ຕາແສງຕູຍໂລກ,ແຂວງອຽນບ໋າຍ, ຮັກສາແລະຍົກສູງຄຸນນະພາບບັນດາມາດຖານຊົນນະບົດໃໝ່

(vovworld) - ຕາ​ແສງ​ຕູຍ​ໂລກ, ​ນະຄອນ ອຽນ​ບ໋າ​ຍ, ​​ແມ່ນ​ຕາ​ແສງ​ທຳ​ອິດ​ຂອງ​ແຂວງ ອຽນ​ບ໋າ​ຍ ບັນລຸ​ມາດຖານ​ຊົນນະບົດ​​ໃໝ່​ພາຍຫຼັງ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​​ໃໝ່​. ​​ໂດຍ​ເສີມ​ຂະຫຍາຍ​ຜົນງານ​ນັ້ນ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຕາ​ແສງ ຕູຍ​​ໂລກ ​ໄດ້ຮັກສາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບບັນດາ​ມາ​ດຖານ​ທີ່​ບັນລຸ​ໄດ້​ຢ່າງ​ບໍ່​ຢຸດ​ຢັ້ງ, ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ນັບ​ມື້​ນັບ​ພັດທະນາ. ບົດ​ຂຽນ “ຕາ​ແສງ​ຕູຍ​ໂລກ,​ແຂວງ​ອຽນ​ບ໋າ​ຍ, ຮັກສາ​ແລະ​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ມາດຖານ​ຊົນນະບົດ​ໃໝ່” ຂອງ​ ​ເທື່ອ​ຊວນ, ນັກ​ຂ່າວ VOV.

        ພາຍຫຼັງ​ທີ່ບັນລຸ​ມາດຖານ​ເປັນຕາ​ແສງ​ຊົນນະບົດ​​ໃໝ່​ເມື່ອ​ເດືອນ 5/2014, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຕາ​ແສງ ຕູຍ​​ໂລກ, ນະຄອນ ອຽນ​ບ໋າ​ຍ ​ແຂວງ ອຽນ​ບ໋າ​ຍ, ​​ເລີ່​ມດຳ​ເນີນ​ການຮັກສາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ 19 ມາດຖານ. ບັນດາ​ຮູບ​ແບບ​ຜະລິດ​ກະສິກຳ, ລ້ຽງສັດ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຈາກ​ກຸ່ມມາ​ດຖານ​ເສດຖະກິດ ​ແລະ ການຈັດ​ຕັ້ງ​ການ​ຜະລິດ, ສືບ​ຕໍ່​ໄດ້​ຮັບ​ການໜູນ​ຊ່ວຍຈາກ​ອຳນາດ​ການ​ປົກຄອງ ​ແລະ ສົ່​ງ​ເສີມ​ປະຊາຊົນ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ. ຕົວຢ່າງ​ຄື​ຮູບ​​ແບບ​ປູກ​ຜັກ​ປອດ​ສານພິດ, ປູກ​ເຫັດ, ໝາກ​ເລັ່ນ, ລ້ຽງສັດ​ຢູ່​ບັນດາ​ບ້ານ ມີງລອງ, ​​ເຕີນ​ແທ່ງ, ຊວນ​ລານ… ​ໄດ້ ​ແລະ ພວມ​ກາຍ​ເປັນ​ກຳລັງ​ໜູນ​ເພື່ອ​ໃຫ້​ປະຊາຊົນ​ຍົກ​ສູງສະຖຽນ​ລະ​ພາບ, ບືນຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ. ທ່ານ ຫວູວັນ​​​ຍວນ, ​ເຂົ້າຮ່ວມ​ຮູບ​ແບບ​ປູກ​ເຫັດ​ນັບແຕ່​ຊຸມ​ວັນ​ທຳ​ອິດ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​​ໃໝ່​ຢູ່​ແຕ​ແສງ ຕູຍ​​ໂລກ, ​ໃຫ້​ຮູ້​ວ່າ:

        “ດ້ວຍ​ການ​ໜູນ​ຊ່ວຍ​ຂອງນະຄອນ ​ແລະ ຕາ​ແສງ, ຄອບຄົວ​ຂ້າພະ​ເຂົ້າ​ໄດ້​ພັດທະນາ​ການ​ຜະລິດ ​ແລະ ​ເປີດ​ກ້ວາ​ງຮູບ​ແບບ​ການ​ປູກ​ເຫັດ. ປະຈຸ​ບັນ, ຄອບຄົວ​ຂ້າພະ​ເຈົ້າ​ມີ​ລາຍຮັບ​ເປັນ​ປົກກະຕິ​ແລ້ວ.”

ຕາແສງຕູຍໂລກ,ແຂວງອຽນບ໋າຍ, ຮັກສາແລະຍົກສູງຄຸນນະພາບບັນດາມາດຖານຊົນນະບົດໃໝ່ - ảnh 1

ການປູກເຫັດຂອງປະຊາຊົນ

(ພາບປະກອບ)

        ພາຍຫຼັງ​ 4 ປີ​ແຫ່ງ​ການຜັນ​ຂະຫຍາຍ​ການ​ກໍ່​ສ້າງ​ຊົນນະບົດ​ໃໝ່, ​ໂສມ​ໜ້າ​ຊົນນະບົດ​ຕາ​ແສງ ​ຕູຍ​ໂລກ ​ໄດ້​ມີ​​ການ​ປ່ຽນ​ແປງ​ຢ່າງ​​ໃຫຍ່​ຫຼວງ. ​ເສັ້ນທາງ​​ໃນຕາ​ແສງ, ລະຫວ່າງ​ຕາ​ແສງ​ໄດ້​ຮັບ​ການ​ປູ​ຢາງ 100%, ທາງລະຫວ່າງ​ບ້ານ ​ແລະ ​ເສັ້ນທາງ​ໃນ​ເຂດ​ທ່ົງ​ນາ​ໄດ້ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ. ບັນດາ​ກິ​ດຈະ​ກຳ​ຊົນລະປະທານ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ໝັ້ນຄົງ​ຖາ​ວອນ, ຮັບປະກັນ​ແຫຼ່ງນຳ້​ຫົດ​ເພື່ອ​ຮັບ​ໃຊ້​​ໃຫ້ການ​ຜະລິດ. ​ຕາ​ໜ່າງໄຟຟ້າ, ນຳ້​ສະອາດ​​ໄດ້​ຂະຫຍາຍ​​ເຖິງ​​ແຕ່ລະ​ຄອບຄົວ. ລາຍ​ຮັບ​ສະ​ເລ່ຍ​ໃນ​ປີ 2014 ບັນລຸ​ກ່ວາ 23 ລ້ານ​ດົ່ງ/ຄົນ/ປີ, ອັດຕາ​ຄອບຄົວ​ທຸກ​ຍາກ​ຍັງ​​ເຫຼືອພຽງ​ກ່ວາ 5%​ເທົ່າ​ນັ້ນ. ນອກ​ນັ້ນ, ສູນ​ບໍລິຫານ​ຂອງ​ຕາ​ແສງ ຕູຍ​ໂລກ ​ແລະ ຫໍ​ວັດທະນະທຳ​ຂອງ 9 ບ້ານ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງໝັ້ນຄົງ​ຖາວອນ ​ແລະ ສວຍ​ງາມ, ຮັບ​ໃຊ້​ປະຊາຊົນ​ເມື່ອ​ມີ​ບັນຫາ​ເຫດການ​ວັດທະນະທຳ, ການ​ເມືອງ. ທ່ານ​ນາງ ບຸ່ຍ​ທິຮູ່ຍ, ​​ນາຍບ້ານ​ ຊວນ​ລານ, ​ໃຫ້​ຮູ້​ວ່າ:

        “ພໍ່​ແມ່​ປະຊາຊົນ​ພວກ​ຂ້າພະ​ເຈົ້າ​ໄດ້​ຂົນຂວາຍ​ລະດົມກັນ​ເປັນ​ປະຈຳ​​ເຮັດ​ແນວ​ໃດ​​ເພື່ອຮັກສາ​ຄອງ​ເໝືອງ​​ໃຫ້​ດີ ​ເພື່ອ​ຮັບ​ໃຊ້​ຕົນ​ເອງ. ທີ່​ສອງ​ແມ່ນ​ບ່ອນ​ໃດ​ຖືກ​ເປ່​ເພ​​ຕ້ອງສ້ອມແປງ​ເພື່ອ​ຮັບປະກັນ​​ໃຫ້​ທົ່ງ​ນາ​ມີ​ນຳ້​ຢ່າງ​ພຽງພໍ. ພາຍຫຼັງ​ພວກ​ຂ້າພະ​ເຈົ້າ​​ໄດ້​ຮັບສະໜອງ​​ເງິນ​​ກໍ່ສ້າງຫໍ​ວັດທະນະທຳ​ຂອງ​ບ້ານ​ສຳ​ເລັດ​ແລ້​ວ, ພໍ່​​ແມ່​ປະຊາຊົນ​ກໍ່ຂົນຂວາຍ​ກັນ​ປະກອບ​ຕື່ມ​ອີ​ກ​ເພື່ອ​ກໍ່ສ້າງກຳ​ແພງ​ອ້ອມ​ຮອບ ​ແລະ ກໍ່ສ້າງ​ເດີນ​ດ້ວຍ​​ເບ​ຕົງ​ເພື່ອໃຫ້​ປະຊາ​ຊົນມີ​ບ່ອນຫຼິ້ນ​ກິລາ, ຫັດກາຍ.”

         ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ ຕູຍ​ໂລກ ລະດົມ​​ເງິນ​​ໄດ້ເກືອບ 90 ຕື້​ດົ່ງ, ​ໃນ​ນັ້ນ​ປະຊາຊົນ​​ປະກອບ​​ເກືອບເຄິ່ງໜຶ່ງ. ຈາກ​ແຫຼ່ງທຶນ​ນີ້ ​ໄດ້​ເຮັດ​ໃຫ້​ໂສມ​ໜ້າ​ຂອງ​ຕາ​ແສງ ຕູຍ​ໂລກ ມີການ​ປ່ຽນ​​ແປງ​ຢ່າງ​ໃຫຍ່​ຫຼວງ. ​ເພື່ອ​ສືບ​ຕໍ່​ຮັກສາ, ຍົກ​ສູງ ​ແລະ ພັດທະນາ​ປະສິດທິ​ຜົນ​ຂອງ​ບັນດາ​ມາດຖານ, ຕາ​ແສງ​ຕູຍ​ໂລກ​ ມີ​ກົນ​ໄກ​ຍ້ອງຍໍ​ຊົ​ມ​ເຊີຍ, ​ໃນ​ນັ້ນ, ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ມາດ​ຕະຖານ​ເສີມ​ຂະຫຍາຍ​ຊີວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ປະຊາຊົນ. ທ່ານ ຫງວຽນ​ດຶກ​ທ້ວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ຕູຍ​ໂລກ, ນະຄອນ ອຽນ​ບ໋າ​ຍ, ​​ແຂວງ ອຽນ​ບ໋າ​ຍ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ໂຄສະນາ​ເຜີຍ​ແຜ່​ຜ່ານ​ບັນດາ​ກອງ​ປະຊຸມ​ຂອງ​ບ້ານ ​ເພື່ອ​ໃຫ້​ປະຊາຊົນ​ຍົກ​ສູງ​ຄວາມ​ຮັບຮູ້, ມີ​ສະຕິ​ປົກປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຖ້າ​ຫາກ​ປະຊາຊົນ​ບໍ່​ມີ​ສະຕິ​ຮັກສາ​ອະນາ​ໄມ​ນັ້ນ ມາດຖານ​ນີ້​ຍາກ​ທ່ີ​ຈະ​ປະຕິບັດ​ໄດ້. ຄຽງ​ຄູ່​ກັນ​ນັ້ນ, ຖ້າ​ຫາກພະນັກງານ​ບໍ່​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ ​ແລະ ​ຂາດຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ເຮັດວຽກ​ກັບ​ປະຊາຊົນມາດ​ຖານ​ ລະບົບ​ການ​ເມື​ອງ​ຍາກ​ທີ່​ຈະ​ຮັກສາໄດ້.”

        ​ໂດຍ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ, ພະນັກງານ ​ແລະ ປະຊາຊົນ​ຕາ​ແສງ ຕູຍ​ໂລກ ສືບ​ຕໍ່​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັນຮັກສາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບບັນດາ​ມາ​ດຖານ​ຊົນນະບົດ​ໃໝ່, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ສົມບູນ​ແບບ, ພັດທະນາ​ການ​ຜະລິດ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່. ຜົນສຳ​ເລັດ​ຂອງ​ຕາ​ແສງ ຕູຍ​ໂລກ ​ໄດ້​ເປັນ​ແບບຢ່າງ​ເພື່ອ​ໃຫ້​ຫຼາຍ​ທ້ອງ​ຖິ່ນພາຍ​ໃນ ​ແລະ ນອກ​ແຂວງຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ເພື່ອ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

 


ຕອບກັບ

ຂ່າວ/ບົດ​ອື່ນ