ນ້ຳສະອາດ ແລະ ຈຸດໝາຍກໍ່ສ້າງຊົນນະບົດໃໝ່

(vovworl) - ສຳ​ຫຼັບຊາວ​ນະຄອນ​, ນ້ຳ​ປະປາ​​ແມ່ນ​ສິ່ງ​ທີ່​ຄຸ້ນ​ເຄີຍ​ແລ້ວ​​, ​ແຕ່​ຢູ່​ເຂດ​ຊົນນະບົດ, ​ແຫ່ງ​ບໍ່​ທັນ​ມີ​ລະບົບ​ນ້ຳ​ປະປາ, ປະຊາຊົນ​ຈະນຳ​ໃຊ້​​ແຫຼ່ງນ້ຳ​ໃດ​ໃນ​ຊີວິດ​ປະຈຳ​ວັນ? ນ້ຳ​ບາ​ດານ ​ແລະ​ ນ້ຳ​ຝົນ​ແມ່ນ​ການ​ເລືອກ​ເຟັ້ນຂອງ​ຊາວ​ຕາ​ແສງ​ຊອງ​ເຟື້ອງ, ​ເຊິ່ງ​ແມ່ນ​ຕາ​ແສງ​ຊົນນະບົດ​ຢູ່​ຊານ​ນະຄອນ​ຮ່າ​ໂນ້ຍ. ​ແຕ່​ແຫຼ່ງນ້ຳນີ້​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ​ຫຼື​ບໍ? ​ແລະ​ ສິ່ງ​ສຳຄັນ​ກວ່າ, ​ແມ່ນ​ມັນ​ຈະ​ຮັບປະກັນ​ດ້ານ​ຫຼັກອະນາ​ໄມ​ຫຼື​ບໍ່? ​ກ່ຽວ​ກັບ​ບັນຫາ​ນີ້, ​ເຊີນ​ທ່ານ​ຮັບຟັງ​ບົດ​ຂອງ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ທີ່​ມີ​ຫົວ​ຂໍ້​ວ່າ ” ນ້ຳ​ສະອາດ ​ແລະ​ ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່

ນ້ຳສະອາດ ແລະ ຈຸດໝາຍກໍ່ສ້າງຊົນນະບົດໃໝ່ - ảnh 1
ພາບປະກອບ (google.com.vn)

        ພວກ​ເຮົາ​ມາ​ຢ້ຽມຢາມ​ຕາ​ແສງ​ຊອງ​ເຟື້ອງ, ​ເຊິ່ງ​ແມ່ນ​ຕາ​ແສງ​ກະ​ສີກຳທີ່​ຫ່າງ​ຈາກ​​ໃຈກາງນະຄອນຫຼວງ​ຮ່າ​ໂນ້ຍປະມານ 20 ກມ. ​ໃນ​ຍາມ​ຕົ້ນ​ລະດູ​ຮ້ອນ, ​​ແສງແດດ​ກ້າ, ​ເຮັດ​ໃຫ້​ອາກາດຮ້ອນ​ເອົ້າ​ຫຼາຍ. ​ແຕ່​ຄວາມ​ຮ້ອນ​ເອົ້າ​ນັ້ນ​ພັດ​ບັນ​ເທົາ​ລົງ​ເມື່ອ​ພວກ​ເຮົາ​ພົບ​ເຫັນ​ສະ​ນ້ຳ​​ໃສ​ເຢັນຢູ່ໃນ​ບ້ານ. ​ແຕ່ປະຈຸ​ບັນ, ສະ​ນ້ຳ​ແຫ່ງ​ນີ້ພຽງ​ແຕ່​ຊ່ວຍ​ປັບ​ອາກາດ​ໃຫ້​ປະຊາຊົນ​ໃນ​ໝູ່​ບ້ານ​ເທົ່າ​ນັ້ນ, ຫາກ​ບໍ່​ແມ່ນ​ແຫຼ່ງສະໜອງ​ນ້ຳ​ໃຊ້​ຕົ້ນ​ຕໍ່ຄື​ໃນ​ເມື່ອ​ກ່ອນ​ອີກ, ​ເພາະວ່າ​ປະຊາຊົນ​ດ່ານ​ເຟື້ອງ​ ໄດ້​ຊອກ​ຫາ​ແຫຼ່ງນ້ຳ​ອື່ນ​ໃຫ້​ແກ່​ຕົນ​ແລ້ວ.

        ອ້າຍ ບູ່​ຍ​ແອ​ງຕ໋ວນ ຢູ່​ບ້ານ​ທາ​ບ​ເທື້ອງ, ຕາ​ແສງ​ຊອງ​ເຟື້ອງ ​ພວມ​ລ້າງ​ຜັກ​ເພື່ອ​ກະກຽມ​ໃຫ້​ຄາບ​ອາຫານ​ຕອນ​ທ່ຽງ. ກະ​ແສ​ນ້ຳ​​ໃສ​ເຢັນ​ທີ່ໄຫຼອອກ​ຈາກ​ກອ໋ກ​ນ້ຳນັ້ນ ​ແມ່ນ​ເອົາ​ມາ​ຈາກ​​ແຫຼ່ງນ້ຳບາ​ດານ, ​ເຊິ່ງຄອບຄົວ​ອ້າຍ​ໄດ້​ເຈາະ​ກ່ອນ​ນີ້​ນັບ​ສິບ​ປີ​ແລ້ວ. ນ້ຳ​ບາ​ດານ​ພາຍຫຼັງ​ກັ່ນ​ຕອງຢ່າງລະອຽດ​ຈະ​ຖື​ກສູບ​ຂຶ້ນອ່າງ​ເກັບ​ນ້ຳ​ທີ່​ຕັ້ງ​ເທິງດາດ​ຟ້າ​. ​ແຫຼ່ງນ້ຳ​ຫຼາຍ​ພໍ​ສົມຄວນ ​ແລະ ພໍ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ຄອບຄົວ. ​ແຕ່​ອ້າຍ​ Tuan ຍັງ​ກໍ່ສ້າງ​ອ່າງເກັບ​ນ້ຳ​ໃຫຍ່ຕື່ມ​ອີກ​ອັນ​ໜຶ່ງເພື່ອ​ບັນຈຸ​ນ້ຳ. ອ້າຍ​ໃຫ້​ຮູ້​ວ່າ:

        ”ນ້ຳ​ສະອາດ​ຂອງ​ລັດ​ບໍ່​ທັນ​ມາ​ຮອດແຫ່ງ​ນີ້. ພວກ​ເຮົາ​ນຳ​ໃຊ້​ນ້ຳ​ບາ​ດານ ​ແລະ ນ້ຳ​ຝົນ​ເປັນ​ຕົ້ນ. ​ແຕ່ນ້ຳ​ເພື່ອກິນ​ດື່ມ​ພຽງ​ແຕ່​ໃຊ້​ນ້ຳ​ຝົນ​ເທົ່າ​ນັ້ນ, ຍ້ອນ​ນ້ຳ​ຝົນ​ດີກ​ວ່າ, ຍາ​ມ​ໃດ​ແຫ້ງ​ແລ້ງ​ບໍ່​ມີ​ນ້ຳ​ໃຊ້, ພວກ​ເຮົາ​ຈຶ່ງນຳ​ໃຊ້​ນ້ຳ​ບາ​ດານ. ປະຈຸ​ບັນ​ນ້ຳ​ຝົນ​ຍັງ​ມີ​ຫຼາຍ​ຢູ່”

        ​ເພື່ອ​ເຈາະ​ນ້ຳ​ບາ​ດານ​ແຫ່ງ​ໜຶ່ງ​ຕ້ອງ​ເສຍ​ເງິນ​ປະມານ 3 ລ້ານ​ດົ່ງ, ລາຄາ​ບໍ່​ສູງ​ປານ​ໃດ​ເມື່ອ​ທຽບ​ໃສ່​ລາຍ​ຮັບ​ຂອງ​ປະຊາຊົນຢູ່​ແຫ່ງ​ນີ້, ດັ່ງ​ນັ້ນ​​ນ້ຳບາ​ດານ​ຈຶ່ງ​ປະກົດ​ມີໃນ​ທຸກ​ຄອບຄົວ​ຢູ່​ຊອງ​ເຟື້ອງ. ​ແຫຼ່ງນ້ຳ​ຍາມ​ໃດ​ກໍ່​ມີ​ຢູ່​ແລ້ວ, ​ແຕ່​ເຂົາ​ເຈົ້າ​ຍັງ​ຮັບ​ຮູ້​​ໄດ້ວ່າ, ​ແຫຼ່ງນ້ຳ​ທຳ​ມະ​ຊາດນີ້​ບາງ​ເທື່ອ​​ຈະ​ຖືກ​ບົກ​ແຫ້ງ​ໄປ. ປະລິມານ​ນ້ຳຝົນ​ກໍ່​ນັບ​ມື້​ນັບ​ໜ້ອຍ​ລົງ. ດັ່ງ​ນັ້ນ, ລຸ້ນໜຸ່ມ​ຄື​ນ້ອງ Bui Thi Huong ​ໄດ້​ມີ​ສະຕິ​ປະຢັດໃນ​ການ​ນຳ​ໃຊ້​ນ້ຳ.

        ”ນ້ຳ​ແມ່ນ​ແຫຼ່ງຊັບພະຍາກອນ​ທີ່​ລ້ຳ​ຄ່າ, ພວກ​ເຮົາ​ຕ້ອງ​ປະຢັດ​ໃນ​ການນຳ​ໃຊ້​ນ້ຳ, ຖ້າ​ບໍ່​ປະຢັດ​ນ້ຳ​ຈະ​ບົກ​ແຫ້ງ​ໄປ. ພໍ່​ແມ່​ກໍ່​ຕັກ​ເຕືອນ​ພວກ​ນ້ອງນຳ​ໃຊ້​ນ້ຳ​ໂດຍຈຳກັດ ​ແລະ​ປະຢັດ​”

        ​ເມື່ອ​ທຽບ​ໃສ່​ໝູ່​ບ້ານ​ອື່ນໆ​ໃນ​ເຂດ​ບ້ານ​ນາ, ຊາວ​ຕາ​ແສງ​ຊອງ​ເຟື້ອງ ​ບໍ່​ເປັນ​ຫ່ວງ​ກັບ​ເລື່ອງ​ຂາດ​ນ້ຳ​ໃຊ້. ​ແຕ່​ສິ່ງ​ສຳຄັນ​ນັ້ນ​ແມ່ນ ​ແຫຼ່ງນ້ຳ​ທີ່​ເຂົາ​ເຈົ້າພວມ​ນຳ​ໃຊ້ນັ້ນ ​ຈະ​ຮັບປະກັນ​ຫຼັກອະນາ​ໄມ​ຫຼື​ບໍ, ສິ່ງ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳ​ຫຼັບ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ​ໃນ​ຕາ​ແສງ​ເທົ່າ​ນັ້ນ, ຫາກປະຈຸ​ບັນ, ​ຊອງ​ເຟື້ອງ​ ຍັງ​ແມ່ນ​ໜຶ່ງ​ໃນ 3 ຕາ​ແສງ​ກະ​ສີ​ກຳ​ຂອງ​ນະຄອນຫຼວງ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ເພື່ອ​ປະຕິບັດ​ທົດ​ລອງ​ຮູບ​ແບບ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ Nguyen Minh Chau, ພະນັກງານ​ວັດທະນະທຳ​ຕາ​ແສງ, ​ໃຫ້​ຮູ້​ວ່າ, ການ​ສະໜອງ​ນ້ຳ​ສະອາດ ​ແລະ​ ຮັບປະກັນ​ອະນາ​ໄມ​ໃຫ້​ແກ່​ປະຊາຊົນ ​ແມ່ນ​ໜຶ່ງ​ໃນ​ບັນດາຈຸດໝາຍ​ທີ່ສຳຄັນ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່. ຍ້ອນ​ເຫດ​ນັ້ນ, ອຳນາດ​ການ​ປົກຄອງ​ຕາ​ແສງຈຶ່ງມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ບັນຫາ​ຮັບປະກັນ​ຄຸນ​ນະພາ​ບ​ແຫຼ່ງນ້ຳ.

ນ້ຳສະອາດ ແລະ ຈຸດໝາຍກໍ່ສ້າງຊົນນະບົດໃໝ່ - ảnh 2
ພາບປະກອບ (google.com.vn)

        ”ທາງ​ຕາ​ແສງ​ໄດ້​ລົງທຶນ​ພື້ນຖານ​ດ້ານ​ວັດຖຸ​ຄື: ລະບົບ​ບຳບັດ​ນ້ຳ​ເສຍ, ອ່າງ​ເກັບ​ນ້ຳ… ທາງ​ອຳນາດ​ການ​ປົກຄອງ​ຍັງ​ສົມທົບ​ກັບ​ພະນັກງານສາທາ ລະນະ​ສຸກ ​ເພື່ອດຳ​ເນີນ​ການ​ກວດກາ​ຄຸນ​ນະພາ​ບ​ແຫຼ່ງນ້ຳ, ໜູນ​ຊ່ວຍ​ການຂ້າ​ເຊື້ອ, ຮັບປະກັນ​ໃຫ້​ປະຊາຊົນ​ໄດ້​ນຳ​ໃຊ້​ນ້ຳ​ສະອາດ”

        ​ເຖິງ​ວ່າ​ແຫຼ່ງນ້ຳ​ໃນ​ປະຈຸ​ບັນ​ແມ່ນພໍ​ໃຊ້ ​ແລະ ຮັບປະກັນດ້ານ​ຫຼັກອະນາ​ໄມ​ແລ້ວ​ກໍ່ຕາມ, ​ແຕ່​ປະຊາຊົນ​ຕາ​ແສງ​ຊອງ​ເຟື້ອງ ຍັງ​ຄົງ​ຫວັງ​ວ່າ ຈະ​ມີ​ນ້ຳ​ປະປາ​ຂອງ​ລັດ​​ເພື່ອ​ໃຊ້ໂດຍ​ໄວ​. ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ມຸ້ງ​ຫວັງ​ຂອງ​ເຂົາ​ເຈົ້າ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ມຸ້ງຫວັງ​ຂອງ​ອຳນາດການ​ປົກຄອງ​ຕາ​ແສງ​ອີກ​ດ້ວຍ. ທ່ານ Minh, ​ເລຂາ​ຄະນະ​ພັກ​ຕາ​ແສງ, ​ເວົ້າ​ວ່າ:

        ”​ໂຄງການ​ນ້ຳ​ສະອາດ​ແມ່ນ​ຄວາມ​ມຸ້ງ​ຫວັງ​ຂອງ​ຄະນະ​ພັກ ​ແລະ ປະຊາຊົນ​ຕາ​ແສງ​ຊອງ​ເຟື້ອງ. ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ມີ​ນ້ຳ​ປະປາ​ນຳ​ໃຊ້​ຍິ່ງ​ໄວ​ກໍ່​ຍິ່ງ​ດີ”

        ຄວາມ​ມຸ້ງ​ຫວັງ​ຂອງ​ທ່ານ Minh ອາດ​ຈະ​ປະກົດ​ຜົນ​ເປັນ​ຈິງ​ໃນ​ບໍ່​ຊ້າ​ນີ້, ​ເພາະວ່າ, ທໍ່​ນ້ຳ​ປະປາ​ທີ່​ສະໜອງ​ນ້ຳ​ໃຫ້​ທົ່ວ​ເມືອງ​ດານ​ເຟື້ອງ ​ແລະ​ ນະຄອນ​ຮ່າ​ໂນ້ຍ​​ ໃນ​ປະຈຸ​ບັນ​ ພວມ​ແລ່ນ​ຜ່ານຕາ​ແສງ​ຊອງ​ເຟື້ອງ. ​ເມື່ອ​ແຕ່​ລະ​ຕາ​ແສງ, ​ແຕ່​ລະ​ບ້ານ, ​ແຕ່​ລະ​ຄອບຄົວ​ມີ​ນ້ຳ​ປະປາ​​ໃຊ້ແລ້ວ, ​ໂສມ​ໜ້າ​​ເຂດຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ຊອງ​ເຟື້ອງ​ຈະ​ສົມບູນ​ແບບ​ກວ່າ. ​ແລະ​ຮອດ​ເວລາ​ນັ້ນ, ບັນດາ​ອ່າງ​ເກັບ​ນ້ຳພຽງ​ແຕ່ໃຊ້​ສະ​ເພາະໃຫ້​ແກ່​ການ​​ຊົງ​ນ້ຳ​ຊາ​ເພື່ອ​ບັນ​ເທົາ​ຄວາມ​ຮ້ອນ​ເອົ້າ​ໃນ​ລະດູ​ຮ້ອນ​ເທົ່າ​ນັ້ນ.

                            

ຕອບກັບ

ຂ່າວ/ບົດ​ອື່ນ