ຕົ້ນຢາງພາລາຢູ່ອຽນບ້າຍ


(vovworld) - ພາຍຫຼັງ 5 ປີ ​ແຫ່ງ​ການ​ປະຕິບັດ​​ລາຍການ​ພັດທະນາ​ໂຄງການ​ປູກ​ຕົ້ນຢາງພາລາ, ​ເຂດ​ດິນ​ເປົ່າ​ຫວ່າງ, ​ໂນນ​ພູ​ຫວ​ໂລ້ນສ່ວນ​ຫຼາຍ​ຢູ່​ເມືອງ​ວັນ​ເຈິ໋ນ ​ແລະ ວັນ​ອຽນ ​ໄດ້​ຮັບ​ການປົກ​ຄຸມ​ໄປດ້ວຍ​ສີຂຽວ​ອຸ່ມ​ທູ່ມຂອງ​ຕົ້ນ​ຢາງພາລາ. ຕົ້ນ​ໄມ້ປະ​ເພດ​ນີ້​ບໍ່​ພຽງ​ແຕ່​​ຊ່ວຍ​ໃຫ້​ປະຊາຊົນ​ຫຼາຍ​ຄົນ​ຢູ່​ສອງ​ເມືອງ​ດັ່ງກ່າວ​ມີ​ວຽກ​ເຮັດ​ງານ​ທຳ, ສ້າງ​ລາຍ​ຮັບ​ເປັນ​ປົກ​ກະຕິ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວທຸກ​ຍາກ​ເທື່ອ​ລະ​ກ້າວ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຊ່ວຍ​ທ້ອງ​ຖີ່​ນປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ໄຊອີກ​ດ້ວຍ.

ຕົ້ນຢາງພາລາຢູ່ອຽນບ້າຍ - ảnh 1

ຕົ້ນຢາງພາລາຢູ່ອຽນບ້າຍ

        ຕົ້ນ​ຢາງພາລາ​ເລີ່​ມ​ປູກຢູ່ ​ເມືອງ​ວັນ​ເຈິ໋ນ ​ແລະ ວັນ​ອຽນ ​​ເມື່ອປີ 2010, ​ແຕ່​ຮອດ​ປີ 2011, ບໍລິສັດ​ຢາງພາລາ​ອຽນ​ບ໋າ​ຍ ຈຶ່ງ​ຊອກ​ໄດ້​ແນວ​ພັນ​ທີ່​ເໝາະ​ສົມ​ກັບທີ່​ດິນ ​ແລະ ອາກາດຢູ່​ທ້ອງ​ຖີ່​ນ. ນັບ​ແຕ່​ນັ້ນ, ດ້ວຍ​ຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນ​ຂອງ​ກຳມະກອນ, ຕົ້ນ​ຢາງພາລາ​ທີ່​ປູກ​ຢູ່​ທີ່​ນີ້​ກໍ່ຂຽວອຸ່ມ​ທຸ່​ມ ​ແລະ​ປົກ​ຄຸມ​ໄປ​ທົ່ວ​ໂນນ​ພູ, ດ້ວຍຄວາມ​ສູງ​ສະ​ເລ່ຍ​ປະມານ 4 ມ/ຕົ້ນ. ​ ນັບ​ແຕ່​ມີ​ໂຄງການ​ປູກຕົ້ນ​ຢາງພາລາ, ​ຜູ້​ອອກ​ແຮງ​ງານ​ກວ່າ 700 ຄົນ, ​ເຊິ່ງສ່ວນ​ຫຼາຍ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຊັ່ນ: ຊົນ​ເຜົ່າ​ຢາ​ວ, ​ໄທ, ​ເຄີ​ມູ໋, ​ໄຕ, ນຸ່ງ… ​ໄດ້​ມີ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ. ​ເອື້ອຍ​ເລື່ອງ​ທິຈີ໋ນ, ຊາວ​ເຜົ່າ​ຜູ້​ໄທ, ຢູ່​ບ້ານ ກົກ​ກູ, ຕາ​ແສງ​ຟູ໋ຍາມ, ​ແບ່ງປັນ​ວ່າ:

        “ກ່ອນ​ນີ້​ເມື່ອ​ບໍ່​ທັນ​ມີ​ຕົ້ນ​ຢາງພາລາ, ຂ້າພະ​ເຈົ້າ​ອອກ​ແຮງ​ງານ​ແບບ​ເສລີ. ນັບ​ແຕ່​ບ້າ​ນ​ປູກຕົ້ນ​ຢາງພາລາ ​ແລະ ​ໄດ້​ຮັບ​ການ​ແນະນຳ​ຈາກ​ນັກ​​ເຕັກນິກ, ພວກ​​ຂ້າ​ພະ​ເຈົ້າ​ໄດ້ຮູ້​ວິທີ​ບົວລະບັດ​ຕົ້ນ​ຢາງພາລາ. ຂ້າພະ​ເຈົ້າ​ແລະ​ທຸກ​ຄົນ​ຈະ​ຕິດ​ພັນ​ກັບ​ບໍລິສັດ​ຢາງພາລາໃນ​ໄລຍະ​ຍາວ“.

        ຕົ້ນຢາງພາລາ​ປະກົດ​ຕົວ​ຢູ່​ແຂວງ​ອຽນ​ບ໋າ​ຍ, ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງສີຂຽວ​ອຸ່ມ​ທຸ່ມ​ໃຫ້​ແກ່​ເຂດ​ດິນ​ເປົ່າ​ຫວ່າງ​, ​ໂນນ​ພູ​ຫົວ​ໂລ້ນເທົ່າ​ນັ້ນ, ຫາກ​ຍັງ​ນຳ​​ເອົາ​ຊີວິດ​ໃໝ່​ມາໃຫ້​ແກ່​ປະຊາຊົນ​ທ້ອງ​ຖີ່​ນອີກ​ດ້ວຍ. ​ໃນ​ເມື່ອ​ກ່ອນ, ຄອບຄົວ​ອ້າຍ ຫຼີຕ໋ຽນທໍ້, ຊາວ​ເຜົ່າ​ຢ້າວ​ຢູ່​ບ້ານ​ຊ໋ວຍບັກ, ຕາ​ແສງ​ຊ໋ວຍກວ່ຽນ, ​ເມືອງ​ວັນ​ເຈິ໋ນພຽງ​ແຕ່​ປູກ​ເຂົ້າ​, ພືດ​ໃນ​ໄຮ່​ເປັນ​ຕົ້ນ, ດັ່ງ​ນັ້ນ​ຊີວິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຂາດ​ເຂີນ​ຫຼາຍ. ​ເມື່ອ​ຜັນ​ຂະຫຍາຍ​ໂຄງການ​ປູກ​ຕົ້ນ​ຢາງພາລາ, ອ້າຍ ທໍ້​ ໄດ້​ຮັບ​ເໝົາບົວລະບັດ​ຕົ້ນ​ຢາງພາລາ​ໃນ​ເນື້ອ​ທີ່ 2 ​ເຮັກຕາ... ​ແຕ່ລະ​ເດືອນ​ຄອບຄົວ​ສ້າງ​ລາຍ​ຮັບ​ຕື່ມ​ອີກ​ແຕ່ 3 – 3,5 ລ້ານ​ຄົງ. ຍ້ອນ​ມີ​ຕົ້ນ​ຢາງພາລາ, ຄອບຄົວ​ອ້າຍ ທໍ້ ກໍ່​ຄື​ຫຼາຍ​ຄອບຄົວ​ອື່ນໆ​ຢູ່​ເມືອງ​ວັນ​ເຈິ໋ນ ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ອ້າຍ ຫຼີຕ໋ຽນທໍ້, ​ໃຫ​້ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ​​ເລື່ອງນຳ​​​ຕົ້ນ​ພາລາ​ມາ​ປູກຢູ່ທີ່​ນີ້​ແມ່ນ​ເໝາະ​ສົມ​ທີ່​ສຸດ. ຊາວ​ກະ​ສີກ​ອນພວກ​ຂ້າພະ​ເຈົ້າ​ຜູ້​ໃດ​ກໍ່​ຢາກ​​ເຂົ້າຮ່ວມລາຍການ​ການ​ປູກ ​ແລະ ບົວລະບັດ​ຕົ້ນ​ຢາງພາລາ​, ຍ້ອນ​ທັງ​ມີ​ວຽກ​ເຮັດ​ງານ​ທຳ, ທັງ​ສ້າງ​ລາຍ​ຮັບ​ຕື່ມ​ອີກ. ສະ​ເພາະ​ຄອບຄົວ​ຂ້າພະ​ເຈົ້າ, ນັບ​ແຕ່​ຮັບ​ເໝົາ​ບົວລະບັດ, ຕົ້ນ​ຢາງພາລາ​, ​ແຕ່ລະ​ເດືອນຄອບຄົວ​ກໍ່​ມີ​ລາຍ​ຮັບ​ຕື່ມອີກ​ເພື່ອ​ໃຊ້​ຈ່າຍ​ໃນການ​ດຳລົງ​ຊີວິດ“.

ຕົ້ນຢາງພາລາຢູ່ອຽນບ້າຍ - ảnh 2

ຕົ້ນຢາງພາລາຢູ່ອຽນບ້າຍ

        ປີ 2015, ບໍລິສັດ​ຢາງພາລາ​ອຽນ​ບ໋າ​ຍ ວາງ​ຄາດໝາຍ​ປູກ​ຕົ້ນ​ຢາງພາລາ​ໃຫ້​ໄດ້ 3000 ​ເຮັກ​ຕາ ​ແລະ ສູ້​ຊົນ​ຮອດ​ປີ 2020 ວາງ​ແຜນ​ກຳນົດ ​ແລະ ປູກ​ຕົ້ນ​​ຢາງພາລາ​ໃຫ້​ໄດ້​ໃນ​ເນື້ອ​ທີ່ 10.000 ​ເຮັກຕາ. ​ເພື່ອ​ມີ​ທີ​ດິນ​ຮັບ​ໃຊ້​ໃຫ້​ໂຄງການ. ​ແທນ​ທີ​ຈະ​ຖອນ​ຄືນ​ທີ່​ດິນ​ຂອງ​ຊາວ​ກະ​ສີກ​ອນ​ເພື່ອ​ປູກຕົ້ນ​ຢາງພາລາ, ບໍລິສັດ​ຢາງພາລາ​ອຽນ​ບ໋າ​ຍ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ພຽງ​ແຕ່​ຖອນ​ຄືນ​ທີ່​ດິນ​ປອດ​ກະ​ສີ​ກຳ, ທີ່​ດິນ​ບໍ່​ທັນ​ນຳ​ໃຊ້​​ຂອງ​ອົງການ​, ຫົວໜ່ວຍຕ່າງໆ ​ແລະ ​ເຂດຊຸມ​ຊົນ​ເທົ່າ​ນັ້ນ. ດ້ວຍວິທີ​​ເຮັດ​ຄືດັ່ງກ່າວ ​ໄດ້​ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ຮັບປະກັນ​ປູກ​ຕົ້ນ​ຢາງພາລາ​ໃຫ້​ຖືກ​ຕາມ​ແ​ຜນການທີ່​ໄດ້​ວາງ​ອອກ. ທ່ານ ຫວູ​ເລ​ແທ່ງ​ແອ​ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ວັນ​ເຈິ໋ນ, ​ໃຫ້​ຮູ້​ວ່າ:

        “ຄະນະ​ກຳມະການ​ປະຊາຊົນ​ເມືອງ​ວັນ​ເຈິ໋ນ ​ໄດ້​ສ້າງ​ຕັ້ງ​ສະພາ​ບຸກ​ເບີກ​ໜ້າ​ພຽງ, ມອບ​ດິນ​ໃຫ້​ບໍລິສັດ​ເພື່ອປູກ​ຕົ້ນ​ຢາງພາລາ​ໃນ​ບໍ​ລິ​ເວນ​ເມືອງ. ສະພາ​ໄດ້​ມີ​ການ​ປະສານ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ, ​ເທດສະບານ​ຕ່າງໆ​ໃນ​ເຂດ​ຢ່າງ​ແໜ້ນ​ແຟ້ນເພື່ອ​ວາງ​ແຜນ​ປູກ​ຕົ້ນ​ຢາງພາລາ​. ນອກ​ນັ້ນ​ສະພາ​ກໍ່​ສົມທົບ​ກັບ​ບໍລິສັດ​ຢາງພາລາ​ອຽນ​ບ໋າ​ຍ ​ໃນ​ການກວດກາ​ເນື້ອ​ທີ່​ດິນ​ປູກ​ຕົ້ນ​ຢາງພາລາອີກ​ດ້ວຍ. ຍ້ອນ​ເຫດ​ນັ້ນ, ມາ​ຮອດ​ປະຈຸ​ບັນ, ການມອບ​ທີ່​ດິນ​ຕາມ​ຂໍ້​ຕົກລົງ​​ຂອງ​ຄະນະ​ກຳມະການ​ປະຊາຊົນ​ໄດ້​ຮັບ​ການ​ປະຕິບັດ​​ເປັນ​ຢ່າງ​ດີ, ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ປະຊາຊົນ“.

        ດ້ວຍ​ທ່າ​ພັດທະນາ​ຄື​ປະຈຸ​ບັນ, ​ໃນ ສອງ, ສາມ​ປີ​ຈະ​ມາ​ເຖິງ, ຜູ້​ປູກ​ຕົ້ນ​ຢາງພາລາ​ຢູ່​ອຽນ​ບ໋າ​ຍ ສາມາດ​ເກັບ​ກ່ຽວ​ຢາງ​ໄດ້ ​ແລະ ລາຍ​ຮັບ​ຂອງ​ຂ້າພະ​ເຈົ້າ​ຈະ​ສູງ​ກວ່າ​ຫຼາຍ​ເມື່ອ​ທຽບ​ໃສ່​ປະຈຸ​ບັນ. ການ​ປະຕິບັດ​ໂຄງການ​ພັດທະນາຕົ້ນ​ຢາງພາລາ​ໃນ​ບໍລິ​ເວນ​ແຂວງ​ອຽນ​ບ້າຍ ບໍ່​ພຽງ​ແຕ່​ປະກອບສ່ວນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ໃນ​ທ້ອງ​ຖີ່​ນ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ໄຊ​. ຕົ້ນ​ຢາງພາລາ​ພວມ​​ເຮັດ​ໃຫ້​ບັນດາ​ໂນນ​ພູຢູ່​ອຽນ​ບ໋າ​ຍ ​ມີ​ສີຂຽວ​ອຸ່ມ​ທູ່​ມ ​ແລະ ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ທີ່​ນີ້ນັບ​ມື້​ນັບ​ປ່ຽນ​ໃໝ່​ເທື່ອ​ລະ​ກ້າວ​.

ຕອບກັບ

ຂ່າວ/ບົດ​ອື່ນ