ນຳ​ໝູ່​ບ້ານ​ອາ​ຊີບ​ມູນ​ເຊື້ອ​ຫວຽດ​ນາມ​ເຊື່ອມ​ຕົວ​ເຂົ້າ​ກັບ​ສາ​ກົນ

(VOVWORLD) -

  ໝູ່ບ້ານອາຊີບມູນເຊື້ອຫວຽດນາມ ແມ່ນໝູ່ບ້ານທີ່ມີປະຫວັດສາດມາແຕ່ດົນນານ ດ້ວຍບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ. ມາຮອດປະຈຸບັນ, ໂລກກໍ່ຮູ້ຈັກເຖິງຜະລິດຕະພັນຫຼາຍຊະນິດຂອງໝູ່ບ້ານອາຊີບມູນເຊື້ອຫວຽດນາມ ແລ້ວ ແລະ ໄດ້ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ, ຊາວຫວຽດນາມ ອອກສູ່ໂລກ.

ນຳ​ໝູ່​ບ້ານ​ອາ​ຊີບ​ມູນ​ເຊື້ອ​ຫວຽດ​ນາມ​ເຊື່ອມ​ຕົວ​ເຂົ້າ​ກັບ​ສາ​ກົນ - ảnh 1

ຜະລິດຕະພັນຂອງໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ບາດຈ່າງ

 ຫວຽດນາມ ມີໝູ່ບ້ານອາຊີບປະມານ 5400 ແຫ່ງ, ໃນນັ້ນມີ ມີໝູ່ບ້ານອາຊີບມູນເຊື້ອປະມານ 2000 ແຫ່ງ ດ້ວຍກ່ວາ 50 ໝວດອາຊີບຄື: ສີຄັດມັນ, ເຄື່ອງປັ້ນດິນເຜົາ, ອາຊີບຕີເງິນ, ຄຳ, ຈັກສານ, ຖັກແສ່ວ, ຕຳຫູກ, ອາຊີບເຮັດເຈັ້ຍ, ພາບພື້ນເມືອງ… ພິເສດ, ຜະລິດຕະພັນຫັດຖະກຳຂອງບັນດາໝູ່ບ້ານອາຊີບມູນເຊື້ອຂອງຫວຽດນາມ ມີຫຼາຍຮູບຫຼາຍແບບ, ຄຸນນະພາບສູງຄື: ແພໄໝຂອງໝູ່ບ້ານ ວ້ານຟຸກ, ເຄື່ອງເປັ້ນດິນເຜົາຂອງໝູ່ບ້ານ ບາດຈ່າງ, ອາຊີບຕີເງິນຂອງໝູ່ບ້ານ ດົ່ງຊຳ… ໂດຍໄດ້ຮັບການຮັບຮອງເປັນແມ່ນເຄື່ອງໝາຍການຄ້າແຫ່ງຊາດ. ເຖິງວ່າມີຄຸນຄ່າດ້ານເສດຖະກິດສູງ ແຕ່ຄວາມສາມາດບົ່ມຊ້ອນຂອງບັນດາໝູ່ບ້ານອາຊີບມູນເຊື້ອກໍ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນໝົດເທື່ອ. ທ່ານ ດ່າມຕຽນທັງ ຮອງຫົວໜ້າພະແນກອຸດສາຫະກຳ ການຄ້າ ຮ່າໂນ້ຍ ໃຫ້ຮູ້ວ່າ:

 ມູນຄ່າການຜະລິດຢູ່ໝູ່ບ້ານອາຊີບໃນປະຈຸບັນແມ່ນປະມານ 22.000 ຕື້ດົ່ງ ທຽບເທົ່າ 1 ຕື້ໂດລາສະຫະລັດ, ມູນຄ່າວົງເງິນສົ່ງອອກປະມານ 200 ລ້ານໂດລາສະຫະລັດ/ປີ ແຕ່ໃນຈຸດເວລານີ້ພຽງແຕ່ບັນລຸປະມານ 160 ລ້ານໂດລາສະຫະລັດ/ປີ ເທົ່ານັ້ນ.

ຄວາມສາມາດບົ່ມຊ້ອນຍັງໃຫ່ຍຫຼວງຢູ່ ແຕ່ໃນຕົວຈິງ, ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ ມາຮອດປະຈຸບັນກໍ່ຍັງບໍ່ທັນມີອົງການຈັດຕັ້ງໃດ ເຂົ້າມາຮັບຜິດຊອບການຈັດຊື້ຫຼືຂາຍເທື່ອ. ບັນຫາຈົດທະບຽນເຄື່ອງໝາຍການຄ້າ ແລະ ແບບຂອງຜະລິດຕະພັນໝູ່ບ້ານອາຊີບ ກໍ່ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ລົງທຶນ ແລະ ໜູນຊ່ວຍເທົ່າທີ່ຄວນ. ສະພາບການດັ່ງກ່າວໄດ້ເຮັດໃຫ້ສິນຄ້າ ຫວຽດນາມ ທີ່ເປັນມູນເຊື້ອ ຍັງບໍ່ທັນມີໜ້າຢູ່ບັນດາຕະຫຼາດທີ່ຕ້ອງການສິນຄ້າມີຄຸນນະພາບສູງ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ຄື: ອັງກິດ, ອາເມລິກາ, ຝະລັ່ງ ແລະ ເຢັຍລະມັນ. ເພີ່ມທະວີການຮ່ວມມື, ຮ່ວມສຳພັນ ແມ່ນມາດຕະການທີ່ສຳຄັນ ເພື່ອໃຫ້ໝູ່ບ້ານອາຊີບຂອງຫວຽດນາມ ເຊື່ອມຕົວເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ກ້ວາງຂວາງ. ນັກສິລະປະການດີເດັ່ນ ຫງວຽນວັນກວຽນ ປະທານສະພາບໍລິຫານ, ຜູ້ອຳນວຍການສະຫະກອນເຄື່ອງສິລະປະຫັດຖະກຳ ຮວາມາຍ ແຂວງ ລາວກາຍ ຖືວ່າ:

ຢາກພັດທະນາ ແລະ ຈຳໜ່າຍຜະລິດຕະພັນຂອງໝູ່ບ້ານອາຊີບໄດ້, ສິ່ງສຳຄັນ ນັ້ນແມ່ນຕ້ອງມີລາຍການຮ່ວມສຳພັນລະຫວ່າງບັນດາໝູ່ບ້ານອາຊີບນຳກັນ, ມີການພົບປະແລກປ່ຽນກັບບັນດາຂົງເຂດອາຊີບແບບໝູນວຽນ. ຕ້ອງມີຫຼາຍງານຕະຫຼາດນັດເພື່ອແນະນຳບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ ຕໍ່ກັບແຂກທ່ອງທ່ຽວສາກົນ, ຈາກນັ້ນຈຶ່ງຈະເປີດກ້ວາງ, ພັດທະນາອາຊີບທີ່ເປັນມູນເຊື້ອໄດ້.

ນຳ​ໝູ່​ບ້ານ​ອາ​ຊີບ​ມູນ​ເຊື້ອ​ຫວຽດ​ນາມ​ເຊື່ອມ​ຕົວ​ເຂົ້າ​ກັບ​ສາ​ກົນ - ảnh 2

ຜະລິດຕະພັນຂອງໝູ່ບ້ານອາຊີບແພໄໝ ວ້ານຟຸກ

 ໃນໄລຍະຜ່ານມາ, ລັດຖະບານຫວຽດນາມ ກໍ່ມີບັນດາມາດຕະການໜູນຊ່ວຍໝູ່ບ້ານອາຊີບພັດທະນາ ແລະ ເຊື່ອມຕົວເຂົ້າກັບສາກົນຢ່າງມີປະສິດທິຜົນ. ໂຄງການ “1 ຕາແສງ 1 ຜະລິດຕະພັນ” ໂດຍລັດຖະບານຜັນຂະຫຍາຍ ໄດ້ຊ່ວຍໝູ່ບ້ານອາຊີບມູນເຊື້ອຟື້ນຟູ, ເປີດກ້ວາງຕະຫຼາດ. ສະຫະສະມາຄົມໝູ່ບ້ານອາຊີບກໍ່ສູ້ຊົນສ້າງຢ່າງໜ້ອຍແຕ່ 1 ຫາ 2 ວິສາຫະກິດແຖວໜ້າຢູ່ໝູ່ບ້ານອາຊີບມູນເຊື້ອແຕ່ລະແຫ່ງ ແລະ ຢູ່ແຕ່ລະຕະຫຼາດຈຸດສຸມຕ່າງປະເທດ ກໍ່ມີ 2, 3 ວິສາຫະກິດແຖວໜ້າ. ທ່ານ ລຶວຢູຍເຢິນ ປະທານສະຫະສະມາຄົມໝູ່ບ້ານອາຊີບຫວຽດນາມ ໃຫ້ຮູ້ວ່າ:

ນາຍຊ່າງຕ້ອງມີຜະລິດຕະພັນທີ່ຍອດຍິ່ງ. ກ່ອນອື່ນໝົດ ສູ້ຊົນໃຫ້ມີ 100 ຜະລິດຕະພັນຍອດຍິ່ງ, ມີໝູ່ບ້ານອາຊີບດີເດັ່ນ 100 ແຫ່ງ ແລະ ນາຍຊ່າງດີເດັ່ນ 100 ຄົນ. ປະຈຸບັນກໍ່ຄັດເລືອກ ໝູ່ບ້ານດີເດັ່ນໄດ້ 64 ແຫ່ງແລ້ວ.

ຄຽງຂ້າງກັບການໜູນຊ່ວຍຈາກລັດ, ບັນດາວິສາຫະກິດ, ໝູ່ບ້ານອາຊີບເອງ ກໍ່ຕ້ອງລົງທຶນໃຫ້ແກ່ເຄື່ອງໝາຍການຄ້າຂອງຕົນຢ່າງເໝາະສົມ, ເພີ່ມລັກສະນະແກ່ງແຍ້ງ, ພັດທະນາແບບຍືນຍົງ. ດ້ວຍການເຂົ້າຮ່ວມຢ່າງຂ້ຽວຂາດຂອງລັດຖະບານ, ສະຫະສະມາຄົມໝູ່ບ້ານອາຊີບຫວຽດນາມ ກໍ່ຄືຄວາມຂະຫຍັນຂັນເຄື່ອນຂອງບັນດາໝູ່ບ້ານອາຊີບນັ້ນເອງ, ແນ່ນອນວ່າ, ຜະລິດຕະພັນຂອງໝູ່ບ້ານອາຊີບມູນເຊື້ອຫວຽດນາມ ຈະແຊກຊືມເຂົ້າຕະຫຼາດຂອງຫຼາຍປະເທດໃນໂລກຢ່າງເລິກເຊິ່ງ ແລະ ກວາງຂວາງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ