ຕາແສງບັກເຊີນຜ່ານຜ່າຄວາມຫຍຸ້ງຍາກກໍ່ສ້າງຊົນນະບົດໃໝ່

(vovworld) – ພ້ອມ​ກັບ​ທ້ອງ​ຖີ່​ນໆ​ໃນ​ທົ່ວ​ປະ​ເທດ, ຕາ​ແສງ ບັກ​ເຊີນ, ຂຶ້ນ​ກັບ​ນະຄອນ​ມ໋ອງກ໋າຍ, ​ແຂວງ​ກວາງ​ນິງ, ພວມ​ຢູ່​ໃນ​ໄລຍະ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ຕັ້ງໜ້າ. ​ໂດຍ​ແມ່ນ​ແຂວງ​ໜຶ່ງ​ຢູ່​ເຂດ​ພູດ​ອຍຕິດ​ກັບ​ຊາຍ​ແດນ​ທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸງ​ຍາກ​ຫຼາຍ​ຢ່າງ, ​ແຕ່​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຕາ​ແສງ​ບັກ​ເຊີນ ​ໄດ້​ຮູ້​ນຳ​ໃຊ້​ເງື່ອນ​ໄຂ​ທີ່​ມີ​ຢູ່​ແລ້ວ​ໃນ​ທ້ອງ​ຖີ່​ນ ​ເພື່ອ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ.

ຕາແສງບັກເຊີນຜ່ານຜ່າຄວາມຫຍຸ້ງຍາກກໍ່ສ້າງຊົນນະບົດໃໝ່ - ảnh 1

ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງບັກເຊີນ

(ພາບອິນເຕີແນດ)

ຕາ​ແສງ​ບັກ​ເຊີນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2003, ດ້ວຍ​ການ​ແຍກ​ເນື້ອ​ທີ່ສ່ວນ​ໜຶ່ງ ​ແລະ ພົນລະ​ເມືອງ​ຂອງ​ຕາ​ແສງ​ຫາຍ​ເຊີນ ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ພັດທະນາ. ທົ່ວ​ຕາ​ແສງ​ມີ 400 ຄອບຄົວ. ພົນລະ​ເມືອງ 1.700 ຄົນ​ດຳລົງ​ຊີວິດ​ຢູ່ 4 ບ້ານ, ​ໃນ​ເນື້ອ​ທີ່​ປະມານ 50.000 ​ແຮັກ​ຕາ. ຊາວບ້ານ​ບັກ​ເຊີນ ​ສ່ວນ​ຫຼາຍ​ແມ່ນ​ຊົນ​ເຜົ່າ​ຢ້າວ, ສ໋ານຈີ, ຮົວ, ສ່ວນ​ຍັງ​ເຫຼືອ​ແມ່ນ​ຊົນ​ເຜົ່າ​ໄຕ່ ​ແລະ ກິ​ງ. ນີ້​ແມ່ນ​ໜຶ່ງ​ໃນ​ຈຳນວນ​ຕາ​ແສງທີ່​​ມີເສັ້ນ​ຊາຍ​ແດນຕິດ​ກັບ​ຈີນ​ ດ້ວຍ​ຄວາມ​ຍາວ 22.7 ກມ. ​ໂດຍ​ແມ່ນ​ຕາ​ແສງ​ພູດ​ອຍ ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ດັ່ງ​ນັ້ນ​ເມື່ອ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຍັງ​ງປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຍ້ອນ​ປະຊາຊົນ​ປູກ​ເຂົ້າ​ນາ​ຂັ້ນ​ໄດ​ເປັນ​ຕົ້ນ​ຕໍ່, ດັ່ງ​ນັ້ນ​ການ​ໂຮມ​ທົ່ງ​ນາ​ເຂົ້າ​ເປັນ​ຂະໜາດ​ໃຫຍ່ ​ແລະ ນຳ​​ໃຊ້ກົນ​ຈັກ​ເຂົ້າ​ໃນ​ການຜະລິດ​ກະ​ສີ​ກຳກໍ່​ປະສົບ​ກັບ​ສິ່ງ​ກີດຂວາງ​ຫຼາຍ​ຢ່າງ. ນອກ​ນັ້ນ​ລະບົບ​ຄອງ​ເໝືອງ​ກໍ່​ບໍ່​ສະດວກ​ສະບາຍ​ຄື​ຢູ່​ເຂດ​ທົ່ງພຽງ, ດັ່ງ​ນັ້ນ​ປະລິມານ​ການ​ຜະລິດ​ເຂົ້າ​ບໍ່​ສູງ, ​ແຕ່​ດ້ວຍ​ຈີນ​ຕະນາ​ການ​ທີ່​ມີ​ໄຫວ​ພິບ, ອຳນາດ​ການ​ປົກຄອງ​ຕາ​ແສງ​ບັກ​ເຊີນ​ໄດ້​ໝູນ​ໃຊ້​ເນື້ອ​ທີ່​ໂນນ​ພູ ​ເພື່ອ​ພັດທະນາ​ປ່າ​ໄມ້, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ຄຽງ​ຂ້າງ​ນັ້ນ, ອຳນາດ​ການ​ປົກຄອງ​ຕາ​ແສງ​ບັກ​ເຊີນ ກໍ່​ເປີດ​ຊຸດ​ບຳລຸງ​ສ້າງ​ໄລຍະ​ສັ້ນ, ​ເພື່ອ​ແນະນຳ​ວິທີ​ການ​ປູກຝັງ​ໃຫ້​ຊາວ​ຊົນ​ເຜົ່າ. ຍ້ອນ​ເຫດ​ນັ້ນ, ຊາວ​ບັກ​ເຊີນ​ ຈຶ່ງປ່ຽນ​​ແປງ​​ແບບ​ແຜນ​ດຳລົງ​ຊີວິດ, ​ແນວ​ຄິດ​ເທື່ອ​ລະ​ກ້າວ, ຮູ້​ວິທີ​ປູກ​ຕົ້ນ​ໄມ້​ທີ່​ມີ​ມູນ​ຄ່າ​ສູງ. ທ່ານ ຢ່າງ​ອາ​ຊິງ, ຊາວ​ຕາ​ແສງ​ບັກ​ເຊີນ, ​ໃຫ້​ຮູ້​ວ່າ.

“ຊຸມ​ປີ​ທຳ​ອິດ​ຢູ່​ທີ່​ນີ້​ພໍ່​ແມ່​ປະຊາຊົນ​ພຽງ​ແຕ່​ຖາງ​ໄຮ່​ເຮັດ​ນາ​ ​ແລ້ວ​ປູກ​ປ່າ, ປູກ​ຕົ້ນ​ໄມ້​ຢູ່​ເຂດ​ດິນ​ເປົ່າ​ຫວ່າງ, ​ໂນນ​ພູ​ຫົວ​ລົ້ນ, ສ່ວນ​ຫຼາຍ​ແມ່ນ​ປູກ​ຕົ້ນ ອາເຄເຊຍ. ຕົ້ນ​ໄມ້​ປະ​ເພດ​ນີ້​ພັດທະນາ​ດີ​ທີ່​ສຸດ, ພາຍຫຼັງ 7-8 ປີ ກໍ່ສາມາດ​ເກັບ​ກ່ຽວ​ໄດ້. ​ເມື່ອ​ຂາຍ​ເຂົ້າ​ເຈົ້າ​ມັກ​ຂາຍ​ຕົ້ນ​ໄມ້​ທັງ​ໝົດ​​​ໃນໂນນ​ພູ“.

​ນັບ​ແຕ່ມີ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ອຳນາດ​ການ​ປົກຄອງ​ຕາ​ແສງ​ບັດ​ເຊີນ ຍັງ​ແນະນຳ​ໃຫ້​ປະຊາຊົນ​ຫັນປ່ຽນ​ໂຄງ​ປະກອບ​ສັດ​ລ້ຽງ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ທີ່​ມີ​ຢູ່​ແລ້ວ​ໃນ​ທ້ອງ​ຖີ່​ນ. ມ໋ອງກ໋າຍ ​ແມ່ນ​ເຂດ​ດິນ​ທີ່​ມີ​ຊື່​ສຽງ​ດ້ວຍ​ໝູມ໋ອງກ໋າຍ, ໝູ​ແນວ​ນີ້​ມີ​ຊີ້ນ​ແຊບນົວ, ຈຳໜ່າຍ​ງ່າຍ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ. ​ເສີມ​ຂະຫຍາຍ​ທ່າ​ແຮງ​ດັ່ງກ່າວ, ຊາວ​ທ້ອງ​ຖີ່​ນ​ໄດ້​ລົງທຶນ​ຂະຫຍາຍ​ແນວ​ພັນ​ໝູ​ມ໋ອງກ໋າຍ. ພ້ອມ​ກັນ​ນັ້ນ​ກໍ່​ລ້ຽງ​ທົດ​ລອງ​ແນວພັນ​ໝູ​ປ່າ ລ້າງ​ເຊີນ, ​ໃຫ້​ປະສົມ​ແນວ​ພັນ​ເພື່ອ​ຮັບ​ໃຊ້​ການ​ລ້ຽງສັດ. ຄອບຄົວ​ເອື້ອຍ ​ໂຮ່ທິ​ໄຫວ, ບ້ານ​ທ໋ານຟຸ໋ນ, ​ໄດ້​ຮັບ​ເລືອກ​ເປັນ​ຄອບຄົວ​ລ້ຽງທົດ​ລອງ​ຂອງ​ຕາ​ແສງ. ​ໃນ​ເບື້ອງ​ຕົ້ນ, ຄອບຄົວ​ເອື້ອຍ​ໄຫວ ລ້ຽງ​ໝູ​ປ່າ 10 ​ໂຕ, ​ເມື່ອ​ເຫັນ​ວ່າ​ມີ​ປະສິດທິ​ຜົນ, ​ເອື້ອຍ​ໄດ້​ລ້ຽງ​ຕື່ມ​ອີກ 30 ​ໂຕ. ພາຍຫຼັງ​ຮູບ​ແບບ​ລ້ຽງສັດ​ນີ້​ບັນລຸ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດສູງ, ​ເອື້ອຍ​ໄຫວ ​ໄດ້​ແບ່ງປັນ​ບົດຮຽນ​ໃຫ້​ປະຊາຊົນ​ໃນ​ເຂດ, ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ສ້າງ​ຄວາມ​ຮັ່ງມີ​ຈາກ​ການ​ລ້ຽງສັດ. ​ເອື້ອຍ​ໄຫວ​ໃຫ້​ຮູ້​ວ່າ:

ທຶນ​ທັງ​ໝົດ​ແມ່ນ 200 ລ້ານ​ດົ່ງ. ​​ເງິນກໍ່ສ້າງ​ອ່າງ Bioga ​ແມ່ນ 30 ລ້ານ​ດົ່ງ, ສ້າງ​ຄອກ 50 ລ້ານ​ດົ່ງ, ຊື້​ໝູ​ປ່າ 30 ລ້ານ​ດົ່ງ. ເຮົາ​ລ້ຽງ​ໃນ​ເວລາ​ແຕ່ 1 ປີ​ເຄິ່ງ​ເຖິງ 2 ປີ ​ແມ່ນ​ຂາຍ​ໄດ້. ​ເມື່ອ​ຂາຍໝູຈະ​ໄດ້ລາຄາ 350.000ດົ່ງ/ກິ​ໂລກ​ຼາມ, ຖ້າ​ຂາຍ​ທັງ​ໂຕ​ແມ່ນ​ໄດ້​ລາຄາ 200.000/ກິ​ໂລກຼາມ. ​ແຕ່ລະ​ປີ​ສາມາດ​ສ້າງ​ລາຍ​ຮັບ​ໄດ້ 100 ລ້ານ​ດົ່ງ “.

ຕາແສງບັກເຊີນຜ່ານຜ່າຄວາມຫຍຸ້ງຍາກກໍ່ສ້າງຊົນນະບົດໃໝ່ - ảnh 2

ການລ້ຽງໝູປ່າຢູ່ຕາແສງບັກເຊີນ

(ພາບອິນເຕີແນດ)

​ໂດຍ​ແມ່ນຕາ​ແສງທີ່​ມີ​ຊາຍ​ແດນຕິດ​ກັບຈີນ, ດັ່ງ​ນັ້ນ​ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽງ​ຮ້ອຍ​ທາງ​ສັງຄົມ​ກໍ່​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ສຸດ, ທ່ານ​ຫງວຽນ​ວັນ​ຮ່ວານ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ບັກ​ເຊີນ, ​ແບ່ງປັນ​ວ່າ:

ກ່ຽວ​ກັບ​ສະພາບ​ການ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ອາດ​ຢືນຢັນ​ໄດ້​ວ່າ, ນັບ​ແຕ່​ແຍກ​ຕາ​ແສງ​ເມື່ອ​ປີ 2003 ​ເຖິງ​ວ່າ​ບັກ​ເຊີນ​ມີ​ເສັ້ນ​ຊາຍ​ແດນ​ຍາວ​ທີ່​ສຸດ ​ແຕ່​ລະບົບ​ຮັກສາຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍກໍ່​ໄດ້​ຮັບປະກັນ. ​ໃນ​ບໍລິ​ເວນ​ບໍ່​ເກີດ​ຄວາມ​ເຄັ່ງຮ້ອນ, ປະຊາຊົນ​ກໍ່​ມີ​ສະຕິ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ປະຕິບັດ​ການ​ພັດທະນາ​ເສດຖະກິດ“.

​ໂດຍ​ແມ່ນ​ຕາ​ແສງ​ຢູ່​ເຂດ​ພູດ​ອຍ, ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ຍ້ອນ​ມີ​ຄວາມ​ມານະ​ພະຍາຍາມ​ຂອງ​ການ​ນຳ​ຕາ​ແສງ ​ແລະ ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ, ຕາ​ແສງ​ບັກ​ເຊີນ​ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບປະກັນ ດ້ວຍ​ລາຍ​ຮັບ​ສະ​ເລ່ຍ​ແມ່ນ 30-40 ລ້ານ​ດົ່ງ/ປີ. ​ໃນ​ຈຳນວນ 19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ປະຈຸ​ບັນ​ຕາ​ແສງ​ບັກ​ເຊີນ​ໄດ້​ປະຕິບັດ​ສຳ​ເລັດ 8 ມາດຖານ. ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ, ຕ້ອງ​ເວົ້າ​ເຖິງ​ຖັນ​ແຖວ​ເຈົ້າ​ບ້ານ​ໜຸ່ມ. ​ເຂົາ​ເຈົ້າ​ແມ່ນ​ຜູ້​ໂຄສະນາ​, ​ເຜີຍ​ແຜ່ໂດຍ​ກົງ ​ແລະ ຂົນຂວາຍ​ຊາວ​ຊົນ​ເຜົ່າ​ປະຕິບັດ​ບັນດາ​ນະ​ໂຍບາຍ, ວິທີ​ເຮັດ​ທີ່​ດີ ​ເພື່ອ​ປັບປຸງ​ຊີວິດ​ຂອງ​ປະຊາຊົນ. ​ເຂົາ​ເຈົ້າ​ຍັງ​ແມ່ນ​ຜູ້​ກຳ​ແໜ້ນ​ສະພາບ​ການ​ໃນ​ທ້ອງ​ຖີ່​ນ, ຍ້ອນ​​ເຫດ​ນັ້ນ​ພໍ່​ແມ່​ປະຊາຊົນ​ຈຶ່ງ​ເຂົ້າ​ໃຈ​ໄດ້​ວ່າ, ​ໃນ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະຊາຊົນ​ແມ່ນ​ເຈົ້າ​ຂອງ ​ແມ່ນ​ຜູ້​ຊົມ​ໃຊ້. ຈາກ​ນັ້ນ​​ເຂົາ​ເຈົ້າ​ຈຶ່ງ​ມີ​ສະຕິ​ໃນ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ