ທະຫານ ແລະ ປະຊາຊົນຕາແສງໝີແຄ໋ງຮ່ວມກັນຕ້ອນຮັບບຸນປີໃໝ່


(vovworld) – ປີ​ນີ້, ປະຊາຊົນ​ຢູ່​ຕາ​ແສງ ໝີ​ແຄ໋ງ, ນະຄອນ​ເກິ່ນ​ເທີ ​ໄດ້​ຕ້ອນຮັບ​ບຸນປີ​ໃໝ່ ປີ​ມະ​ເມຍ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ເລື່ອງ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ຕາ​ແສງ​ຊົນນະບົດ​ໃໝ່. ພິ​ເສດ, ບຸນປີ​ໃໝ່​ປະຈຳ​ຊາດ​ປີ​ນີ້, ກອງ​ບັນຊາ​ການ​ທະຫານ​ນະຄອນ​ເກິ່ນ​ເທີ ​ໄດ້​ຈັດ​ຕັ້ງ​ການ​​ເຄື່ອນ​ໄຫວ​ຕ້ອນຮັບ​ບຸນປີ​ໃໝ່​ພ້ອມ​ກັບ​ປະຊາຊົນ​ຢູ່​ຕາ​ແສງ, ​ເພື່ອ​ໃຫ້​ທະຫານ ​ແລະ ປະຊາຊົນ​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ດ້ວຍ​ຄວາມ​ອົບ​ອຸ່ນ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ມູນ​ເຊື້ອ​ຂອງ​ເຂດ​ບ້ານ​ນາ​ພາກ​ໃຕ້..

ທະຫານ ແລະ ປະຊາຊົນຕາແສງໝີແຄ໋ງຮ່ວມກັນຕ້ອນຮັບບຸນປີໃໝ່ - ảnh 1

ທະຫານ ແລະ ປະຊາຊົນຕາແສງໝີແຄ໋ງຮ່ວມກັນຕ້ອນຮັບບຸນປີໃໝ່

(ພາບອິນເຕີແນດ)

        ​ໃນ​ໄລຍະ​ຕໍ່ຕ້ານ ຕ້ານ​ອາ​ເມ​ລິ​ກາ, ຕາ​ແສງໝີ​ແຄ໋ງ, ​ເມືອງ​ຟອງ​ດ່ຽນ ​ແມ່ນ​ສະຖານ​ທີ່​ເຕົ້າ​ໂຮມ​​ທະຫານ​ບົນ​ເສັ້ນທາງ​ເຄື່ອນ​ທັບ. ມີ​ຫຼາຍ​ຄອບຄົວ​ຢູ່​ໝີ​ແຄ໋ງ ມີ 3, 4 ລຸ້ນຄົນ​ເປັນ​ທະຫານ​ລຸງ​ໂຮ່. ດັ່ງ​ນັ້ນ​ໝີ​ແຄ໋ງ ຈຶ່ງ​ໄດ້​ຮັບ​ມະ​ຍົດ​ວ່າ​ແມ່ນ​ຕາ​ແສງ​ວິລະ​ຊົນ. ທະຫານ​ມາ​ແຫ່ງ​ນີ້, ​ແມ່ນ​ກັບ​ມາ​ຄອບຄົວ​ແຫ່ງ​​ສາມັກຄີ​ລະຫວ່າງ​ທະຫານ ​ແລະ ປະຊາຊົນ, ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍ​ເລືອດ​ເນື້ອ, ດ້ວຍ​ຄວາມ​ປາຖະໜາ​ໄດ້​ຮັບ​ສັນຕິພາບ ​ແລະ ພັດທະນາ​ນັບ​ແຕ່​ໄລຍະ​ສົງຄາມ​ຫຍຸ້ງຍາກ, ລຳບາກ​ ​ແລະ ດຸ​ເດືອດທີ່​ສຸດ. ​ເອື້ອຍ ຟ້າ​ມຢ້ຽວລິງ, ປະທານ​ສະມາຄົມ​ແມ່ຍິງ​ຕາ​ແສງ​ໝີ​ແຄ໋ງ, ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ກໍ່​ແມ່ນ​ລູກ​ຂອງ​ທະຫານ ​ແລະ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ໄດ້​ດຳລົງ​ຊີວິດ​ໃນ​ດິນ​ແດນ​ວິລະ​ຊົນ, ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ທະຫານ ​ແລະ ປະຊາຊົນ​, ​ເຊິ່ງມີ​ມາ​ແຕ່​ໄລຍະ​ສົງຄາມ. ​ໂດຍສືບ​ທອດ​ມູນ​ເຊື້ອ​ອັນ​ດີງາມ​ນັ້ນ, ​ ປະຈຸ​ບັນ, ​ທະຫານ​​ໄດ້​ຊ່ວຍປະຊາຊົນ​ຜູ້​ທຸກ​ຍາກ​ກໍ່ສ້າງ​ເຮືອນ​ແຫ່ງ​ມະຫາ​ສາມັກຄີ​ ​ແລະ ພ້ອມ​ກັບ​ປະຊາຊົນຕ້ອນຮັບ​ບຸນປີ​ໃໝ່​, ອັນ​ໄດ້​ສ້າງ​ບັນຍາກາດຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃໝ່“.

        ປະຈຸ​ບັນ, ນັກ​ທ່ອງ​ທ່ຽວ​​ຈາກ​ທຸກ​ສາລະ​ທິດມາ​ເກິ່ນ​ເທີ, ​ເຄີຍ​​ໄປ​ຢ້ຽມຢາມ​ບ້ານ​ທ່ອງ​ທ່ຽວ​ໝີ​ແຄ໋ງ, ຢ້ຽມຢາມ​ສວນ​ມອນ​ຫ້າ​ເຈົາ, ກາ​ກາວ, ໝາກ​ລຳ​ໃຍ​ຟອງ​ດ່ຽນ ​ແລະ ພັກຜ່ອນ​ຢູ່​ເຮືອນ​ຂອງ​ປະຊາຊົນ. ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ພັດທະນາ​ເສດຖະກິດ ​ແລະ ​ເສີມ​ຂະຫຍາຍ​ທ່າ​ແຮງ​ດ້ານ​ທ່ອງ​ທ່ຽວ, ຕາ​ແສງ​ໝີ​ແຄ໋ງ​ ໄດ້​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ມາດຖານ​ທີ່​ບັນລຸ​ໄດ້​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ສິ່ງ​ແວດ​ລ້ອມ​ທີ່​ສະອາດ, ສວຍ​ງາມ, ສະຫງົບ​ສຸກ, ທັງ​ຍົກ​ສູງ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ, ທັງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢາມ.

        ບຸນປີ​ໃໝ່​ປີ​ນີ້, ທະຫານ​ພ້ອມ​ກັບ​ທາງ​ນະຄອນ​ ​ລະດົມ​ທຶນ, ​ກຳລັງ​ເຫື່ອ​ແຮງ​ເພື່ອ​ຊ່ວຍ​ຕາ​ແສງ​ໝີ​ແຄ໋ງ ກໍ່ສ້າງ​ເຮືອນ​ໃໝ່​ຕື່ມ​ອີກ 39 ຫຼັງ​ໃຫ້​ແກ່​ປະຊາຊົນ​ທີ່​ທຸກ​ຍາກ, ຂຸດ​ຄອງ​ເໝືອງ, ຄູນ​ຄັນ​ຄູ, ກໍ່ສ້າງ​ເຕົາ​ກຳຈັດ​ຂີ້​ເຫຍື່ອ​ໃຫ້​ສຸກສາລາ​ຕາ​ແສງ… ດັ່ງ​ນັ້ນ​ໂສມ​ໜ້າ​ຂອງ​ຕາ​ແສງ​ໄດ້​ມີ​ການ​ປ່ຽນ​ໃໝ່ ​ແລະ ມີ​ຫຼາຍ​ຄອບຄົວ​ທີ່​ທຸກ​ຍາກ​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ໃນ​ພວາ​ມ​ເບີກບານ​ມ່ວນ​ຊື່ນ​ຢ່າງ​ແທ້​ຈິງ. ບຸນປີ​ໃໝ່​ນີ້, ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ທະຫານ ​ແລະ ປະຊາຊົນ​ໃນ​ທ້ອງ​ຖີ່​ນ, ຄອບຄົວ​ເອື້ອຍ ​ເລ​ທິງາ, ​​ເຊິ່ງ​ແມ່ນ​ຄອບຄົວ​ທີ່​ທຸກ​ຍາກ ​ໄດ້​ມີ​ເຮືອນ​ຫຼັງ​ໃໝ່​.

        “ຂໍ​ຂອບ​ອົກ​ຂອບ​ໃຈ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ​ແລະ ທະຫານ​ໄດ້​ກໍ່ສ້າງ​ເຮືອນ​ຫຼັງ​ໃໝ່​ໃຫ້​ຄອບຄົວ​ຂ້າພະ​ເຈົ້າ. ທັງ​ຄອບຄົວ​ຂ້າພະ​ເຈົ້າ​ຜູ້​ໃດ​ກໍ່​ພາກພູມ​ໃຈ​ຈົນ​ນອນ​ບໍ່​ລັບ. ບຸນປີ​ໃໝ່​ນີ້​ມີ​ເຮືອນ​ຫຼັງ​ໃໝ່, ມີ​ບ່ອນ​ບູຊາ​ພໍ່​ແມ່​ຢ່າງ​ຮຽບຮ້ອຍ, ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ“.

ທະຫານ ແລະ ປະຊາຊົນຕາແສງໝີແຄ໋ງຮ່ວມກັນຕ້ອນຮັບບຸນປີໃໝ່ - ảnh 2

ທະຫານ ແລະ ປະຊາຊົນຮ່ວມກັນຫໍ່ເຂົ້າຕົ້ມຕ້ອນຮັບບຸນປີໃໝ່

(ພາບອິນເຕີແນດ)


        ບຸນປີ​ໃໝ່​ແຫ່ງ​ຄວາມ​ສາມັກ​ຄີ​ລະຫວ່າງ​ທະຫານ ​ແລະ ປະຊາຊົນ​ຢູ່ ໝີ​ແຄ໋ງ, ບໍ່​ພຽງ​ແຕ່​ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ແກ່​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ​ເທົ່າ​ນັ້ນ, ຫາກຜ່ານການ​ເຄື່ອນ​ໄຫວ​ແທດ​ຈິງ​ຫຼາຍ​ຢ່າງ ​ໄດ້​ປະກອບສ່ວນ​​ສຶກສາ​ມູນ​ເຊື້ອ​ປະຕິວັດໃຫ້​ແກ່​ລຸ້ນໜຸ່ມ​ອີກ​ດ້ວຍ. ​ໃນ​ບັນຍາກາດ​ແຫ່ງ​ຄວາມ​ອົບ​ອຸ່ນ, ​ເຕັມ​ໄປ​ດ້ວຍ​ສາຍ​ຈິດ​ມິດ​ໃຈ​ລະຫວ່າງ​ທະຫານ ​ແລະ ປະຊາຊົນ. ມີ​ນັກຮົບ​ໜຸ່ມ​ຫຼາຍ​ຄົນກໍ່​ດີ​ໃຈ​ທີ່​ສຸດ​ເມື່ອໄດ້​ຕ້ອນຮັບ​ບຸນປີ​ໃໝ່​ພ້ອມກັບ​ປະຊາຊົນ​ເປັນ​ເທື່ອ​ທຳ​ອິດ​​. ນັກຮົບ ຟ້າ​ມຈີ໋ຫາຍ, ​ແບ່ງປັນ​ວ່າ:

 “​ເປັນ​ຄັ້ງ​ທຳ​ອິດ​​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ພ້ອມ​ກັບ​ປະຊາຊົນ, ຂ້າພະ​ເຈົ້າ​ຮູ້​ສື​ກພາກພູມ​ໃຈ​ທີ່​ສຸດ. ​ເມື່ອ​ໄດ້​ພົບ​ປະ​, ຊ່ວຍ​ເຫຼືອ​ປະຊາຊົນ​ໃນ​ການ​ສ້ອມ​ແປງ​ທາງ​ຄົມມະນາຄົມ, ຄູນ​ຄັນ​ຄູ. ປະຊາຊົນ​ຕາ​ແສງ​ໝີ​ແຄ໋ງ, ​ເມືອງ​ຟອງ​ດ່ຽນຮັກ​ແພງ​ທະຫານ​ພວກ​ຂ້າພະ​ເຈົ້າຫຼາຍ. “

        ​ເພື່ອນ ຫງວຽນ​ຍືງອກ, ຊາວ​ໜຸ່ມ​ບ້ານ ໝີ​ເຟືອ​ກ, ຕາ​ແສງ​ໝີ​ແຄ໋ງ, ​ໃຫ້​ຮູ້​ວ່າ:

        “ປີ​ນີ້​ທະຫານ ​ແລະ ປະຊາຊົນ​ພ້ອມ​ກັນຕ້ອນຮັບ​ບຸນປີ​ໃໝ່​ ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ພາກພູມ​ໃຈ​ທີ່​ສຸດ. ທະຫານ​ໄດ້​ຊ່ວຍ​ປະຊາຊົນ​ປຸກ​ສ້າງ​ເຮືອນ​ຢູ່, ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້ການ​ໄປມາ​ຂອງ​ປະຊາຊົນ. ດັ່ງ​ນັ້ນ​ເມື່ອ​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ພ້ອມ​ກັບ​ທະຫານ, ປະຊາຊົນ​ດີ​ໃຈ​ຫຼາຍ“.

        ​ໂດຍ​ແມ່ນ​ທ້ອງ​ຖີ່​ນໜຶ່ງ​ດຽວ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທີ່ຈັດ​ຕັ້ງ​ ​ແລະ ຮັກສາການ​ເຄື່ອນ​ໄຫວ​ຕ້ອນຮັບ​ບຸນປີ​ໃໝ່​ຮ່ວມ​ກັນລະຫວ່າງ​ທະຫານ ​ແລະ ປະຊາຊົນ​ມາ​ຫຼາຍ​ປີ​ແລ້ວນັ້ນ​. ​ແຕ່ລະ​ເທື່ອ, ​ເມື່ອ​ບຸນປີ​ໃໝ່​ວຽນມາ, ຕາ​ແສງ​ໝີ​ແຄ໋ງ, ​ເຊິ່ງ​ແມ່ນ​ຖານ​ທີ່​ໝັ້ນ​ປະຕິວັດ​ຂອງ​ນະຄອນ​ກໍ່ຟົດ​ຟື້ນ​ມ່ວນ​ຊື່ນ, ​ເຕັມ​ໄປ​ດ້ວຍ​ຄວາມສະໜິດ​ຕິດ​ພັນ​ລະຫວ່າງ​ທະຫານ ​ແລະ ປະຊາຊົນ. ຕາມ​ນັ້ນ​ແລ້ວ, ຮູບ​ພາບ “ອ້າຍ​ທະຫານ​ລຸງ​ໂຮ່“ ນັບ​ມື້​ນັບ​ດີງາມ​ກວ່າ​ໃນ​ຈິດ​ໃຈ​ຂອງ​ປະຊາຊົນ​ເກິ​ນ​ເທີ, ອັນ​ໄດ້​ປະກອບສ່ວນ​ສ້າງ​ຄວາມ​ເຊື່ອ​ໝັ້ນ ​ແລະ ​ເຕົ້າ​ໂຮມ​ກຳລັງ​ແຮງ​ຂອງ​ປະຊາຊົນ ​ເພື່ອ​ພ້ອມ​ກັນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ສວຍ​ງາມ ​ແລະ ຮັ່ງມີ.

ຕອບກັບ

ຂ່າວ/ບົດ​ອື່ນ