ຕາແສງລາບັ່ງກໍ່ສ້າງຊົນນະບົດໃໝ່

​ໂດຍ​ແມ່ນ​ໜຶ່ງ​ໃນ​ຈຳນວນ 7 ຕາ​ແສງ​ທີ່​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​​ເມື​ອງ ດ້າຍ​ຕື່, ​ແຂວງ ທ້າຍ​ງວຽນ, ຕາ​​ແສງລາ​ບັ່ງ​ໄດ້​ເລືອກ​ເອົາ​ທິດ​ເດີນ​ສະ​ເພາະ​ນັ້ນ​ແມ່ນ​ສຸມ​ໃສ່​ພັດທະນາ​ເສດຖະກິດ​ສະຫະກອນ, ຍົກ​ສູງ​ຄຸນຄ່າ​ຜະລິດ​ຕະພັນ​ຕົ້ນ​ຕໍ່​ຈາກ​ຕົ້ນ​ຊາ​ພິ​ເສດ. ມາ​ຮອດ​ປະຈຸ​ບັນ, ຕາ​ແສງ​ລາ​ບັ່ງ​ ໄດ້​ປະຕິບັດ​ສຳ​ເລັດ 12/19 ມາດຕະຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົ​​ດ​ໃໝ່, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

ຕາແສງລາບັ່ງກໍ່ສ້າງຊົນນະບົດໃໝ່ - ảnh 1
( ພາບຈາກອີນເຕີແນດ )

ລາ​ບັ່ງ​ ແມ່ນ​ຕາ​ແສງ​ໜຶ່ງ​ຢູ່​ເຂດ​ພູດ​ອຍ, ​ເສດຖະກິດ​ຕົ້ນ​ຕໍ່​ແມ່ນ​ອິງ​ໃສ່​ຕົ້ນ​ຊາ, ນັບ​ແຕ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເປັນຕາ​ແສງ​ທີ່​ເປັນ​ແບບຢ່າງ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ເມືອງ ດ້າຍ​ຕື່, ຕາ​ແສງ​ລາ​ບັ່ງ​ ໄດ້​ກຳນົດ​ທິດພັດທະນາ​ເສດຖະກິດ, ຍົກ​ສູງ​ຊີວິດການ​ເປັນ​ຢູ່ ​ແລະ ລາຍ​ຮັບ​ຂອງ​ປະຊາຊົນ​ເປັນ​ຕົ້ນ​ຕໍ່, ຈາກ​ນັ້ນ​ຊຸກຍູ້, ໜູນ​ຊ່ວຍ​ການ​ສ້າງບັນດາ​ມາດຕະຖານ​ອື່ນໆ. ຈາກ​ແຜນ​ນະ​ໂຍບາຍ​ນີ້, ທາງ​ຕາ​ແສງ​ໄດ້​ສ້າງ​ຕັ້ງ​ບັນດາ​ສະຫະກອນ​ຊາ, ​ເປີດ​ຊຸດເຝິກອົບຮົມ​ກ່ຽວ​ກັບ​ການ​ຜະລິດ​ຊາ​ສະອາດ, ການ​ນຳ​ໃຊ້ອຸປະກອນ​ເຕັກນິກ, ປຸງ​ແຕ່ງ​ຊາ​​ໃຫ້​ບັນລຸຄຸນ​ນະພາ​ບສູງ ພ້ອມ​ກັບ​ການ​ປ່ຽນ​ໃໝ່​ແນວ​ພັນ​ຊາ ກໍ່​ຄື​ຊອກ​ຫາ​ສົ້ນ​ອອກ​ໃຫ້​ຜະລິດ​ຕະພັນ​ຊາ. ດັ່ງ​ນັ້ນ​ສະມັດ​ຕະພາບ, ຄຸນ​ນະພາ​ບຊາ​ຂອງ​ລາ​ບັ່ງ ​ໄດ້​ເພີ່ມ​ຂຶ້ນ. ກ່ອນ​ນີ້, ຊາ​ລາ​ບັ່ງ ຂາຍ​ໄດ້​ພຽງ 80.000-150.000 ດົ່ງ​/ກິ​ໂລກຼາມ​ເທົ່າ​ນັ້ນ,  ​ແຕ່​ປະຈຸ​ບັນ, ລາຄາ​ໄດ້​ເພີ່ມ​ຂຶ້ນ​ແຕ່ 250.000-800.000 ດົ່ງ​/ກິ​ໂລກຼາມ. ລາຍ​ຮັບ​ຂອງ​ແຕ່​ລະ​ຄອບຄົວ​ແມ່ນ​ແຕ່ 300-400 ລ້ານ​ດົ່ງ/ປີ/​ເຮັກຕາ, ​ເພີ່ມ​ຂຶ້ນ​ທົບ 3-4 ​ເທົ່າ​ ເມື່ອ​ທຽບ​ໃສ່​ກ່ອນ​ນັ້ນ. ​ເອື້ອຍ Dang Thi Huyen, ຊາວ​ຕາ​ແສງລາ​ບັ່ງ, ​ໃຫ້​ຮູ້​ວ່າ:

”ພວກ​ຂ້າພະ​ເຈົ້າ​​ໄດ້ໄປ​ເຝິກອົບຮົມ​ກ່ຽວ​ກັບ​ການ​ນຳ​ໃຊ້​ວິທີ​ການ​ປູກ ​ແລະ ບົວລະບັດ​ຕົ້ນ​ຊາຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຂາຍ​ໄດ້​ລາ​ຄ່າສູງ. ປະຈຸ​ບັນ, ຄອບ​ຄົວ​ຂ້າພະ​ເຈົ້າ​ໄດ້​ກໍ່ສ້າງ​ເຮືອນ​​ໃໝ່, ປະກອບ​ເຄື່ອງໄຟຟ້າ​ຄື: ຕີ​ວີ, ຕູ້​ເຢັນ, ​​ແອ​ເຢັນ ​ແລະ ​ໃຫ້​ລູກ​ຫຼານ​ໄປ​ຮຽນ​ ຢູ່​ໃນ​ບ້ານ​ຄອບຄົວ​ໃດ​ກໍ່​ມີ​ຊີວິດ​ດີ​ພໍ​ສົມຄວນ,ບໍ່​ມີ​ຄອບຄົວ​ໃດທຸກ​ຍາກ​ອີກ”.

ປະຈຸ​ບັນ, ລາ​ບັ່ງ ມີໝູ່​ບ້ານ​ອາຊີບ​ປຸງ​ແຕ່​ຊາ​ທີ່​ເປັນ​ມູນ​ເຊື້ອ 10 ​ແຫ່ງ ​ແລະ ປະຊາຊົນ​ຢູ່​ແຫ່ງ​ນີ້​ໄດ້​ຫັນປ່ຽນ​ການ​ຜະລິດ​ຈາກ​​ແບບ​ກະ​ແຈກ​ກະຈາຍ, ບໍ່​ມີ​ຈຸດ​ສຸມ​ໄປ​ສູ່​ຮູບ​ແບບ​ການ​ຜະລິດ​ຊາດ້ວຍ​ຄູນ​ນະພາ​ບສູງ. ທົ່ວ​ຕາ​ແສ​ງມີ 3800 ຄົນ, ​ໃນ​ນັ້ນ 70% ຂອງ​ຈຳນວນ​ແຮງ​ງານ​ແມ່ນ​ເຮັດ​ອາຊີບ​ປູກ​ຊາ. ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂອງ​ລາ​ບັ່ງ ​ໃນ​ປີ​ກາຍ​ບັນລຸ 20 ລ້ານ​ດົ່ງ​ຕໍ່​ປີ. ​ເອື້ອຍ Nguyen Thi Hai, ຫົວໜ້າ​ສະຫະກອນ​ຊາ​ລາ​ບັ່ງ, ​ເວົ້າວ່າ:

”ປະຈຸ​ບັນ, ຜູ້​ອອກ​ແຮງ​ງານທີ່​ໄປ​ເຮັດ​ວຽກ​ຢູ່​ບ່ອນອື່ນໆ​ບໍ່​ໄດ້​ຮັບ​ຜົນ​ເຂົາ​ເຈົ້າ​ໄດ້​ກັບ​​ເມືອລົງທຶນ​ເຂົ້າ​ໃນ​ການ​ປູກ​ຊາ. ບັນດາ​ຄອບຄົວ​ທີ່​ປູກ​ຊາ​ພິ​ເສດ​ແມ່ນ​ມີ​ລາຍ​ຮັບ​ສູງ​ທີ່​ສຸດ. ສຳ​ຫຼັບ​ພໍ່​ແມ່​ປະຊາຊົນ​ເມື່ອ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຄື​ແນວ​ນີ້ ​ແລະ ມີ​ການ​ລົງທຶນ​ຫຼາຍ​, ປະສິດທິ​ຜົນ​ຂອງ​ຮູບ​ແບບ​ນີ້​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຫຼາຍ​ທີ່​ສຸດ”.

ຕາແສງລາບັ່ງກໍ່ສ້າງຊົນນະບົດໃໝ່ - ảnh 2

ລາຍ​ຮັບ​ຈາກ​ຕົ້ນ​ຊາ​ເພີ່ມ​ຂຶ້ນ​ສູງ, ຊີວິດ​ຂອງ​ປະຊາຊົນ​ເປັນ​ປົກກະຕິ, ຕາ​ແສງ​ລາ​ບັ່ງ ຍິ່ງ​ມີ​ເງື່ອນ​ໄຂ​ເພື່ອປະຕິບັດ​ມາດຕະຖານ​ອື່ນໆ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ສຳ​ເລັດ. ທາງ​ຕາ​ແສງ​ໄດ້​ນຳ​ໃຊ້​ແຫຼ່ງທຶນ​ຕ່າງໆຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ກໍ່ສ້າງ​​ລະບົບ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ​ຄື: ຄົມມະນາຄົມ, ຊົນລະ​ປະທານ, ​ໂຮງຮຽນ, ສຸກສາລາ, ຕະຫຼາດ, ຫໍ​ວັດທະນະທຳ... ພາຍຫຼັງ 2 ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ລາ​ບັ່ງ​ ໄດ້​ປະຕິບັດ​ສຳ​ເລັດ 12/19 ມາດຕະຖານ. ​ເລຂາ​ຄະນະ​ພັກ​ຕາ​ແສງ​ລາ​ບັ່ງ Nguyen Xuan Nang, ​ໃຫ້​ຮູ້​ວ່າ:

”​ເມື່ອປູກ​ຊາ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຈະ​ສ້າງ​ກຳລັງ​ແຮງ​ສັງ​ລວມ ​ເພື່ອ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ​ຂຶ້ນ​ຕື່ມ. ພໍ່​ແມ່​ປະຊາຊົນ​ສະໜັບສະໜູນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ພັດທະນາ​ເສດຖະກິດ​ທີ່​ສຸດ. ຊ້ຳ​ບໍ່​ໜຳ​ເຂົາ​ເຈົ້າ​ຍັງສະຫງວນ​ທີ່​ດິນ​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ຄົມມະນາຄົມ. ມີ​ບາງບ້ານ, ປະຊາຊົນ​ໄດ້​ບໍລິຈາກ​​ເງິນ​ເພື່ອ​ຊື້​ທີ່​ດິນ​ກໍ່ສ້າງ​ຫໍ​ວັດທະນະທຳ. ປະຊາຊົນ​ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ບັນດາ​ກິດຈະກຳ​​ອະນາ​ໄມ​ສິ່ງ​ແວດ​ລ້ອມ. ຄາດໝາຍ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ປະຕິບັດ​ສຳ​ເລັດ​ກ່ອນ​ປີ 2015”.

ທ່ານ​ນາງ Nguyen Thi Nguyen, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງດ້າຍ​ຕື່ ຖື​ວ່າ, ຜົນສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ລາ​ບັ່ງ ກ່ອນ​ອື່ນ​ໝົດ​ແມ່ນ​ຍ້ອນ​ຕາ​ແສງ​ກຳນົດ​ວິທີ​ເຮັດ​ຢ່າງ​ຖືກຕ້ອງ ​ແລະ ມີ​ທິດທາງ​ປະຕິບັດ​ຢ່າງ​ລະອຽດ:

”ຢາກ​ປະສົບ​ຜົນສຳ​ເລັດ​ໃນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ກ່ອນ​ອື່ນ​ໝົດ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຕ້ອງ​ຮ່ວມ​ຈິດ​ຈ່ວມ​ໃຈ. ການ​ນຳ​ຕ້ອງ​ຊາບ​ຊືມກ່ອນ, ຫຼັງ​ຈາກ​ນັ້ນ​ຈະ​ໂຄສະນາ, ອະທິບາຍ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຫັນ​ໄດ້​ວ່າ, ໂຄງການ​ຊົນນະບົດ​ໃໝ່​ກ້າວ​ເຂົ້າ​ສູ່​ຊີວິດຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສ້າງ​ລາຍ​ຮັບ​ຕື່ມ​ອີກ ​ແລະ ຮັບປະກັນ​ຊີວິດ​ໃຫ້​ແກ່​ເຂົາ​ເຈົ້າ”.

ຕາແສງລາບັ່ງກໍ່ສ້າງຊົນນະບົດໃໝ່ - ảnh 3

ນຳ​ໃຊ້​ທ່າ​ແຮງ​ຂອງ​ທ້ອງ​ຖີ່​ນ, ຖື​ການ​ພັດທະນາ ​ແລະ ຍົກ​ສູງ​ຄຸນຄ່າ​ ​ຕົ້ນ​ຊາ​ເປັນ​ພື້ນຖານ, ລາ​ບັ່ງ ​ໄດ້​ມີ​ທິດ​ທາງ​ເດີນຢ່າງ​ຖືກຕ້ອງ​ເພື່ອ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ - ​ນີ້​ແມ່ນ​ມາດຕະຖານ​ຍາກ​ທີ່​ສຸດ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖີ່​ນ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ປະຊາຊົນ. ນີ້​ແມ່ນ​ເງື່ອນ​ໄຂ​ສຳ​ຄັນ​ເພື່ອ​ໃຫ້​ລາ​ບັ່ງ ປະຕິບັດ​ບັນດາ​ມາດຕະຖານ​ຢ່າງ​ມີ​ໄຊ, ສູ້​ຊົນ​ປະຕິບັດ​ສຳ​ເລັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ