ບັກນິງມານະພະຍາຍາມກໍ່ສ້າງຊົນນະບົດໃໝ່ໃຫ້ສຳເລັດໂດຍໄວ


(vovworld) - ​ແຂວງບັກ​ນິງ ​ໄດ້​ເຊັນ​ອະນຸມັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່ໄລຍະ 2010 – 2015 ຢູ່ 100 ຕາ​ແສງ. ດ້ວຍ​ຈຸດໝາຍ​ເຖິງ​ປີ 2015, ທົ່ວ​ແຂວງ​ຈະ​ມີ 50% ຈຳນວນ​ຕາ​ແສງ​ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່, ສູງ​ກວ່າ​ທົບ 2 ​ເທົ່າ ​ເມື່ອ​ທຽບ​ໃສ່​ຈຸດໝາຍ​ລວມຂອງ​ທົ່ວ​ປະ​ເທດ, ບັກ​ນິງ ພວມ​ຮິບ​ເຮັ່ງ​ຜັນ​ຂະຫຍາຍ​ແຜນການ​ກໍ່ສ້າງ​ຊົນນະບົດ​​ໃໝ່ ​ແລະ ຖື​ວ່າ​ນີ້​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ປະຊາຊົນ. ສິ່ງ​ທີ່​ໜ້າ​ຮັບ​ຮູ້​ນັ້ນ​ແມ່ນ​ ຈຸດ​ເລີ່​ມຕົ້ນ​ຂອງ​ບັນດາ​ຕາ​ແສງ​ປະຕິບັດ​ໂຄງການ​ແມ່ນ​ສູງ​ພໍ​ສົມຄວນ, ມີ​ບາງ​ຕາ​ແສງ​​ບັນລຸ​​ໄດ້18/19 ມາດຕະຖານ​ຂອງ​ໂຄງການ​ແລ້ວ.

ບັກນິງມານະພະຍາຍາມກໍ່ສ້າງຊົນນະບົດໃໝ່ໃຫ້ສຳເລັດໂດຍໄວ - ảnh 1

ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ບັກ​ນິງ

(ພາບ: bacninh.gov.vn)

        ມາ​ຢ້ຽມຢາມ ດ້າຍ​ດົ່ງ​ແທ່ງ, ​ເມືອງ ທ້ວນ​ແທ່ງ, ​ແຂວງ ບັກ​ນິງ, ພວກ​ເຮົາ​ຮູ້ສຶກ​ຄື​ວ່າ​ນີ້ທັງ​ແມ່ນ​ເຂດ​ຕົວ​ເມືອງ, ທັງ​ແມ່ນ​ເຂດ​ຊົນນະບົດ​ຂອງພາກ​ເໜືອ. ບັນດາ​ເຮືອນຕຶກ​ຫຼາຍ​ຊັ້ນ​ທີ່​ໃຫຍ່​ໂຕ​​ໂອ​ໂຖງ ​ແລະ ສວຍ​ງາມ, ທາງ​ຄົມມະນາຄົມ​ລະຫວ່າງ​ບ້ານ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ​ທີ່ກວ້າງ​ເຖິງ 14 ​ແມັດ, ສະພາບ​ແວດ​ລ້ອມ​ສະອາດ​ສວຍ​ງາມ, ບັນດາ​ປູ​ຊະນີ​ຍະສະ​ຖານ​ໃນ​ຕາ​ແສງລ້ວນ​ແຕ່​ໄດ້​ຮັບ​ການ​ບຸລະນະຮັກສາ​ໄວ້​. ພິ​ເສດ​, ​ການ​ຜະ​ລິດ​ຢູ່​ທີ່​ນີ້​​ໄດ້​ຮັບ​ການພັດທະນາ​ພໍ​ສົມຄວນ. ບັນດາ​ອາຊີບ​ຫັດຖະກຳ​​ໄດ້​ຮັບ​ການເສີມ​ຂະຫຍາຍ, ທົ່ງ​ນາ​ກໍ່​ຖືກວາງ​ແຜນ​ກຳນົດ​ຢ່າງ​ມີ​ວິທະຍາສາດ, ທາງ​ຄົມມະນາຄົມ​ເຊື່ອມ​ຕໍ່​ລະຫວ່າງບ້ານຕາ​ແສງ​ກັບ​ທົ່ງ​ນາຖືກ​ກໍ່ສ້າງ​ແບບ​ຖາວອນ, ຄົບ​ຊຸດ. ​ເອື້ອຍ Nguyen Thi Nhi, ຢູ່​ບ້ານ 8, ຕາ​ແສງ ດ້າຍ​ດົ່ງ​ແທ່ງ, ​ໃຫ້​ຮູ້​ວ່າ, ນັບ​ແຕ່​ຕາ​ແສງ​ມີ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊາວບ້ານ​ພາກພູມ​ໃຈ​ທີ່​ສຸດ, ​ເພາະວ່າ​ທຸກ​ຄົນ​ຕ່າງ​ກໍ່​ຮູ້​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ໂຄງການ. ​ເອື້ອຍ Nhi ​ແບ່ງປັນ​ວ່າ:

        ”ຂ້າພະ​ເຈົ້າ​ເຫັນ​ວ່າ, ຢູ່​ບັນດາຕາ​ແສງ​ເລີ່​ມຜັນ​ຂະຫຍາຍໂຄງການ ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ປະຕິບັດ​ຢ່າງ​ຂ້ຽວຂາດ ​ແລະ ຄົບ​ຊຸດ. ມີ​ຂະ​ບວນການ​ຊົນນະບົດ​ໃໝ່​ແມ່ນ​ດີ​ທີ່​ສຸດ, ທຸກ​ຄົນ​ໄດ້​​ແນະນຳ​ໃຫ້​ກັນ​ວິທີທຳ​ມາ​ຫາ​ກິນ, ທຳ​ການ​ຜະລິດ ພັດທະນາ, ​ປະຈຸ​ບັນ​ຢູ່​ທີ່​ນີ້​​ເຮືອນ​ຫຼັງໃດ​ກໍ່​​ສວຍ​ງາມ, ຖະໜົນ​ຫົນທາງ​ກໍ່​ລ້ວນ​​ແຕ່ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ​ງາມ​ທີ່​ສຸດ”.

ບັກນິງມານະພະຍາຍາມກໍ່ສ້າງຊົນນະບົດໃໝ່ໃຫ້ສຳເລັດໂດຍໄວ - ảnh 2

ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ບັກ​ນິງ

(ພາບ: bacninh.gov.vn)

        ບົນ​ພື້ນຖານ​ຕີ​ລາຄາ​ຄວາມ​ຈິງ​ແລ້ວ, ​ແລະ ໝາກຜົນ​ແຫ່ງ​ການ​ກວດກາ 100% ຈຳນວນ​ຕາ​ແສງຕາມ​ມາດຕະຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະຈຸ​ບັນ, ບັກ​ນິງມີ 63 ຕາ​ແສງ ບັນລຸ​ແຕ່ 5-9 ມາດຕະຖານ, 28 ຕາ​ແສງ ບັນລຸ​ແຕ່ 10-14 ມາດຕະຖານ, 2 ຕາ​ແສງ​ບັນລຸ​ແຕ່ 15-18 ມາດຕະຖານ… ທ່ານ Nguyen Van Xuyen, ຫົວໜ້າ​ກົມ​ພັດທະນາ​ຊົນນະບົດ​ສາຂາ​ແຂວງ ບັກ​ນິງ​, ສະມາຊິກ​ໃນ​ຄະນະ​ຊີ້​ນຳ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແຂວງ ບັກ​ນິງ,ໃຫ້​ຮູ້​ວ່າ: ບັກ​ນິງ​ ໄດ້​ສ້າງ​ແຜນ​ຮ່າງ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕາມ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ເຖິງ​ປີ 2015 ດ້ວຍ 100 ຕາ​ແສງ​ໃນ​ບໍລິ​ເວນ​ແລ້ວ.

        ທ່ານຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ​ແຂວງ​ບັກ​ນິງ ຈະ​ເດັດ​ດຽວ​ປະຕິບັດ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ພັດທະນາ​ຢ່າງຮອບດ້ານ, ໝັ້ນຄົງ, ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ຄົບ​ຊຸດ, ທັນ​ສະ​ໄໝ, ຊີວິດ​ທາງ​ດ້ານ​ວັດຖຸ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັກ​ນິງ ຈະ​ວາງ​ແຜນ​ກຳນົດ​ພັດທະນາ​ບັນດາ​ຂະ​ແໜງ​ອາຊີບ ​ແລະ ໝູ່​ບ້ານຜະລິດ​ອຸດສາຫະກຳ, ອຸດສາຫະກຳ ຫັດຖະກຳ​ນ້ອຍ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຕາມ​ນັ້ນ, ທາງ​ແຂວງ​ຈະ​ຮັກສາ ​ແລະ ພັດທະນາ​ບັນດາ​ຂະ​ແໜງ​ອາຊີບ​ຜະລິດ​ຫັດຖະກຳ​ທີ່​ບໍ່​ກໍ່​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ນອກ​ນັ້ນ​ກໍ່​ກຳນົດ​ການ​ພັດທະນາ​ອຸດສາຫະກຳ​ຮັບ​ໃຊ້​ກະ​ສີ​ກຳ​ຕ້ອງ​ຕິດ​ພັນ​ກັບ​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນນະບົດ; ພ້ອມ​ທັງ​ສ້າງ​ບັນດາ​ກຸ່ມອຸດສາຫະກຳ, ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ​ເຂົ້າ​ລົງທຶນ​ໃນ​ແຂວງ. ທ່ານ Nguyen Van Xuyen, ສະມາຊິກ​ໃນ​ຄະນະ​ຊີ້​ນຳ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແຂວງ ບັກ​ນິງ,ໃຫ້​ຮູ້​ວ່າ:

        ”​ເຖິງ​ປີ 2015 ຕ້ອງ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ໄດ້​ຢູ່ 50 ຕາ​ແສງ, ​ເທົ່າ​ກັບ 50% ​ແລະ ຮອດ​ປີ 2020 ຕ້ອງ​ບັນລຸ​ໃຫ້​ໄດ້ 80%. ປະຈຸ​ບັນ, ຜ່ານ​ການ​ສຳ​ຫຼວດກໍ່​ເຫັນ​ວ່າ​ ບໍ່​ທັນ​ມີ​ຕາ​ແສງ​ໃດ​ບັນລຸ​ມາດຕະຖານ​ຢ່າງ​ຄົບ​ຖ້ວນ, ​ແຕ່​ຈຳ​ຈວນ​ຕາ​ແສງ​ບັນລຸ​ໄດ້​ຫຼາຍ​ມາດຕະຖານ​ນັ້ນແມ່ນ​ກວມ​ອັນ​ຕາ​ສ່ວນ​ຫຼາຍ. ບັກ​ນິງ ​ແມ່ນ​ແຂວງ​ໃນ​ເຂດ​ທົ່ງພຽງ ພື້ນຖານ​ດ້ານ​ວັດຖຸ, ​ເສດຖະກິດພັດທະນາ ​ແລະ ​ໃນ​ຊຸມ​ປີຜ່ານມາ ບັນດາ​ມາດຕະຖານ​ດ້ານ​ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ກໍ່ສ້າງ​ໂດຍ​ພື້ນຖານ​ແລ້​ວ, ​ແຕ່​ຕາມ​​ແຜນ​ກຳນົດ ​ແລະ ມາດຕະຖານ​ຂອງ​ໂຄງການ​ ແມ່ນ​ຕ້ອງ​ມີ​ການ​ປັບປຸງ​ຄືນ​ໃໝ່​ເທົ່າ​ນັ້ນ.

ບັກນິງມານະພະຍາຍາມກໍ່ສ້າງຊົນນະບົດໃໝ່ໃຫ້ສຳເລັດໂດຍໄວ - ảnh 3

ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ບັກ​ນິງ

(ພາບ: bacninh.gov.vn)

        ທ່ານ Tran Van Tuy ​, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ຮູ້​ວ່າ: ​ແຂວງ​ບັກ​ນິງ ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່ລະ​ທ້ອງ​ຖີ່​ນ ກ່ຽວ​ກັບ​ການ​ຜະລິດ​ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ມູນ​ເຊື້ອ, ບັນດາ​ຂະ​ແໜງ​ຫັດຖະກຳ ສິລະ​ປະ, ປຸງ​ແຕ່​ທັນ​ຍາ​ຫານ, ສະບຽງ​ອາຫານ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ.

        ດ້ວຍ​ເງື່ອນ​ໄຂ​ພື້ນຖານ​ດ້ານ​ວັດ​ຖຸ, ພື້ນຖານ​ໂຄງ​ລ່າງ ​ໄຟຟ້າ, ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ​ທີ່​ດີ​ນັ້ນ, ຄາດ​ວ່າ, ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ບັກ​ນິງ ຈະ​ປະຕິ​ບັກ​ສຳ​ເລັດ​ຈຸດໝາຍກ່ອນ​ກຳນົດ​ເວລາ​ທີ່​ໄດ້​ວາງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ