ຕາແສງຈ່ຽງຊົມ ກໍ່ສ້າງຊົນນະບົດໃໝ່

(vovworld) - ​ນະ​ຄອນ ເຊີນ​ລາ, ແຂວງ​ເຊີນ​ລາ, ໄດ້​ເລືອກ​ເຟັ້ນຕາ​ແສງ​ ຈ່ຽງ​ຊົມ ເປັນ​ແຫ່ງ​ຜັນ​ຂະ​ຫ​ຍາຍ​ທົດ​ລອງ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ດ້ວຍ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ແຜນ​ການ ແລະ ຜັນ​ຂະ​ຫ​ຍາຍ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ມາ​ຮອດ​ປະ​ຈຸ​ບັນ, ໂສມ​ໜ້າ​ຂອງ​ຕາ​ແສງ​ໄດ້​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ. ບົດ​ຂຽນ “ຕາ​ແສງ​ຈ່ຽງ​ຊົມ ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່” ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້ແນະ​ນຳ​ການ​ປ່ຽນ​ໃໝ່​ຢູ່​ຕາ​ແສງ​ນີ້, ເຊີນ​ທ່ານ​ຮັບ​ຟັງ.

ຕາແສງຈ່ຽງຊົມ ກໍ່ສ້າງຊົນນະບົດໃໝ່ - ảnh 1

ພາບ: ອິນເຕີແນດ

        ຕາ​ແສງ​ຈ່ຽງ​ຊົມ, ຕັ້ງ​ຢູ່​ແຄມ​ນະ​ຄອນ​ເຊີນ​ລາ (ຫ່າງ​ຈາກ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ປະ​ມານ 300 ກມ), ມີ 1.300 ກວ່າ​ຄອບ​ຄົວ, ແລະ​ ພົນ​ລະ​ເມືອງ​ປະ​ມານ 5,300 ຄົນ. ນີ້​ແມ່ນ​ແຫ່ງ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ໄທ​ເປັນ​ຕົ້ນ​ຕໍ. ປີ 2010, ນະ​ຄອນເຊີນ​ລາ ໄດ້​ເລືອກເຟັ້ນ​ຕາ​ແສງ​ຈ່ຽງ​ຊົມ ເປັນ​ແຫ່ງ​ປະ​ຕິ​ບັດ​ທົດ​ລອງ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ພາຍຫຼັງ​ແຜນ​ການ​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ, ທາງ​ຕາ​ແສງ​ໄດ້​ສ້າງ​ຕັ້ງ​ຄະ​ນະ​ຊີ້​ນຳ​ວຽກ​ງານ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ດຳ​ເນີນ​ການ​ຕີ​ລາ​ຄາ​ສະ​ພາບ​ຕົວ​ຈິງ​ຢູ່​ໃນ​ເຂດ; ພ້ອມ​ທັງ​ວາງ​ແຜນ​ກຳ​ນົດ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ຂັ້ນ​ເທິງ​ອະ​ນຸ​ມັດ​ຜ່ານ. ນັບ​ແຕ່​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ໂສມ​ໜ້າ​ຂອງ​ຕາ​ແສງ​ໄດ້​ມີ​ການ​ປ່ຽ​ນ​ແປງພໍ​ສົມ​ຄວນ. ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ໄດ້​ຮັບ​ການ​ເປີດກວ້າງ, ຍົກ​ລະ​ດັບ​ເພື່ອ​ໄປ​ມາ​ຢ່າງ​ສະ​ດວກ​ສະ​ບາຍ. ມີຫຼາຍ​ຄອບ​ຄົວ​ພວມ​ປ່ຽນ​ໃໝ່​ວິ​ທີ​ການ​ຜະ​ລິດ​ເທື່ອ​ລະ​ກ້າວ, ນຳ​ເອົາ​ຕົ້ນ​ໄມ້ ແລະ ສັດ​ທີ່​ມີ​ມູນ​ຄ່າ​ເສດ​ຖະ​ກິດ​ສູງ​ເຂົ້າ​ໃນ​ການ​ຜະ​ລິດ​ຕາມ​ທິດ​ຜະ​ລິດ​ເປັນ​ສິນ​ຄ້າ. ມີ​ຮູບ​ແບບ​ຈຳ​ນວນ​ໜຶ່ງໄດ້​ຊ່ວຍ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສີ​ກອນ, ນຳ​ມາ​ເຊິ່ງ​ແຫຼ່ງ​ລາຍ​ຮັບສູງ​ພໍ​ສົມ​ຄວນ​ຄື: ປູກດອກ​ໄມ້, ລ້ຽງ​ປາ, ລ້ຽງ​ໝູ​ດ້ວຍ​ຂອບ​ຂະ​ໜາດ​ໃຫ​ຍ່... ທາງ​ຕາ​ແສງວາງ​ຄາດ​ໝາຍສູ້​ຊົນຫຼຸດ​ຜ່ອນ​ອັດ​ຕາ​ສ່ວນ​ຜູ້​​ເຮັດ​ວຽກ​ງານ​ກະ​ສີ​ກຳ​ໃຫ້ລົງ​ເຫຼືອ​ພຽງ 77%. ທ່ານ ຫຼໍ່​ວັນ​ລວນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ​ຈ່ຽງ​ຊົມ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຂອງ​ຕາ​ແສງ, ໃຫ້​ຮູ້​ວ່າ:

        “ຕ້ອງ​ເປັນ​ເຈົ້າ​ການ​ຜັນ​ຂະ​ຫ​ຍາຍ​ແຜນ​ການ. ​ດັ່ງ​ນັ້ນ​ຄະ​ນະ​ຊີ້​ນຳ​​ຕາ​ແສງ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່ຂໍ້​ຕົກ​ລົງ​ນີ້ໂດຍໄວ, ເພາະ​ວ່າ​ທຸກ​ຄົນ​ຕ່າງ​ກໍ່​ກຳ​ນົດ​ໄດ້ວ່າ ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ປ່ຽນ​ໃໝ່ຊີ​ວິດ​ການ​ເປັນ​ຢູ່”.

ຕາແສງຈ່ຽງຊົມ ກໍ່ສ້າງຊົນນະບົດໃໝ່ - ảnh 2

ພາບ: ອິນເຕີແນດ

        ມາ​ຮອດ​ປະ​ຈຸ​ບັນ, ຕາ​ແສງ​ຈ່ຽງ​ຊົື່​ບັນ​ລຸ​ໄດ້ 4/19 ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ນັ້ນ​ແມ່ນ: ຫຼຸດ​ຜ່ອນ​ອັດ​ຕາ​ສ່ວນ​ຄອບ​ຄົວ​ທີ່​ທຸກ​ຍາກ, ສ້າງ​ຮູບ​ການ​ຈັດ​ຕັ້ງ​ການ​ຜະ​ລິດ; ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ຄວາມ​ສະ​ຫງົບ​ປອດ​ໄພ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ. ມີ​ບາງ​ມາດ​ຖານ​ບັນ​ລຸ​ໄດ້​ກວ່າ 50% ຕາມ​ແຜນ​ການ​ແລ້ວ​ຄື: ຊົນ​ລະ​ປະ​ທານ, ໄຟ​ຟ້າ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ໄປ​ສະ​ນີ, ລະ​ບົບ​ຈັດ​ຕັ້ງ​ການ​ເມືອງ, ສັງ​ຄົມ. ໃນ​ບັນ​ດາມາດ​ຖານ​ທີ່​ຍັງ​ເຫຼືອ, ເພື່ອ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ, ທາງ​ຕາ​ແສງ​ໄດ້​ຕົກ​ລົງ​ເລືອກ​ເອົາ​ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ທີ່ເຊື່ອມ​ຕໍ່​​ລະ​ຫວ່າງບ້ານ, ຕາ​ແສງ​ ເພື່ອ​ປະ​ຕິ​ບັດ​ກ່ອນ. ພິ​ເສດ​ແມ່ນ​ຍູ້​ແຮງ​ການ​ໂຄ​ສະ​ນາ​ເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ໂຄງ​ການ, ຈາກ​ນັ້ນ​ເຂົາ​ເຈົ້າ​ຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ. ທ່ານ ຕ່ອງວັນ​ຝ໋ອງ, ຫົວ​ໜ້າ​ບ້ານ​ຫຸມ, ຕາ​ແສງຈ່ຽງ​ຊົມ, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ການ​ປະ​ຊຸມ​ໃນ​ໝູ່​ບ້ານຫຼາຍ​ຄັ້ງ ເພື່ອ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃຫ້​ດີ. ໃນ​ການ​ປະ​ຊຸມ​ແຕ່​ລະ​ຄັ້ງ, ພວກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ລະ​ດົມ​ຄະ​ນະ​ພັກ​, ອຳ​ນາດ​ການ​ປົກ​ຄອງທຸກ​ຂັ້ນ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ກໍ່​ຄື​ປະ​ຊາ​ຊົນ​ໃນ​ບ້ານເຂົ້າ​ຮ່ວມ. ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ​ວ່າ, ທຸກ​ຄອບ​ຄົວ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ເສັ້ນ​ທາງ​ໃຫ້​ກວ້າງ​ຂວາງ, ສວຍ​ງາມ​​ກວ່າ, ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້ແກ່​ການ​ໄປ​ມາ​ຂອງປະ​ຊາ​ຊົນ​​”.

ຕາແສງຈ່ຽງຊົມ ກໍ່ສ້າງຊົນນະບົດໃໝ່ - ảnh 3

ພາບ: ອິນເຕີແນດ

ປະ​ຈຸ​ບັນ, ທົ່ວ​ຕາ​ແສງຈ່ຽງ​ຊົມ ສາ​ມາດ​ຍົກ​ລະ​ດັບທາງ​ໃນ​ຮ່ອມ​ບ້ານ​ໄດ້ 7 ກມ, ທາງ​ຕົ້ນ​ຕໍ່​ໃນ​ບ້ານ​ໄດ້​ເກືອບ 3 ກມ. ຊາວ​ບ້ານ​ດີ​ໃຈ​ທີ່​ສຸດ​ເພາະ​ວ່າ​ ນັບ​ແຕ່ນີ້​ໄດ້​ມີ​ທາງ​ໄປ​ມາ​ຢ່າງ​ສະ​ດວກ​ສະ​ບາຍ. ຜ່ານ​ການ​ໂຄ​ສະ​ນາ, ຂົນ​ຂວາຍ, ຊາວ​ບ້ານຈ່ຽງ​ຊົມ ​ລ້ວນ​ແຕ່​ຮັບ​ຮູ້​ໄດ້​ວ່າ, ຕ້ອງ​ກຳໄດ້​ກາ​ລະ​ໂອ​ກາດ, ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ດັ່ງ​ນັ້ນຫຼາຍ​ຄອບ​ຄົວ​ໄດ້​ເປັນ​ເຈົ້າ​ການ​ຍົກ​ລະ​ດັບ​ເຮືອນ​ຢູ່​ຂອງ​ຕົນ, ຂູດ​ຄອງ​ເໝືອງ, ມອບ​ດິນ​ເຮັດ​ທາງ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ແນ​ໃສ່​ຮັບ​ປະ​ກັນ​ບັນ​ດາ​ຄາດ​ໝາຍ​ໃນ​ໂຄງ​ການ. ຕົວ​ຢ່າງ​ຄື​ໝູ່​ບ້ານ​ສັງ ມີ 15 ຄອບ​ຄົວ​ມອບ​ດິນ, ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ແມ່ນ 165 ຕາ​ລາງ​ແມດ; ໝູ່​ບ້ານ​ຫຸມ ມີ 35 ຄອບ​ຄົວ​ມອບ​ດິນ, ດ້ວຍ​ເນື້ອ​ທີ່​ທັງ​ໝົດ 1.200 ຕາ​ລາງ​ແມດ. ປ້າ ຫຼໍ່​ທິ​ຮ່​ວານ, ຊາວ​ບ້ານ ສັງ, ໃຫ້​ຮູ້​ວ່າ:

        “ໂດຍໄດ້​ຮັບ​ການ​ໂຄ​ສະ​ນາ ແລະ ຂົນ​ຂວາຍ, ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ໄດ້​ວ່າ ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແມ່ນ​ວຽກ​ງານ​ທີ່​ດີ​ໃຫ້​ແກ່​ຊີ​ວິດ​ຂອງ​ປະ​ຊາ​ຊົນ. ດັ່ງ​ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ. ສະ​ເພາະ​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ໄດ້​ຕັດ​ຕົ້ນ​ໝາກ​ລຳ​ໃຍ 12 ຕົ້ນ ແລະ ໄມ້​ໄຜ່ 18 ພຸ່ມ ເພື່ອມອບ​ດິນ​ໃຫ້​ແກ່​ການ​ກໍ່​ສ້າງ​ທາງ. ປະ​ຈຸ​ບັນ, ເຫັນ​ວ່າ​ໃນ​ໝູ່​ບ້ານ​ມີ​ເສັ້ນ​ທາງ​ໄປ​ມາ​ຢ່າງກວ້າງ​ຂວາງ, ສວຍ​ງາມ, ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ”.

        ຜົນ​ງານ​ໃນ​ເບື້ອງ​ຕົ້ນ​ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຕາ​ແສງ ຈ່ຽງ​ຊົມ ແມ່ນ​ໜ້າ​ຈົດ​ຈຳ. ພໍ່​ແມ່​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ເສ​ີມ​ຂະ​ຫ​ຍາຍ​ແຫຼ່ງ​ກຳ​ລັງ​ພາຍ​ໃນ ເພື່ອ​ຜັນ​ຂະ​ຫ​ຍາຍ​ການ​ກໍ່​ສ້າງ​ຂະ​ບວນ​ການນີ້. ແຕ່​ເພື່ອ​ບັນ​ລຸ​ໄດ້ 19 ມາດ​ຖານ​ກ່ຽວ​ກັບ​ຊົນ​ນະ​ບົດ​ໃໝ່, ຕ້ອງ​ຜ່ານ​ໄລ​ຍະ​ທາງ​ອັນ​ຍາວ​ນານ​ໃນ​ຕໍ່​ໜ້າ... ແຕ່​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ບັນ​ລຸ​ໄດ້​ໃນ​ປະ​ຈຸ​ບັນ ຈະ​ແມ່ນ​ພື້ນ​ຖານ ແລະ ກຳ​ລັງ​ໜູນ ເພື່ອ​ໃຫ້​ຕາ​ແສງຈ່ຽງ​ຊົມ​ ປະ​ຕິ​ບັດ​ສຳ​ເລັດ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຕາມ​ແຜນ​ການ​ທີ່​ໄດ້​ວາງ​ອອກ.                                                                                              

ຕອບກັບ

ຂ່າວ/ບົດ​ອື່ນ