ຕາແສງ ດ້າຣ່ອນ ນຳໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດກະສິກຳເພື່ອກໍ່ສ້າງຊົນນະບົດໃໝ່


(vovworld) - ​ໂດຍ​ແມ່ນ​ຕາ​ແສງ​ຢູ່​ເມືອງ​ ເດີນ​ເຢືອງ, ​ແຂວງ ​ເລິ​ມດົ່ງ, ດ້າຣ່ອນ ມີ​ດິນ​ຟ້າ​ອາກາດ​ເໝາະ​ສົມ​ກັບ​ການ​ປູກຕົ້ນ​ໄມ້​ເຂດ​ອຸ່ນ ​ແລະ ​ເຂດ​ຮ້ອນຫຼາຍ​ຊະນິດ ​ກໍ່​ຄື ພັດທະນາ​ການ​ລ້ຽງສັດ. ດ້ວຍ​ທ່າ​ສະດວກ​ນັ້ນ, ດ້າຣ່ອນ ​ໄດ້​ຍູ້​ແຮງ​ການ​ພັດທະນາ​ຮູບ​ແບບ​ຜະລິດ​ກະສິກຳ​ດ້ວຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ, ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຕາແສງ ດ້າຣ່ອນ ນຳໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດກະສິກຳເພື່ອກໍ່ສ້າງຊົນນະບົດໃໝ່ - ảnh 1

ພາບປະກອບ

        ກ່ອນ​ນີ້ 10 ກວ່າ​ປີ, ດ້າຣ່ອນ ແມ່ນ​ຕາ​ແສງ​ຫຍຸ້ງຍາກ​ເປັນ​ພິ​ເສດ​ຂອງ​ແຂວງ ​ເລິ​ມດົ່ງ. ​ແຕ່​ພາຍຫຼັງ​ມານະ​ພະຍາຍາມ​ປະຕິບັດ​ແຜນ​ນະ​ໂຍບາຍ “ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໄວ ​ແລະ ໝັ້ນຄົງ“ ​ໄລຍະ​ໜຶ່ງ, ​​ໂດຍ​ສະ​ເພາະ, ນັບ​ແຕ່​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແຕ່​ປີ 2012, ດ້າຣ່ອນ ພ້ອມ​ກັບ​ບັນດາ​ຕາ​ແສງ, ​ເທດສະບານ​ອື່ນໆ​ໃນ​ເມືອງ ​ໄດ້​ວາງ​ຮູບ​ແບບ​ຜະລິດ​ກະສິກຳ​ຕ່າງໆ​ເທື່ອ​ລະ​ກ້າວ. ພິ​ເສດ​ແມ່ນ​ບັນດາ​ຮູບ​ແບບ​ນຳ​ໃຊ້​ອຸດສາຫະກຳ​ສູງ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ, ຈາກ​ນັ້ນ​ຍົກສູງ​ຊີວິດ​ການ​ເປ​ັນຢູ່ຂອງ​ຊາວ​ກະສິກອນ​ຂຶ້ນ. ​ເພື່ອ​ປະຕິບັດ​ຄາດໝາຍ​ດັ່ງກ່າວ, ດ້າຣ່ອນ ​ໄດ້​ເປັນ​ເຈົ້າ​ການ​ສົມທົບ​ກັບ​ສະມາຄົມ​ຊາວ​ກະສິກອນ​ຂອງ​ແຂວງ ລົງທຶນ​ພັດທະນາ​ບັນດາ​ຮູບ​ແບບ​ປູກ​ຜັກ​ປອດສານພິດ, ປູກ​ຜັກ, ຕົ້ນ​ໄມ້​ກິນ​ໝາກ, ປູກ​ດອກ​ລີ​ລີ, ດອກກຸຫຼາບ, ກໍ່ສ້າງ​ເຮືອນ​ແກ້ວ, ກໍ່ສ້າງ​ລະບົບ​ຫົດ​ນ້ຳ​ປະຢັດ, ຈາກ​ນັ້ນ​ຍົກ​ສູງ​ມູນ​ຄ່າ​ຜະລິດ​ໃນ​​ເນື້ອທີ່​ປູກຝັງ​ແຕ່ລະ​ເຮັກຕາ​ຂຶ້ນ. ພ້ອມ​ກັບ​ການ​ສ້າງ​ບັນດາ​ຮູບ​ແບບ​ປູກ​ສະ​ເພາະ, ທາງ​ຕາ​ແສງ​ຍັງ​ສົ່ງ​ເສີມ​ບັນດາ​ຄອບຄົວ​ຊາວ​ກະສິກອນຍູ້​ແຮງ​ຮູບ​ແບບ​ລ້ຽງ​ງົວ​ນົມ, ຍ້ອນ​ເຫດ​ນັ້ນ​ການ​ຜະລິດ​ກະສິກຳ​ທ້ອງ​ຖີ່​ນ​ໄດ້​ຮັບ​ການ​ຫັນປ່ຽນ​ເທື່ອ​ລະ​ກ້າວ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ. ບັນດາ​ຮູບ​ແບບ​ນີ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ຫຼາຍ​ຄອບຄົວ​ຊາວ​ກະສິກອນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ອຶດ​ຫີ​ວ​ເທົ່າ​ນັ້ນ, ຫາກ​ຍັງບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ, ມີ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈດີ​ກວ່າ​ອີກ​ດ້ວຍ. ປະຈຸ​ບັນ, ທົ່ວ​ຕາ​ແສງ​ມີ​ງົວ​ນົມ​ປະມານ 1.800 ​ໂຕ. ​ແຕ່​ລະ​ວັນ​ສະໜອງ​ນຳ້​ນົມ​ສົດ​ໃຫ້​ບໍລິສັດ​ຕ່າງໆ​ດ້ວຍ​ມູນຄ່າ​ນັບ​ຮ້ອຍ​ລ້ານ​ດົ່ງ, ​ໃນ​ຂະນະ​ທີ່​ບັນດາ​ຄອບຄົວ​ປູກ​ຜັກ​ໃນ​ເຮືອນ​ແກ້ວ​ສາ​ມາດ​ສ້າງ​ລາຍ​ຮັບ​ໄດ້​ແຕ່ 400 – 500 ລ້ານ​ດົ່ງ/ປີ​ນັ້ນ, ການ​ປູກ​ດອກ​ໄມ້​ພັດ​ສ້າງ​ລາຍ​ຮັບ​ໄດ້​ແຕ່ 1-1,5 ຕື້​ດົ່ງ/​ເຮັກຕາ. ທ່ານ ​ເລ​ວັນ​ເກືອ​ງ, ຊາວ​ກະ​ສິກ​ອນປູກ​ດອກ​ໄມ້​ຢູ່​ຕາ​ແສງ ດ້າຣ່ອນ, ​ໃຫ້​ຮູ້​ວ່າ:

        “​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ມີ​ຫຼາຍ​ຄອບຄົວ​ເລີ່​ມພັດທະນາ​ການ​ປູກ​ດອກ​ໄມ້, ​​​ແຕ່ແຫຼ່ງທຶນ​ໃນ​ເບື້ອງ​ຕົ້ນ​ຍັງ​ຈຳກັດ​ຢູ່, ຖ້າລັດເອົາ​ໃຈ​ໃສ່ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ ​ທຶນ, ຈະ​ມີ​ຫຼາຍ​ຄອບຄົວ​ຊາວ​ກະສິກອນ​ສາມາດ​ພັດທະນາ​ການ​ຜະລິດ​ໄດ້ຫຼາຍ​ກວ່າ​ອີກ“.

        ພ້ອມ​ກັບ​ການ​ສ້າງ​ບັນດາ​ຮູບ​ແບບ​ຜະລິດ​ໃໝ່, ຕາ​ແສງ​ຍັງ​ຈັດ​ຕັ້ງ​ຊຸດ​ອົບຮົມ​ດ້ານ​ວິທະຍາສາດ, ​ເຕັກນິກ​ປູກຝັງ ​ແລະ ລ້ຽງສັ​ດໃຫ້ຊາວ​ກະສິກອນ​ໄດ້ 60 ຊຸດ. ​ເລື່ອງຍູ້​ໄວການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ​ເຕັກ​ໂນ​ໂລ​ຢີສູງ​ເຂົ້າ​ໃນ​ກນຜະລິດ​ກະສິກຳ, ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງມູນ​ຄ່າ​ກຳ​ໄລສູງ​ເທົ່າ​ນັ້ນ, ຫາກ​ຍັງ​ເໝາະ​ສົມ​ກັບ​​ແຜນ​ນະ​ໂຍບາຍ​ຂອງ​ລັດ​ອີກ​ດ້ວຍ, ​ເພື່ອ​ແນ​ໃສ່​ຍູ້​ໄວ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ໃນ​ຂະ​ແໜງ​ກະສິກຳ, ຫັນ​ກະສິກຳ​ເປັນ​ທັນ​ສະ​ໄໝ, ກໍ່ສ້າງ​ພື້ນຖານ​ກະສິກຳ​ຂຽວ, ພັດທະນາ​ແບບ​ຍືນ​ຍົງ, ຊຸ​ກຍູ້​ບັນດາ​ວິ​ສາ​ຫະກິດ​ກະສິກຳ​ຍົກ​ສູງ​ຄວາມສາມາດ​ແກ່ງ​ແຍ້​ງ. ທ່ານ ຫງວຽນ​ແທ່ງ​ຮຶງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ​ໃຫ້​ຮູ້​ວ່າ:

        “​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ​ເຕັກ​ໂນ​ໂລ​ຢີສູງ ​ແມ່ນ​ການ​ເລືອກ​ເຟັ້ນ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫຍ່​ໃນ​ການ​ໜູນ​ຊ່ວຍ​ຍຸດ​ທະ​ສາດ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່. ​ເລື່ອງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ​ເຕັກ​ໂນ​ໂລ​ຢີສູງ​ໃນ​ຂະ​ແໜງ​ກະສິກຳ​ແບ່ງປັນ​ບົດຮຽນ, ໜູນ​ຊ່ວຍ​ວຽກ​ງານ​ເກັບ​ກ່ຽວ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຜະລິດ​ຕະພັນ​ກະ​ເສດ, ນຳ​ຜະລິດ​ຕະພັນ​ກະ​ເສດ​ສຳ​ພັດ​ກັບ​ຕະຫຼາດ​ຢ່າງ​ໄວ ​ແລະ ຍົກ​ສູງ​ປະສິດທິຜົນ​ການ​ຜະລິດ​ກະ​ສິກຳ“.

        ພ້ອມ​ກັບ​ການ​ສົ່ງ​ເສີມ​ບັນດາ​ຮູບ​ແບບ​ຜະລິດ​ກະສິກຳ​ແບບ​ໃໝ່, ອຳນາດ​ການ​ປົກຄອງ​ຕາ​ແສງ​ກໍ່​ໄດ້​ສົມທົບ​ກັບ​ປະຊາຊົນ​ບ້ານ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ, ສັງຄົມ ​ໂຄສະນາ, ຂົນຂວາຍ ​ເພື່ອ​ໃຫ້​ປະຊາຊົນ​ມີ​ສະຕິ​ຕື່ນ​ຕົວ, ສະໝັກ​ໃຈ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ດ້ວຍ​ບັນດາ​ວຽກ​ງານ​ລະອຽດ​ຄື: ຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ, ສັດລ້ຽງ​ຕາມ​ກຳນົດ​ທິດ​ຂອງ​ຕາ​ແສງ, ປະກອບ​ກຳລັງ​ເຫື່ອ​ແຮງ, ​ເງິນ​ທຶນ, ບໍລິຈາກ​ທີ່​ດິນ ​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ສະຫວັດດີ​ການຄື: ​ໄຟຟ້າ, ທາງ, ​ໂຮງຮຽນ, ສຸກສາລາ, ຍົກ​ລະດັບ, ສ້ອມ​ແປງ​ເຮືອນ​ຢູ່, ທາງ​ບ້ານ, ຮ່ອມ​ທາງ​ດ້ວຍ​ທຶນ​ປະກອບ ຕາມ​ທິດ​ນຳ “ປະຊາຊົນ​ເຮັດ​ເອງ, ລັດ​ໜູນ​ຊ່ວຍ“. ດ້ວຍ​ວິທີ​​ເຮັດ​ຄື​ດັ່ງກ່າວ, ດ້າຣ່ອນ ​ໄດ້​ກໍ່ສ້າງ​ສຳ​​ເລັດ​ລະບົບ​ໂຮງຮຽນ, ສຸກສາລາ. ພິ​ເສດ,​ລະບົບ​ທາງ​ຄົມມະນາຄົມ​ຊົນນະບົດ​ໄດ້​ຮັບ​ການ​ປູຢາງ​ເຖິງ​ແຕ່​ລະ​ບ້ານ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຈໍລະ​ຈອນ​ສິນຄ້າ ​ແລະ ການ​ໄປມາ​ຂອງ​ປະຊາຊົນ.

        ດ້ວຍ​ທິດ​ທາງ ​ແລະ ວິທີ​ເຮັດ​ຢ່າງ​ຕັ້ງໜ້າ​ນັ້ນ. ມາ​ຮອດ​ປະຈຸ​ບັນ, , ຕາ​ແສງ ດ້າຣ່ອນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕາ​ແສງ​ທີ່​ດີ​ເດັ່ນ​ຢູ່​ເມື​ອງ ​ເດີນ​ເຢືອງ ​ແລະ ​ແຂວງ ​ເລິ​ມດົ່ງ ​ໄດ້​ສຳ​ເລັດ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ໂດຍ​ໄວ. ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ຊີວິດ​ຂອງ​ປະຊາຊົນ​ໃນ​ຕາ​ແສງ​ໄດ້​ມີ​ການ​ປ່ຽນ​ແປງ​ພໍ​ສົມຄວນ. ຖ້າ​ຫາກ​ວ່າ​ປີ 2000 ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຢູ່ ດ້າຮ່ອນ​ແມ່ນ 50% ຮອດ​ປີ 2015, ອັດຕາ​ສ່ວນ​ຜູ້​ທຸ​ກຍາກ​ຍັງ​ເຫຼືອ​ພຽງ 5% ​ເທົ່າ​ນັ້ນ. ຜົນງານ​ແຫ່ງ​ການ​ພັດທະນາ​ກະສິກຳ​ຢູ່ ດ້າຣ່ອນ ​ແມ່ນ​ຮູບ​ແບບ ​ເພື່ອ​ໃຫ້​ຫຼາຍ​ທ້ອງ​ຖີ່​ນອື່ນໆ​ປະຕິບັດ​ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ