ຕາແສງສິນແຈ້ງ, ແຂວງລາວກາຍ ກໍ່ສ້າງຊົນນະບົດໃໝ່

(vovworld) - ບໍ່​ມີ​ເວລາ​ໃດ​ທີ່​ຕາ​ແສງ​ສິນ​ແຈ້ງ, ​ເມືອງ​ຊີ​ມາ​ກາຍ, ​ແຂວງ​ລາວ​ກາຍ ພັດ​ມີ​ຄວາມຟົດ​ຟື້ນ ດ້ວຍ​ຂະ​ບວນການ​ແຂ່ງຂັນ​ອອກ​ແຮງ​ງານ, ກໍ່ສ້າງ​ທາງ​ຄົມມະ​ນາ​ຄົມ​ຊົນນະບົດ​ຄື​ໃນ​ປະຈຸ​ບັນ. ​ໂຄງການ​ກໍ່ສ້າງ​ຊົນນະ​ບົດ​ໃໝ່​ໄດ້​ລະດົມ​ທັງ​ວົງ​ຄະນາ​ຍາດ​ເຂົ້າ​ຮ່ວມ​ດ້ວຍ​ຄວາມ​ສະໝັກ​ໃຈ, ບາງ​ຄົນ​ປະກອບ​ທີ່​ດິນ, ບາງ​ຄົນປະກອບ​ເຫ່ືອ​ແຮງ ​ແລະ ​ບໍລິຈາກ​ເງິນເພື່ອ​ປະ​ຕິ​ບັດ​ໂຄງການ.

ຕາແສງສິນແຈ້ງ, ແຂວງລາວກາຍ ກໍ່ສ້າງຊົນນະບົດໃໝ່ - ảnh 1

ຊາວເຜົ່າໃນເຂດພູດອຍແຂວງລາວກາຍ

(ພາບ: ອິນເຕີແນດ)

        ບ້ານ​ ສະ​ສິນ​ໂປ ​ໄດ້​ຮັບ​ເລືອກ​ເຟັ້ນປ​ະຕິບັດ​ທົດ​ລອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ຕາ​ແສງ. ນັບ​ແຕ່​ປີ 2012, ບ້ານ​ໄດ້​ຕັ້ງໜ້າ​​ໂຄສະນາ, ຂົນຂວາຍ​ປະຊາຊົນປະກອບ​ທີ່​ດິນ, ​ເຫື່ອ​ແຮງ ​ແລະ ບໍລິຈາກ​ເງິນເພື່ອ​ກໍ່ສ້າງ​ທາງ​ເບ​ຕົງ ​ແລະ ກໍ່ສ້າງ​ບັນດາ​ກິດຈະກຳ​ສະຫວັດດີ​ການ​ສັງຄົມ. ອ້າຍ​ສຸ່ງ​ແຊວ​ຢາ, ​ເຈົ້າ​ບ້ານ​ສະສິນ​ໂປ, ​ໃຫ້​ຮູ້​ວ່າ:

        “ທັງ​ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ປະຕິບັດ​ການກໍ່ສ້າງ​ຊົນນະບົດ​ໃໝ່. ປະຊາຊົນ​ປະກອບ​ທີ່​ດິນ, ​​​ເຫື່ອແຮງ​, ບໍລິຈາກ​ເງິນ, ສ່ວນ​ລັດ​ສະຫງວນ​ຫິນ, ຊີມັງ​ເພື່ອ​ກໍ່ສ້າງ​ທາງ. ກ່ອນ​ນີ້​ບໍ່​ມີ​ທາງ​ຄົມມະນາຄົມ, ການ​ໄປມາ​ຫຍຸ້ງຍາກ​ທີ່​ສຸດ. ປະຈຸ​ບັນ​ມີ​ທາງ​​ໄປມາ​ຢ່າງ​ສະດວກ​ສະບາຍ, ພໍ່​ແມ່​ປະຊາຊົນ​ມີ​ເງື່ອນ​ໄຂ​ພົບ​ປະ​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນ“.

        ນັບ​ແຕ່​ກໍ່ສ້າງ​ທົດ​ລອງບ້ານຊົນນະບົດ​ໃໝ່​, ມາ​ຮອດ​ປະຈຸ​ບັນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ສິນ​ແຈ້ງ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ທັງ 9 ບ້ານ. ທ່ານ ທ່າວ​ອາ​ຈື້, ບ້ານ​ສິນ​ຈາ​ຍ ​ໃຫ້​ຮູ້​ວ່າ. ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ລະດົມ​ທັງ​ລະບົບ​ເຂົ້າ​ຮ່ວມ. ຄອບຄົວ​ທ່ານ ຈື້ ກໍ່​ປະກອບ​ທີ່​ດິນ​ເກ​ືອບ 100 ຕາລາງ​ແມັດ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ ດ້ວຍ​ຄວາມ​ສະໝັກ​ໃຈ.

        “ສຳ​ຫຼັບ​ຂ້າພະ​ເຈົ້າ​ແລ້ວ, ປະກອບ​ທີ່​ດິນ, ​ເຫື່ອ​ແຮງ ​ແລະ ​ບໍລິຈາກ​ເງິນ​ເພື່ອ​ກໍ່ສ້າງ​ທາງ​ເບ​ຕົງ ​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ“.

ຕາແສງສິນແຈ້ງ, ແຂວງລາວກາຍ ກໍ່ສ້າງຊົນນະບົດໃໝ່ - ảnh 2

ຊາວເຜົ່າໃນເຂດພູດອຍແຂວງລາວກາຍຮ່ວມແຮງຮ່ວມໃຈກໍ່ສ້າງທາງ

(ພາບ: ອິນເຕີແນດ)

        ໜຶ່ງ​ໃນ​ບັນດາ​ມາດຖານ​ສຳຄັນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ເຊິ່ງຕາ​ແສງ​ສິນ​ແຈ້ງ​ ສຸມ​ໃສ່​ປະຕິບັດ​ນັ້ນ​ແມ່ນ​ພັດທະນາ​ການ​ຜະລິດ​ຕາມ​ທິດ​ຜະລິດ​ກະ​ສີ​ກຳ​ສົມທົບ​ກັບ​ວຽກ​ງານ​ປ່າ​ໄມ້ ​ແລະ ຍົກ​ສູງ​ມູນຄ່າ​ການ​ຜະລິດ​ໃນ​ເນື້ອ​ທີ່​ປູກຝັງ. ທາງ​ຕາ​ແສງ​ໄດ້​ຍູ້​ແຮງ​ການ​ປູກຝັງ 2 ລະດູ/ປີ, ຍົກ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ​ຂຶ້ນ​ສະ​ເລ່ຍ 600 ກິ​ໂລກຼາມ/ຄົນ/ປີ. ນອກຈາກ​ນາ​ຂັ້ນ​ໃດ​ທີ່​ປູກ 2 ລະດູ​ດ້ວຍ​ແນວ​ພັນ​ເຂົ້າ​ໃໝ່​ທີ່​ມີ​ສະມັດ​ຕະພາບ​ສູງ​ແລ້ວ, ​ເນື້ອ​ທີ່​ໂນນ​ພູ​ເກືອ​ຍທັງ​ໝົດ​ແມ່ນ​ປູກ​ປ່າ, ປູກ​ສາລີ, ຖ່ົວ​ເຫຼືອງ ​ແລະ ຕົ້ນ​ໄມ້​ອຸດສາຫະກຳ​ເປັນ​ສິນຄ້າອື່ນໆ​ອີກ.

        ຍ້ອນມີ​ເນື້ອ​ທີ່​ໂນນ​ພູ​ກວ້າງ, ສິນ​ແຈ້ງ ກໍ່​ແມ່ນ​ທ້ອງ​ຖີ່​ນນຳ​ໜ້າ​ຂອງ​ເມືອງ​ ຊີ​ມາ​ກາຍ ກ່ຽວ​ກັບ​ການ​ລ້ຽງສັດ​ໃນ​ຄອບຄົວ, ດ້ວຍ​ການລ້ຽງສັດ​ແບບ​ເຄິ່ງອຸດສາຫະກຳ, ມີ​ແຜນ​ກຳນົດ​ເຂດ​ປູກ​ຫຍ້າ ​ແລະ ​ເປັນ​ເຈົ້າ​ການ​ກ່ຽວ​ກັບ​ຫົວອາຫານ​ສັດ, ຍ້ອນ​ເຫດ​ນັ້ນ, ມາ​ຮອດ​ປະຈຸ​ບັນ ສິນ​ແຈ້ງ ຈຶ່ງ​ເປັນຕາ​ແສງ​ທີ່​ມີ​ສັດລ້ຽງ​ຫຼາຍ​ກວ່າ​ໝູ່​ໃນ​ເມືອງ. ທ່ານ ຫຼູ່ມິ​ງຢູຍ, ບ້ານ​ມ່າວ​ຊາວ​ຈາ​ຍ, ​ໃຫ້​ຮູ້​ວ່າ:

        “ບັນດາ​ເຈົ້າ​ບ້ານ​ລ້ວນ​ແຕ່​ເຫັນ​ດີ​ໃຫ້ 9 ບ້ານ​ວາງ​ແຜນ​ກຳນົດ​ຕາມ 19 ມາດຖານ​ທີ່​ແຂວງ​ໄດ້​ວາງ​ອອກ. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ໄດ້ຊ່ວຍ​ເຫຼືອ​ກັນ, ພ້ອມ​ກັນ​ກໍ່ສ້າງ​ສຳ​ເລັດ​ບັນດາ​ເສັ້ນ​ທາງ​ຄົມມະນາຄົມ​ໃນ​ບ້ານ​ຕາມ​ມາດຖານ​ທີ່​ແຂວງ​ໄດ້​ວາງ​ອອກເທື່ອ​ລະ​ກ້າວແລ້ວ.

ຕາແສງສິນແຈ້ງ, ແຂວງລາວກາຍ ກໍ່ສ້າງຊົນນະບົດໃໝ່ - ảnh 3

ຊາວເຜົ່າໃນເຂດພູດອຍແຂວງລາວກາຍຮ່ວມແຮງຮ່ວມໃຈກໍ່ສ້າງທາງ

(ພາບ: ອິນເຕີແນດ)

        ຕາມ​ທ່ານ ກື​ແຊວ​ຈຸ້ງ, ຮອງ​ປະທານ​ຄະນະ​ກຳ​ມະ​ນາ​ການ​ປະຊາຊົນ​ຕາ​ແສງ​ສິນ​ແຈ້ງ​ ​ແລ້ວ, ການວາງ​ແຜນ​ແມ່ນ​ວຽກ​ງານ​ຫຍຸ້ງຍາກ ​ແລະ ສັບສົນ, ​ແຕ່​ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ຂະ​ແໜງ​ການ​ກ່ຽວຂ້ອງ​ຕ່າງໆ, ປະຈຸ​ບັນ, ຕາ​ແສງ​ສິນ​ແຈ້ງ ​ໄດ້​ວາງ​ແຜນ​ກຳນົດ​ສຳ​ເລັດ​ແລ້ວ ​ແລະ ບັນລຸ​ໄດ້ 5/19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

        “​ພວກ​ຂ້າພະ​ເຈົ້າ​ໄດ້ໂຄສະນາ, ຂົນຂວາຍ​ປະຊາຊົນ​ເສີມ​ຂະຫຍາຍ​ກຳລັງ​ແຮງ. ດັ່ງ​ນັ້ນ​ປະຊາຊົນ​ທັງ​ໝົດໃນ 9 ບ້ານ​ຂອງ​ຕາ​ແສງ​ສິນ​ແຈ້ງ ​ໄດ້​ເຫັນ​ດີ​ປະກອບ​ທີ່​ດິນ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ, ຫໍ​ວັດທະນະທຳ. ທາງ​ຕາ​ແສງ​ໄດ້​ວາງ​ແຜນການກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ລະອຽດຄື, ​ແຕ່ລະ​ປີ​ຈະ​ສູ້​ຊົນ​ປະຕິບັດ​ສຳ​ເລັດ 4 ມາດຖານ“.

        ດ້ວຍ​ຄວາມ​ມານະ​ພະຍາຍາມ, ສາມັກຄີ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ໃນ​ຕາ​ແສງ, ດ້ວຍ​ບັນດາ​ວຽກ​ງານ​ອັນ​ລະອຽດ, ສິນ​ແຈ້ງ ພວມ​ພະຍາຍາມ​ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ວ່ອງ​ໄວ. ​ແລະ​ສູ້​ຊົນ​ຮອດ​ທ້າຍ​ປີ 2015 ຈະ​ສຳ​ເລັດ​ມາດຖານ​ທັງ​ໝົດ​ໃນໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່.

      

ຕອບກັບ

ຂ່າວ/ບົດ​ອື່ນ