ຕາແສງເຕີນເຫງັຍ,ແຂວງດົ່ງທາບຫັນປ່ຽນຜົນລະປູກສ້າງປະສິດທິຜົນໃນການກໍ່ສ້າງຊົນນະບົດໃໝ່

ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ສຳຄັນ​ຊ່ວຍ​ໃຫ້​ຕາ​ແສງ​ເຕີນ​ເຫງັຍ, ​ເມືອງ ກາວ​ແຫຼ​ງ, ​ແຂວງ ດົ່ງ​ທາ​ບ ກາຍ​ເປັນຕາ​ແສງ​ທຳ​ອິດ​ຂອງ​ເມືອງ​ນີ້​ບັນລຸ​ມາດຖານ​ຊົນນະບົດ​ໃໝ່, ​ນັ້ນ​ແມ່ນ​ການ​ຫັນ​ປ່ຽນ​ຜົນ​ລະ​ປູກ. ສິ່ງ​ດັ່ງກ່າວ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານເສດຖະກິດ​​ໃຫ້​ແກ່​ປະຊາຊົນ. ນັກ​ຂ່າວ ກວິ່ງ​ມາຍ​ ມີ​ບົດ​ຂຽນ: ຕາ​ແສງ ​ເຕີນ​ເຫ​ງັຍ, ​ແຂວງ ດົ່ງ​ທາ​ບ ຫັນປ່ຽນ​ຜົນ​ລະ​ປູກ ສ້​າງປະ​ສິດທິ​ຜົນ​ໃນ​ການ​ກໍ່​ສ້າງ​ຊົນນະບົດ​​ໃໝ່.
ຕາແສງເຕີນເຫງັຍ,ແຂວງດົ່ງທາບຫັນປ່ຽນຜົນລະປູກສ້າງປະສິດທິຜົນໃນການກໍ່ສ້າງຊົນນະບົດໃໝ່ - ảnh 1
ທົ່ງນາປູກໝາກງາ ນຳມາປະສິດທິຜົນສູງ
(ພາບປະກອບ)

        ທ້າຍ​ປີ 2015, ຕາ​ແສງ ​ເຕີນ​ເຫງັຍ ​ໄດ້​ຮັບການ​ຮັບຮອງວ່າ​ແມ່ນ​ໜຶ່ງ​ໃນ 4 ຕາ​ແສງ​ທຳ​ອິດບັນລຸ​ມາດຖານ​ຊົນນະບົດ​ໃໝ່​ຂອງ​​ເມືອງ ກາວ​ແຫຼ​ງ, ​ແຂວງ ດົ່ງ​ທາ​ບ. ຕາ​ແສງ ​ເຕີນ​ເຫງັຍ ນຳ​ມາດ​ຕະຖານ​ຫັນປ່ຽນ​​ໂຄງ​ປະກອບ​ເສດຖະກິດ, ຍົກ​ສູງ​ລາຍ​ຮັບ​ສະ​ເລ່ຍຕໍ່ຫົວ​ຄົນ​ຈາກ 29 ລ້ານ​ດົ່ງ/ຄົນ/ປີ ​ໃນ​ປະຈຸ​ບັນ, ຂຶ້ນ​ເຖິງ 36 ​ລ້ານ​ດົ່ງ/ຄົນ/ປີ​ ​ໃນ​ປີ 2020. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ, ຕາ​ແສງ​ໄດ້​ປຸກລະດົມ​ຂະ​ບວນການ​ຫັນປ່ຽນ​ທີ່​ດິນ​ປູກ​ເຂົ້າ, ​ມາ​ປູກ​ພືດ​ຕາມ​ລະດູ, ​ແມ່ນ​ຕົ້ນ​ແມ່ນ​ໝາກງາ ​ແລະ ສາລີ.

        ດ້ວຍ​ທິດ​ຫັນປ່ຽນ​ການ​ຜະລິດ​ຜົນລະປູກ ​ໂດຍ​ອຳນາດ​ການ​ປົກຄອງ​ຕາ​ແສງ ​ເຕີ​ນ​ເຫງັຍ ປຸກລະດົມ, ບັນດາ​ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂອງຕ​າ​ແສງ​ໄດ້​ສ້າງ ​ແລະ ຜັນ​ຂະຫຍາຍ​ຫຼາຍ​ຂະ​ບວນການ​ເພື່ອ​ແນ​ໃສ່​ປຸກລະດົມ​ທົ່ວ​ປວງ​ຊົນ​ປະກອບ​​ກຳລັງ, ເຫື່ອແຮງ ​ສ້າງ​​ໂສມ​ໜ້າ​ໃໝ່​ໃຫ້​ແກ່​ບ້ານ​ເກ​ີດ​ເມືອງ​ນອນ. ​ໃນ​ນັ້ນ, ສະມາຄົມ​ຊາວ​ກະສິກອນ​ຕາ​ແສງ, ດ້ວຍ​ຂະບວນ​ການ “ສະມາຊິກ​ສະມາຄົມ​ຊາວ​ກະສິກອນ ສາມັກຄີ​, ຊ່ວຍ​ເຫຼືອກັນ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ”, ດຶງ​ດູດ​ສະມາຊິກ​ສະມາຄົມ​ຊາວ​ກະສິກອນ​ຕອບ​ສະໜອງ​​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທ່ານ ກາວ​ວັນ​ເລ່ີ​ຍ, ປະທານ ສະມາຄົມ​ຊາວ​ກະສິກອນຕາ​ແສງ ​ເຕີນ​ເຫງັຍ ​ໃຫ້​ຮູ້​ວ່າ: ຜ່ານ​ບັນດາ​ຮູບ​ແບບ “ໜ່ວຍ​ຮ່ວມ​ທຶນ”, “ໜ່ວຍ​ປະ​ຢັດ”… ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ສະມາຄົມ​ຊາວ​ກະສິກອນຕາ​​ແສງ ​ເຕີນ​ເຫງັຍ ຊ່ວຍ​ເຫຼືອ​ກັນສ້ອມ​ແປງ​ເຮືອນຢູ່, ຂົນຂວາຍ​ປະຊາຊົນ​ສະໜັບສະໜູນ​ຄອບຄົວ​ທຸກ​ຍາກ​ຊື້​ບັດ​ປະກັນ​ສຸຂະພາບ:

        “ຮອດ​ຈຸດ​ເວລາ​ນີ້, ມີ​​ສະມາຊິກ​ພັກ​ຮ່ວມ​ທຶນ​ເກື​ອບ 30 ໜ່ວຍ. ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຂົນຂວາຍ​ພະນັກງານ​ສະມາຊິກ​ພັກ​​ໃຫ້​ຄອບຄົວ​ທຸກ​ຍາກກູ້​ຢືມ​ທຶນ​​ເພື່ອ​ປຸກສ້າງ​ເຮືອນ ບັນລຸ​ມາດຖານ​ທີ່​ໄດ້​ກຳນົດ. ຈຳນວນ​ໜ່ວຍ​ພັກ​​ເຂົ້າ​ຮ່ວມ​ການ​ສະໜັບສະ​ໜູນ​ເງິນ​ໄດ້ 73 ລ້ານ​ດົ່ງ, ​ໃນ​ນັ້ນ​ສະໜອງ​​ເງິນໃຫ້​ຄອບຄົວ​​ໃກ້​ຕົກ​ຢູ່​ມາດຕະຖານ​ຄອບຄົວ​ທຸກ​ຍາກ​ກູ້​ຢຶມທຶນ​ຊື້​ບັດ​ປະກັນ​ສຸຂະພາບ”

ຕາແສງເຕີນເຫງັຍ,ແຂວງດົ່ງທາບຫັນປ່ຽນຜົນລະປູກສ້າງປະສິດທິຜົນໃນການກໍ່ສ້າງຊົນນະບົດໃໝ່ - ảnh 2

ພາບປະກອບ

        ມາ​ຮອດ​ປະຈຸ​ບັນ, ທົ່ວ​ຕາ​ແສງ ​​ເຕີນ​ເຫງັຍ ມີກ່ວາ 1.600 ​ຄອບຄົວ​ຊາວ​ກະສິກອນໄດ້​ຫັນເນື້ອ​ທີ່​ດິນປູກ​ເຂົ້າ​ປະມານ 120 ​ເຮັກຕາ ມາ​ປູກ​ໝາກງາ, ສາລີ. ທ່ານ ​ເລ​ຈູງ​ດົງ, ຕາ​ແສງ ​ເຕີນ​ເຫງັຍ, ​ໃຫ້​ຮູ້​ວ່າ: ພະນັກງານ​ຕາ​ແສງ​ຍາມ​ໃດ​ກໍ່​ເປັນ​ແບບຢ່າງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່:

        “​ນັບແຕ່​ຕົ້ນ​ປີ 2016, ຕາ​ແສງ​ໄດ້​ດຳ​ເນີນ​ການ​ຫັນປ່ຽນ​ຜົນ​ລະ​ປູກ, ສັດລ້ຽງ. ​ໃນ​ການ​​ເຊັນສັນຍາ​ຈຳໜ່າຍ​ຜະລິດ​ຕະພັນ ພະນັກງານ​ເປັນ​ຜູ້​ເຮັດ​ກ່ອນ. ຈາກ​ນັ້ນ, ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ມີ​ຄວາ​ມ​ເຊື່ອ​ໝັ້ນ. ​ໃນ​ເບື້ອງ​ຕົ້ນ, ປະຊາ​ຊົນ​ຍັງ​ຄິດ​ລະ​ແວງສົງ​ໄສ​ແຕ່ຍ້ອນ​ມີ​ການ​ກະທົບ​ຈາກ​ພະນັກງານ, ສະມາຊິກ​ພັກ ​ແລະ ​ເຂົາ​ເຈົ້າ​ໄດ້​ປະຕິບັດ​ກ່ອນ, ດັ່ງ​ນັ້ນ​ຮູບ​ແບບ​ນີ້​ຈຶ່ງ​ບັນລຸ​​ໄດ້ຜົນສຳ​ເລັດ”

        ​​ໂດຍ​ແມ່ນ​ຕາ​ແສງ​ຜະ​ລິດ​ກະສິກຳ​ເປັນ​ຕົ້ນ​, ລາຍ​ຮັບ​ຕົ້ນຕໍຂອງ​ປະຊາຊົນ​ຕາ​ແສງ ​ເຕີນ​ເຫງັຍ ລ້ວນ​ແຕ່​ມາ​ຈາກ​ການ​ຜະລິດ​ກະສິກຳ. ດັ່ງ​ນັ້ນ, ການ​ຫັນປ່ຽນ​ຈາກ​ການ​ປູກ​ເຂົ້າ ມາ​ປູກ​ພືດ ​ໄດ້​ກາຍ​ເປັນ​ຈຸດໝາຍ​ຕົ້ນຕໍ​ໃນ​ການ​ສ້າງ​ໂຄງ​ປະກອບ​ຜະລິດ​ກະສິກຳ​ຄືນ​ໃໝ່. ປະຈຸ​ບັນ, ​ເນື້ອ​ທີ່​ດິນ​ຫັນ​ປ່ຽນ​ຈາກ​ການ​ປູກ​ເຂົ້າ ມາ​ປູກ​ພືດ​ໃນ​ທົ່ວ​ຕາ​ແສງ ​ໄດ້​ນຳ​ມາ​ໃຫ້​ໝາກຜົນ, ​ສ້າງ​ປະຖົມ​ປັດ​ໄຈ​​ເພື່ອໃຫ້​​ທ້ອງ​ຖິ່ນ​ສືບ​ຕໍ່​ພັດທະນາ. ທ່ານ​ນາງ ​ເຈີ່ນ​ທິ​ແທງ​ຖາວ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ເຕີນ​ເຫງັຍ, ​ເຊື່ອ​ໝັ້ນ​ວ່າ: ການ​ຫັນປ່ຽນ​ການ​ຜະລິດ​ຂອງ​ທ້ອງ​ຖ່ິ່ນຈະ​ປະສິດທິ​ຜົນສຳ​ເລັດ:

        “​ໃນ​ປີຜ່ານມາ, ຕາ​ແສງ​ໄດ້​ຍູ້​ແຮງ​ການ​ປະຕິບັດ​ແຜນ​ຮ່າງ​ຫັນປ່ຽນ​ໂຄງ​ປະກອບ​ກະສິກຳ, ​ໃນ​ນັ້ນ​ຫັນປ່ຽນ​ຜົນ​ລະ​ປູກ ​ແລະ ສັດລ້ຽງ​ເປັນ​ຕົ້ນ. ​​ໄປ​ຄຽງ​ຄູ່​ກັນ​ນັ້ນ, ທ້ອງ​ຖິ່ນ​ໄດ້​ປະຕິບັດ​ແຜນ​ຮ່າງປູກ​​ເຂົ້າ​ເປັນ 3 ລະດູ​ການ, ນອກ​ນັ້ນ​ຍັງ​ປູກ​ພືດ ​ເພື່ອ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ​ເນື້ອ​ທີ່​ດິນ​ປູກ​ພືດ​ກໍ່​ບັນ​ລຸປະສິດທິ​ຜົນ ​ແລະ ລາຍ​ຮັບ​ຂອງ​ປະຊາຊົນ​ກໍ່​ໄດ້​ຍົກ​ສູງ​ຂຶ້ນ. ປະຊາຊົນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ເມື່ອ​​ເກັບ​ກຽວ​ໝາກ​ງາ, ໝາກ​ເພັດ, ສາລີ. ດ້ວຍ​ລາຄາ​ໝັ້ນ​ທ່ຽງ, ​ດັ່ງ​ນັ້ນ​ປະຊາຊົນ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ແຜນ​ນະ​ໂຍບາຍ​ຫັນປ່ຽນ​ໂຄງ​ປະກອບ​ການ​ຜະລິດ​ຫຼາຍ.”

        ​ແຜນ​ນະ​ໂຍບາຍ​ຫັນປ່ຽນ​ຜົນ​ລະ​ປູກ, ຈາກ​ການ​ປູກ​ເຂົ້າ ມາ​ປູກ​ພືດ, ​​ໃນ​ເບື້ອງ​ຕົ້ນ​ໄດ້​​ເປັນ​ປົກກະຕິ ​ແລະ ກ້າວ​ເຂົ້າ​ສູ່​ຊີວິດ. ນັ້ນ​ກໍ່​ແມ່ນ​ບັນດາ​ປັດ​ໄຈປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ໃນ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ ​ເຕີນ​ເຫງັຍ.

                                       


ຕອບກັບ

ຂ່າວ/ບົດ​ອື່ນ