ຕາແສງດົງຖໍ້ ເສີມຂະຫຍາຍກຳລັງແຮງຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່

(vovworld) - ຍ້ອນ​ລະ​ດົມ​ກຳ​ລັງ​ແຮງ​ໃນ​ໝູ່​ປະ​ຊາ​ຊົນ​ເປັນ​ຢ່າງ​ດີ, ມາ​ຮອດ​ປະ​ຈຸ​ບັນ, ຕາ​ແສງ​ດົງ​ຖໍ້, ນະ​ຄອນ​ທ້າຍ​ບິ່ນ, ແຂວງ​ທ້າຍ​ບິ່ນ ໄດ້​ປະ​ຕິ​ບັດ​ສຳ​ເລັດຫຼາຍ​ມາດ​ຖານ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ໜຶ່ງ​ໃນ​ບັນ​ດາ​ມາດ​ຖານ​ທີ່​ໄດ້​ຮັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​, ຄວາມ​ຕັດ​ສິນ​ໃຈ​ປະ​ຕິ​ບັດຈາກ​ປະ​ຊາ​ຊົນ​ດົງ​ຖໍ້  ນັ້ນ​ແມ່ນ​ການກໍ່​ສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ​. ນີ້​ແມ່ນ​ມາດ​ຖານ​ສຳ​ຄັນ​ເພື່ອ​ໃຫ້​ດົງ​ຖໍ້​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.

ຕາແສງດົງຖໍ້ ເສີມຂະຫຍາຍກຳລັງແຮງຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່ - ảnh 1

ປະຊາຊົນເຂົ້າຮ່ວມການກໍ່ສ້າງທາງຄົມມະນາຄົມຢ່າງສຸດຈິດສຸດໃຈ

ສຽງ​ກົນ​ຈັກ​ປົນ​ເບ​ຕົງ, ສຽງຮຽກ​ເອີ້ນ​ກັນອຶກ​ກະ​ທຶກ​ຄຶກ​ຄົມ​ໄປ​ທົ່ວທັງ​ບ້ານ, ຜູ້​ລະ​ວຽກ, … ເຖິງວ່າຕິດ​ຄາ​ກັບວຽກ​ງານກໍ່​ຕາມ, ແຕ່​ຊາວ​ຕາ​ແສງ​ດົງ​ຖໍ້ ຍັງ​ຄົງ​ເບິກ​ບານ​ມ່ວນ​ຊື່ນ ເພາະ​ວ່າ​ບໍ່​ດົນ​ປານ​ໃດ, ບັນ​ດາ​ບ້ານ​ໃນຕາ​ແສງຈະ​ມີ​ທາງ​ເບ​ຕົງ​ສາຍໃໝ່ທີ່​ຮາບ​ພຽງ, ກວ້າງ​ຂວາງ, ແທນ​ໃຫ້​ທາງ​ດິນ​ທີ່​ຄັບ​ແຄບ​ເຄີຍ​ເປັນ​ຕົມ​ໃນ​ຍາມ​ຝົນ​ຕົກ.

        ເມື່ອ​ມີ​ແຈ້ງ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ຕາມ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່, ປະ​ຊາ​ຊົນ​ຕາ​ແສງ​ດົງ​ຖໍ້ ຜູ້​ໃດ​ກໍ່​ຮູ້​ສຶກ​ເບີກ​ບານ​ມ່ວນ​ຊື່ນ. ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ກໍ່​ລະ​ດົມ​ກັນ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ. ບໍ່​ພຽງ​ແຕ່​ປະ​ກອບ​ກຳ​ລັງ​ແຮງ​ງານ​ເທົ່າ​ນັ້ນ, ຫຼາຍ​ຄອບ​ຄົວ​ຍັງ​ປະ​ກອບ​ທີ່​ດິນ, ບໍ​ລິ​ຈາກ​ເງິນ​ເພື່ອ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ໃນ​ຕາ​ແສງ​ອີກ​ດ້ວຍ. ຄອບ​ຄົວ​ອ້າຍ ຫງວຽນ​ເທ໋​ຟ໋ອງ, ອ້າຍ​ເຈິ່ນ​ວັນ​ທວາ, ໃນ​ບ້ານ​ເຈິ່ນ​ຟູ໋ ໄດ້​ປະ​ກ​ອບທີ່​ດິນກວ່າ 50 ຕາ​ລາງ​ແມັດ, ສ່ວນ​ບັນ​ດາ​ຄອບ​ຄົວ​ອື່ນໆ​ກໍ່​ປະ​ກອບ​ທີ່​ດິນ​ແຕ່ 15 – 25 ຕາ​ລາງ​ແມັດ ພ້ອມ​ກັບ​ແຮງ​ງານ, ຫຼື​ຄອບ​ຄົວ​ອ້າຍ ຫງວຽນ​ວັນ​ຮູຍ, ໃນ​ບ້ານລາມ​ເຊີນ ໄດ້​ບໍ​ລິ​ຈາກ​ເງິນ 480 ລ້ານ​ດົ່ງ​ເພື່ອ​ເຮັດ​ທາງ. ທ່ານ ​ຫງວຽນ​ງອກ​ຮ່​ວາຊາວບ້ານດົງຖໍ້, ໃຫ້ຮູ້​ວ່າ:

        “ມາດ​ຖານ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ເຮັດ​ໃຫ້​ໂສມ​ໜ້າ, ທາງຄົມມະນາຄົມ​ຊົນ​ນະ​ບົດ​ກວ້າງ​ຂວາງ, ສວຍ​ງາມກວ່າ. ປະ​ຊາ​ຊົນ​ສ່ວນຫຼາຍ​ແມ່ນ​ສະ​ໜັບ​ສະ​ໜູນ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​​ເຮັດ​ທາງ​​ຕາມ​ມາດ​ຖານກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ແຕ່​ລະ​ຄອບ​ຄົວ​ປະ​ກອບ 500.000 ດົ່ງ, ແລະ ແຮງ​ງານ​ປະ​ມານ 20 – 30 ວັນ”.

        ພາຍຫຼັງ​ມີ​ແຜນ​ນະ​ໂຍ​ບາຍ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຕາມ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່, ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ບ້ານ​ໃນ​ຕາ​ແສງ​ດົງ​ຖໍ້ ໄດ້​ສ້າງ​ຕັ້ງ​ຄະ​ນະກໍ່​ສ້າງ ໂດຍ​ປະ​ຊາ​ຊົນ​ເປັນ​ຜູ້ບໍ​ລິ​ຫານ​ວຽກ​ງານໂດຍ​ກົງ. ວຽກ​ງານນີ້​ໄດ້​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະ​ຊາ​ຊົນ​ດົງ​ຖໍ້. ທ່ານ ດັ້ງ​ວັນ​ທັ໋ງ, ເລ​ຂາ​ໜ່ວຍ​ພັກ, ຫົວ​ໜ້າ​ຄະ​ນະ​ວຽກ​ງານ​ແນວ​ໂຮມ​ບ້ານ​ລາມ​ເຊີນ, ໃຫ້​ຮູ້​ວ່າ:

        ໂດຍ​ແມ່ນ​ບ້ານ​ກະ​ສີ​ກຳ, ປະ​ຊາ​ຊົນສ່ວນຫຼາຍ​ແມ່ນ​ຜູ້​ເຖົ້າ​ຜູ້​ແກ່ ດັ່ງ​ນັ້ນ​ການ​ປະ​ກອບ​ກໍ່​ຖືກ​ຈຳ​ກັດ​ເມື່ອ​ທຽບ​ໃສ່​ບ້ານ​ອື່ນ. ແຕ່ຍ້ອນ​ໜ່ວຍ​ພັກ ແລະ ຄະ​ນະ​ຮັບ​ຜິດ​ຊອບ​ວຽກ​ງານ​ແນວ​ໂຮມ​ໄດ້​ຮູ້​ໝູນ​ໃຊ້​ກຳ​ລັງ​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​​ລູກຫຼານ​ປະ​ຊາ​ຊົນ​ຜູ້​ທີເຮັດ​ວຽກ​ໃກ​ຈາກ​ຄອບ​ຄົວ ແລະ ໄດ້​ຮັບ​ຜົນ​ດີ​​. ທຸກ​ຄົນ​ຕ່າງ​ກໍ່​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ

ຕາແສງດົງຖໍ້ ເສີມຂະຫຍາຍກຳລັງແຮງຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່ - ảnh 2


ເສັ້ນທາງກວ້າງຂວາງ, ສະອາດໄດ້ຮັບການກໍ່ສ້າງສຳເລັດ

​ເພື່ອ​ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ, ທ່ານ​ ຮ່າ​ຊວນ​ຮຶງ, ຮອງ​ເລຂາ​ຄະນະ​ພັກ​ຕາ​ແສງ​ດົງ​ຖໍ້, ນະຄອນ​ທ້າຍ​ບິ່ນ, ​ໃຫ້​ຮູ້​ວ່າ: ນອກຈາກ​ການ​ໂຄສະນາ​ກ່ຽວ​ກັບ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແລ້ວ, ທາງ​ຕາ​ແສງ​ດົງ​ຖໍ້ ຍັງ​ຈັດການ​ປະຊຸມ​ຕ່າງໆ ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ​ແລະ ມອບ​ໃຫ້​ບ້ານ​ເປັນ​ເຈົ້າ​ການ​ປະຕິບັດ, ​ໄລ່​ລຽງ ​ແລະ ຕັດສິນ​ບ້ວງ​ເງິນ​ປະກອບ, ຄຸ້ມ​ຄອງ, ຕິດຕາມ​ກວດກາ​ການ​ປະຕິບັດ. ມາ​ຮອດ​ປະຈຸ​ບັນ, ຕາ​ແສງ​ດົງ​ຖໍ້ ບັນລຸ​ໄດ້ 15/19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ປີ​ນີ້, ຕາ​ແສງ​ສູ້​ຊົນ​ບັນລຸ​ໃຫ້​ໄດ້ 2 ມາດຖານ​ອີກ ນັ້ນ​ແມ່ນ​ຮັບປະກັນ​ອະນາ​ໄມ​ສິ່ງ​ແວດ​ລ້ອມ ​ແລະ ຫຼຸດຜ່ອນ​ອັດຕາ​ສ່ວນ​ຄອບຄົວ​ທີ່​ທຸກ​ຍາກ. ທ່ານ ຮ່າ​ຊວນຮຶງ, ​ໃຫ້​ຮູ້​ວ່າ:

ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ, ​ໃນ​ຂະນະ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຖ້າ​ລັດ​ປະກອບ 1, ປະຊາຊົນ​ຕ້ອງ​ປະກອບ 3. ບົນ​ພື້ນຖານ​ນັ້ນ​ຈຶ່ງ​ຮັບປະກັນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້. ທີ​ສອງ​ແມ່ນ​​ເມື່ອກໍ່ສ້າງ​ກິດຈະກຳ​ຕ່າງໆ​ພວກ​ຂ້າພະ​ເຈົ້າ​ກໍ່ ປະຕິບັດ​ກົດ​ລະບຽບ​ປະຊາທິປະ​ໄຕ. ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ. ຄຽງ​ຂ້າງ​ນັ້ນ​ພະນັກງານ​ກໍ່​​ເປັນ​ເຈົ້າ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ​ຂອງ​ພໍ່​ແມ່​ປະຊາຊົນ. ດັ່ງ​ນັ້ນ​ບັນດາ​ເສັ້ນທາງ​ໃນ​ຕາ​ແສງ​ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງໂດຍ​ພື້ນຖານ. ພວກ​ຂ້າພະ​ເຈົ້າ​ພະຍາຍາມ​ເຖິງ​ປີ 2014 ຈະ​ຮັບປະກັນ​ທາງ​ຄົມມະນາຄົມ​ໄປມາ​ໃຫ້​ປະຊາຊົນ​ຢ່າງ​ສະດວກ​ສະບາຍ“.

ປະຊາຊົນ​ຕາ​ແສງ​ດົງ​ຖໍ້ ພວມ​ສູ້​ຊົນ​ເຖິງ​ປີ 2015 ຈະ​ປະຕິບັດ​ສຳ​ເລັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໄລຍະ​ຈະ​ມາ​ເຖິງ, ການ​ນຳ ​ແລະ ປະຊາຊົນ​ຕາ​ແສງ​ດົງ​ຖໍ້ ຈະ​ເພີ່ມ​ວຽກ​ງານ​ໂຄສະນາ; ຜັນ​ຂະຫຍາຍ​ການວາງ​ແຜນ​ເຂດ​ຜະລິດ​ສິນຄ້າ, ​ເພີ່ມ​ເນື້ອ​ທີ່​ປູກ​ຕົ້ນ​ໄມ້​ລະດູ​ໜາມ, ພັດທະນາ​ການ​ຜະລິດ​ກະ​ສີ​ກຳ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ.

ບັນດາ​ຜົນງານ​ເຊິ່ງຕາ​ແສງ​ດົງ​ຖໍ້ ບັນລຸ​ໄດ້ ສະ​ແດງ​ໃຫ້​ເຫັນວ່າ ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜູນ​ຂອງ​ປະຊາຊົນ ​ແມ່ນ​ປັດ​ໃຈ​ສຳຄັນ, ຕັດສິນ​ຜົນສຳ​ເລັດ​ຂອງ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ທ້ອງ​ຖີ່​ນ

ຕອບກັບ

ຂ່າວ/ບົດ​ອື່ນ