ຕາແສງຈ່ຽງຊົມ, ນະຄອນເຊີນລາ, ສູ້ຊົນປະຕິບັດສຳເລັດ ຄາດໝາຍກໍ່ສ້າງຊົນນະບົດໃໝ່


(vovworld) - ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄລຍະ 2011 – 2015, ນະຄອນ​ເຊີນ​ລາ, ​ແຂວງ​ເຊີນ​ລາ ​ໄດ້​ເລືອກຕາ​ແສງ​ຈ່ຽງຊົມ ​ເປັນ​ບ່ອນ​ກໍ່ສ້າງ​ຊົນນະບົດ​ໃໝ່. ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ, ຕາ​ແສງ​ພວມ​ສູ້​ຊົນ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ປີ​ນີ້.

ຕາແສງຈ່ຽງຊົມ, ນະຄອນເຊີນລາ, ສູ້ຊົນປະຕິບັດສຳເລັດ ຄາດໝາຍກໍ່ສ້າງຊົນນະບົດໃໝ່ - ảnh 1

ຊາວບ້ານຈ່ຽງຊົມ, ແຂວງເຊີນລາ

        ນັບ​ແຕ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເປັນ​ແຫ່ງ​ກໍ່ສ້າງ​ຊົນນະບົດ​ໃໝ່, ອຳນາດ​ການ​ປົກຄອງ​ຕາ​ແສງ ​ຕະຫຼອດ​ຮອດໝູ່​ບ້ານຕ່າງໆ​, ​ແລະ ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ໄດ້​ຜັນ​ຂະຫຍາຍ​ການ​ໂຄສະນາ​ເຜີຍ​ແຜ່​ເຖິງ​ແຕ່​ລະ​ຄອບຄົວ​ປະຊາຊົນ ​ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ, ກໍ່​ຄື​ຄວາມ​ຮັບຜິດຊອບ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທາງ​ຕາ​ແສງ​ກໍ່​ປະກາດ​ໃຊ້​ມະຕິ​ຊີ້​ນຳ​ນຳພາ, ວາງ​ແຜນການ​ໃນ​ແຕ່ລະ​ປີ, ກຳນົດ​ເນື້ອ​ໃນ​​ ​ປະຕິບັດ​ກ່ອນ; ຊີ້ນຳ​ການປະຕິບັດ​ບັນດາ​ຄາດໝາຍ, ມາດຖານ​ໃຫ້​ສຳ​ເລັດ​ໃນ​ແຕ່ລະ​ປີ, ພ້ອມ​ທັງ​ແບ່ງ​ໜ້າ​ທີ່​ລະອຽດ​ໃຫ້​ຜູ້​ຮັບຜິດຊອບ​ແຕ່ລະຄົນ​ໃນ​ທ້ອງ​ຖີ່​ນ.

ຈຸດ​ພົ້ນ​ເດັ່ນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ຕາ​ແສງ​ແມ່ນ​ຂະ​ບວນການ​ກໍ່ສ້າງ​ທາງ​ຄົມມະນາຄົມ​ລະຫວ່າງ​ບ້ານ, ດ້ວຍ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ປະຊາຊົນ. ຢູ່​ບ້ານ​ຫຸ້ມ, ພະນັກງານ​ບ້ານ​ໄດ້​ໂຄສະນາ, ຂົນ​ຂວາ​ຍປະຊາຊົນ​ປະກອບ​ທີ່​ດິນ​ເກືອບ 1.600 ຕາ​ແມັດ, ລະດົມ​ແຮງ​ງານ​​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ. ທາງ​ເຂົ້າ​ບ້ານ​ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ​ຕາມ​ທິດ​ນຳລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ, ອັນ​ໄດ້​ສ້າງ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ໃນ​ການ​ໄປມາ, ຈຳ​ໜ່ວຍ​ຜະລິດ​ຕະພັນ​ກະ​ເສດ. ປະຈຸ​ບັນ, ​ແຂວງ​ເຊີນ​ລາ ​ໄດ້​ເລືອກບ້ານ​ຫຸ້ມ​ເປັນ​ບ້ານ​ທ່ອງ​ທ່ຽວ​ປະຊາ​ຄົມ, ອັນ​ໄດ້​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ຫຼາຍ​ຄົນ, ລາຍ​ຮັບ​ສະ​ເລ່ຍຂອງ​ແຕ່​ລະ​ຄອບຄົວ​ໃນ​ບ້ານ​ບັນລຸ 1.800.000ດົ່ງ/​ເດືອນ, ​ບ້ານ​ຫຸ້ມ​ກໍ່​ບໍ່​ມີ​ຄອບຄົວ​ທຸກ​ຍາກ. ທ່ານ ກວ່າ​ງວັນ​ຟ໋ອງ, ​ນາຍ​ບ້ານ​ຫຸ້ມ, ນະຄອນ​ເຊີນ​ລາ, ​ແຂວງ​ເຊີນ​ລາ, ​ໃຫ້​ຮູ້​ວ່າ:

ປະຈຸ​ບັນ, ບ້ານ​ຫຸ້ມ​ມີ​ທາງ​ໄປມາ​ຢ່າງ​ສະດວກ​ສະບາຍ. ບ້າ​ນພວມ​ສູ້​ຊົນ​ພັດທະນາ​ເສດຖະກິດ​ຄອບຄົວ​ຄື​ລ້ຽງ​ງົວ, ໝູ, ​ໄກ່, ປູກ​ສາລີ, ຂຸດ​ໜອງ​ລ້ຽງ​ປາ. ປະຈຸ​ບັນຊີ​ວິດ​ຂອງ​ປະຊາຊົນ​ໃນ​ບ້ານ​ໄດ້ດີ​ພໍ​ສົມຄວນ. ​ເມື່ອ​ຂົນຂວາຍ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ບ້ານ, ປະຊາຊົນ​ລ້ວນ​ແຕ່​ສະໜັບສະໜູນ​ໃນ​ທັນທີ“.

ຕາແສງຈ່ຽງຊົມ, ນະຄອນເຊີນລາ, ສູ້ຊົນປະຕິບັດສຳເລັດ ຄາດໝາຍກໍ່ສ້າງຊົນນະບົດໃໝ່ - ảnh 2

ຊາວບ້ານຈ່ຽງຊົມປະກອບທີ່ດິນ ແລະ ແຮງງານເຂົ້າໃນການກໍ່ສ້າງທາງ

ຕາ​ແສງ​ຈ່ຽງຊົມ ມີ​ເນື້ອ​ທີ່ທຳ​ມະ​ຊາດ​ແມ່ນ 6.200 ​ເຮັກຕາ, ​ໃນ​ນັ້ນ​ເນື້ອ​ທີ່​ດິນ​ຜະລິດ​ກະ​ສີ​ກຳ​ກວມ 15%. ດັ່ງ​ນັ້ນ​ໃນ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ທາງ​ຕາ​ແສງ​ກຳນົດ​ເສີມ​ຂະຫຍາຍ​ຂົງ​ເຂດ​ບໍລິການ​ການ​ຄ້າ ​ແລະ ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ກະ​ສີ​ກຳ​ຕາມ​ທິດ​ຜະລິດ​ເປັນ​ສິນຄ້າ​ຢ່າງ​ມີ​ປະສິດທິ​ຜົນ. ທາງ​ຕາ​ແສງ​ສົມທົບ​ກັບ​ສະຫະກອນ ຫ່າ​ຢູຍ​ເຖືອ​ງ ຫັນປ່ຽນຜົນລະປູກ​ຢູ່​ບ້ານ​ຕົງ, ບ້ານ​ຫຸ້ມ, ບ້ານ​ແປງ, ບ້ານ​ອ້າ​ຍ, ໃນ​ເນື້ອ​ທີ່ 21 ​ເຮັກຕາຈາກ​ການ​ປູກ​ເຂົ້າມາປູກ​ຜັກ, ດອກ​ໄມ້​ທີ່​ມີ​ຄຸນ​ນະພາ​ບສູງ​ກວ່າ… ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ 200 ກວ່າ​ຄົນ, ລາຍ​ຮັບ​ສະ​ເລ່ຍຂອງ​ຜູ້​ອອກ​ແຮງ​ງານ​ແຕ່ລະຄົນ​ແມ່ນ​ແຕ່ 3,5 ລ້ານ​ເຖິງ 4 ລ້ານ​ດົ່ງ/​ເດືອນ. ປະຊາຊົນ​ຫຼາຍ​ຄົນ​ກໍ່​ຫັນ​ເນື້ອ​ທີ່​ນາ​ທີ່​ມີ​ປະສິດທິ​ຜົນ​ຕຳ່ມາ​ຂຸດ​ໜອງ​ລ້ຽງ​ປາທີ່​ມີປະສິດທິ​ຜົນດ້ານ​ເສດຖະກິດ​ສູງ. ທ່ານ ​ໂດ​ຢູຍ​ເທື່ອ​ງ, ຫົວໜ້າ​ສະຫະກອນ ຫ່າ​ຢູຍ​ເຖືອ​ງ, ​ໃຫ້​ຮູ້​ວ່າ:

ຂ້າພະ​ເຈົ້າ​​ໄດ້​ສະ​ເໜີ​ກັບ​ຄະນະ​ກຳມະການ​ຕາ​ແສງ​ຫັນປ່ຽນ​ຜົນລະປູກ​ຈາກ​ການ​ປູກ​ເຂົ້າ​ມາ​ປູກ​ດອກ​ໄມ້. ​ໃນ​ງານ​ວາງສະ​ແດງດອກ​ໄມ້​ລະດູບານ​ໃໝ່​ຂອງນະຄອນ​ເຊີນ​ລາ ຜ່ານ​ມາ, ລ້ວນ​ແຕ່​ແມ່ນ​ດອກ​ໄມ້​ຂອງ​ສະຫະກອນ. ດິນ​ຟ້າ​ອາກາດ​ຢູ່​ທີ່​ນີ້​ເໝາະ​ສົມ​ກັບ​ການ​ປູກ​ດອກ​ກຸຫຼາບ​ທີ່​ສຸດ. ​ໃນ​ເບື້ອງ​ຕົ້ນການ​ປູກ​ດອກ​ໄມ້​ກໍ່​ປະສົບ​ກັບ​ຄວາມຫຍຸ້ງຍາກ​ຢູ່, ​ແຕ່​ປະຈຸ​ບັນ​ໄດ້​ພັດທະນາ​ຢ່າງ​ແຮງ, ປະຊາຊົນ​ຕ່າງ​ກໍ​ສະໜັບສະໜູນ“.

ຕາແສງຈ່ຽງຊົມ, ນະຄອນເຊີນລາ, ສູ້ຊົນປະຕິບັດສຳເລັດ ຄາດໝາຍກໍ່ສ້າງຊົນນະບົດໃໝ່ - ảnh 3

ຊາວບ້ານຈ່ຽງຊົມຽນຜົນລະປູກຈາກການປູກເຂົ້າມາປູດດອກກຸຫຼາບ

ຮອດ​ທ້າຍ​ປີ 2014, ຕາ​ແສງ​ຈ່ຽງຊົມ​ ໄດ້​ປະຕິບັດ​ສຳ​ເລັດ 15/19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ ລຸ່ວັນ​ທ້ຽນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຈ່ຽງຊົມ, ​ໃຫ້​ຮູ້​ວ່າ:

​ເພື່ອ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ໄດ້​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ການ​ບໍລິຫານ​ຂອງ​ລັດ ​ແລະ ​ການເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ບັນດາ​ອົງການ​ການ​ເມືອງ, ສັງຄົມ, ກຳລັງ​ແຮງ​ ​ແຫ່ງ​ຄວາມສາມັກຄີຂອງ​ທົ່ວ​ປວງ​ຊົນ​, ການຍູ້​​ແຮງວຽກ​ງານ​ໂຄສະນາ, ຍົກ​ສູງ​ຄວາມຮູ້​​ໃຫ້ປະຊາຊົນ​ທຸກ​ຊັ້ນ​ວັນນະ​ ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່. ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ພັດທະນາ​ເສດຖະກິດ​ສະຫະກອນ, ພັດທະນາ​ອາຊີບ ​ແລະ ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ໃນ​ການ​ຜະລິດ, ​ເພີ່ມ​ທະວີ​ວຽກ​ງານ​ສົ່ງ​ເສີມ​ກະ​ສີ​ກຳ, ຍູ້​ແຮງ​ການຖ່າຍ​ທອດ​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ ​ແລະ ອຸດສາຫະກຳ​ຜະລິດ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ“.

ຮັກສາ​ບັນດາ​ມາດ​ຖານ​ທີ່​ບັນລຸ​ໄດ້​ຢ່າງ​ໝັ້ນຄົງ, ອຳນາດການ​ປົກຄອງ ​ແລະ ປະຊາຊົນ​ຕາ​ແສງ​ຈ່ຽງຊົມ ສູ້​ຊົນ​ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ທີ່​ຍັງ​ເຫຼືອ​ໃນ​ປີ​ນີ້. ​ແຕ່​ສິ່ງ​ສຳຄັນ​ກວ່າ​ແມ່ນ, ຕາ​ແສງ​ຈ່ຽງຊົມ​ ​ໄດ້ຕັດສິນ​ໃຈ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ປະຊາຊົນ, ຮັບປະກັນ​ປະສິດທິ​ຜົນຕ່າງໆ​ເຊິ່ງ​ໂຄງການ​ຊົນນະບົດ​ໃໝ່​ໄດ້​ນຳ​ມາ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ຢ່າງ​ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ