ນ້ຳເຜິ້ງດອກສະຣະແຫນ່ ຮ່າຢາງ

(VOVWORLD) -ນອກຈາກບັນດາທົ່ງດອກເຂົ້າ ເບຼບັກວີດ (Buckwheat) ທີ່ກວ້າງໃຫຍ່, ເມືອງ ດົງວັນ ແຂວງ ຮ່າຢາງ ຍັງມີຊື່ສຽງດ້ວຍນ້ຳເຜິ້ງດອກສະຣະແຫນ່ ທີ່ມີກີ່ນຫອມຫວນອັນດູດດື່ມ ຊື່ງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ແລະ ຜູ້ບໍລິໂພກເປັນຈຳນວນຫລວງຫລາຍ. ນ້ຳເຜິ້ງດອກສະຣະແຫນ່ ບໍ່ພຽງແຕ່ແມ່ນຜະລິດຕະພັນພິເສດເທົ່ານັ້ນ ຫາກໃນນ້ຳເຜິ້ງແຕ່ລະຢາດນັ້ນຍັງສະແດງໃຫ້ເຫັນຈຸດວັດທະນະທຳ ແລະ ພູມປັນຍາຂອງຊາວທ້ອງຖິ່ນອີກດ້ວຍ.

ນ້ຳເຜິ້ງດອກສະຣະແຫນ່ ຮ່າຢາງ - ảnh 1ນຳ້ເຜິ້ງ ດອກສະຣະແຫນ່

ເມືອງ ດົ່ງວັນ ແຂວງ ຮ່າຢາງ ແຕ່ດົນນານມາແລ້ວ ແມ່ນແຫ່ງທີ່ມີຊື່ສຽງ ເປັນເຂດພູພຽງຫີນ ດ້ວຍພູຜາປ່າໄມ້ໃຫຍ່ໂຕມະໂຫຖານ, ຫີນເປັນຕໍແຫລມຕັ້ງຢູ່ທົ່ວສາຍພູ.

ຊຸມປີມໍ່ໆມານີ້ ທ້ອງຖິ່ນນີ້ຍັງມີຄວາມສາມາດບົ່ມຊ້ອນໃຫມ່ອີກຊື່ງໄດ້ຮັບການຄົ້ນພົບ ແລະ ດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວໃນທົ່ວປະເທດ ນັບທັງນັກທ່ອງທ່ຽວສາກົນ ນັ້ນ ແມ່ນຄວາມງາມຂອງທົ່ງດອກເຂົ້າເບຼບັກວີດ ແລະ ດອກສະຣະແຫນ່. ພິເສດ ທົ່ງດອກສະຣະແຫນ່ ນຳມາເຊິ່ງນຳ້ເຜິ້ງປະເພດຫນຶ່ງທີ່ເປັນເອກະລັກສະເພາະຂອງປະຊາຊົນຊົນເຜົ່າຢູ່ແຂວງ ຮ່າຢາງ. ດອກສະຣະແຫນ່ແມ່ນຕົ້ນທີ່ເກີດຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຫລວງຫລາຍຢູ່ເຂດພູຫີນ ດ້ວຍຄວາມສູງປະມານ 2000 ແມັດເມື່ອທຽບໃສ່ຫນ້ານ້ຳທະເລ. ດອກສະຣະແຫນ່ ປະກົດມີຫລາຍຢູ່ບັນດາເມືອງ ກວ໋າງບະ, ອຽນມິງ, ດົ່ງວັນ, ແມ່ວວາກ… ນ້ຳເຜິ້ງດອກສະຣະແຫນ່ ບໍ່ພຽງແຕ່ແມ່ນຜະລິດຕະພັນທີ່ມີຄ່າເທົ່ານັ້ນ ຫາກໃນແຕ່ລະຢາດຂອງມັນຍັງຊ້ອນແຝງທັງວັດທະນະທຳແຫ່ງພູມປັນຍາທ້ອງຖິ່ນຂອງພໍ່ແມ່ປະຊາຊົນ ຊົນເຜົ່າມົ້ງ ແລະ ບັນດາຊົນເຜົ່າອື່ນໆຢູ່ແຂວງ ຮ່າຢາງອີກດ້ວຍ.

        ເລັດລອດຜ່ານຕາມຊອກຫີນ, ຈັບຕິດຢູ່ດິນພຽງຫນ້ອຍຫນຶ່ງທີ່ຕະຫລອດປີແຫ້ງແລ້ງ, ພັດທົນຢູ່ກັບຄວາມຫນາວຈັດນັ້ນ ແຕ່ປະເພດດອກສະຣະແຫນ່ ຢູ່ເຂດພູພຽງຫີນ ຮ່າຢາງ ກໍຍັງແມ່ນບ່ອນສ້າງເປັນແຫລ່ງນ້ຳເຜິ້ງຫວານ, ເປັນນ້ຳເຜິ້ງດອກສະຣະແຫນ່ຫອມແຊບທີ່ມີຊື່ສຽງ. ດອກສະຣະແຫນ່ ມີສີບົວອິດ (ບົວມ່ວງ) ເບັ່ງບານໃນທ້າຍເດືອນ ຕຸລາ ເຖິງຕົ້ນເດືອນ ມັງກອນ. ໃນໄລຍະເວລານີ້, ອາກາດຢູ່ເຂດພູພຽງຫີນຫນາວຫລາຍ, ເກືອບຄືວ່າບັນດາຕົ້ນໄມ້ທີ່ເປັນສະບຽງອາຫານ, ທັນຍາຫານລ້ວນແຕ່ບໍ່ສາມາດທັນທານຕໍ່ຄວາມຫນາວນັ້ນໄດ້, ແຕ່ແປກຢ່າງຍິ່ງ ນີ້ພັດແມ່ນລະດູທີ່ຕົ້ນສະຣະແຫນ່ອອກດອກ ແລະ ຂຽວງາມດີ. ບໍ່ຈັກວ່າເທົ່າໃດເຊັ່ນຄົນມານີ້, ພໍ່ແມ່ປະຊາຊົນບັນດາເຜົ່າມົ້ງ, ໂລໂລ, ໄຕ່, ຢ້າວ ດຳລົງຊີວິດເທິງເຂດພູສູງຢູ່ເມືອງ ກວ໋າງບະ ຮູ້ພຽງແຕ່ວ່າ ຕົ້ນໄມ້ ແລະ ດອກໄມ້ຊະນິດນີ້ ໄດ້ໃຫ້ແຫລ່ງນ້ຳເຜິ້ງຢ່າງຫລວງຫລາຍ, ແຕ່ບໍ່ມີເທົ່າໃດຄົນຮູ້ຈັກຕົ້ນກຳເນີດຂອງຕົ້ນໄມ້ຊະນິດນີ້ແມ່ນມາຈາກໃສ. ດອກສະຣະແຫນ່ ມີກິ່ນຫອມເຢັນ ສະນັ້ນ ນ້ຳເຜິ້ງຫວານຂອງບັນດາເຜິ້ງທີ່ໄປດູດເອົາເກສອນຈາກດອກສະຣະແຫນ່ນີ້ ແມ່ນມີຄຸນນະພາບພິເສດ. ກ່ອນນີ້ ປະຊາຊົນເຂດພູດອຍລ້ຽງເຜິ້ງຕາມແບບທຳມະຊາດ. ເຜິ້ງໄປຊອກຫາດອກສະຣະແຫນ່ເອງໃນທຳມະຊາດ ເພື່ອດູດເອົາເກສອນແລ້ວບິນກັບຄືນມາຮັງ, ພໍ່ແມ່ປະຊາຊົນເຮັດອາຊີບລ້ຽງເຜິ້ງ ພຽງແຕ່ບາງຄັ້ງຄາວກວດກາເບິ່ງຮັງເຜິ້ງ, ເມື່ອເຫັນວ່າມີນ້ຳເຜິ້ງແມ່ນເກັບກູ້ເອົາ, ຖັງບັນຈຸເຜິ້ງໄດ້ນ້ຳເຜິ້ງເທົ່າໃດ ແມ່ນຮູ້ວ່າໄດ້ເທົ່ານັ້ນ. ເມື່ອຄ່ອຍໆເລີ່ມມີຄົນຕ້ອງການຊື້ນ້ຳເຜິ້ງຊະນິດນີ້ຫລາຍຂຶ້ນ ແມ່ນພໍ່ແມ່ປະຊາຊົນໄດ້ບອກກັນວິທີເຮັດເພື່ອເພີ່ມລາຍຮັບ. ເຮືອນໃດມີຫນ້ອຍກໍ 2-3 ຝູງ, ເຮືອນໃດມີຫລາຍກໍເປັນຮ້ອຍໆຝູງ. ເອື້ອຍ ຫວູທິດ່າວ ຢູ່ຕາແສງ ສູ໋ງຈ່າວ, ເມືອງ ແມ່ວວາກ ໃຫ້ຮູ້ວ່າ:

        “ເຜິ້ງລ້ຽງຕາມລະດູ, ແຕ່ລະລະດູ 3 ເດືອນ. ເມື່ອຮອດລະດູນັ້ນ ແຕ່ລະຄອບຄົວປູກສາລີບໍ່ໄດ້, ປູກຕົ້ນຫຍັງກໍບໍ່ໄດ້ ສະນັ້ນ ພັດທະນາອາຊີບລ້ຽງເຜິ້ງ ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ”.

ນ້ຳເຜິ້ງດອກສະຣະແຫນ່ ຮ່າຢາງ - ảnh 2 ດອກສະຣະແຫນ່

        ໃນໄລຍະມໍ່ໆມານີ້ ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮຽນວິທີລ້ຽງແບບເຄື່ອນຍ້າຍຝູງເຜິ້ງໄປຕາມແຫລ່ງດອກໄມ້ ເພື່ອໃຫ້ໄດ້ຮັບນ້ຳເຜິ້ງຫລາຍທີ່ສຸດ. ເຖິງຢ່າງໃດກໍຕາມ ກໍມີຄົນລ້ຽງເຜິ້ງທີ່ຖືວ່າ: ເອົາເຜິ້ງໄວ້ບ່ອນທີ່ມີດອກໄມ້ຫລາຍ ບາງເທື່ອກໍບໍ່ດີ ຍ້ອນວ່າເຜິ້ງຈະບໍ່ຍອມບິນໄປໄກ. ອ້າຍ ວ່າງສູ໋ງ ຊົນເຜົ່າມົ້ງ ຢູ່ເມືອງ ດົ່ງວັນ ໃຫ້ຮູ້ວ່າ:

        “ບໍ່ຄວນເອົາເຜິ້ງໄວ້ຢູ່ບ່ອນທີ່ມີດອກໄມ້ຢູ່ໄກໂພດ, ແຕ່ຢູ່ຫ່າງປະມານ 500 ແມັດແມ່ນພໍດີ, ແຕ່ຖ້າເອົາເຜິ້ງໄວ້ຢູ່ໄກໂພດ ແມ່ນເຜິ້ງໃຊ້ເລວາດົນໃນການໄປເອົາເກສອນ, ເຜິ້ງບິນໄກ ກໍເຮັດໃຫ້ປະລິມານນ້ຳເຜິ້ງຫລຸດລົງ ແລະ ຄຸນນະພາບນ້ຳເຜິ້ງກໍບໍ່ດີ”.

        ໃນລະດູຫນາວ, ຢູ່ກາງເຂດພູຫີນສູງມີລົມພັດແຮງ, ສົ່ງຜົນສະທ້ອນເຖິງການໄປຊອກຫາເກສອນດອກໄມ້ຂອງເຜິ້ງຫລາຍທີ່ສຸດ. ເພື່ອຮັບປະກັນໃຫ້ມີແຫລ່ງນ້ຳເຜິ້ງເປັນປົກກະຕິນັ້ນ, ພໍ່ແມ່ປະຊາຊົນໄດ້ມີບົດຮຽນໃນການເອົາບັນດາຝູງເຜິ້ງໄປໄວ້ຢູ່ບ່ອນທີ່ບໍ່ມີລົມ. ພໍ່ເຖົ້າ ຟ້າມຢຸງ ຜູ້ລ້ຽງເຜິ້ງ ໃຫ້ຮູ້ວ່າ:

        “ເລີ່ມຕົ້ນລະດູແມ່ນແຕ່ຕົ້ນເດືອນພະຈິກ ເດືອນທັນວາ ແຕ່ຍັງຂຶ້ນກັບຕາມແຕ່ລະເຂດນຳອີກ, ຖ້າຢູ່ເຂດສູງ ເລີ່ມແຕ່ເດືອນພະຈິກ - ເດືອນທັນວາ ນັ້ນ, ຢູ່ເຂດຕ່ຳກວ່າແມ່ນເລີ່ມແຕ່ເດືອນຕຸລາ. ເມື່ອມາທີ່ນີ້ຮັບຊື້ ເຮົາຕ້ອງເລືອກເອົາຝູງເຜິ້ງທີ່ແຂງແຮງ ແລະ ງາມ, ຝູງເຜິ້ງຫລາຍ ແມ່ນຄວາມໄວໃນການຜະລິດນ້ຳເຜິ້ງຈຶ່ງພຽງພໍ ແລ້ວເຖິງເວລາດອກໄມ້ຫມົດ ແມ່ນພັດຍ້າຍຝູງເຜິ້ງໄປເຂດທີ່ມີດອກໄມ້ອີກ”.

        ຮອດລະດູເກັບກູ້ນ້ຳເຜິ້ງ, ລຽບຕາມເສັ້ນທາງ ແຫ້ງຟຸກ, ທາງແຕ່ໃຈກາງເມືອງເຂົ້າໄປບັນດາຕາແສງ ການຈູຟິ່ນ, ລຸ໋ງປູ່, ເຄົາວາຍ (ແມ່ວວາກ) ແມ່ນຈະພົບເຫັນບັນດາຕູບນ້ອຍທີ່ປະຊາຊົນໄດ້ສ້າງຂຶ້ນເພື່ອລ້ຽງເຜິ້ງເອົານ້ຳເຜິ້ງດອກສະຣະແຫນ່ ໄດ້ຢ່າງງ່າຍດາຍ. ປະຊາຊົນລ້ຽງເຜິ້ງ ຖືການເຄື່ອນຍ້າຍ, ເລືອກໄດ້ທີ່ຕັ້ງທີ່ດີແມ່ນຈະຕັດສິນເຖິງການເກັບກກູ້ນ້ຳເຜິ້ງຈະໄດ້ຮັບຜົນດີ ຫລືບໍ່. ດອກສະຣະແຫນ່ ເບັ່ງບານເຖິງໃສແມ່ນຕູບນ້ອຍພັດໄດ້ສ້າງຂຶ້ນຢູ່ຫັ້ນ ແລະ ຖ້າດອກໄມ້ຢູ່ເຂດນີ້ຫມົດ, ຜູ້ລ້ຽງເຜິ້ງກໍຊອກຫາເຂດອື່ນອີກ. ການລ້ຽງເຜິ້ງ ໄດ້ ແລະ ພວມກາຍເປັນການກຳນົດທິດການຜະລິດສິນຄ້າ, ປະກອບສ່ວນເຂົ້າໃນພາລະກິດລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ເພີ່ມລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດພູສູງທີ່ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ