ຊາວໜຸ່ມເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່

(vovworld) - ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫວຽດນາມ ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ກຳລັງ, ​ໃນ​ນັ້ນ​ມີ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ. ​ໃນ 3 ປີ​ມາ​ນີ້, ດ້ວຍ​ຂະ​ບວນການ “​ໄວ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“, ຊາວ​ໜຸ່ມ​ທົ່ວ​ປະ​ເທດ​ໄດ້​ຮັບຜິດ​ຊອບຫຼາຍ​ກິດຈະກຳ, ວຽກ​ງານ​ລະອຽດ ​ແລະ ນັບ​ມື້​ນັບ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ໃນ​ການ​ປ່ຽນ​ໃໝ໋​ໂສມ​ໜ້າ​ຊົນນະບົດ​ຫວຽດນາມ.

ຊາວໜຸ່ມເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບປະກອບ)

        ປີ 2012 ພາຍຫຼັງ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ ໂຮ່ຈີ​ມິນ​ ເລືອກ​ເຟັ້ນ ບານ​ກວາ ​ເປັນຕາ​ແສງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ຕາ​ແສງ ບານ​ກວາ, ​ເມືອງ ບາດ​ຊາດ, ​ແຂວງ ລາວ​ກາຍ, ​ໄດ້​ໂຄສະນາ​ບັ້ນ​ຂົນຂວາຍ​ນີ້​ເຖິງ​ແຕ່ລະ​ໜ່ວຍ​ຊາວ​ໜຸ່ມ ​ແລະ ລະດົມ​ສະມາຊິກ​ຊາວ​ໜຸ່ມ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມ. ມີ​ວຽກ​ງານ​ແທດ​ຈິງ​ຫຼາຍ​ຢ່າງ​ໄດ້​ມອບ​ໃຫ້​ຊາວ​ໜຸ່ມ​ເຊັ່ນ: ອອກ​ແຮງ​ງານ​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ, ຄອບຄົວ​ນະ​ໂຍບາຍ, ກໍ່ສ້າງ​ທາງ​ຄົມມະນາຄົມ​ລະຫວ່າງ​ບ້ານ, ຊ່ວຍ​ປະຊາຊົນ​ກໍ່ສ້າງ​ບັນດາ​ກິດຈະກຳ​ອະນາ​ໄມ​ສິ່ງ​ແວດ​ລ້ອມ, ປູກ​ປ່າ​ໄດ້ 10 ​ເຮັກຕາ, ຂຸດ​ລອກຄອງ​​ເໝືອງ, ບຸລະນະ​ສຸສານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ… ພ້ອມ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະ​ທຳ, ກຸສົນ, ຕອບ​ບຸນ​ແທນ​ຄຸນ​ກໍ່​ໄດ້​ຮັບ​ການ​ປະຕິບັດ​ເປັນ​ປະຈຳ. ​ເລຂາ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ຕາ​ແສງ ບານ​ກວາ, ຫງວຽນ​ຕ໋ຽນ​ແອ​ງ, ​ໃຫ້​ຮູ້​ວ່າ:

        “ພາຍຫຼັງ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພວກ​ຂ​້າພະ​ເຈົ້າໄດ້​ເປັນ​ເຈົ້າ​ການ​ໂຄສະນາ​ໃຫ້​ຊາວ​ໜຸ່ມ​ວຽກ​ງານ​ຕ່າງໆ. ຜ່ານ​ນັ້ນ​ພວກຂ້າພະ​ເຈົ້າ​ໄດ້​ຊ່ວຍ​ໃຫ້​ພະນັກງານ, ພໍ່​ແມ່​ປະຊາຊົນ​ເຂົ້າ​ໃຈ​ໄດ້ຜົນ​ປະ​ໂຫຍ​ດຂອງ​ການ​ເຂົ້າ​ຮ່ວມ​ກໍ່ສ້າງ​ຊົນນະບົດ​ໃໝ່. ປະຈຸ​ບັນ, ຕາ​ແສງ​ພວກ​ຂ້າພະ​ເຈົ້າ​ບັນລຸ​ໄດ້ 17/19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແລ້ວ“.


        ຢູ່​ແຂວງ​ ບາກ​ລຽວ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ແຂວງ ບາກ​ລຽວ, ​ເອື້ອຍ ​ເຈືອງ​ຮົ່ງຈາງ ​ໃຫ້​ຮູ້​ວ່າ: 3 ປີຜ່ານມາ, ຂະ​ບວນການ “​ໄວ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“ ຂອງ​ແຂວງ ບາກ​ລຽວ ບັນລຸ​ໄດ້ຜົນ​ງານ​ຕັ້ງໜ້າ​ຫຼາຍ​ຢ່າງ. ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ບັນດາ​ກິດຈະກຳ, ຮູບ​ແບບ​ລະອຽດ​ເທົ່າ​ນັ້ນ, ຫາກ​ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ, ທີ່​ຕັ້ງ, ບົດບາດ​ຂອງ​ຊາວ​ໜຸ່ມ​ໄດ້​ຮັບ​ການ​ຢັ້ງຢືນ​ໃນ​ພາລະ​ກິດ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ທ້ອງ​ຖີ່​ນ:

        “ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນຫາ​ຄົມມະນາຄົມ​ຊົນນະບົດ ​ແລະ ໜູນ​ຊ່ວຍ​ບາງ​ກິດຈະກຳ​ຕື່ມ​ອີກ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຕົວຢ່າງ​ຄື: ຫໍ​ວັດທະນະທຳ​ບ້ານ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ແລ້ວ, ​ແຕ່​ບໍ່​ມີ​ພື້ນຖານ​ດ້ານ​ວັດ​ຖຸ, ດັ່ງ​ນັ້ນ​ຄະນະຊາວ​ໜຸ່ມ​ໄດ້​ຮຽກຮ້ອງ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງອຸປະຖຳຄອມ​ພິວ​ເຕີ​ໃຫ້. ຜ່ານ​ນັ້ນ​​ຊາວ​ໜຸ່ມ ​ແລະ ປະຊາຊົນ​ສາມາດເຂົ້າ​ອິນ​ເຕີ​ແນ​ດ​ເພື່ອ​ຮຳ່ຮຽນ​ບັນດາ​ຮູບ​ແບບ​ທີ່​ດີ, ວິທີ​ເຮັດ​ທີ່​ມີ​ປະສິດ​ທິຜົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່“.

        ພາຍຫຼັງ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ບັ້ນ​ຂົນຂວາຍ “​ໄວ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“, ​ໄວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ​ໄດ້​ເກືອບ 11.000 ກມ, ຫໍ​ວັດທະນະທຳ​ກວ່າ 2.820 ​ແຫ່ງ, ​ເຮືອນ​ແຫ່ງ​ສາຍ​ຈິດມິດ​ໃຈ 5.255 ​ແຫ່ງ ກໍ່​ຄື​ຊ່ວຍຊາວໜຸ່ມ​ຊົນນະບົດ 30.000 ກວ່າ​ຄົນ​ກູ້​ຢືມ​ທຶນ​ທຳ​ການ​ຜະລິດ; ຊ່ວຍ​ໃຫ້​ຄຳ​ປຶກສາ, ​ແນະນຳ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ໜຸ່ມ​ 2,6 ລ້ານ​ຄົນ, ສອນ​ວິຊາ​ຊີບ​ໃຫ້ 350.000 ກວ່າ​ຄົນ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ສະມາຊິກ​ຊາວໜຸ່ມ​ໄດ້​ 420.000 ກວ່າ​ຄົນ. ​ເອື້ອຍ ຟານ​ທິຟຸກ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ຕາ​ແສງ ກິມລອງ, ​ເມືອງ ​ເຈົາດຶກ ​ແຂວງ ບ່າ​ເຣ້ຍ ວຸ້ງ​ເຕົ່າ, ຖື​ວ່າ: ຊາວ​ໜຸ່ມ​ປາຖະໜາ​ຢາກ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຜ່ານ​ການ​ພັດທະນາ​ເສດຖະກິດ​ຢູ່​ທ້ອງ​ຖີ່​ນ, ​ເພີ່ມ​ຂະ​ແໜງ​ອາຊີບ, ການ​ບໍລິການ, ​ເຮັດ​ເສດຖະກິດ​ຟາ​ມ…

        “ບັນດາ​ຮູບ​ແບບ​ຫັນປ່ຽນ​ວິທະຍາສາດ​ເຕັກນິກ​ແມ່ນ​ມີ​ຄວາມຈຳ​ເປັນ​ໃຫ້​ພວກ​ເພື່ອນ ​​ແລະ ​ເຂດ​ຊົນນະບົດ​​ໃນ​ປະຈຸ​ບັນ. ຫວັງ​ວ່າ​ສູນ​ກາງ, ທ້ອງ​ຖີ່​ນຈະ​ມີບັນດາ​ຮູບ​ແບບ​​ໃໝ່ ​ແລະ ຖ່າຍ​ທອດ​ວິທະຍາສາດ​ເຕັກນິກ ​ເພື່ອ​ໃຫ້​ພວກ​ເພື່ອນ​ໜຸ່ມ​ມີ​ຄວາມ​ຮູ້​ພື້ນຖານ, ປະກອບສ່ວນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ພວກ​ເພື່ອນ​ໜຸ່ມ​ຢູ່​ທ້ອງ​ຖີ່​ນ“.

        ກ່ຽວ​ກັບ​ບັນຫາ​ນີ້, ທ່ານ​ເລຂາ​ຄະນະ​ຊາວ​ໜຸ່ມ​ສູນ​ກາງ ຫງວຽນ​ແອ​ງຕ໋ວນ, ຖື​ວ່າ: ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ບໍ່​ພຽງ​ແຕ່​ເພື່ອ​ຈຸດປະສົງ​ປ່ຽນ​ໃໝ່​ໂສມ​ໜ້າ​ຊົນນະບົດ​ເທົ່າ​ນັ້ນ, ຫາກ​ສິ່ງ​ສຳຄັນ​ກວ່າ ​ແມ່ນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ລາຍ​ຮັບ​ຂອງ​ປະຊາຊົນ. ຍ້ອນ​ເຫດ​ນັ້ນ, ຊາວ​ໜຸ່ມ​ຄວນ​ຍູ້​ແຮງ​ການ​ພັດທະນາ​ການ​ຜະລິດ, ກໍ່ສ້າງ ​ແລະ ຂະຫຍາຍ​ບັນດາ​ຮູບ​ແບບ​ເສດຖະກິດ, ຊ່ວຍ​ປະຊາຊົນ​ສ້າງ​ຄວາມ​ຮັ່ງມີ​ຢູ່​ບ້ານ​ເກີດ​ຂອງ​ຕົນ.

        “ປະຈຸ​ບັນ, ການ​ພັດທະນາ​ເສດຖະກິດ​ຊົນນະບົດ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ. ນີ້​ກໍ່​ແມ່ນ​ຂອດ​ຮັບປະກັນ​ໃຫ້​ແກ່​ການ​ປະຕິບັດ​ບັນດາ​ມາດຖານ​ອື່ນໆ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ໝັ້ນຄົງ. ​ເມື່ອ​ເສດຖະກິດ​ພັດທະນາ, ພວກ​ເຮົາ​ຈະ​ມີ​ເງື່ອນ​ໄຂ​ລົງທຶນ​ໃຫ້​ໂຄງ​ລ່າງ, ວັດທະນະທຳ, ການ​ສຶກສາ, ​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ​ຢູ່​ກັບ​ທີ່. ພວກ​ຂ້າພະ​ເຈົ້າ​ຖືວ່າ, ຄວນ​ເພີ່ມ​ທະວີ​ການ​ນຳ​ໃຊ້​ພຸມ​ປັນຍາ, ວິທະຍາສາດ​ເຕັກນິກ​ໃນ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຂອງ​ຊາວ​ໜຸ່ມ​ໃນ​ການ​ເຂົ້າ​ຮ່ວມ​ກໍ່ສ້າງ​ຊົນນະບົດ​ໃໝ່“.

        “ບ່ອນ​ໃດ​ມີ​ຄວາມ​ຕ້ອງການ, ບໍ່​ນັ້ນ​ມີ​ຊາວ​ໜຸ່ມ; ບ່ອນ​ໃດ​ປະສົບ​ຄວາມ​ຫຍຸ້ງຍາກ, ບ່ອນ​ນັ້ນ​ມີ​ຊາວ​ໜຸ່ມ“. ຄຳ​ຂວັນ​ນີ້​ອີກ​ເທື່ອ​ໜຶ່ງ​ໄດ້​ຮັບ​ການ​ພິສູດ​ຜ່ານ​ການ​ເຂົ້າ​ຮ່ວມ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ມີ​ປະສິດທິ​ຜົນ​ຂອງ​ໄວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ, ​ເມື່ອ​ນັບ​ມື້​ນັບ​ມີ​ຫຼາຍ​ກິດຈະກຳ​ທີ່​ໃສ່​ຊື່​ຊາວ​ໜຸ່ມ​ໄດ້​ຮັບ​ການ​ສ້າງ​ຂຶ້ນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປ່ຽນ​ໃໝ່​ໂສມ​ໜ້າ​ບ້ານ​ເກີດ​ເມືອງ​ນອນ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ເຂດ​ຊົນນະບົດ, ​ເຂດ​ພູດ​ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ