ຊາວເຜົ່າຈຳຢູ່ນິງຖ້ວນ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່

(vovworld) - ເຮືອນ​ໃໝ່​ໃຫ​ຍ່​ໂຕ​ໂອ​ໂຖງຫຼາຍຫຼັງ, ທາງ​ເບ​ຕົງ​​ທີ່ກວ້າງຂວາງ, ຄອງ​ເໝືອງ​ໄດ້​ຮັບ​ການ​ກໍ່​ສ້າງ​ດ້ວຍ​ເບ​ຕົງ, ​ໝາກ​ທັນ, ໝາກ​ອະ​ງຸ່ນເຕັມ​ສວນ… ນັ້ນ​ແມ່ນ​ຮູບພາບ​ຢູ່ບັນ​ດາ​ຕາ​ແສງ​ໃນ​ເຂດ​ຊົນ​ເຜົ່າ​ຈຳ, ແຂວງ​ນິງ​ຖ້ວນ​ໃນ​ປະ​ຈຸ​ບັນ ພາຍຫຼັງສອງກວ່າ​ປີແຫ່ງ​ການ​ປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​. ໃນ​ລາຍ​ການ​ຊົນ​ນະ​ບົດ​ໃໝ່​ຫວຽດ​ນາມ ມື້ນີ້, ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ​ມີ​ບົດ​ຂຽນ “ຊາວ​ເຜົ່າ​ຈຳ​ຢູ່​ນິງ​ຖ້ວນ ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່”. ເຊີນ​ທ່ານ​ຮັບ​ຟັງ.

ຊາວເຜົ່າຈຳຢູ່ນິງຖ້ວນ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບ ອິນ​ເຕີ​ແນດ)

        ​ໃນ​ຊຸມມື້ນີ້, ຢູ່​ລຽບ​ຕາມ​ເສັ້ນ​ທາງ​ຈາກ​ເທດ​ສະ​ບານ​ເຟືອກ​ເຢີນ ໄປ​ຍັງ​ຕາ​ແສງ​ພູ​ດອຍເຟືອກ​ທ໋າຍ, ເມືອງ​ນິງ​ເຟືອກ ຫຼື ​ຈາກ​ຕາ​ແສງ​ເຍິນ​ເຊ​ີນ, ເມືອງ​ນິງ​ເຊີນ​ໄປ​ຍັງ​ຕາ​ແສງ​ຊວນ​ຫາຍ, ເມືອງ​ນິງ​ຫາຍ, ແຂວງ​ນິງ​ຖ້ວນ, ຢູ່​ບ່ອນ​ໃດ​ກໍ່​ພົບ​ເຫັນຊາວ​ຊົນ​ເຜົ່າ​ຈຳ​​ພວມ​ຕັ້ງ​ໜ້າ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​​ໃນ​ເຂດຊົນ​ນະ​ບົດ​. ພ້ອມ​ກັບ​ລະ​ບົບ​ທາງ​ຄົມ​ມະ​ນາ​ຄົມ​​ໃນ​ເຂດຊົນ​ນະ​ບົດ​ແລ້ວ, ເນື້ອ​ທີ່​ດິນ​ໄຮ່​ນັບ​ພັນ​ເຮັກ​ຕາ​​ທີ​ປະ​ເປັນ​ເຮື້ອໃນ​ເມື່ອ​ກ່ອນ, ປະ​ຈຸ​ບັນ​ໄດ້​ກາຍ​ເປັນ​ສວນ​ໝາກກ້ວຍ, ໝາກ​ທັນ​ທີ່​ຂຽວ​ອຸ່ມ​ທູ່ມ. ມາ​ຢາມ​ບ້ານຈຳ​ເຟືອກ​ເຍິນ, ຕາ​ແສງ​ຊວນ​ຫາຍ, ຈາກ​ທາງ​ໄກ​ໄດ້​ຍິນ​ສຽງ​ລົດດຸດ, ສຽງ​ພໍ່​ແມ່​ປະ​ຊາ​ຊົນ​ພວມ​ເຮັດ​ທາງ​ຊຸກ​ຍູ້​ກັນ​ເຮັດ​ວຽກ​ຢ່າງວ່ອງ​ໄວ​ເພື່ອ​ໃຫ້​ທາງ​ເບ​ຕົງ​ຕອນ​ເຊື່ອມ​ຕໍ່​ກັບ​ທາງຫຼວງ 1A ສຳ​ເລັດ​ເພື່ອ​ນຳ​ເຂົ້າ​ໃຊ້​ການ. ໃນ​ເມື່ອ​ກ່ອນ. ເສັ້ນ​ທາງ​ເຂົ້າ​ບ້ານບໍ​ພຽງ, ຮອດ​ລະ​ດູ​ຝົນທາງ​ເຄີຍ​ເປັນ​ບວກ, ເປັນ​ຕົມ ​ເຮັດ​ໃຫ້​ການໄປ​ມາ​ຫ​ຍຸ້ງຍາກຫຼາຍ, ​ແຕ່​ຮອດ​ຕົ້ນ​ປີ 2011, ດ້ວຍ​ແຫຼ່ງ​ທຶນກວ່າ 600 ລ້ານ​ດົ່ງ ໂດຍ​ລັດ​ລົງ​ທຶນ ແລະ ປະ​ຊາ​ຊົນ​ປະ​ກອບ​ນັ້ນ, ເສັ້ນ​ທາງ​ເບ​ຕົງ​ໃນ​ບ້ານ​ຍາວ 400 ກວ່າ​ແມັດ ໄດ້​ຮັບ​ການ​ກໍ່​ສ້າງ, ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໄປ​ມາ​, ຂົນ​ສົ່ງ​ສິນ​ຄ້າຢ່າງ​ສະ​ດວກ​ສະ​ບາຍ. ທ່ານ ດ້າວ​ຫຽວ, ຊາວ​ບ້ານ​ຈຳ​ເຟືອກ​ເຍິນ, ໄດ້​ເວົ້າ​ດ້ວຍ​ຄວາມ​ພາກ​ພູມ​ໃຈວ່າ:

        “​​ກ່ອນນີ້, ຮອດ​ລະ​ດູ​ຝົນ, ເສັ້ນ​ທາງເຄີຍເປັນ​ບວກ, ເປັນ​ຕົມ​ໄປ​ມາ​ບໍ່​ໄດ້, ແຕ່​ດ້ວຍ​ການ​ຮ່ວມ​ແຮງ​ຮ່ວມ​ໃຈຂອງ​ປະ​ຊາ​ຊົນ​. ມາ​ຮອດ​ປະ​ຈຸ​ບັນ, ໄດ້​ມີ​ເສັ້ນ​ທາງ​ໃໝ່​ແລ້ວ, ການ​ໄປ​ມາກໍ່​ສະ​ດວກ​ສະ​ບາຍກວ່າ. ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ ເພາະ​ວ່າ ເຮັດ​ທາງ​​ເພື່ອຮັບ​ໃຊ້​​ໃຫ້ການ​ໄປ​ມາ​ຂອງພວກ​ຂ້າ​ພະ​ເຈົ້າ”

        ຕາ​ແສງ​ເຟືອກ​ທ໋າຍ, ເມືອງ​ນິງ​ເຟືອກ, ແມ່ນ​ທ້ອງ​ຖີ່ນ​ທີ່​ແຂວງ​ຄັດ​ເລືອກ​ເພື່ອ​ປະ​ຕິ​ບັດ​ທົດ​ລອງ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ໄລ​ຍະ​ຜ່ານ​ມາ, ອົງ​ຄະ​ນະ​ພັກ ແລະ ອຳ​ນາດ​ການ​ປົກ​ຄອງຕາ​ແສງ​ເຟືອກ​ທ໋າຍ​ ໄດ້​ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ, ພ້ອມ​ທັງ​ສົມ​ທົບ​ກັບ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ໃນ​ຕາ​ແສງ​ເພື່ອ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ພາຍຫຼັງ 2 ກວ່າ​ປີ ທີ່​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ, ທ້ອງ​ຖີ່ນ​ລະ​ດົມ​ເງິນ​ໄດ້​ກວ່າ 6 ຕຶ້​ດົ່ງ ເພື່ອ​ກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ຮັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ໃນ​ນັ້ນ​ແຫຼ່ງ​ທຶນ​ປະ​ກອບ​ຂອງ​ປະ​ຊາ​ຊົນ​ແມ່ນກວ່າ 1,7 ຕຶ້​ດົ່ງ. ທ່ານ​ ຫ໋ານເຕິນ​ຢູຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ຕາ​ແສງ​ເຟືອກ​ທ໋າຍ, ເມືອງ​ນິງ​ເຟືອກ, ແຂວງ​ນິງ​ຖ້ວນ, ໃຫ້​ຮູ້​ວ່າ:

        “ເມື່ອພັກ ແລະ ລັດ​ເອົາ​ໃຈ​ໃສ່​ເລືອກ​ຕາ​ແສງ​ເຟືອກ​ທ໋າຍ ເປັນ​ແຫ່ງປະ​ຕິ​ບັດ​ທົດ​ລອງ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ຂອງ​ແຂວງ. ນັບ​ແຕ່ປີ 2011 ມາ​ຮອດ​ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້ເສີມ​ຂະ​ຫ​ຍາຍ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ ແລະ ​ເຂົາ​ເຈົ້າ​ໄດ້ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​, ປະ​ກອບ​ສ່ວນ​ເຂົ້າໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່”.​

        ເຖິງວ່າ​ເສດ​ຖະ​ກິດ​ຂອງຊາວ​ກະ​ສີ​ກອນຫຼາຍ​ຄອບ​ຄົວຍັງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຢູ່, ແຕ່​ເມື່ອ​ລະ​ດົມ​ເຂົາ​ເຈົ້າ​ປະ​ກອບ​ສ່ວນ​ກໍ່​ສ້າງ​ເສັ້ນ​ທາງ​ຊົນ​ນະ​ບົດ​ຕາມ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ປະ​ຊາ​ຊົນ​ທຸກ​ຄົນ​ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ. ມີຫຼາຍ​ຄອບ​ຄົວ​ໄດ້ສະ​ໜອງ​ທີ່​ດິນ​ຂອງ​ຕົນເພື່ອ​ກໍ່​ສ້າງກິດ​ຈະ​ກຳຕ່າງໆ​​ໃນ​ໂຄງ​ການ​ກໍ່​ສ້າງຊົນ​ນະ​ບົດ​ໃໝ່. ຄອບ​ຄົວ​ທ່ານ ໂງວັນ​ກວາງ ​ຢູ່​ບ້ານ​ທ໋າຍ​ຮ່​ວາ, ຕາ​ແສງ​ເຟືອກ​ທ໋າຍ​ ໄດ້​ສະ​ຫງວນ​ທີ່​ດິນກວ່າ 900 ຕາ​ລາງ​ແມດ ເພື່ອ​ກໍ່​ສ້າງ​ຄອງ​ເໝືອງ​ລ​ະບາຍນ້ຳເຄັມ. ທ່ານ​ ໂງວັນ​ກວາງ ແບ່ງ​ປັນ​ວ່າ:

        “ສະ​ຫງວນ​ທີ່​ດິນ​ເພື່ອ​ໃຫ້​ເຂດນີ້​ບໍ່​ຖືກນ້ຳ​ຖ້ວມ​ອີກ. ປະ​ຈຸ​ບັນ, ລັດ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​. ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ, ເພາະ​ວ່າ​ມັນ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ທຸກ​ຄົນ​ໃນ​ບ້ານ”.

        ບໍ່​ພຽງ​ແຕ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ທາງ​ໃນ​ເຂດ​ຊົນ​ນະ​ບົດ​ເທົ່າ​ນັ້ນ, ພໍ່​ແມ່​ປະ​ຊາ​ຊົນ​ໃນ​ຕາ​ແສງ​ເຟືອກ​ເຫົ້າ ຍັງ​ຫັນ​ປ່ຽນ​ຜົນ​ລະ​ປູກ, ສັດ​ລ້ຽງ​ອີກ​ດ້ວຍ, ອັນ​ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ທາງ​ດ້ານ​ເສດ​ຖະ​ກິດ​ສູງ​, ຕົວ​ຢ່າງ​ຄື: ຮູບ​ແບບ​ລ້ຽງ​ປາ, ປູກ​ຜັກ, ປູກ​ສາ​ລີ, ໝາກ​ທັນ ​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ລາຍ​ຮັບ, ປັບປຸງ​ຊີ​ວິດ​ການ​ເປັນ​ຢູຂອງ​ປະ​ຊາ​ຊົນ.

ຊາວເຜົ່າຈຳຢູ່ນິງຖ້ວນ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 2

(ພາບ ອິນ​ເຕີ​ແນດ)

        ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຊີ້​ນຳ​ນຳ​ພາ, ມີ​ໄຫວ​ພິກ​ໃນ​ການ​ບໍ​ລິ​ຫານ ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ມາ​ຮອດ​ປະ​ຈຸ​ບັນ, ນິງ​ຖ້ວນ​ມີ 1 ຕາ​ແສງ​ບັນ​ລຸ 9 ມາດ​ຖານ, 6 ຕາ​ແສງ​ບັນ​ລຸ 8 ມາດ​ຖານ, 4 ຕາ​ແສງ​ບັນ​ລຸ​ໄດ້ 5 ມາດ​ຖານໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ ເຈົາ​ທັງ​ລອງ, ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ແຂວງ​ນິງ​ຖ້ວນ, ໃຫ້​ຮູ້​ວ່າ:

        “ໃນ​ຕໍ່​ໜ້າ​ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ລະ​ດົມ​ກຳ​ລັງ​ແຮງ​ໃນ​ໝູ່​ປະ​ຊາ​ຊົນ​ເພື່ອ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ປະ​ຊາ​ຊົນ​ແມ່ນ​ເຈົ້າ​ຂອງ, ລັດ​ໜູນ​ຊ່ວຍ ກຳ​ນົດ​ທິດ, ຂົນ​ຂວາຍ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ກະ​ສີ​ກຳ ແລະ ຊົນ​ນະ​ບົດ. ໂຄ​ສະ​ນາ​ແຕ່​ລະ​ຫົວ​ຂໍ້, ແຕ່​ລະ​ກິດ​ຈະ​ກຳ. ກ່ອນ​ອື່ນ​ໝົດ, ກິດ​ຈະ​ກຳ​ໃດ​ປະ​ຊາ​ຊົນ​ສາ​ມາດ​ເຮັດ​ໄດ້, ພວກ​ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ຂົນ​ຂວາຍ, ກຳ​ນົດ​ຢ່າງ​ຈະ​ແຈ້ງ​ມາດ​ຖານ​ໃດ​ໂດຍ​ລັດ​ໜູນ​ຊ່ວຍ​ຕາ​ແສງ​ເຮັດ, ມາດ​ຖານ​ໃດ​ລັດ​ໜູນ​ຊ່ວຍ ແຕ່​ປະ​ຊາ​ຊົນ​ເຮັດ, ມາດ​ຖານ​ໃດ​ໂດຍ​ປະ​ຊາ​ຊົນ​ເຮັດ​ເອງ…

        ມາ​ຢາມ​ບັນ​ດາ​ຕາ​ແສງ​ຊົນ​ເຜົ່າ​ຈຳແຂວງ​ນິງ​ຖ້ວນ​ ໃນ​ປະ​ຈຸ​ບັນ, ເຫັນ​ວ່າ​ໂສມ​ໜ້າ​ຊົນ​ນະ​ບົດ​ໄດ້​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ. ບັນ​ດາ​ຜົນ​ງານ​ທີ່​ໜ້າ​ຊື່ນ​ຊົມໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ໝູ່​ປະ​ຊາ​ຊົນ, ອັນ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ກິດ​ຈະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຂວງ.

 

       

 

ຕອບກັບ

ຂ່າວ/ບົດ​ອື່ນ