ຕາແສງ ຫງູຮຸ່ງ, ເມືອງແທງມ້ຽນ, ແຂວງຫາຍເຢືອງ ກໍ່ສ້າງຊົນນະບົດໃໝ່


(vovworld) - ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ທີ່ພວມ​​ຜັນ​ຂະ​ຫ​ຍາຍ​ຢ່າງກວ້າງ​ຂວາງ​ຢູ່​ຫວຽດ​ນາມ ໄດ້ ແລະ ພວມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍູ້​ແຮງວິ​ວັດ​ແຫ່ງ​ການ​ຫັນ​ເຂດ​ຊົນ​ນະ​ບົດເປັນ​ເຂດອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ. ດ້ວຍ​ທິດ​ທາງ ແລະ ວິ​ທີ​ການ​ປະ​ຕິ​ບັດ​ທີ່​ເໝາະ​ສົມ, ຕາ​ແສງ ຫງູ​ຮຸ່ງ, ເມືອງ​ແທງ​ມ້ຽນ, ແຂວງ​ຫາຍ​ເຢືອງ ໄດ້​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ, ກາຍ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.

ຕາແສງ ຫງູຮຸ່ງ, ເມືອງແທງມ້ຽນ, ແຂວງຫາຍເຢືອງ ກໍ່ສ້າງຊົນນະບົດໃໝ່ - ảnh 1

ຫງູຮຸ່ງ ໃນປະຈຸບັນ

(ພາບ: ອິນເຕີແນດ)

        ຫງູ​ຮຸ່ງ ແມ່ນ​ຕາ​ແສງ​ທີ່​ເຮັດ​ວຽກ​ງານ​ກະ​ສີ​ກຳ​ເປັນ​ຕົ້ນ. ຫງູ​ຮຸ່ງ​ຕັ້ງ​ຢູ່​ທິດ​ໃຕ້​ເມືອງ​ແທງ​ມ້ຽນ, ຫ່າງ​ຈາກ​ຮ່າ​ໂນ້ຍ​ ເກືອບ 80 ກມ, ກ່ອນນີ້ ຫງູ​ຮຸ່ງ​ແມ່ນ​ຕາ​ແສງ​​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ. ແຕ່ໃນ 2 ກວ່າ​ປີ​ຜ່ານ​ມາ, ໂດຍ​ປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ຫງູ​ຮຸ່ງ ໄດ້​ສ້າງ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ພື້ນ​ຖານ​ໂຄງ​ລ່າງ​ຊົນ​ນະ​ບົດ. ເມື່ອ​ມາ​ຢ້ຽມ​ຢາມ​ຕາ​ແສງ​ຫງູ​ຮຸ່ງ, ຄວາມ​ຮູ້​ສຶກ​ທຳ​ອິດ​ນັ້ນ​ແມ່ນ​ບັນ​ດາ​ເສັ້ນ​ທາງ​ຊົນ​ນະ​ບົດ​ໄດ້​ຮັບ​ການ​ກໍ່​ສ້າງ​ຕາມ​ແຜນ​ກຳ​ນົດ​ຢ່າງ​ສວຍ​ງາມ. ບັນ​ດາ​ເສັ້ນ​ທາງ​ລະ​ຫວ່າງ​ບ້ານ, ຕາ​ແສງ​ຖືກ​ກໍ່​ສ້າງ​ດ້ວຍ​ເບ​ຕົງ​ທັງ​ກວ້າງ​ຂວາງ ແລະ ສະ​ອາດ. ບັນ​ດາ​ກິດ​ຈະ​ກຳ​ສະ​ຫວັດ​ດີ​ການ​ຄື: ໂຮງ​ຮຽນ, ສຸກ​ສາ​ລາ, ຫໍ​ວັດ​ທະ​ນະ​ທຳ, ຫໍ​ສະ​ໝຸດ ຖືກ​ກໍ່​ສ້າງ​ແຄມ​ໜອງ​ນ້ຳ​ທີ່​ຂຽວ​ສະ​ອາດ ເຮັດ​ໃຫ້​ເຂົດ​ບ້ານ​ນານີ້​ຍິ່ງມີ​ຄວາອຸ​ດົມ​ສົມ​ບຸນ ແລະ ມັ່ງ​ຄັ້ງກວ່າ​ອີກ. ​ເພື່ອ​ໄດ້ຮັບ​ຜົນງານ​ຄື​ດັ່ງ​ກ່າວ​, ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ຕາ​ແສງ​ຫງູ​ຮຸ່ງ​ໄດ້​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ສາ​ມັກ​ຄີ​ກັນ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ມາ​ຮອດ​ປະ​ຈຸ​ບັນ, ຫງູ​ຮຸ່ງ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕາ​ແສງ​ດີ​ເດັ່ນ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ເມືອງ​ແທງ​ມ້ຽນ​ ເວົ້າ​ສະ​ເພາະ ແລະ ແຂວງ​ຫາຍ​ເຢືອງ ເວົ້າ​ລວມ. ທ່ານ ຫງວຽນ​ຊວນ​ຮ່​ວາງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ​ຫງູ​ຮຸ່ງ, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ກຳ​ນົດ​ຈຸດ​ໝາຍ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແມ່ນພັດ​ທະ​ນາ​ເສດ​ຖະ​ກິດ​ທ້ອງ​ຖີ່ນເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ. ຈາກ​ແນວ​ຄິດ​ຄື​ດັ່ງ​ກ່າວ, ໃນ 2 ປີ​ຜ່ານ​ມາ ດ້ວຍ​ການ​ຊີ້​ນຳ​ນຳ​ພາ​ຢ່າງ​​ໃກ້ຊິດ​ຈາກ​ອຳ​ນາດ​ການ​ປົກ​ຄອງ​, ທ້ອງ​ຖີ່ນໄດ້​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ, ບັນ​ດາ​ຮູບ​ແບບ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະ​ຊາ​ຊົນ. ມາ​ຮອດ​ປະ​ຈຸ​ບັນ, ຕາ​ແສງ​ບັນ​ລຸ​ໄດ້ 10/19 ມາດ​ຖານ”.

ຕາແສງ ຫງູຮຸ່ງ, ເມືອງແທງມ້ຽນ, ແຂວງຫາຍເຢືອງ ກໍ່ສ້າງຊົນນະບົດໃໝ່ - ảnh 2
ເສັ້ນທາງລະຫວ່າງບ້ານຢູ່ຫງູຮຸ່ງ
(ພາບ: ອິນເຕີແນດ)

        ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ທາງ​ທ້ອງ​ຖີ່ນ​ໄດ້​ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ, ເພື່ອ​ລົງ​ທຶນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ໃນ​ນັ້ນ​ບຸ​ລິ​ມາ​ສິດ​ແກ່​ການ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ. ດ້ວຍ​ການ​ຊ່ວຍ​ເຫຼືອ​ຊີ​ມັງ​ຈາກ​ລັດ ແລະ ການ​ປະ​ກອບ​ແຮງ​ງານ​ຂອງ​ປະ​ຊາ​ຊົນ, ໃນ​ໄລ​ຍະ​ເວ​ລາ​ບໍ່​ທັນ​ຮອດ 1 ປີ, ຫງ​ຮຸ່ງ​ ໄດ້​ສ້າງ​ສຳ​ເລັດ​ບັນ​ດາ​ເສັ້ນທາງ​ຄົມ​ມະ​ນາ​ຄົມ​ລະ​ຫວ່າງ​ບ້ານ, ຕາ​ແສງ. ປີ 2012, ຫງູ​ຮຸ່ງ ໄດ້​ລະ​ດົມ 85 ຄອບ​ຄົວ​ຊາວ​ກະ​ສີ​ກອນ​ອຸ​ທິດທີ່​ດິນກວ່າ 575 ຕາ​ລາງ​ແມັດ, ສະ​ໜັບ​ສະ​ໜູນ​ແຮງ​ງານກວ່າ 1.400 ວັນ ແລະ ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມໄດ້ 3,3 ກມ ຕາມ​ມາດ​ຖານ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ປ້າ ຫງວຽນ​ທິງວຽດ, ຊາວ​ບ້ານ​ຫງູ​ຮຸ່ງ ໃຫ້​ຮູ້​ວ່າ:

        “ລັດ​ຜັນ​ຂະ​ຫ​ຍາຍການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຄອບ​ຄົວ​ຂ້າ​ພະ​ເຈົ້າ ແລະ ຫຼາຍ​ຄອບ​ຄົວ​ອື່ນໆ​ກໍ່​ປະ​ຕິ​ບັດ​ຕາມ​ແຜນ​ນະ​ໂຍ​ບາຍນີ້. ຄອບ​ຄົວ​ຂ້າ​ພະ​ເຈົ້າ​ກໍ່​ຄື​ປະ​ຊົນ​ຊົນ​ຢູ່​ທີ່ນີ້​ບໍ່​ພຽງ​ແຕ່​ປະ​ກອບ​ແຮງ​ງານ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ຊັບ​ສິນຫຼາຍ​ຢ່າງ​ອີກ. ຄອບ​ຄົວ​ຂ້າ​ພະ​ເຈົ້າ​ໄດ້​ປະ​ກອບ​ທີ່​ດິນ​ເກືອບ 60 ຕາ​ລາງ​ແມັດ​ໃຫ້​ຕາ​ແສງເພື່ອ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ລະ​ຫວ່າງ​ບ້ານ, ຕາ​ແສງ​ໃຫ້​ກວ້າງ​ຂວາງ ແລະ ສະ​ອາ​ດ, ສວຍ​ງາມກວ່າ .

ຕາແສງ ຫງູຮຸ່ງ, ເມືອງແທງມ້ຽນ, ແຂວງຫາຍເຢືອງ ກໍ່ສ້າງຊົນນະບົດໃໝ່ - ảnh 3

ທ້ອນໂຮມທີ່ດິນເຂົ້າເປັນທົ່ງນາໃຫຍ່ເພື່ອຜະດ້ວຍກົນຈັກ
(ພາບ: ອິນເຕີແນດ)

        ພ້ອມ​ກັບ​ຂະ​ບວນ​ການ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດແລ້ວ, ຫງູ​ຮຸ່ງ ຍັງ​ຂະ​ຫ​ຍາຍ​ບັນ​ດາ​ຂະ​ແ​ໜງ​ອາ​ຊີບ​ອື່ນ​ອີກ. ມາ​ຮອດ​ປະ​ຈຸ​ບັນ, ທົ່ວ​ຕາ​ແສງ​ມີ​ບໍ​ລິ​ສັດ 1 ແຫ່ງ, ວິ​ສາ​ຫະ​ກິດ 2 ແຫ່ງ, ສະ​ຫະ​ກອນ​ບໍ​ລິ​ການ​ກະ​ສີ​ກຳ 1 ແຫ່ງ, ພິ​ເສດ​ແມ່ນ​ມີຟາມກວ່າ 100 ແຫ່ງ ທີ່​ໄດ້​ຫັນ​ປ່ຽນ​ຜົນ​ລະ​ປູກ ແລະ ສັດ​ລ້ຽງ, ອັນ​ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ລ​ະ​ດັບ​ຄອງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ. ທ່ານ ຫງວຽນ​ກົງ​ຕຸກ ໄດ້​ເວົ້າ​ດ້ວຍ​ຄວາມ​ພາກ​ພູມ​ໃຈ​ວ່າ:

        “ໃນ​ເມື່ອ​ກ່ອນ​ການປູກ​ເຂົ້າ​ຢູ່​ທີ່ນີ້​ບໍ່​​ໄດ້​ຮັບຜົນດີ, ຍ້ອນ​ເຄີຍ​ຖືກ​ນ້ຳ​ຖ້ວມ. ພາຍຫຼັງ​ໄດ້​ຮັບ​ການ​ແນະ​ນຳ​ຈາກ​ອຳ​ນາດ​ການ​ປົກ​ຄອງ, ຂ້າ​ພະ​ເຈົ້າ​ໄດ້​ຫັນ​ປ່ຽນ​ຜົນ​ລະ​ປູກ ແລະ ສັດ​ລ້ຽງ, ແຕ່​ລະ​ປີ​ສ້າງ​ລາຍ​ຮັບ​ນັບ​ສິບ​ລ້ານ​ດົ່ງ​ໃຫ້​ແກ່​ຄອບຄົວ. ຂ້າ​ພະ​ເຈົ້າ​ພໍ​ໃຈ​ຕໍ່​ຮູບ​ແບບ​ການ​ຜະ​ລິດນີ”.

        ປະ​ຈຸ​ບັນ, ບັນ​ດາ​ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຕາ​ແສງ​ຫງູ​ຮຸ່ງ ​ຄື: ກໍ່​ສ້າງ​ລະ​ບົບ​ຊົນ​ລະ​ປະ​ທານ, ພື້ນ​ຖານ​ໂຄງ​ລ່າງວັດ​ທະ​ນະ​ທຳ, ການ​ພັດ​ທະ​ນາ​ຂະ​ແໜງ​ອາ​ຊີບ ​ທີ່ສ້າງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີ​ກອນ… ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ. ດ້ວຍ​ບັນ​ດາ​ຜົນ​ງານ​ໃນ​ເບື້ອງ​ຕົ້ນ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ຫງູ​ຮຸ່ງ ພວມ​ວາງ​ຄາດ​ໝາຍ​ສູ້​ຊົນ​ເຖິງ​ປີ 2015 ຈະ​ສ້າງ​ສຳ​ເລັດ 19/19 ມາດ​ຖານ​ໂດຍ​ພື້ນ​ຖານ, ສ້າງ​ປະ​ຖົມ​ປັດ​ໃຈ​ເພື່ອ​ໃຫ້​​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ທ້ອງ​ຖີ່ນ​ສຳ​ເລັດ​ຜົນ.

         

ຕອບກັບ

ຂ່າວ/ບົດ​ອື່ນ