນ​ຜົນລະປູກ ​ແລະ ສັດລ້ຽງ. ນອກ​ນັ້ນ​ທ້ອງ​ຖີ່​ນຍັງ​ເພີ່ມ​ທະວີ​ການ​ຖ່າຍ​ທອດ​ວິທະຍາສາດ, ​ເຕັກນິກ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ ​ໄດ້​​ເປີດ​ຊຸດ​ຟຶກອົບຮົມ 60 ຊຸດ, ດ້ວຍ​ຜູ້​ເຂົ້າ​ຮ່ວມ 1.500 ​ເທື່ອ​ຄົນ.

ຊາວເຜົ່າຂະແມ ພັດທະນາເສດຖະກິດຍ້ອນມີການຫັນປ່ຽນຜົນລະປູກ - ảnh 3

ຊາວຂະແມຫັນປ່ຽນຜົນລະປູກ ແລະ ສັດລ້ຽງ
(ພາບອິນເຕີແນດ)

​ໃນ 3 ປີມໍ່ໆ​ມາ​ນີ້, ຈາກ​ແຫຼ່ງງົບປະມານ​ສູນ​ກາງ, ​ເມືອງ​ຈ່າ​ກູ໋ ​ໄດ້​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ກໍ່ສ້າງຂົວ​, ທາງ​ຄົມມະນາຄົມ​ລະຫວ່າງ​ຕາ​ແສງ, ບ້ານ, ດ້ວຍ​ຈຳນວນ​ເງິນ​ກວ່າ 45 ຕື້​ດົ່ງ. ​ເມືອງ​ໄດ້​ໃຫ້​ກູ້​ຢືມ 100 ຕື້​ກວ່າ​ດົ່ງ​ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ຜະລິດ, 17 ຕື້​ດົ່ງ ​ແມ່ນ​ໜູນ​ຊ່ວຍການ​​ປຸກ​ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ບັນດາ​ຄອບຄົວ​ຊາວ​ຂະ​ແມ​ທີ່​ທຸກ​ຍາກ... ນອກ​ນັ້ນ, ບັນດາ​ຂະ​ແໜງການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຢູ່​ທ້ອງ​ຖີ່​ນກໍ່​ຍູ້​ແຮງ​ການ​ໂຄສະນາ​ຂົນຂວາຍ, ​ແນ​ະນຳ, ປຸກລະດົມ​ບັນດາ​ຄອບຄົວ​ບືນ​ຕົວ​ຂຶ້ນ​ດ້ວຍ​ຕົນ​ເອງ, ຕັດສິນ​ໃຈ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ປະຈຸ​ບັນ, ອັດຕາ​ຄອບ​ຄົວ​ທີ່​ທຸກ​ຍາກ​ຂອງ​ທ້ອງ​ຖີ່​ນ​ແມ່ນ​ຫຼຸດ​ຈາກ 30% ລົງ​ເຫຼືອ​ພຽງ 21,15%. ທ່ານ ກິມງອກ​ເຊືອງ, ຫົວໜ້າ​ຫ້ອງ​ຊົນ​ເຜົ່າ​ເມືອງ​ຈ່າ​ກູ໋, ​ໃຫ້​ຮູ້​ວ່າ:

​ໂດຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ, ​ພິ​ເສດແມ່ນ​ບັນດາ​ນະ​ໂຍບາຍ​ສຳລັບ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເປັນ​ຕົ້ນ​ໃນ​ຂົງ​ເຂດ​ເສດຖະກິດ​ແມ່ນ​ໄດ້​ປະຕິບັດ​ການ​ຫັນປ່ຽນ​ຜົນລະປູກ​ໃນ​ຂົງ​ເຂດ​ກະ​ສີ​ກຳ​ເປັນ​ຢ່າງ​ດີ, ດັ່ງ​ນັ້ນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ​ຂະ​ແມ​ເມືອງ​ຈ່າ​ກູ໋ ​ໄດ້​ຮັບ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ.

ປະສິດທິ​ຜົນ​ແຫ່ງ​ການ​ຜະລິດ​ກະ​ສີ​ກຳ ​ໄດ້​ປະກອບສ່ວນ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ​ຈ່າ​ກູ໋, ສ້າງ​ການ​ຫັນປ່ຽນ​ໃນ​ຊີວິດ​ທາງ​ດ້ານວັດຖຸ ​ແລະ ​ຈິດ​ໃຈ​ຂອງ​ຊາວ​ເຜົ່າ​ຂະ​ແມ​ຢູ່​ທີ່​ນີ້. ສິ່ງ​ດັ່ງກ່າວ​ແມ່ນ​ແຫຼ່ງກຳລັງ​ໜູນ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ບືນ​ຕົວ​ຂຶ້ນ, ຫຼຸດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.


ຕອບກັບ

ຂ່າວ/ບົດ​ອື່ນ