ນັກຮົບເກົ່າແຂວງເບັ໋ນແຈນຳໜ້າໃນການກໍ່ສ້າງຊົນນະບົດໃໝ່


(vovworld) – ເມື່ອ​ກັບ​ຄືນ​ສູ່​ຊີວິດ​ປະຈຳ​ວັນພາຍຫຼັງ​ເຂົ້າ​ຮ່ວມການ​ຕໍ່ຕ້ານ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ບັນດາ​ນັກຮົບ​ເກົ່າ​ຢູ່​ແຂວງ​ເບັ໋ນ​ແຈ ຍາມ​ໃດ​ກໍ່​ມີ​ສະຕິ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ທາດ​ແທ້ອັນ​ສູງສົ່ງ ​ແລະ ສວຍ​ງາມ​ຂອງ “ທະຫານ​ລຸງ​ໂຮ່“. ບໍ່​ພຽງ​ແຕ່​ປະກອບ​ພູມ​ປັນຍາ​ຊ່ວຍ​ທ້ອງ​ຖີ່​ນປະຕິບັດ​ກິດຈະການ​ພັດທະນາ​ເສດຖະກິດ, ສັງຄົມ​ເທົ່າ​ນັ້ນ, ​ບັນດາ​ນັກຮົບ​ເກົ່າ​ຍາມ​ໃດ​ກໍ່​ນຳ​ໜ້າ​ໃນ​ການ​ຂົນຂວາຍ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ແຂວງ​ເບັ໋ນ​ແຈ ອີກ​ດ້ວຍ.

ນັກຮົບເກົ່າແຂວງເບັ໋ນແຈນຳໜ້າໃນການກໍ່ສ້າງຊົນນະບົດໃໝ່ - ảnh 1

ເສັ້ນທາງໄດ້ຮັບການກໍ່ສ້າງໃໝ່ຢູ່ແຂວງເບັ໋ນແຈ

(ພາບ: ອິນເຕີແນດ)

ມາ​ຢ້ຽມຢາມ​ຕາ​ແສງ​ເຈົາບິ່ງ, ​ເມືອງ​ຢົ່ງ​ຈົມ, ​ແຂວງ​ເບັ໋ນ​ແຈ, ​ໃນ​ຊຸມ​ມື້​ນີ້​ກໍ່ເຫັນ​ວ່າ, ບັນດາ​ຂົວ, ທາງ​ຄົມມະນາຄົມ​ຊົນນະບົດ​ພວມ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ​ຢ່າງ​ກວ້າງຂວາງ...ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້ເຫັນ​ການ​ປ່ຽນ​ແປງ​ຢູ່​ເຂດ​ບ້ານ​ນາ​ທີ່​ອຸດົມສົມ​ບຸນ ​ແລະ ມັ່ງ​ຄັ່ງ​ນີ້. ​ເພື່ອ​ມີ​ບັນດາ​ເສັ້ນທາງ​ທີ່​ກວ້າງຂວາງ, ສ້າງ​ຄວາມສະດວກ​​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດນັ້ນ, ອຳນາດ​ການ​ປົກຄອງ​ຕາ​ແສງ, ​ເຊິ່ງ​ແກ່ນສານ​ແມ່ນ​ບັນດາ​ນັກຮົບ​ເກົ່າ, ​ໄດ້​ຂົນຂວາຍ​ປະຊາຊົນ​ກໍ່ສ້າງລຳ​ຄອງ, ​ຝາຍ​ນຳ້​ລົ້ນ, ບໍລິຈາກ​ທີ່​ດິນ, ທຳລາຍ​ຮົ້ວ, ຕັດ​ໄມ້​ເປີດ​ທາງ. ​ເພື່ອ​ຂົນຂວາຍ​ປະຊາຊົນ, ສະມາຄົມ​ນັກຮົບ​ເກົ່າ​ໄດ້​ສະ​ເໜີ​ກໍ່ສ້າງ​ທາງ​ແຕ່​ລະ​ຕອນ. ຕາມ​ນັ້ນ​ແລ້ວ, ​ເສັ້ນທາງ​​ແລ່ນຜ່ານ​ເນື້ອທີ່​ດິນ​ຂອງ​ບັນ​ດາ​ນັກຮົບ​ເກົ່າ​ຈະໄດ້​ຮັບ​ການ​ກໍ່ສ້າງ​ກ່ອນ, ຈາກ​ນັ້ນ​ຈຶ່ງ​ກໍ່ສ້າງບັນດາ​ຕອນ​ທາງ​ທີ່​ຍັງ​ເຫຼືອ.

ມາດ​ຕະການ​ນີ້​ໄດ້​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​​ໃນ​ໝູ່​ປະຊາຊົນ​ທຸກ​ຄົນ. ຍ້ອນ​ເຫດ​ນັ້ນ, ​ບັນດາ​ເສັ້ນທາງ​ລະຫວ່າງ​ບ້ານ, ຕາ​ແສງ​ຍາວ​ນັບ​ສິມ​ກິ​ໂລ​ແມດ ​ຈຶ່ງໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ, ປະກອບສ່ວນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ, ຊ່ວຍ​ປະຊາຊົນ​ໄປມາ​ຢ່າງ​ສະດວກ​ສະບາຍ. ທ່ານ ດ່າວວັນ​ໂຫ້​ຍ, ​ເລຂາ​ຄະນະ​ພັກ​ຕາ​ແສງ​ເຈົາບິ່ງ, ​ໃຫ້​ຮູ້​ວ່າ:

ສຳລັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ບົດບາດ​ຂອງ​ສະມາ​ຄົມ​ນັກຮົບ​ເກົ່າບໍ່​ພຽງ​ແຕ່​ນຳ​ໜ້າ, ​ເປັນ​ແບບຢ່າງ​ໃນ​ການ​ບໍລິຈາກ​ທີ່​ດິນ​ເພື່ອ​ກໍ່ສ້າງ​ທາງ, ຫໍ​ວັດທະນະທຳ​ບ້ານ​ເທ່າ​ນັ້ນ. ຫາກບັນດາ​ສະມາຊິກ​ນັກຮົບ​ເກົ່າ​ໃນ​ຕາ​ແສງ​ຍັງ​ເຂົ້າຮ່ວມການ​ກໍ່ສ້າງ​ທາງ​ຄົມມະນາຄົມຊົນນະບົດ, ກິດຈະກຳຊົນລະປະທານອີກ​ດ້ວຍ. ຍ້ອນ​ເຫດ​ນັ້ນ, ປະຊາຊົນ​ຈຶ່ງ​ເຫັນ​ອົກ​ເຫັນ​ໃຈ​ສະໜັບສະໜູນ ​ແລະ ປະຕິບັດ​ຕາມ. ​ໃນ​ໄລຍະ​ຜ່ານ​ມາ, ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ທ້ອງ​ຖີ່​ນ“.

ກວ່າ 3 ປີ​ທີ່​ຜ່ານ​ມາ, ນັກຮົບ​ເກົ່າ​ແຂວງ​ເບັ້ນ​ແຈ​ ຍາມ​ໃດ​ກໍ່​ນຳ​ໜ້າ​ໃນ​ການປະຕິບັດ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່ 25 ຕາ​ແສງ​ໃນ​ແຂວງ, ​ໄລຍະ 2011 – 2015. ​ໄລ່​ມາ​ຮອດ​ປະຈຸ​ບັນ. ສະມາຄົມ​ນັກຮົບ​ເກົ່າ​ແຂວງ​ເບັ໋ນ​ແຈ​ ​ໄດ້​ບໍລິຈາກ​ຊີມັງ​ກໍ່ສ້າງ​ທາງຄົມມະ​ນາ​ຊົນນະບົດ​ໃນ​ເນື້ອ​ທີ່ 78.000 ຕາ​ແມດ; ຂົນ​ຂວາ​ຍ ​ແລະ ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຂົວ 80 ​ແຫ່ງ, ດ້ວຍຈຳນວນ​ເງິນ​​ບໍລິຈາກ ​ແລະ ຂົນຂວາຍທັງ​ໝົດ​ແມ່ນ​ເກືອບ 4,5 ຕື້​ດົ່ງ, ພ້ອມ​ກັບ​ແຮງ​ງານກວ່າ 18.400 ວັນ.

​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່. ສະ​ມາ​ຄົມ​ນັກຮົບ​ເກົ່າ​ແຂວງ​ເບັ໋​ນແຈ ຍ່າມ​ໃດ​ກໍ່​ກຳນົດ​ວ່າ, ກຳລັງ​ນັກຮົບ​ເກົ່າ​ມີ​ບົດບາດ​ປະຈັນບານ, ​ເປັນ​ແບບຢ່າງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ທ້ອງ​ຖີ່​ນ. ພິ​ເສດ, ຄະນະ​ບໍລິຫານ​ງານ​ສະມາຄົມ​ນັກຮົບ​ເກົ່າ​ແຂວງ​ເບັ໋ນ​ແຈ ​ໄດ້​ວາງ​ຄາດໝາຍ “ລົບ​ລ້າງ​ຄວາມທຸກ​ຍາກ​ໃຫ້​ບັນດາຄອບຄົວນັກຮົບ​ເກົ່າ​ທີ່​ທຸກ​ຍາກ“ ​ແລະ ຖື​ວ່າ, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ກໍ່ສ້າງ​ຊົນນະບົດ​ໃໝ່. ບົນ​ພື້ນຖານ​ນັ້ນ, ສະມາຄົມ​ທຸກ​ຂັ້ນ​ໄດ້​ວາງ​ອອກ​ຫຼາຍ​ມາດ​ຕະການ ​ເພື່ອ​ຊ່ວຍ​ພະນັກງານ, ສະມາຊິກ​ສະມາຄົມ​​​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຄື: ກໍ່ສ້າງ​ສະ​ໂມ​ສອນ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ລົບ​ລ້າງ​ຄວາມອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ; ສ້າງ​ສະຫະກອນ​ຜະລິດ, ໜູນ​ຊ່ວຍ​ການ​ກູ້​ຢືມ​ທຶນ​ຈາກ​ທະນາຄານ. ກໍ່ສ້າງ​ກອງ​ທຶນ​ກຸສົນ​ເພື່ອນ​ຮ່ວມ​ກົມ​ກອງ... ຍ້ອນ​ເຫດ​ນັ້ນ, ​ແຕ່ລະ​ປີ​ຈຳນວນ​ສະມາຊິກ​ສະມາຄົມ​ນັກຮົບ​ເກົ່າ​​ສາມາດ​ບືນ​ຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​​ໄດ້ກວ່າ 20%. ທ່ານ ບູ່​ຍ​ແທງ​ເຂີຍ, ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ແຂວງ​ເບັ໋ນ​ແຈ, ​ໃຫ້​ຮູ້​ວ່າ:

        “ທັດສະນະ​ຂອງ​ຄະນະ​ປະຈຳ​ສະ​ຄົມ​ນັກຮົບ​ເກົ່າ​ກ່ຽວ​ກັບ​ການ​ກໍ່ສ້າງຊົນນະ ບົດໃໝ່ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ສະມາ​ຄົມ​ນັກຮົບ​ເກົ່າ​ແຂວງ​​ໄດ້ຂົນຂວາຍ​ສະມາຊິກ​ປະຕິບັດ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ເພື່ອ​ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ແຂວງ​ເບັ໋ນ​ແຈ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ“.

        ຈາກ​ແຜນ​ນະ​ໂຍບາຍດັ່ງກ່າວ, ສະມາຄົມ​ນັກຮົບ​ເກົ່າ​​ແຂວງທຸກ​ຂັ້ນ​​ຍາມ​ໃດ​ກໍ່​ຍົກ​ສູງ​ຄວາມ​ຮັບຜິດຊອບ, ພ້ອມ​ກັບ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ທ້ອງ​ຖີ່​ນກໍ່ສ້າງ​ຊົນນະບົດ​ໃໝ່, ປະກອບສ່ວນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ຮັ່ງມີ ​ແລະ ສວຍ​ງາມ.

ຕອບກັບ

ຂ່າວ/ບົດ​ອື່ນ